ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຂ້າມນ້ຳທະເລແດງ

ຂ້າມນ້ຳທະເລແດງ

ບົດ 33

ຂ້າມ​ນ້ຳ​ທະເລ​ແດງ

ຈົ່ງ​ເບິ່ງ​ມີ​ຫຍັງ​ເກີດ​ຂຶ້ນ! ຄົນ​ທີ່​ຍື່ນ​ໄມ້​ເທົ້າ​ອອກ​ໄປ​ເທິງ​ທະເລ​ແດງ​ນັ້ນ​ຄື​ໂມເຊ. ຄົນ​ເຫຼົ່າ​ນັ້ນ​ທີ່​ຢູ່​ກັບ​ເຂົາ​ໂດຍ​ປອດໄພ​ນະ​ຝັ່ງ​ນີ້​ຄື​ຊົນ​ຍິດສະລາເອນ. ແຕ່​ສ່ວນ​ຟາໂລ​ແລະ​ກອງທັບ​ຂອງ​ທ່ານ​ພວມ​ຖືກ​ຈົມ​ນ້ຳ​ຕາຍ​ໃນ​ທະເລ​ໝົດ​ທຸກ​ຄົນ. ໃຫ້​ເຮົາ​ເບິ່ງ​ວ່າ​ເຫດການ​ນີ້​ເປັນ​ໄປ​ຢ່າງ​ໃດ.

ຕາມ​ທີ່​ເຮົາ​ໄດ້​ຮຽນ​ມາ​ແລ້ວ ຟາໂລ​ສັ່ງ​ໃຫ້​ຊົນ​ຍິດສະລາເອນ​ອອກ​ໄປ​ຈາກ​ອີຢີບ ພາຍ​ຫຼັງ​ທີ່​ພະເຈົ້າ​ນຳ​ໄພ​ພິບັດ​ທີ 10 ມາ​ເທິງ​ຊາວ​ອີຢີບ. ເມື່ອ​ຊົນ​ຍິດສະລາເອນ​ອອກ​ເດີນ​ທາງ​ມີ​ຜູ້​ຊາຍ​ປະມານ 600,000 ຄົນ​ພ້ອມ​ດ້ວຍ​ພວກ​ຜູ້​ຍິງ​ແລະ​ເດັກ​ນ້ອຍ​ມາກ​ຫຼາຍ. ນອກ​ຈາກ​ນີ້ ມີ​ຄົນ​ອື່ນໆອີກ​ເປັນ​ຈຳນວນ​ໃຫຍ່ ທີ່​ໄດ້​ເຂົ້າ​ມາ​ເປັນ​ຜູ້​ເຊື່ອ​ຖື​ໃນ​ພະ​ເຢໂຫວາ ໄດ້​ພາ​ກັນ​ອອກ​ໄປ​ພ້ອມ​ກັບ​ຊົນ​ຍິດສະລາເອນ. ເຂົາ​ທັງ​ປວງ​ໄດ້​ນຳ​ເອົາ​ຝູງ​ແກະ ຝູງ​ແພະ​ແລະ​ຝູງ​ງົວ​ໄປ​ດ້ວຍ.

ກ່ອນ​ອອກ​ໄປ ຊົນ​ຍິດສະລາເອນ​ໄດ້​ຂໍ​ເຄື່ອງ​ນຸ່ງ​ຫົ່ມ​ແລະ​ສິ່ງ​ຂອງ​ຕ່າງໆທີ່​ເຮັດ​ດ້ວຍ​ຄຳ​ຫຼື​ເງິນ​ຈາກ​ຊາວ​ອີຢີບ. ຄົນ​ອີຢີບ​ຢ້ານ​ຫຼາຍ ເພາະ​ເຫດ​ໄພ​ພິບັດ​ສຸດ​ທ້າຍ​ທີ່​ມາ​ເທິງ​ພວກ​ເຂົາ. ດັ່ງ​ນັ້ນ​ເຂົາ​ໃຫ້​ທຸກ​ຢ່າງ​ຕາມ​ທີ່​ພວກ​ຍິດສະລາເອນ​ໄດ້​ຂໍ.

ຫຼັງ​ຈາກ​ນັ້ນ​ບໍ່​ຫຼາຍ​ມື້​ຊົນ​ຍິດສະລາເອນ​ກໍ່​ມາ​ເຖິງ​ທະເລ​ແດງ. ພວກ​ເຂົາ​ໄດ້​ພັກ​ຢູ່​ທີ່​ນັ້ນ. ໃນ​ຊ່ວງ​ນັ້ນ ຟາໂລ​ແລະ​ຄົນ​ຂອງ​ເຂົາ​ເລີ່ມ​ຮູ້ສຶກ​ເສຍດາຍ​ທີ່​ໄດ້​ໄລ່​ພວກ​ຍິດສະລາເອນ​ໄປ. ພວກ​ເຂົາ​ກ່າວ​ວ່າ: ‘ເຮົາ​ໄດ້​ປ່ອຍ​ໃຫ້​ພວກ​ທາດ​ຂອງ​ເຮົາ​ໄປ!’

ດັ່ງ​ນັ້ນ​ຟາໂລ​ປ່ຽນ​ໃຈ​ຂອງ​ຕົນ​ອີກ​ເທື່ອ​ນຶ່ງ. ເຂົາ​ຮີບ​ເຮ່ງ​ຈັດ​ກຽມ​ລົດ​ມ້າ​ແລະ​ກອງທັບ​ຂອງ​ຕົນ​ໃຫ້​ພ້ອມ. ແລ້ວ​ເຂົາ​ກໍ່​ເລີ່ມ​ໄລ່​ຕິດ​ຕາມ​ຊົນ​ຍິດສະລາເອນ​ພ້ອມ​ກັບ​ລົດ​ມ້າ​ພິເສດ 600 ຄັນ ແລະ​ລົດ​ມ້າ​ອື່ນໆທັງ​ໝົດ​ໃນ​ອີຢີບ.

ເມື່ອ​ຊົນ​ຍິດສະລາເອນ​ເຫັນ​ຟາໂລ​ແລະ​ກອງທັບ​ຂອງ​ທ່ານ​ພວມ​ຕິດ​ຕາມ​ພວກ​ເຂົາ​ມາ ເຂົາ​ໄດ້​ຢ້ານ​ຫຼາຍ​ທີ່​ສຸດ. ເພາະ​ບໍ່​ມີ​ທາງ​ທີ່​ຈະ​ໜີ​ໄປ​ໄດ້. ທະເລ​ແດງ​ມີ​ຢູ່​ດ້ານ​ນຶ່ງ ແລະ​ພວກ​ອີຢີບ​ພວມ​ມາ​ຈາກ​ອີກ​ດ້ານ​ນຶ່ງ. ແຕ່​ພະ​ເຢໂຫວາ​ໄດ້​ຈັດ​ໃຫ້​ມີ​ເມກ​ມາ​ຢູ່​ລະຫວ່າງ​ປະຊາຊົນ​ຂອງ​ພະອົງ​ແລະ​ຊາວ​ອີຢີບ. ດັ່ງ​ນັ້ນ​ຊາວ​ອີຢີບ​ບໍ່​ສາມາດ​ເຫັນ​ຊົນ​ຍິດສະລາເອນ​ເພື່ອ​ຈະ​ໂຈມຕີ​ເຂົາ​ໄດ້.

ພະ​ເຢໂຫວາ​ໄດ້​ສັ່ງ​ໃຫ້​ໂມເຊ​ຢຽດ​ໄມ້​ເທົ້າ​ຂອງ​ເຂົາ​ອອກ​ໄປ​ເທິງ​ທະເລ​ແດງ. ເມື່ອ​ເຂົາ​ໄດ້​ເຮັດ​ຕາມ ພະ​ເຢໂຫວາ​ໄດ້​ບັນດານ​ໃຫ້​ລົມ​ອັນ​ແຮງ​ກ້າ​ພັດ​ມາ​ຈາກ​ທິດ​ຕະເວັນ​ອອກ ນ້ຳ​ທະເລ​ກໍ່​ແຍກ​ອອກ​ຈາກ​ກັນ ແລ້ວ​ນ້ຳ​ຖືກ​ສະກັດ​ກັ້ນ​ເອົາ​ໄວ້​ທັງ​ສອງ​ຂ້າງ.

ຄັນ​ແລ້ວ​ຊົນ​ຍິດສະລາເອນ​ກໍ່​ເລີ່ມ​ຍ່າງ​ຜ່ານ​ນ້ຳ​ທະເລ​ໄປ​ເທິງ​ດິນ​ແຫ້ງ. ຕ້ອງ​ໃຊ້​ເວລາ​ຫຼາຍ​ຊົ່ວ​ໂມງ​ສຳລັບ​ຊົນ​ຍິດສະລາເອນ​ຫຼາຍ​ລ້ານ​ຄົນ​ພ້ອມ​ດ້ວຍ​ສັດ​ທັງ​ຫຼາຍ​ຂອງ​ເຂົາ​ເພື່ອ​ຂ້າມ​ນ້ຳ​ທະເລ​ເຖິງ​ອີກ​ຟາກ​ນຶ່ງ​ຢ່າງ​ປອດໄພ. ໃນ​ທີ່​ສຸດ​ພວກ​ອີຢີບ​ສາມາດ​ເຫັນ​ຊົນ​ຍິດສະລາເອນ​ໄດ້​ອີກ. ທາດ​ຂອງ​ເຂົາ​ພວມ​ໜີ​ໄປ! ດັ່ງ​ນັ້ນ​ພວກ​ເຂົາ​ຈຶ່ງ​ຮີບ​ເຮ່ງ​ເຂົ້າ​ໄປ​ໃນ​ນ້ຳ​ທະເລ​ໄລ່​ຕິດ​ຕາມ​ຊົນ​ຍິດສະລາເອນ.

ເມື່ອ​ເຂົ້າ​ໄປ​ແລ້ວ ພະເຈົ້າ​ກະທຳ​ໃຫ້​ກົງ​ລົດ​ຂອງ​ເຂົາ​ຫລຸດ​ອອກ​ຈາກ​ລົດ. ຊາວ​ອີຢີບ​ເກີດ​ຄວາມ​ຢ້ານ​ກົວ​ຫຼາຍ​ແລະ​ເລີ່ມ​ສົ່ງ​ສຽງ​ຮ້ອງ​ວ່າ: ‘ພະ​ເຢໂຫວາ​ພວມ​ຕໍ່​ສູ້​ພວກ​ເຮົາ​ສຳລັບ​ຊົນ​ຍິດສະລາເອນ. ໃຫ້​ເຮົາ​ໜີ​ຈາກ​ທີ່​ນີ້!’ ແຕ່​ກໍ່​ຊ້າ​ເກີນ​ໄປ​ແລ້ວ.

ຕອນ​ນີ້​ແຫຼະ​ທີ່​ພະ​ເຢໂຫວາ​ສັ່ງ​ໃຫ້​ໂມເຊ​ຢຽດ​ໄມ້​ເທົ້າ​ອອກ​ໄປ​ເທິງ​ນ້ຳ​ທະເລ​ແດງ​ຕາມ​ທີ່​ເຈົ້າ​ເຫັນ​ໃນ​ຮູບ. ແລະ​ເມື່ອ​ໂມເຊ​ໄດ້​ເຮັດ​ຕາມ ນ້ຳ​ທີ່​ຖືກ​ສະກັດ​ກັ້ນ​ເອົາ​ໄວ້​ນັ້ນ​ກໍ່​ເລີ່ມ​ໄຫຼ​ກັບ​ມາ​ຖ້ວມ​ພວກ​ອີຢີບ​ແລະ​ລົດ​ລົບ​ຂອງ​ເຂົາ. ກອງທັບ​ທັງ​ໝົດ​ໄດ້​ຕິດ​ຕາມ​ຊົນ​ຍິດສະລາເອນ​ເຂົ້າ​ໄປ​ໃນ​ນ້ຳ​ທະເລ. ແລະ​ບໍ່​ມີ​ຜູ້​ໃດ​ໃນ​ພວກ​ອີຢີບ​ລອດ​ຊີວິດ​ອອກ​ມາ​ໄດ້!

ຜູ້​ຄົນ​ທັງ​ໝົດ​ຂອງ​ພະເຈົ້າ​ມີ​ຄວາມ​ດີໃຈ​ຢ່າງ​ຍິ່ງ​ທີ່​ໄດ້​ລອດ​ຊີວິດ! ພວກ​ຜູ້​ຊາຍ​ໄດ້​ພາ​ກັນ​ຮ້ອງ​ເພງ​ຂອບຄຸນ​ພະ​ເຢໂຫວາ​ດັ່ງ​ນີ້: ‘ພະ​ເຢໂຫວາ​ມີ​ໄຊ​ຊະນະ​ຢ່າງ​ມີ​ກຽດ​ສູງ​ສຸດ. ພະອົງ​ໄດ້​ຖິ້ມ​ມ້າ​ແລະ​ພວກ​ຂີ່​ມ້າ​ລົງ​ໃນ​ທະເລ.’ ເອື້ອຍ​ຂອງ​ໂມເຊ​ມີລິອາມ​ໄດ້​ຖື​ຕະພວມ​ຂອງ​ເຂົາ ແລະ​ຍິງ​ທັງ​ປວງ​ຕ່າງ​ກໍ່​ຖື​ຕະພວມ​ຍ່າງ​ຕາມ​ໄປ. ແລະ​ຂະນະ​ທີ່​ເຕັ້ນ​ລຳ​ໄປ​ດ້ວຍ​ຄວາມ​ຊື່ນຊົມ​ຍິນດີ ພວກ​ເຂົາ​ໄດ້​ພາ​ກັນ​ຮ້ອງ​ເພງ​ຢ່າງ​ດຽວ​ກັນ​ກັບ​ພວກ​ຜູ້​ຊາຍ​ໄດ້​ຮ້ອງ​ເພງ​ນັ້ນ​ດັ່ງ​ນີ້: ‘ພະ​ເຢໂຫວາ​ມີ​ໄຊ​ຊະນະ​ຢ່າງ​ມີ​ກຽດ​ສູງ​ສຸດ. ພະອົງ​ໄດ້​ຖິ້ມ​ມ້າ​ແລະ​ພວກ​ຂີ່​ມ້າ​ລົງ​ໃນ​ທະເລ.’

ອຸປະຍົກໜີ​ບົດ 12 ເຖິງ 15.