ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ກະໂຈມສຳລັບການນະມັດສະການ

ກະໂຈມສຳລັບການນະມັດສະການ

ບົດ 37

ກະໂຈມ​ສຳລັບ​ການ​ນະມັດສະການ

ເຈົ້າ​ຮູ້​ບໍ​ວ່າ​ສິ່ງ​ກໍ່​ສ້າງ​ນີ້​ຄື​ຫຍັງ? ຄື​ກະໂຈມ​ພິເສດ​ສຳລັບ​ການ​ນະມັດສະການ​ພະ​ເຢໂຫວາ. ເອີ້ນ​ອີກ​ວ່າ​ຈຳ​ໜັກ​ອາໄສ. ປະຊາຊົນ​ໄດ້​ສ້າງ​ກະໂຈມ​ນີ້​ສຳເລັດ​ພາຍ​ຫຼັງ​ທີ່​ອອກ​ຈາກ​ອີຢີບ​ນຶ່ງ​ປີ. ເຈົ້າ​ຮູ້​ບໍ​ວ່າ​ການ​ສ້າງ​ກະໂຈມ​ຫຼື​ຈຳ​ໜັກ​ອາໄສ​ນີ້​ເປັນ​ຄວາມ​ຄິດ​ຂອງ​ຜູ້​ໃດ?

ເປັນ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ. ຂະນະ​ໂມເຊ​ຢູ່​ເທິງ​ພູເຂົາ​ຊີນາອີ ພະ​ເຢໂຫວາ​ຕັດ​ກັບ​ໂມເຊ​ເຖິງ​ວິທີ​ສ້າງ​ກະໂຈມ​ນີ້. ພະອົງ​ບອກ​ໃຫ້​ສ້າງ​ກະໂຈມ​ນີ້​ແບບ​ທີ່​ຈະ​ມ້າງ​ສ່ວນ​ຕ່າງໆອອກ​ໄດ້​ງ່າຍ. ໂດຍ​ວິທີ​ນີ້​ຈຶ່ງ​ຈະ​ຂົນ​ເອົາ​ສ່ວນ​ຕ່າງໆໄປ​ຍັງ​ທີ່​ອື່ນ ແລ້ວ​ກໍ່​ເອົາ​ມາ​ປະກອບ​ເຂົ້າ​ກັນ​ອີກ​ໄດ້. ດັ່ງ​ນັ້ນ​ເມື່ອ​ຊົນ​ຍິດສະລາເອນ​ຍ້າຍ​ຈາກ​ທີ່​ນຶ່ງ​ໄປ​ຍັງ​ອີກ​ທີ່​ນຶ່ງ​ໃນ​ປ່າ​ທຸລະກັນດານ ເຂົາ​ໄດ້​ຂົນ​ກະໂຈມ​ນີ້​ໄປ​ນຳ.

ຫາກ​ເຈົ້າ​ຈະ​ເບິ່ງ​ເຂົ້າ​ໄປ​ໃນ​ຫ້ອງ​ຊຶ່ງ​ຢູ່​ຕອນ​ທ້າຍ​ຂອງ​ກະໂຈມ ເຈົ້າ​ຈະ​ເຫັນ​ຫີບ​ໜ່ວຍ​ນຶ່ງ. ຫີບ​ໜ່ວຍ​ນີ້​ເອີ້ນ​ວ່າ​ຫີບ​ແຫ່ງ​ຄຳ​ສັນຍາ. ຫີບ​ໜ່ວຍ​ນີ້​ມີ​ຮູບ​ທູດ​ສະຫວັນ​ສອງ​ອົງ​ຫຼື​ຮູບ​ຄະຣູບິມ​ສ້າງ​ດ້ວຍ​ຄຳ ຕັ້ງ​ຢູ່​ເທິງ​ປາຍ​ຫີບ​ຂ້າງ​ລະ​ຮູບ. ພະເຈົ້າ​ຈາລຶກ​ພະ​ບັນຍັດ​ສິບ​ປະການ​ເທິງ​ແຜ່ນ​ຫີນ​ສອງ​ແຜ່ນ​ອີກ​ເທື່ອ​ນຶ່ງ ເພາະ​ວ່າ​ສອງ​ແຜ່ນ​ທຳອິດ​ນັ້ນ​ໂມເຊ​ເຮັດ​ໃຫ້​ແຕກ. ແລະ​ແຜ່ນ​ຫີນ​ເຫຼົ່າ​ນີ້​ເກັບ​ໄວ້​ໃນ​ຫີບ​ແຫ່ງ​ຄຳ​ສັນຍາ. ໂຖ​ທີ່​ມີ​ມານາ​ກໍ່​ເກັບ​ໄວ້​ໃນ​ຫີບ​ດ້ວຍ. ເຈົ້າ​ຈື່​ໄດ້​ບໍ​ມານາ​ຄື​ຫຍັງ?

ອາໂລນ​ອ້າຍ​ຂອງ​ໂມເຊ​ເປັນ​ຜູ້​ທີ່​ພະ​ເຢໂຫວາ​ເລືອກ​ໃຫ້​ເປັນ​ມະຫາ​ປະໂລຫິດ. ເຂົາ​ນຳ​ປະຊາຊົນ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ. ແລະ​ພວກ​ລູກ​ຊາຍ​ຂອງ​ເຂົາ​ກໍ່​ເປັນ​ປະໂລຫິດ​ດ້ວຍ.

ບັດ​ນີ້​ຈົ່ງ​ເບິ່ງ​ໄປ​ທີ່​ຫ້ອງ​ໃຫຍ່​ກວ່າ​ໃນ​ກະໂຈມ. ຫ້ອງ​ນີ້​ໃຫຍ່​ກວ່າ​ຫ້ອງ​ນ້ອຍ​ຕັ້ງ​ສອງ​ເທົ່າ. ເຈົ້າ​ເຫັນ​ຫີບ​ນ້ອຍ​ທີ່​ມີ​ຄວັນ​ພຸ່ງ​ຂຶ້ນ​ບໍ? ນີ້​ຄື​ແທ່ນ​ບູຊາ​ອັນ​ເປັນ​ທີ່​ຊຶ່ງ​ປະໂລຫິດ​ເຜົາ​ເຄື່ອງ​ຫອມ. ແລ້ວ​ກໍ່​ມີ​ຕະກຽງ​ຕັ້ງ​ຊຶ່ງ​ມີ​ໂຄມ​ໄຟ​ເຈັດ​ດວງ. ແລະ​ສິ່ງ​ທີ​ສາມ​ໃນ​ຫ້ອງ​ນັ້ນ​ກໍ່​ຄື​ໂຕ໊ະ​ໜ່ວຍ​ນຶ່ງ. ມີ​ເຂົ້າຈີ່ 12 ກ້ອນ​ໄວ້​ເທິງ​ໂຕ໊ະ​ນັ້ນ.

ທີ່​ລານ​ໜ້າ​ຈຳ​ໜັກ​ອາໄສ​ມີ​ຊາມ​ຫຼື​ອ່າງ​ໃຫຍ່​ທີ່​ມີ​ນ້ຳ​ເຕັມ​ໃບ​ນຶ່ງ. ພວກ​ປະໂລຫິດ​ໃຊ້​ສຳລັບ​ຊຳລະ​ລ້າງ. ຍັງ​ມີ​ແທ່ນ​ບູຊາ​ໃຫຍ່​ອີກ​ດ້ວຍ. ນະ​ທີ່​ນີ້​ສັດ​ທີ່​ຂ້າ​ແລ້ວ​ເອົາ​ມາ​ເຜົາ​ເປັນ​ເຄື່ອງ​ບູຊາ​ຖວາຍ​ແດ່​ພະ​ເຢໂຫວາ. ຈຳ​ໜັກ​ອາໄສ​ຫຼື​ກະໂຈມ​ຕັ້ງ​ຢູ່​ກົງ​ກາງ​ຄ້າຍ​ທີ່​ພັກ ແລະ​ຊົນ​ຍິດສະລາເອນ​ອາໄສ​ຢູ່​ໃນ​ເຕັນ​ຂອງ​ຕົນ​ອ້ອມ​ຮອບ​ຈຳ​ໜັກ​ຫຼັງ​ນີ້.

ອຸປະຍົກໜີ 25:8-40; 26:1-37; 27:1-8; 28:1; 30:1-10, 17-21; 34:1, 2; ເຫບເລິ 9:1-5.