ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໂຢຊວຍກາຍເປັນຜູ້ນຳ

ໂຢຊວຍກາຍເປັນຜູ້ນຳ

ບົດ 43

ໂຢຊວຍ​ກາຍ​ເປັນ​ຜູ້​ນຳ

ໂມເຊ​ຢາກ​ຈະ​ເຂົ້າ​ໄປ​ຍັງ​ແຜ່ນດິນ​ການາອານ​ກັບ​ຊົນ​ຍິດສະລາເອນ. ດັ່ງ​ນັ້ນ​ເຂົາ​ຈຶ່ງ​ຂໍຮ້ອງ​ວ່າ: ‘ພະ​ເຢໂຫວາ ຂໍ​ໃຫ້​ຂ້າພະເຈົ້າ​ຂ້າມ​ແມ່ນ້ຳ​ຢູລະເດນ​ໄປ​ເຫັນ​ແຜ່ນດິນ​ອັນ​ອຸດົມ​ສົມບູນ​ນັ້ນ​ເຖີດ.’ ແຕ່​ພະ​ເຢໂຫວາ​ກ່າວ​ວ່າ: ‘ພໍ​ແລ້ວ ຢ່າ​ຊູ່​ເວົ້າ​ເລື່ອງ​ນີ້​ອີກ​ແລ້ວ!’ ເຈົ້າ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຕັດ​ຢ່າງ​ນັ້ນ?

ທັງ​ນີ້​ເພາະ​ເຫດການ​ທີ່​ເກີດ​ຂຶ້ນ​ເມື່ອ​ໂມເຊ​ຕີ​ຫີນ. ຈື່​ໄດ້​ບໍ ໂມເຊ​ແລະ​ອາໂລນ​ບໍ່​ໄດ້​ຖວາຍ​ກຽດ​ແດ່​ພະ​ເຢໂຫວາ. ເຂົາ​ທັງ​ສອງ​ບໍ່​ໄດ້​ບອກ​ແກ່​ຜູ້​ຄົນ​ວ່າ​ພະ​ເຢໂຫວາ​ຕ່າງ​ຫາກ​ທີ່​ເປັນ​ຜູ້​ໃຫ້​ນ້ຳ​ອອກ​ມາ​ຈາກ​ຫີນ. ເພາະ​ເຫດ​ນີ້​ເອງ​ພະ​ເຢໂຫວາ​ຈຶ່ງ​ຕັດ​ວ່າ ພະອົງ​ຈະ​ບໍ່​ອະນຸຍາດ​ໃຫ້​ເຂົາ​ທັງ​ສອງ​ເຂົ້າ​ໄປ​ໃນ​ການາອານ.

ດັ່ງ​ນັ້ນ​ສອງ​ສາມ​ເດືອນ​ຫຼັງ​ຈາກ​ທີ່​ອາໂລນ​ຕາຍ ພະ​ເຢໂຫວາ​ຕັດ​ແກ່​ໂມເຊ​ວ່າ: ‘ຈົ່ງ​ນຳ​ໂຢຊວຍ​ມາ​ຢືນ​ຕໍ່​ໜ້າ​ປະໂລຫິດ​ເອເລອາຊາ​ແລະ​ຕໍ່​ໜ້າ​ປະຊາຊົນ. ຈົ່ງ​ບອກ​ທຸກ​ຄົນ​ທີ່​ນັ້ນ​ວ່າ​ໂຢຊວຍ​ຄື​ຜູ້​ນຳ​ຄົນ​ໃໝ່.’ ໂມເຊ​ໄດ້​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ບອກ ດັ່ງ​ທີ່​ເຈົ້າ​ເຫັນ​ໃນ​ຮູບ​ນີ້.

ແລ້ວ​ພະ​ເຢໂຫວາ​ບອກ​ໂຢຊວຍ​ວ່າ: ‘ຈົ່ງ​ເຂັ້ມແຂງ ແລະ​ຢ່າ​ຊູ່​ຢ້ານ​ເລີຍ. ເຈົ້າ​ຈະ​ນຳ​ຊົນ​ອິດສະລາເອນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ການາອານ​ທີ່​ເຮົາ​ໄດ້​ສັນຍາ​ແກ່​ພວກ​ເຂົາ ແລະ​ເຮົາ​ຈະ​ສະຖິດ​ຢູ່​ກັບ​ເຈົ້າ.’

ຕໍ່​ມາ​ພະ​ເຢໂຫວາ​ຕັດ​ໃຫ້​ໂມເຊ​ປີນ​ຂຶ້ນ​ເທິງ​ຍອດ​ພູເຂົາ​ເນໂບ​ໃນ​ແຜ່ນດິນ​ໂມອາບ. ຈາກ​ທີ່​ນັ້ນ​ໂມເຊ​ສາມາດ​ມອງ​ຂ້າມ​ໄປ​ແມ່ນ້ຳ​ຢູລະເດນ​ໄດ້​ແລະ​ເຫັນ​ແຜ່ນດິນ​ອັນ​ງົດງາມ​ຂອງ​ປະເທດ​ການາອານ. ພະ​ເຢໂຫວາ​ກ່າວ​ວ່າ: ‘ນີ້​ຄື​ແຜ່ນດິນ​ຊຶ່ງ​ເຮົາ​ໄດ້​ສັນຍາ​ທີ່​ເຮົາ​ຈະ​ໃຫ້​ແກ່​ລູກ​ຫຼານ​ຂອງ​ອັບລາຫາມ ອີຊາກ​ແລະ​ຍາໂຄບ. ເຮົາ​ໃຫ້​ເຈົ້າ​ເຫັນ​ແຜ່ນດິນ​ນັ້ນ ແຕ່​ເຮົາ​ຈະ​ບໍ່​ໃຫ້​ເຈົ້າ​ເຂົ້າ​ໄປ.’

ໂມເຊ​ຕາຍ​ເທິງ​ພູເຂົາ​ເນໂບ ນະ​ທີ່​ນັ້ນ. ມີ​ອາຍຸ 120 ປີ. ຍັງ​ຄົງ​ມີ​ກຳລັງ​ແຂງແຮງ ແລະ​ສາຍ​ຕາ​ກໍ່​ຍັງ​ເຫັນ​ໄດ້​ດີ. ປະຊາກອນ​ກໍ່​ພາ​ກັນ​ເສົ້າ​ໂສກ ແລະ​ຮ້ອງໄຫ້​ຍ້ອນ​ໂມເຊ​ຕາຍ. ແຕ່​ເຂົາ​ກໍ່​ດີໃຈ​ທີ່​ມີ​ໂຢຊວຍ​ເປັນ​ຜູ້​ນຳ​ຄົນ​ໃໝ່​ຂອງ​ພວກ​ເຂົາ.

ຈົດ​ເຊັນ​ບານ​ຊີ 27:​12-23; ພະບັນຍັດຕິທີ2 3:​23-29; 31:​1-8, 14-23; 32:​45-52; 34:​1-12.