ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໂມເຊແລະອາໂລນເຂົ້າເຝົ້າຟາໂລ

ໂມເຊແລະອາໂລນເຂົ້າເຝົ້າຟາໂລ

ບົດ 31

ໂມເຊ​ແລະ​ອາໂລນ​ເຂົ້າ​ເຝົ້າ​ຟາໂລ

ເມື່ອ​ໂມເຊ​ກັບ​ໄປ​ອີຢີບ ເພິ່ນ​ໄດ້​ເລົ່າ​ໃຫ້​ອາໂລນ​ອ້າຍ​ຟັງ​ເຖິງ​ການ​ອັດສະຈັນ​ທັງ​ໝົດ​ນັ້ນ. ແລະ​ເມື່ອ​ໂມເຊ​ແລະ​ອາໂລນ​ໄດ້​ສະແດງ​ການ​ອັດສະຈັນ​ເຫຼົ່າ​ນີ້​ໃຫ້​ຊົນ​ຍິດສະລາເອນ​ເຫັນ ຜູ້​ຄົນ​ທັງ​ປວງ​ໄດ້​ເຊື່ອ​ວ່າ​ພະ​ເຢໂຫວາ​ສະຖິດ​ຢູ່​ກັບ​ທ່ານ​ທັງ​ສອງ.

ແລ້ວ​ໂມເຊ​ແລະ​ອາໂລນ​ເຂົ້າ​ເຝົ້າ​ຟາໂລ. ພວກ​ເຂົາ​ທູນ​ວ່າ: ‘ພະ​ເຢໂຫວາ​ພະເຈົ້າ​ແຫ່ງ​ຊົນ​ຍິດສະລາເອນ​ກ່າວ​ວ່າ: “ຈົ່ງ​ປ່ອຍ​ໃຫ້​ປະຊາຊົນ​ຂອງ​ເຮົາ​ອອກ​ໄປ​ສາມ​ມື້ ເພື່ອ​ເຂົາ​ຈະ​ສາມາດ​ນະມັດສະການ​ເຮົາ​ໄດ້​ໃນ​ປ່າ.” ແຕ່​ຟາໂລ​ຕອບ​ວ່າ: ‘ເຮົາ​ບໍ່​ເຊື່ອ​ໃນ​ພະ​ເຢໂຫວາ. ແລະ​ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ຊົນ​ຍິດສະລາເອນ​ໄປ.’

ຟາໂລ​ຮູ້ສຶກ​ໂກດ ເພາະ​ປະຊາຊົນ​ຕ້ອງການ​ຢຸດ​ງານ​ເພື່ອ​ໄປ​ນະມັດສະການ​ພະ​ເຢໂຫວາ. ດັ່ງ​ນັ້ນ​ຈຶ່ງ​ບັງຄັບ​ໃຫ້​ພວກ​ເຂົາ​ເຮັດ​ວຽກ​ໜັກ​ກວ່າ​ອີກ. ພວກ​ຍິດສະລາເອນ​ໄດ້​ກ່າວ​ໂທດ​ໃຫ້​ແກ່​ໂມເຊ ເພາະ​ພວກ​ເຂົາ​ຖືກ​ບີບ​ບັງຄັບ​ຢ່າງ​ຮ້າຍແຮງ ແລະ​ໂມເຊ​ກໍ່​ຮູ້ສຶກ​ເສົ້າໃຈ. ແຕ່​ພະ​ເຢໂຫວາ​ບອກ​ວ່າ​ເຂົາ​ບໍ່​ຕ້ອງ​ວິຕົກ​ເລີຍ. ພະ​ເຢໂຫວາ​ກ່າວ​ວ່າ: ‘ເຮົາ​ຈະ​ເຮັດ​ໃຫ້​ຟາໂລ​ປ່ອຍ​ຜູ້​ຄົນ​ຂອງ​ເຮົາ​ໄປ.’

ໂມເຊ​ແລະ​ອາໂລນ​ໄປ​ເຝົ້າ​ຟາໂລ​ອີກ. ຄັ້ງ​ນີ້​ເຂົາ​ໄດ້​ເຮັດ​ການ​ອັດສະຈັນ. ອາໂລນ​ໂຍນ​ຖິ້ມ​ໄມ້​ເທົ້າ​ຂອງ​ເຂົາ​ລົງ ແລະ​ໄມ້​ເທົ້າ​ກາຍ​ເປັນ​ງູ​ໃຫຍ່. ແຕ່​ພວກ​ຄົນ​ສະຫຼາດ​ໝໍ​ວິຊາ​ອາຄົມ​ໄດ້​ໂຍນ​ຖິ້ມ​ໄມ້​ເທົ້າ​ລົງ ແລະ​ງູ​ກໍ່​ໄດ້​ປາກົດ​ຂຶ້ນ. ແຕ່​ເບິ່ງ​ກ່ອນ! ງູ​ຂອງ​ອາໂລນ​ພວມ​ກິນ​ງູ​ຂອງ​ພວກ​ຄົນ​ສະຫຼາດ. ຟາໂລ​ກໍ່​ບໍ່​ອະນຸຍາດ​ໃຫ້​ປ່ອຍ​ຊົນ​ຍິດສະລາເອນ​ໄປ.

ຕອນ​ນີ້​ເຖິງ​ເວລາ​ແລ້ວ​ທີ່​ພະ​ເຢໂຫວາ​ຈະ​ສອນ​ບົດຮຽນ​ໃຫ້​ແກ່​ຟາໂລ. ເຈົ້າ​ຮູ້​ບໍ​ວ່າ​ພະ​ເຢໂຫວາ​ໄດ້​ເຮັດ​ແນວ​ໃດ? ໂດຍ​ໄດ້​ນຳ​ເອົາ​ໄພ​ພິບັດ​ຫຼື​ໄພ​ລົບ​ກວນ​ໃຫຍ່​ຫຼວງ 10 ປະການ​ມາ​ເທິງ​ອີຢີບ.

ພາຍ​ຫຼັງ​ໄພ​ພິບັດ​ຫຼາຍ​ປະການ​ແລ້ວ ຟາໂລ​ໄດ້​ສົ່ງ​ຄົນ​ໄປ​ເອີ້ນ​ໂມເຊ​ມາ​ຫາ​ແລະ​ກ່າວ​ວ່າ: ‘ຈົ່ງ​ໃຫ້​ໄພ​ພິບັດ​ຢຸດ​ເຖີດ ແລະ​ເຮົາ​ຈະ​ປ່ອຍ​ຊົນ​ຍິດສະລາເອນ​ໄປ.’ ແຕ່​ເມື່ອ​ໄພ​ພິບັດ​ໄດ້​ຢຸດ​ແລ້ວ ຟາໂລ​ກໍ່​ປ່ຽນ​ໃຈ​ຂອງ​ຕົນ. ເຂົາ​ບໍ່​ຍອມ​ໃຫ້​ຜູ້​ຄົນ​ໄປ. ແຕ່​ໃນ​ທີ່​ສຸດ ຫຼັງ​ຈາກ​ໄພ​ພິບັດ​ປະການ​ທີ 10 ຟາໂລ​ຈຶ່ງ​ສັ່ງ​ໃຫ້​ຊົນ​ຍິດສະລາເອນ​ອອກ​ໄປ.

ເຈົ້າ​ຮູ້​ຈັກ​ໄພ​ພິບັດ 10 ປະການ​ແຕ່​ລະ​ຢ່າງ​ບໍ? ຈົ່ງ​ພິກ​ເບິ່ງ​ໜ້າ​ຕໍ່​ໄປ​ແລະ​ຮຽນ​ເຖິງ​ໄພ​ພິບັດ​ເຫຼົ່າ​ນັ້ນ.

ອຸປະຍົກໜີ 4:27-31; 5:1-23; 6:1-13, 26-30; 7:1-13.