ອາຫານຊະນິດໃໝ່
ບົດ 34
ອາຫານຊະນິດໃໝ່
ເຈົ້າບອກໄດ້ບໍວ່າປະຊາຊົນພວມພາກັນເກັບເອົາຫຍັງຈາກພື້ນດິນ? ສິ່ງນັ້ນເປັນຄືນ້ຳຄ້າງແຂງ. ເປັນເກັດສີຂາວບາງໆ. ແຕ່ກໍ່ບໍ່ແມ່ນນ້ຳຄ້າງແຂງ ມັນເປັນບາງຢ່າງທີ່ກິນໄດ້.
ເປັນເວລາປະມານເດືອນນຶ່ງເທົ່ານັ້ນນັບຕັ້ງແຕ່ຊົນຍິດສະລາເອນອອກຈາກອີຢີບ. ພວກເຂົາຢູ່ໃນຖິ່ນກັນດານ. ທີ່ນີ້ມີອາຫານງອກຂຶ້ນນ້ອຍຫຼາຍ ແລະດັ່ງນັ້ນປະຊາຊົນຈົ່ມວ່າ: ‘ຫາກພະເຢໂຫວາໄດ້ຂ້າພວກເຮົາໃນອີຢີບກໍ່ຈະດີກວ່າ. ຢ່າງນ້ອຍທີ່ສຸດເຮົາມີອາຫານກິນທຸກຢ່າງທີ່ເຮົາຕ້ອງການ.’
ດັ່ງນັ້ນພະເຢໂຫວາບອກວ່າ: ‘ເຮົາຈະບັນດານໃຫ້ມີອາຫານຕົກມາຈາກທ້ອງຟ້າ.’ ແລະນີ້ຄືສິ່ງທີ່ພະເຢໂຫວາໄດ້ກະທຳ. ຕື່ນເຊົ້າຂຶ້ນມາເມື່ອຊົນຍິດສະລາເອນແລເຫັນມີສິ່ງສີຂາວໆລົງມາທີ່ພື້ນດິນ ເຂົາຈຶ່ງຖາມກັນວ່າ: ‘ສິ່ງນີ້ຄືຫຍັງ?’
ໂມເຊບອກເຂົາວ່າ: ‘ນີ້ຄືອາຫານທີ່ພະເຢໂຫວາໃຫ້ເຈົ້າກິນ.’ ປະຊາຊົນເອີ້ນສິ່ງນັ້ນວ່າ ມານາ. ມັນມີລົດຊາດຄ້າຍກັບເຂົ້າໜົມບາງໆທີ່ເຮັດດ້ວຍນ້ຳເຜີ້ງ.
ໂມເຊບອກປະຊາຊົນວ່າ: ‘ເຈົ້າຈົ່ງເກັບເອົາໃຫ້ພໍເທົ່າທີ່ແຕ່ລະຄົນຈະກິນໄດ້.’ ດັ່ງນັ້ນທຸກເຊົ້າພວກເຂົາກໍ່ໄດ້ເກັບເອົາຢ່າງນີ້. ຄັນເມື່ອແສງແດດຮ້ອນກ້າ ມານາທີ່ເຫຼືອເທິງພື້ນດິນກໍ່ລະລາຍໄປ.
ໂມເຊກ່າວອີກວ່າ: ‘ບໍ່ໃຫ້ຜູ້ໃດເກັບມານາໄວ້ຈົນມື້ອື່ນ.’ ແຕ່ມີບາງຄົນບໍ່ຍອມຟັງ. ເຈົ້າຮູ້ບໍວ່າມີຫຍັງເກີດຂຶ້ນ? ພໍເຖິງມື້ອື່ນເຊົ້າ ມານາທີ່ພວກເຂົາໄດ້ເກັບໄວ້ນັ້ນກໍ່ເລີ່ມບູດເໝັນແລະເຕັມໄປດ້ວຍຕົວໜອນ!
ຢ່າງໃດກໍ່ດີ ມີແຕ່ມື້ດຽວຕໍ່ສັບປະດາທີ່ພະເຢໂຫວາສັ່ງໃຫ້ປະຊາຊົນເກັບມານາໄດ້ເຖິງສອງເທົ່າ. ມື້ນັ້ນເປັນມື້ທີຫົກ. ແລະພະເຢໂຫວາບອກໃຫ້ເກັບໄວ້ຈົນເຖິງມື້ທີເຈັດ ເພາະວ່າພະອົງຈະບໍ່ດົນບັນດານໃຫ້ມານາຕົກລົງມາໃນມື້ທີເຈັດ. ເມື່ອເຂົາເກັບມານາໄວ້ຈົນເຖິງມື້ທີເຈັດ ມານານັ້ນບໍ່ໄດ້ບູດເໝັນເປັນໜອນເລີຍ! ນີ້ຄືການອັດສະຈັນອີກຢ່າງນຶ່ງ.
ຕະຫຼອດເວລາຫຼາຍປີທີ່ຊົນຍິດສະລາເອນຢູ່ໃນຖິ່ນກັນດານພະເຢໂຫວາໄດ້ລ້ຽງເຂົາດ້ວຍມານາ.
ອຸປະຍົກໜີ 16:1-36; ຈົດເຊັນບານຊີ 11:7-9; ໂຢຊວຍ 5:10-12.