ລາຕົວນຶ່ງເວົ້າ
ບົດ 42
ລາຕົວນຶ່ງເວົ້າ
ເຈົ້າເຄີຍໄດ້ຍິນເລື່ອງລາທີ່ເວົ້າໄດ້ບໍ? ເຈົ້າອາດຕອບວ່າ: ‘ບໍ່ເຄີຍ ສັດເວົ້າບໍ່ໄດ້.’ ແຕ່ພະຄຳພີບອກກ່ຽວກັບລາຕົວນຶ່ງທີ່ໄດ້ເວົ້າ. ໃຫ້ເຮົາເບິ່ງວ່າເລື່ອງນີ້ເກີດຂຶ້ນໄດ້ຢ່າງໃດ?
ຊົນຍິດສະລາເອນຈວນຈະເຂົ້າໄປໃນແຜ່ນດິນການາອານຢູ່ແລ້ວ. ກະສັດບາລາກແຫ່ງແຜ່ນດິນໂມອາບຢ້ານຊົນຍິດສະລາເອນ. ດັ່ງນັ້ນກະສັດຈຶ່ງໄດ້ໃຊ້ຄົນໄປເອີ້ນຊາຍທີ່ສະຫຼາດຄົນນຶ່ງ ຊື່ບາລາອາມໃຫ້ມາສາບແຊ່ງຊົນຍິດສະລາເອນ. ບາລາກສັນຍາຈະໃຫ້ເງິນມາກຫຼາຍແກ່ບາລາອາມ ດັ່ງນັ້ນບາລາອາມກໍ່ຂຶ້ນຂີ່ລາຂອງຕົນແລະເລີ່ມເດີນທາງໄປຫາບາລາກ.
ພະເຢໂຫວາບໍ່ຕ້ອງການໃຫ້ບາລາອາມສາບແຊ່ງປະຊາຊົນຂອງພະອົງ. ດັ່ງນັ້ນພະອົງສົ່ງທູດສະຫວັນອົງນຶ່ງມືຖືດາບຍາວໄປຢືນຂວາງທາງບາລາອາມ. ບາລາອາມບໍ່ເຫັນທູດສະຫວັນ ແຕ່ລາເຂົາເຫັນໄດ້. ດັ່ງນັ້ນລາພະຍາຍາມຈະຫຼີກໄປຈາກທູດສະຫວັນ ແລະໃນທີ່ສຸດລາກໍ່ໝອບລົງເທິງຫົນທາງ ບາລາອາມຮູ້ສຶກຄຽດຫຼາຍ ຈຶ່ງເອົາໄມ້ຕີລາຂອງຕົນ.
ຄັນແລ້ວພະເຢໂຫວາບັນດານໃຫ້ບາລາອາມໄດ້ຍິນລາເວົ້າກັບຕົນ. ລາຖາມເຂົາວ່າ: ‘ຂ້າພະເຈົ້າໄດ້ເຮັດສິ່ງໃດແກ່ທ່ານ ທ່ານຈຶ່ງຕີຂ້າພະເຈົ້າ?’
ບາລາອາມເວົ້າວ່າ: ‘ເຈົ້າເຮັດໃຫ້ເຮົາເບິ່ງເໝືອນກັບເປັນຄົນໂງ່ ຖ້າເຮົາມີດາບເຮົາຈະຂ້າເຈົ້າ!’
ລາຖາມວ່າ: ‘ຂ້າພະເຈົ້າເຄີຍເຮັດຢ່າງນີ້ກັບທ່ານມາແຕ່ກ່ອນບໍ?’ ບາລາອາມຕອບວ່າ: ‘ບໍ່ເຄີຍ.’
ແລ້ວພະເຢໂຫວາກໍ່ໃຫ້ບາລາອາມເຫັນທູດສະຫວັນຖືດາບຢືນຢູ່ເທິງຖະໜົນ. ທູດສະຫວັນກ່າວວ່າ: ‘ເປັນຫຍັງເຈົ້າຈຶ່ງຕີລາຂອງເຈົ້າ? ເຮົາມາເພື່ອຈະກັ້ນທາງຂອງເຈົ້າ ເພາະເຈົ້າບໍ່ຄວນຈະໄປສາບແຊ່ງຊົນຍິດສະລາເອນ. ຖ້າວ່າລາຂອງເຈົ້າບໍ່ໄດ້ຫຼີກໄປຈາກເຮົາ ເຮົາກໍ່ຄົງຂ້າເຈົ້າແລ້ວ ແຕ່ເຮົາຈະບໍ່ໃຫ້ເປັນອັນຕະລາຍແກ່ລາຂອງເຈົ້າ.’
ບາລາອາມເວົ້າວ່າ: ‘ຂ້າພະເຈົ້າເຮັດບາບແລ້ວ. ຂ້າພະເຈົ້າບໍ່ຮູ້ວ່າທ່ານຢືນຢູ່ເທິງຖະໜົນ.’ ທູດສະຫວັນຍອມໃຫ້ບາລາອາມໄປ ແລະບາລາອາມກໍ່ໄປຫາບາລາກ. ເຂົາຍັງພະຍາຍາມສາບແຊ່ງຊົນຍິດສະລາເອນ ແຕ່ແທນທີ່ຈະເປັນເຊັ່ນນັ້ນ ພະເຢໂຫວາກະທຳໃຫ້ເຂົາອວຍພອນຊົນຍິດສະລາເອນເຖິງສາມເທື່ອ.