ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຜູ້ສອດແນມ 12 ຄົນ

ຜູ້ສອດແນມ 12 ຄົນ

ບົດ 38

ຜູ້​ສອດແນມ 12 ຄົນ

ເບິ່ງ​ໝາກ​ໄມ້​ທີ່​ພວກ​ຜູ້​ຊາຍ​ເຫຼົ່າ​ນີ້​ພວມ​ຫາມ​ມາ. ພວງ​ໝາກ​ອະງຸ່ນ​ເບິ່ງ​ໃຫຍ່​ແທ້ໆ. ຈົນ​ເຖິງ​ຕ້ອງ​ໃຊ້​ຜູ້​ຊາຍ​ສອງ​ຄົນ​ຫາມ​ມາ​ກັບ​ໄມ້​ຄານ. ແລະ​ເບິ່ງ​ໝາກ​ເດື່ອ​ເທດ​ແລະ​ໝາກ​ພິລາ​ຫຼື​ທັບທິມ. ໝາກ​ໄມ້​ທີ່​ສວຍ​ງາມ​ນີ້​ມາ​ຈາກ​ໃສ? ມາ​ຈາກ​ແຜ່ນດິນ​ການາອານ. ຢ່າ​ລືມ​ວ່າ​ອັບລາຫາມ ອີຊາກ​ແລະ​ຍາໂຄບ​ເຄີຍ​ອາໄສ​ຢູ່​ແຜ່ນດິນ​ການາອານ​ມາ​ແລ້ວ​ຄັ້ງ​ນຶ່ງ. ແຕ່​ເພາະ​ມີ​ຄວາມ​ອຶດຢາກ​ອາຫານ​ຢູ່​ທີ່​ນັ້ນ​ຍາໂຄບ​ພ້ອມ​ດ້ວຍ​ຄອບຄົວ​ຈຶ່ງ​ໄດ້​ຍ້າຍ​ໄປ​ຢູ່​ອີຢີບ. ບັດ​ນີ້​ປະມານ 216 ປີ​ຕໍ່​ມາ ໂມເຊ​ນຳ​ຊົນ​ຍິດສະລາເອນ​ກັບ​ໄປ​ຍັງ​ການາອານ. ເຂົາ​ໄດ້​ມາ​ເຖິງ​ປ່າ​ທຸລະກັນດານ​ທີ່​ມີ​ຊື່​ວ່າ​ກາເດເຊ.

ຄົນ​ທີ່​ອາໄສ​ໃນ​ແຜ່ນດິນ​ການາອານ​ກໍ່​ເປັນ​ຄົນ​ຊົ່ວ​ຮ້າຍ. ດັ່ງ​ນັ້ນ​ໂມເຊ​ຈຶ່ງ​ສົ່ງ​ຄົນ​ສອດແນມ 12 ຄົນ​ອອກ​ໄປ​ແລະ​ບອກ​ເຂົາ​ວ່າ: ‘ຈົ່ງ​ໄປ​ສືບ​ເບິ່ງ​ວ່າ​ມີ​ຜູ້​ຄົນ​ຢູ່​ທີ່​ນັ້ນ​ຫຼາຍ​ທໍ່​ໃດ ແລະ​ມີ​ກຳລັງ​ແຂງແຮງ​ບໍ. ໃຫ້​ເບິ່ງ​ວ່າ​ແຜ່ນດິນ​ດີ​ສຳລັບ​ການ​ເພາະ​ປູກ​ບໍ. ແລະ​ຢ່າ​ລືມ​ເອົາ​ໝາກ​ໄມ້​ມາ​ນຳ​ດ້ວຍ.’

ເມື່ອ​ພວກ​ສອດແນມ​ກັບ​ມາ​ເຖິງ​ກາເດເຊ ເຂົາ​ເລົ່າ​ໃຫ້​ໂມເຊ​ຟັງ​ວ່າ: ‘ການາອານ​ເປັນ​ປະເທດ​ທີ່​ດີ​ແທ້ໆ.’ ແລະ​ເພື່ອ​ພິສູດ​ຂໍ້​ນີ້ ເຂົາ​ສະແດງ​ໃຫ້​ໂມເຊ​ເບິ່ງ​ໝາກ​ໄມ້​ບາງ​ແນວ. ແຕ່​ພວກ​ສອດແນມ 10 ຄົນ​ກ່າວ​ວ່າ: ‘ຜູ້​ຄົນ​ຢູ່​ທີ່​ນັ້ນ​ມີ​ຮູບ​ຮ່າງ​ໃຫຍ່​ສູງ​ແລະ​ແຂງແຮງ. ຖ້າ​ພວກ​ເຮົາ​ຈະ​ພະຍາຍາມ​ຍຶດ​ເອົາ​ແຜ່ນດິນ​ນັ້ນ​ເຮົາ​ຈະ​ຖືກ​ຂ້າ​ຕາຍ​ແນ່.’

ເມື່ອ​ຊົນ​ຍິດສະລາເອນ​ໄດ້​ຍິນ​ເລື່ອງ​ນີ້​ເຂົາ​ມີ​ຄວາມ​ຢ້ານ​ແລະ​ກ່າວ​ວ່າ: ‘ຖ້າ​ວ່າ​ຕາຍ​ໃນ​ອີຢີບ​ຫຼື​ແມ່ນ​ແຕ່​ຕາຍ​ໃນ​ປ່າ​ທຸລະກັນດານ​ກໍ່​ຄົງ​ຈະ​ດີ​ກວ່າ​ນີ້. ພວກ​ເຮົາ​ຈະ​ຖືກ​ຂ້າ​ຕາຍ​ໃນ​ການ​ສູ້​ຮົບ ແລ້ວ​ເມຍ​ແລະ​ລູກໆຂອງ​ເຮົາ​ກໍ່​ຈະ​ຖືກ​ຈັບ​ເປັນ​ຊະເລີຍ. ໃຫ້​ເຮົາ​ເລືອກ​ຜູ້​ນຳ​ຄົນ​ໃໝ່​ແທນ​ໂມເຊ ແລະ​ກັບ​ຄືນ​ໄປ​ຍັງ​ອີຢີບ!’

ແຕ່​ມີ​ຜູ້​ສອດແນມ​ສອງ​ຄົນ​ວາງໃຈ​ໃນ​ພະ​ເຢໂຫວາ ແລະ​ພະຍາຍາມ​ເຮັດ​ໃຫ້​ຜູ້​ຄົນ​ສະຫງົບ​ລົງ. ເຂົາ​ມີ​ຊື່​ວ່າ​ໂຢຊວຍ​ແລະ​ກາເລບ. ເຂົາ​ກ່າວ​ວ່າ: ‘ຢ່າ​ຊູ່​ຢ້ານ​ເລີຍ. ພະ​ເຢໂຫວາ​ສະຖິດ​ຢູ່​ກັບ​ພວກ​ເຮົາ. ຈະ​ເປັນ​ການ​ງ່າຍ​ທີ່​ຈະ​ຍຶດ​ເອົາ​ແຜ່ນດິນ​ນັ້ນ.’ ແຕ່​ຜູ້​ຄົນ​ບໍ່​ຍອມ​ຟັງ. ພວກ​ເຂົາ​ເຖິງ​ກັບ​ຢາກ​ຂ້າ​ໂຢຊວຍ​ແລະ​ກາເລບ.

ທັງ​ນີ້​ຈຶ່ງ​ກະທຳ​ໃຫ້​ພະ​ເຢໂຫວາ​ຮູ້ສຶກ​ຄຽດ​ຫຼາຍ ແລະ​ພະອົງ​ຕັດ​ກັບ​ໂມເຊ​ວ່າ: ‘ໃນ​ພວກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ​ຈະ​ບໍ່​ມີ​ຄົນ​ໃດ​ເລີຍ​ທີ່​ຈະ​ໄດ້​ເຂົ້າ​ໄປ​ແຜ່ນດິນ​ການາອານ. ພວກ​ເຂົາ​ໄດ້​ເຫັນ​ການ​ອັດສະຈັນ​ທີ່​ເຮົາ​ໄດ້​ກະທຳ​ໃນ​ອີຢີບ​ແລະ​ໃນ​ປ່າ​ທຸລະກັນດານ​ມາ​ແລ້ວ ແຕ່​ເຖິງ​ຢ່າງ​ນັ້ນ​ພວກ​ເຂົາ​ກໍ່​ຍັງ​ບໍ່​ໄວ້​ວາງໃຈ​ໃນ​ເຮົາ. ດັ່ງ​ນັ້ນ​ເຂົາ​ຈະ​ເດີນ​ເລາະ​ລຽບ​ໄປ​ມາ​ໃນ​ປ່າ​ທຸລະກັນດານ​ນີ້​ເປັນ​ເວລາ 40 ປີ​ຈົນ​ກວ່າ​ຄົນ​ສຸດ​ທ້າຍ​ໃນ​ພວກ​ນີ້​ຈະ​ຕາຍ​ໄປ. ເວັ້ນ​ແຕ່​ໂຢຊວຍ​ແລະ​ກາເລບ​ທໍ່​ນັ້ນ​ຈະ​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ການາອານ.’

ຈົດ​ເຊັນ​ບານ​ຊີ 13:1-33; 14:1-38.