ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ລູກງົວຄຳ

ລູກງົວຄຳ

ບົດ 36

ລູກ​ງົວ​ຄຳ

ໂອ້ ໂອ້! ບັດ​ນີ້​ປະຊາຊົນ​ພວມ​ເຮັດ​ຫຍັງ​ກັນ? ພວກ​ເຂົາ​ພວມ​ໄຫວ້​ວອນ​ຕໍ່​ລູກ​ງົວ! ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ​ພາ​ກັນ​ເຮັດ​ຢ່າງ​ນີ້?

ເມື່ອ​ໂມເຊ​ຄ້າງ​ຢູ່​ເທິງ​ພູເຂົາ​ເປັນ​ເວລາ​ດົນ​ນານ ຜູ້​ຄົນ​ພາ​ກັນ​ເວົ້າ​ວ່າ: ‘ພວກ​ເຮົາ​ບໍ່​ຮູ້​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ​ແກ່​ໂມເຊ​ແລ້ວ. ດັ່ງ​ນັ້ນ​ໃຫ້​ເຮົາ​ສ້າງ​ພະເຈົ້າ​ອົງ​ນຶ່ງ​ເພື່ອ​ຈະ​ໄດ້​ນຳ​ພວກ​ເຮົາ​ອອກ​ຈາກ​ແຜ່ນດິນ​ນີ້.’

ອາໂລນ​ອ້າຍ​ຂອງ​ໂມເຊ​ຈຶ່ງ​ກ່າວ​ວ່າ: ‘ຕົກ​ລົງ ຈົ່ງ​ປົດ​ຕ້າງຫູ​ຄຳ​ຂອງ​ເຈົ້າ​ອອກ ແລ້ວ​ຈົ່ງ​ນຳ​ມາ​ໃຫ້​ເຮົາ.’ ເມື່ອ​ຜູ້​ຄົນ​ນຳ​ມາ​ແລ້ວ ອາໂລນ​ກໍ່​ເອົາ​ຕ້າງຫູ​ນັ້ນ​ມາ​ຫຼອມ​ເຮັດ​ເປັນ​ຮູບ​ລູກ​ງົວ​ຄຳ. ແລະ​ຜູ້​ຄົນ​ພາ​ກັນ​ກ່າວ​ວ່າ: ‘ນີ້​ຄື​ພະເຈົ້າ​ຂອງ​ເຮົາ ຜູ້​ໄດ້​ນຳ​ພວກ​ເຮົາ​ອອກ​ຈາກ​ອີຢີບ!’ ຄັນ​ແລ້ວ​ຊົນ​ຍິດສະລາເອນ​ກໍ່​ພາ​ກັນ​ຈັດ​ງານ​ກິນ​ລ້ຽງ​ໃຫຍ່​ທັງ​ມີ​ການ​ມ່ວນ​ຊື່ນ ແລະ​ຂາບ​ໄຫວ້​ນະມັດສະການ​ຮູບ​ລູກ​ງົວ​ຄຳ​ນັ້ນ.

ເມື່ອ​ພະ​ເຢໂຫວາ​ເຫັນ​ເຫດການ​ນີ້ ພະອົງ​ກໍ່​ຮູ້ສຶກ​ຄຽດ​ຫຼາຍ. ດັ່ງ​ນັ້ນ​ພະອົງ​ຈຶ່ງ​ກ່າວ​ແກ່⁠ໂມເຊ​ວ່າ: ‘ຈົ່ງ​ຮີບ​ລົງ​ໄປ​ເຖີດ. ຜູ້​ຄົນ​ພວມ​ເຮັດ​ການ​ຊົ່ວ​ຮ້າຍ​ຢ່າງ​ຍິ່ງ. ພວກ​ເຂົາ​ລືມ​ກົດໝາຍ⁠ຂອງ​ເຮົາ​ແລ້ວ​ແລະ​ພວມ​ນ້ອມ​ຕົວ​ລົງ​ຂາບ​ໄຫວ້​ຮູບ​ລູກ​ງົວ​ຄຳ​ຢູ່.’

ໂມເຊ​ຮີບ​ເຮ່ງ​ລົງ​ຈາກ​ພູເຂົາ. ແລະ​ເມື່ອ​ເຂົາ​ເຂົ້າ​ມາ​ໃກ້ ນີ້​ແຫຼະ​ຄື​ສິ່ງ​ທີ່​ເຂົາ​ເຫັນ. ຜູ້​ຄົນ​ພວມ​ຮ້ອງ​ເພງ​ແລະ​ເຕັ້ນ​ລຳ​ອ້ອມ​ລ້ອມ​ຮູບ​ລູກ​ງົວ​ຄຳ! ໂມເຊ​ຮູ້ສຶກ​ໂກດ​ແຄ້ນ​ຫຼາຍ​ທີ່​ສຸດ​ຈົນ​ເຖິງ​ເຂົາ​ຖິ້ມ​ແຜ່ນ​ຫີນ​ສອງ​ແຜ່ນ​ທີ່​ຈາລຶກ​ກົດໝາຍ​ຕ່າງໆລົງ ແລະ​ແຜ່ນ​ຫີນ​ນັ້ນ​ໄດ້​ແຕກ​ເປັນ​ຫຼາຍໆສ່ຽງ. ເຂົາ​ຈຶ່ງ​ເອົາ​ຮູບ​ລູກ​ງົວ​ຄຳ​ນັ້ນ​ໄປ​ຫຼອມ. ແລ້ວ​ເຂົາ​ບົດ​ມັນ​ໃຫ້​ເປັນ​ຜົງ.

ປະຊາຊົນ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ແທ້ໆ. ດັ່ງ​ນັ້ນ​ໂມເຊ​ຈຶ່ງ​ບອກ​ໃຫ້​ຜູ້​ຊາຍ​ບາງ​ຄົນ​ຖື​ດາບ​ຂອງ​ຕົນ ແລະ​ກ່າວ​ວ່າ: ‘ປະຊາຊົນ​ຊົ່ວ​ຮ້າຍ​ທີ່​ນະມັດສະການ​ຮູບ​ລູກ​ງົວ​ຄຳ​ຕ້ອງ​ຕາຍ.’ ແລະ​ດັ່ງ​ນັ້ນ​ພວກ​ເຂົາ​ໄດ້​ຂ້າ​ເຖິງ 3,000 ຄົນ! ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຕ້ອງ​ລະ​ມັດ​ລະວັງ​ຂາບ​ໄຫວ້​ນະມັດສະການ​ພະ​ເຢໂຫວາ​ແຕ່​ອົງ​ດຽວ​ເທົ່າ​ນັ້ນ ແລະ​ບໍ່​ແມ່ນ​ນະມັດສະການ​ພະເຈົ້າ​ປອມ​ອົງ​ໃດ​ເລີຍ ແມ່ນ​ບໍ?

ອຸປະຍົກໜີ 32:1-35.