ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໄພພິບັດ 10 ປະການ

ໄພພິບັດ 10 ປະການ

ບົດ 32

ໄພ​ພິບັດ 10 ປະການ

ຈົ່ງ​ເບິ່ງ​ຮູບ​ເຫຼົ່າ​ນີ້​ແດ່. ແຕ່​ລະ​ຮູບ​ສະແດງ​ເຖິງ​ໄພ​ພິບັດ​ແນວ​ນຶ່ງ​ທີ່​ພະ​ເຢໂຫວາ​ໄດ້​ນຳ​ມາ​ເທິງ​ອີຢີບ. ໃນ​ຮູບ​ທຳອິດ​ເຈົ້າ​ຈະ​ເຫັນ​ອາໂລນ​ພວມ​ເອົາ​ໄມ້​ເທົ້າ​ຂອງ​ຕົນ​ຟາດ​ນ້ຳ​ໃນ​ແມ່ນ້ຳ​ນີນ. ເມື່ອ​ລາວ​ຟາດ​ລົງ​ໄປ​ນ້ຳ​ນັ້ນ​ກາຍ​ເປັນ​ເລືອດ. ປາ​ຕາຍ​ໝົດ​ແລະ​ແມ່ນ້ຳ​ເລີ່ມ​ມີ​ກິ່ນ​ເໝັນ.

ຕໍ່​ໄປ ພະ​ເຢໂຫວາ​ບັນດານ​ໃຫ້​ຝູງ​ກົບ​ຂຶ້ນ​ມາ​ຈາກ​ແມ່ນ້ຳ​ນີນ. ກົບ​ມີ​ຢູ່​ທົ່ວ​ໄປ—ໃນ​ເຕົາ​ອົບ ໃນ​ຖາດ ໃນ​ທີ່​ນອນ​ຂອງ​ປະຊາຊົນ—ມັນ​ເຂົ້າ​ໄປ⁠ທຸກ​ຫົນ​ທຸກ​ແຫ່ງ. ຄັນ​ຝູງ​ກົບ​ຕາຍ​ແລ້ວ​ຊາວ​ອີຢີບ​ເກັບ⁠ຊາກ​ກົບ​ໄດ້​ເປັນ​ກອງ​ໃຫຍ່ໆ ແລະ​ແຜ່ນດິນ​ກໍ່​ເໝັນ​ທົ່ວ​ໄປ.

ຄັນ​ແລ້ວ​ອາໂລນ​ເອົາ​ໄມ້​ເທົ້າ​ຂອງ​ເພິ່ນ​ຕີ​ລົງ​ທີ່​ພື້ນ​ດິນ​ແລະ​ຂີ້ຝຸ່ນ​ດິນ​ກໍ່​ກາຍ​ເປັນ​ຝູງ​ຮີ້ນ. ຮີ້ນ​ຄື​ແມງ​ນ້ອຍໆຊຶ່ງ​ມີ​ປີກ​ບິນ​ໄດ້​ແລະ​ກັດ​ດ້ວຍ. ຝູງ​ຮີ້ນ​ຄື​ໄພ​ພິບັດ​ທີ​ສາມ​ມາ​ເທິງ​ອີຢີບ.

ໄພ​ພິບັດ​ທີ່​ຍັງ​ເຫຼືອ​ນັ້ນ​ເຮັດ​ອັນຕະລາຍ​ແກ່​ຊາວ​ອີຢີບ​ທໍ່​ນັ້ນ ບໍ່​ທຳ​ອັນຕະລາຍ​ແກ່​ຊົນ​ຍິດສະລາເອນ. ໄພ​ພິບັດ​ທີ​ສີ່​ຄື​ຝູງ​ເຫຼືອກ​ຊຶ່ງ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຊາວ​ອີຢີບ​ທຸກ​ຄົນ. ໄພ​ພິບັດ​ທີ​ຫ້າ​ໄດ້​ຖືກ​ຝູງ​ສັດ. ສັດ​ລ້ຽງ​ເຊັ່ນ​ງົວ​ຄວາຍ ຝູງ​ແກະ​ແລະ​ຝູງ​ແພະ​ຂອງ​ຊາວ​ອີຢີບ​ກໍ່​ຕາຍ​ຈຳນວນ​ຫຼວງ​ຫຼາຍ.

ຄັນ​ແລ້ວ ໂມເຊ​ແລະ​ອາໂລນ​ເອົາ​ຂີ້​ເທົ່າ​ໄຟ​ຊັດ​ຂຶ້ນ​ໄປ​ໃນ​ອາກາດ. ຂີ້​ເທົ່າ​ໄຟ​ນັ້ນ​ກໍ່​ໃຫ້​ເກີດ​ຝີ⁠ຮ້າຍ​ຂຶ້ນ​ມາ​ເທິງ​ຕົວ​ຄົນ​ແລະ​ສັດ​ດ້ວຍ. ນີ້​ຄື​ໄພ​ພິບັດ​ທີ​ຫົກ.

ຫຼັງ​ຈາກ​ນັ້ນ​ໂມເຊ​ຍົກ​ມື​ຂອງ​ເຂົາ​ຂຶ້ນ​ໄປ​ທີ່​ທ້ອງຟ້າ ແລະ​ພະ​ເຢໂຫວາ​ບັນດານ​ໃຫ້​ມີ​ຟ້າ​ຮ້ອງ​ພ້ອມ​ດ້ວຍ​ໝາກ​ເຫັບ. ເປັນ​ພາຍຸ​ໝາກ​ເຫັບ​ຮ້າຍແຮງ​ຍິ່ງ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ໃນ​ອີຢີບ.

ໄພ​ພິບັດ​ທີ​ແປດ​ຄື​ຕັກແຕນ​ຝູງ​ໃຫຍ່. ບໍ່​ເຄີຍ​ມີ​ຕັກແຕນ​ຫຼວງ​ຫຼາຍ​ແບບ​ນັ້ນ​ມາ​ກ່ອນ​ຫຼື​ພາຍ​ຫຼັງ​ນັ້ນ​ເລີຍ. ຝູງ​ຕັກແຕນ​ໄດ້​ກິນ​ທຸກ​ຢ່າງ​ທີ່​ໝາກ​ເຫັບ​ບໍ່​ໄດ້​ທຳລາຍ.

ໄພ​ພິບັດ​ທີ​ເກົ້າ​ຄື​ຄວາມ​ມືດ. ຄວາມ​ມືດ​ທຶບ​ປົກ​ຄຸມ​ທົ່ວ​ແຜ່ນດິນ​ເປັນ​ເວລາ​ສາມ​ມື້ ແຕ່​ຊົນ​ຍິດສະລາເອນ​ມີ​ແສງ​ສະຫວ່າງ​ໃນ​ບ່ອນ​ທີ່​ເຂົາ⁠ອາໄສ​ຢູ່.

ໃນ​ທີ່​ສຸດ ພະເຈົ້າ​ສັ່ງ​ໃຫ້​ປະຊາຊົນ​ຂອງ⁠ພະອົງ​ເອົາ​ເລືອດ​ລູກ​ແກະ​ຫຼື​ລູກ​ແພະ​ພົມ​ໄວ້​ທີ່​ເສົາ​ປະຕູ​ເຮືອນ. ຄັນ​ແລ້ວ​ທູດ​ສະຫວັນ​ຂອງ​ພະເຈົ້າ​ໄດ້​ຜ່ານ​ໄປ​ໃນ​ອີຢີບ. ທູດ​ສະຫວັນ​ບໍ່​ໄດ້​ຂ້າ​ຜູ້​ໃດ​ໃນ​ເຮືອນ​ທີ່​ເຫັນ​ມີ​ເລືອດ​ພົມ​ເສົາ​ປະຕູ​ເຮືອນ​ນັ້ນ. ແຕ່​ວ່າ​ໃນ​ເຮືອນ​ທຸກ​ຫຼັງ​ທີ່​ບໍ່​ມີ​ເລືອດ​ພົມ​ເທິງ​ເສົາ⁠ປະຕູ ທູດ​ສະຫວັນ​ໄດ້​ຂ້າ​ລູກ​ກົກ​ທັງ​ຄົນ​ແລະ​ສັດ. ນີ້​ແຫຼະ​ຄື​ໄພ​ພິບັດ​ທີ​ສິບ.

ຫຼັງ​ຈາກ​ໄພ​ພິບັດ​ສຸດ​ທ້າຍ​ນີ້ ຟາໂລ​ໃຫ້​ຊົນ​ຍິດສະລາເອນ​ອອກ​ໄປ. ປະຊາຊົນ​ຂອງ​ພະເຈົ້າ​ທຸກ​ຄົນ​ກຽມ​ພ້ອມ​ທີ່​ຈະ​ອອກ​ໄປ ແລະ​ໃນ​ຄ່ຳ​ຄືນ​ນັ້ນ​ເອງ​ພວກ​ເຂົາ​ກໍ່​ເລີ່ມ​ເດີນ​ຂະບວນ​ອອກ​ຈາກ​ອີຢີບ.

ອຸປະຍົກໜີ ບົດ 7 ເຖິງ 12.