ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພຸ່ມໄມ້ທີ່ມີໄຟລຸກ

ພຸ່ມໄມ້ທີ່ມີໄຟລຸກ

ບົດ 30

ພຸ່ມ​ໄມ້​ທີ່​ມີ​ໄຟ​ລຸກ

ໂມເຊ​ເດີນ​ທາງ​ໄປ​ໄກ​ຈົນ​ມາ​ເຖິງ​ພູເຂົາ​ໂຫເຣບ​ເພື່ອ​ຫາ​ຫຍ້າ​ໃຫ້​ຝູງ​ແກະ​ຂອງ​ເຂົາ. ນະ​ທີ່​ນີ້​ເຂົາ​ເຫັນ​ພຸ່ມ​ໄມ້​ມີ​ໄຟ​ລຸກ​ຮຸ່ງ​ຢູ່ ແຕ່​ບໍ່​ໄດ້​ໄໝ້​ເສຍ!

ໂມເຊ​ຄິດ​ວ່າ: ‘ແປກ​ອີ່ຫຼີ’ ‘ເຮົາ​ຈະ​ເຂົ້າ​ໄປ​ເບິ່ງ​ໃກ້ໆ.’ ເມື່ອ​ເຂົາ​ເຂົ້າ​ໄປ​ໃກ້​ກໍ່​ມີ​ສຽງ​ອອກ​ມາ​ຈາກ​ພຸ່ມ​ໄມ້​ນັ້ນ​ວ່າ: ‘ຢ່າ​ເຂົ້າ​ມາ​ໃກ້​ກວ່າ​ນີ້​ອີກ. ຈົ່ງ​ຖອດ​ເກີບ​ຂອງ​ເຈົ້າ​ອອກ ເພາະ​ວ່າ​ທີ່​ຊຶ່ງ​ເຈົ້າ​ຢືນ​ຢູ່​ນັ້ນ​ບໍລິສຸດ.’ ພະເຈົ້າ​ເປັນ​ຜູ້​ຕັດ​ໂດຍ​ທາງ​ທູດ​ສະຫວັນ ດັ່ງ​ນັ້ນ​ໂມເຊ​ຈຶ່ງ​ຄຸມ​ໜ້າ​ເສຍ.

ແລ້ວ​ພະເຈົ້າ​ກ່າວ​ວ່າ: ‘ເຮົາ​ໄດ້​ເຫັນ​ຄວາມ​ທຸກ​ທໍລະມານ​ຂອງ​ຜູ້​ຄົນ​ຂອງ​ເຮົາ​ໃນ​ອີຢີບ. ດ້ວຍ​ເຫດ​ນີ້​ເຮົາ​ຈະ​ປ່ອຍ​ເຂົາ​ໃຫ້​ເປັນ​ອິດສະຫຼະ ແລະ​ເຈົ້າ​ເປັນ​ຜູ້​ທີ່​ເຮົາ​ຈະ​ສົ່ງ​ໄປ​ນຳ​ຜູ້​ຄົນ​ຂອງ​ເຮົາ​ອອກ​ຈາກ​ອີຢີບ.’ ພະ​ເຢໂຫວາ​ຈະ​ນຳ​ເອົາ​ຜູ້​ຄົນ​ຂອງ​ພະອົງ​ໄປ​ຍັງ​ການາອານ​ແຜ່ນດິນ​ອັນ​ສວຍ​ງາມ.

ແຕ່​ໂມເຊ​ກ່າວ​ວ່າ: ‘ຂ້າພະເຈົ້າ​ເປັນ​ຜູ້​ໃດ. ຂ້າພະເຈົ້າ​ຈະ​ເຮັດ​ເຊັ່ນ​ນີ້​ໄດ້​ຢ່າງ​ໃດ? ແຕ່​ຖ້າ​ຂ້າພະເຈົ້າ​ໄປ ຊົນຊາດ​ຍິດສະລາເອນ​ຈະ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ: “ໃຜ​ສົ່ງ​ເຈົ້າ​ມາ?” ແລ້ວ​ຂ້າພະເຈົ້າ​ຈະ​ກ່າວ​ຢ່າງ​ໃດ?’

ພະເຈົ້າ​ຕອບ​ວ່າ: ‘ນີ້​ຄື​ສິ່ງ​ທີ່​ເຈົ້າ​ຈະ​ກ່າວ’ “‘ພະ​ເຢໂຫວາ ພະເຈົ້າ​ຂອງ​ອັບລາຫາມ ພະເຈົ້າ​ຂອງ​ອີຊາກ ແລະ​ພະເຈົ້າ​ຂອງ​ຍາໂຄບ​ໄດ້​ສົ່ງ​ເຮົາ​ມາ​ຫາ​ທ່ານ.’” ແລະ​ພະ​ເຢໂຫວາ​ກ່າວ​ເພີ່ມ: ‘ນີ້​ຄື​ນາມ​ຊື່​ຂອງ​ເຮົາ​ຕະຫຼອດ​ໄປ​ເປັນ​ນິດ.’

ໂມເຊ​ທູນ​ຕອບ​ວ່າ: ‘ຖ້າ​ຂ້າພະເຈົ້າ​ບອກ​ວ່າ​ພະອົງ​ໃຊ້​ຂ້າພະເຈົ້າ​ມາ ແຕ່​ຖ້າ​ພວກ​ເຂົາ​ບໍ່​ເຊື່ອ​ລະ.’

ພະເຈົ້າ​ຖາມ​ວ່າ: ‘ມີ​ຫຍັງ​ຢູ່​ໃນ​ມື​ຂອງ​ເຈົ້າ?’

ໂມເຊ​ທູນ​ຕອບ​ວ່າ: ‘ໄມ້​ເທົ້າ.’

ພະເຈົ້າ​ກ່າວ​ວ່າ: ‘ຈົ່ງ​ໂຍນ​ໄມ້​ເທົ້າ​ລົງ​ທີ່​ດິນ​ເຖີດ’ ແລະ​ເມື່ອ​ໂມເຊ​ໂຍນ​ລົງ ໄມ້​ເທົ້າ​ນັ້ນ​ກາຍ​ເປັນ​ງູ. ຄັນ​ແລ້ວ​ພະ​ເຢໂຫວາ​ສະແດງ​ໃຫ້​ໂມເຊ​ເຫັນ​ການ​ອັດສະຈັນ​ອີກ​ຢ່າງ​ນຶ່ງ. ພະອົງ​ກ່າວ​ວ່າ: ‘ຈົ່ງ​ເອົາ​ມື​ຂອງ​ເຈົ້າ​ສອດ​ເຂົ້າ​ໄປ​ໃນ​ເສື້ອ​ຂອງ​ເຈົ້າ,’ ໂມເຊ​ກໍ່​ໄດ້​ເຮັດ​ຕາມ ແລະ​ເມື່ອ​ຊັກ​ເອົາ​ມື​ອອກ ມື​ນັ້ນ​ຂາວ​ຄື​ກັບ​ຫິມະ! ມື​ນັ້ນ​ເບິ່ງ​ຄື​ກັບ​ວ່າ​ມີ​ພະຍາດ​ອັນ​ຮ້າຍແຮງ​ທີ່​ຮຽກ​ກັນ​ວ່າ​ຂີ້ທູດ. ຕໍ່​ໄປ​ພະ​ເຢໂຫວາ​ປະທານ​ອຳນາດ​ໃຫ້​ໂມເຊ​ທີ່​ຈະ​ເຮັດ​ການ​ອັດສະຈັນ​ອັນ​ທີ​ສາມ. ໃນ​ທີ່​ສຸດ​ພະອົງ​ກ່າວ​ວ່າ: ‘ເມື່ອ​ເຈົ້າ​ຈະ​ເຮັດ​ການ​ອັດສະຈັນ​ເຫຼົ່າ​ນີ້​ຊົນຊາດ​ຍິດສະລາເອນ​ຈະ​ເຊື່ອ​ວ່າ​ເຮົາ​ໄດ້​ໃຊ້​ເຈົ້າ​ມາ.’

ຫຼັງ​ຈາກ​ນັ້ນ​ໂມເຊ​ໄດ້​ກັບ​ບ້ານ​ແລະ​ບອກ​ເຢດໂລ​ວ່າ: ‘ຂໍ​ໃຫ້​ຂ້າພະເຈົ້າ​ກັບ​ໄປ​ຫາ​ຍາດ​ພີ່​ນ້ອງ​ໃນ​ອີຢີບ ເພື່ອ​ຈະ​ໄດ້​ຮູ້​ວ່າ​ພວກ​ເຂົາ​ເປັນ​ຢ່າງ​ໃດ.’ ດັ່ງ​ນັ້ນ​ເຢດໂລ​ກໍ່​ອຳລາ​ຕໍ່​ໂມເຊ ແລະ​ໂມເຊ​ເລີ່ມ​ເດີນ​ທາງ​ກັບ​ໄປ​ອີຢີບ.

ອຸປະຍົກໜີ 3:​1-22; 4:​1-20.