ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະເຢໂຫວາປະທານກົດໝາຍຂອງພະອົງ

ພະເຢໂຫວາປະທານກົດໝາຍຂອງພະອົງ

ບົດ 35

ພະ​ເຢໂຫວາ​ປະທານ​ກົດໝາຍ​ຂອງ​ພະອົງ

ປະມານ​ສອງ​ເດືອນ​ພາຍ​ຫຼັງ​ທີ່​ເຂົາ​ອອກ​ຈາກ​ອີຢີບ ຊົນ​ຍິດສະລາເອນ​ມາ​ເຖິງ⁠ພູເຂົາ​ຊີນາອີ ຊຶ່ງ​ຖືກ​ເອີ້ນ​ອີກ​ຊື່​ນຶ່ງ​ວ່າ​ໂຫເຣບ. ນີ້​ເປັນ​ບ່ອນ​ດຽວ​ກັນ​ທີ່​ພະ​ເຢໂຫວາ​ໄດ້​ກ່າວ​ແກ່⁠ໂມເຊ​ຈາກ​ພຸ່ມ​ໄມ້​ທີ່​ມີ​ໄຟ​ລຸກ​ຢູ່. ປະຊາຊົນ​ໄດ້​ຕັ້ງ​ຄ້າຍ​ແລະ​ຢຸດ​ພັກ​ຊົ່ວ​ຄາວ​ຢູ່​ທີ່​ນີ້.

ຂະນະ​ທີ່​ຜູ້​ຄົນ​ຄອຍ​ຖ້າ​ຢູ່​ເບື້ອງ​ລຸ່ມ ໂມເຊ​ປີນ​ຂຶ້ນ​ໄປ​ເທິງ​ພູເຂົາ. ທີ່​ຍອດ​ພູເຂົາ​ນັ້ນ​ພະ​ເຢໂຫວາ​ບອກ​ໂມເຊ​ວ່າ​ພະອົງ​ປາຖະໜາ​ໃຫ້​ຊົນ​ຍິດສະລາເອນ​ເຊື່ອ​ຟັງ​ພະອົງ​ແລະ​ເປັນ​ປະຊາຊົນ​ພິເສດ​ຂອງ​ພະອົງ. ເມື່ອ​ໂມເຊ​ລົງ​ມາ ເຂົາ​ຈຶ່ງ​ບອກ​ຊົນ​ຍິດສະລາເອນ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ຕັດ. ແລະ​ປະຊາຊົນ​ກ່າວ​ວ່າ​ເຂົາ​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ ເພາະ​ວ່າ​ເຂົາ​ຕ້ອງການ​ເປັນ​ປະຊາຊົນ​ຂອງ​ພະອົງ.

ບັດ​ນີ້​ພະ​ເຢໂຫວາ​ກະທຳ​ສິ່ງ​ທີ່​ໜ້າ​ປະຫຼາດ. ພະອົງ​ເຮັດ​ໃຫ້​ຍອດ​ພູເຂົາ​ເປັນ​ຄວັນ​ໄຟ ແລະ​ກະທຳ​ໃຫ້​ມີ​ສຽງ​ຟ້າ​ຮ້ອງ​ດັງ​ສະໜັ່ນ. ພະອົງ​ຕັດ​ແກ່​ຜູ້​ຄົນ​ອີກ​ດ້ວຍ: ‘ເຮົາ​ແມ່ນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຜູ້​ໄດ້​ນຳ​ໜ້າ​ເຈົ້າ​ອອກ​ມາ​ຈາກ​ອີຢີບ.’ ຄັນ​ແລ້ວ​ພະອົງ​ບັນຊາ​ວ່າ: ‘ເຈົ້າ​ຢ່າ​ຂາບ​ໄຫວ້​ນະມັດສະການ​ພະເຈົ້າ​ອົງ​ອື່ນ​ໃດ​ນອກ​ຈາກ​ເຮົາ.’

ພະເຈົ້າ​ປະທານ​ພະ​ບັນຍັດ​ຫຼື​ກົດໝາຍ​ໃຫ້​ຊົນ​ຍິດສະລາເອນ ອີກ​ເກົ້າ​ປະການ. ຜູ້​ຄົນ​ມີ​ຄວາມ​ຢ້ານ​ກົວ​ຫຼາຍ. ເຂົາ​ບອກ​ໂມເຊ​ວ່າ: ‘ຂໍ​ໃຫ້​ທ່ານ​ເປັນ​ຜູ້​ເວົ້າ​ກັບ​ພວກ​ເຮົາ ເພາະ​ວ່າ​ເຮົາ​ຢ້ານ​ຈະ​ຕາຍ​ຖ້າ​ພະເຈົ້າ​ຕັດ​ກັບ​ພວກ​ເຮົາ.’

ພາຍ​ຫຼັງ​ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: ‘ຈົ່ງ​ຂຶ້ນ​ມາ​ຫາ​ເຮົາ​ເທິງ​ພູເຂົາ. ເຮົາ​ຈະ​ໃຫ້​ແຜ່ນ​ຫີນ​ແກ່​ເຈົ້າ​ສອງ​ແຜ່ນ​ຊຶ່ງ​ເຮົາ​ໄດ້​ຈາລຶກ​ຂໍ້​ກົດໝາຍ​ທີ່​ເຮົາ​ປາຖະໜາ​ໃຫ້​ຜູ້​ຄົນ​ປະຕິບັດ​ຕາມ.’ ດັ່ງ​ນັ້ນ​ໂມເຊ​ຈຶ່ງ​ຂຶ້ນ​ໄປ​ເທິງ​ພູເຂົາ​ອີກ. ເຂົາ​ຢູ່​ທີ່​ນັ້ນ 40 ມື້​ແລະ 40 ຄືນ.

ພະເຈົ້າ​ມີ​ຂໍ້​ກົດໝາຍ​ມາກ​ຫຼາຍ​ສຳລັບ​ຜູ້​ຄົນ​ຂອງ​ພະອົງ. ໂມເຊ​ຂຽນ​ກົດໝາຍ​ເຫຼົ່າ​ນີ້​ລົງ. ພະເຈົ້າ​ປະທານ​ແຜ່ນ​ຫີນ​ສອງ​ແຜ່ນ​ໃຫ້​ໂມເຊ​ດ້ວຍ. ເທິງ​ແຜ່ນ​ຫີນ​ເຫຼົ່າ​ນີ້ ພະເຈົ້າ​ເອງ​ໄດ້​ຂຽນ​ກົດໝາຍ 10 ປະການ​ທີ່​ພະອົງ​ໄດ້​ຕັດ​ແກ່​ຜູ້​ຄົນ. ກົດໝາຍ​ນີ້​ເອີ້ນ​ກັນ​ວ່າ​ພະ​ບັນຍັດ​ສິບ​ປະການ.

ພະ​ບັນຍັດ​ສິບ​ປະການ​ເປັນ​ກົດໝາຍ​ສຳຄັນ. ແຕ່​ກົດໝາຍ​ອື່ນໆທີ່​ພະເຈົ້າ​ປະທານ​ໃຫ້​ຊົນ​ຍິດສະລາເອນ​ກໍ່​ສຳຄັນ​ດ້ວຍ. ຂໍ້​ນຶ່ງ​ໃນ​ກົດໝາຍ​ຄື: ‘ເຈົ້າ​ຕ້ອງ​ຮັກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດ​ຫົວໃຈ​ຂອງ​ເຈົ້າ ສຸດ​ຈິດໃຈ​ຂອງ​ເຈົ້າ ສຸດ​ຈິດວິນຍານ​ຂອງ​ເຈົ້າ​ແລະ​ສຸດ​ກຳລັງ​ຂອງ​ເຈົ້າ.’ ແລະ​ອີກ​ຂໍ້​ນຶ່ງ​ຄື: ‘ເຈົ້າ​ຕ້ອງ​ຮັກ​ເພື່ອນ​ບ້ານ​ຂອງ​ເຈົ້າ​ເໝືອນ​ຮັກ​ຕົວ​ເອງ.’ ພະ​ເຍຊູ​ຄລິດ​ພະ​ບຸດ​ຂອງ​ພະເຈົ້າ​ບອກ​ວ່າ ນີ້​ແຫຼະ​ຄື​ຂໍ້​ກົດໝາຍ​ໃຫຍ່​ທີ່​ສຸດ​ສອງ​ປະການ​ທີ່​ພະ​ເຢໂຫວາ​ໃຫ້​ຊົນ​ຍິດສະລາເອນ​ປະຊາຊົນ​ຂອງ​ພະອົງ. ຕອນ​ຫຼັງໆເຮົາ​ຈະ​ຮຽນ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ກ່ຽວ​ກັບ​ພະ​ບຸດ​ຂອງ​ພະເຈົ້າ​ແລະ​ການ​ສັ່ງ​ສອນ​ຂອງ​ພະອົງ.

ອຸປະຍົກໜີ 19:1-25; 20:1-21; 24:12-18; 31:18; ພະບັນຍັດຕິທີ2 6:4-6; ລະບຽບການພວກເລວີ 19:18; ມັດທາຍ 22:36-40.