ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ລາຫາບເຊື່ອງຜູ້ສອດແນມ

ລາຫາບເຊື່ອງຜູ້ສອດແນມ

ບົດ 44

ລາຫາບ​ເຊື່ອງ​ຜູ້​ສອດແນມ

ຊາຍ​ສອງ​ຄົນ​ນີ້​ຕົກ​ຢູ່​ໃນ​ອັນຕະລາຍ. ເຂົາ​ຈຳຕ້ອງ​ໄປ​ໃຫ້​ພົ້ນ ບໍ່​ດັ່ງ​ນັ້ນ​ເຂົາ​ຈະ​ຖືກ​ຂ້າ. ເຂົາ​ເປັນ​ຜູ້​ສອດແນມ​ຍິດສະລາເອນ ແລະ​ຜູ້​ຍິງ​ທີ່​ພວມ​ຊ່ວຍ​ເຂົາ​ຢູ່​ຄື​ລາຫາບ. ລາຫາບ​ອາໄສ​ຢູ່​ທີ່​ນີ້​ໃນ​ເຮືອນ​ຊຶ່ງ​ຕັ້ງ​ຢູ່​ເທິງ​ກຳແພງ​ເມືອງ​ເຢລິໂກ. ໃຫ້​ເຮົາ​ຕິດ​ຕາມ​ເບິ່ງ​ວ່າ​ເປັນ​ຫຍັງ​ຊາຍ​ສອງ​ຄົນ​ນີ້​ຈຶ່ງ​ຕົກ​ຢູ່​ໃນ​ອັນຕະລາຍ.

ຊົນ​ຍິດສະລາເອນ​ກຽມ​ພ້ອມ​ທີ່​ຈະ​ຂ້າມ​ແມ່ນ້ຳ​ຢູລະເດນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ການາອານ. ແຕ່​ວ່າ​ກ່ອນ​ທີ່​ເຂົາ​ຈະ​ຂ້າມ​ໄປ ໂຢຊວຍ​ສົ່ງ​ຄົນ​ສອດແນມ​ສອງ​ຄົນ​ໄປ. ທ່ານ​ບອກ​ເຂົາ​ວ່າ: ‘ຈົ່ງ​ໄປ​ກວດ​ເບິ່ງ​ແຜ່ນດິນ​ແລະ​ເມືອງ​ເຢລິໂກ.’

ເມື່ອ​ຄົນ​ສອດແນມ​ມາ​ເຖິງ​ເຢລິໂກ ເຂົາ​ໄປ​ທີ່​ເຮືອນ​ຂອງ​ລາຫາບ. ແຕ່​ມີ​ບາງ​ຄົນ​ໄປ​ທູນ​ກະສັດ​ເຢລິໂກ​ວ່າ: ‘ມີ​ຊາຍ​ຍິດສະລາເອນ​ສອງ​ຄົນ​ເຂົ້າ​ມາ​ທີ່​ນີ້​ເມື່ອ​ຄືນ​ນີ້​ເພື່ອ​ຈະ​ສອດແນມ​ເບິ່ງ​ແຜ່ນດິນ.’ ເມື່ອ​ໄດ້​ຍິນ​ເຊັ່ນ​ນີ້ ກະສັດ​ໄດ້​ສົ່ງ​ຄົນ​ໄປ​ຫາ​ລາຫາບ​ແລະ​ສັ່ງ​ນາງ​ວ່າ: ‘ຈົ່ງ​ສົ່ງ​ຜູ້​ຊາຍ​ທີ່​ມາ​ຫາ​ເຈົ້າ​ໃນ​ເຮືອນ​ຂອງ​ເຈົ້າ​ນັ້ນ​ມາ​ໃຫ້​ເຮົາ!’ ແຕ່​ລາຫາບ​ໄດ້​ເຊື່ອງ​ຄົນ​ສອດແນມ​ໄວ້​ເທິງ​ຫຼັງຄາ. ດັ່ງ​ນັ້ນ​ນາງ​ບອກ​ວ່າ: ‘ມີ​ຊາຍ​ບາງ​ຄົນ​ມາ​ທີ່​ເຮືອນ​ຂ້ອຍ ແຕ່​ຂ້ອຍ​ບໍ່​ຮູ້​ວ່າ​ເຂົາ​ມາ​ແຕ່​ໃສ. ເຂົາ​ອອກ​ໄປ​ຕອນ​ຄ່ຳ​ກ່ອນ​ປະຕູ​ເມືອງ​ປິດ. ຖ້າ​ທ່ານ​ຮີບ​ຕາມ​ໄປ ທ່ານ​ຄົງ​ຈະ​ຈັບ​ເຂົາ​ໄດ້!’ ແລະ​ດັ່ງ​ນັ້ນ​ຄົນ​ພວກ​ນັ້ນ​ກໍ່​ໄລ່​ຕາມ​ເຂົາ​ໄປ.

ຫຼັງ​ຈາກ​ເຂົາ​ອອກ​ໄປ​ແລ້ວ ລາຫາບ​ກໍ່​ຟ້າວ​ຂຶ້ນ​ໄປ​ເທິງ​ຫຼັງຄາ. ນາງ​ເວົ້າ​ກັບ​ຄົນ​ສອດແນມ​ວ່າ: ‘ຂ້ອຍ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ປະທານ​ແຜ່ນດິນ​ນີ້​ແກ່​ພວກ​ທ່ານ. ພວກ​ເຮົາ​ໄດ້​ຍິນ​ເລື່ອງ​ທີ່​ພະອົງ​ກະທຳ​ໃຫ້​ທະເລ​ແດງ​ແຫ້ງ ເມື່ອ​ພວກ​ທ່ານ​ອອກ​ຈາກ​ອີຢີບ ແລະ​ເລື່ອງ​ການ​ທີ່​ທ່ານ​ໄດ້​ຂ້າ​ກະສັດ​ຊີໂໜ​ແລະ​ກະສັດ​ໂອກ. ຂ້ອຍ​ໄດ້​ສະແດງ​ຄວາມ​ກະລຸນາ​ຕໍ່​ເຈົ້າ ດັ່ງ​ນັ້ນ​ຈຶ່ງ​ຂໍ​ເຈົ້າ​ໄດ້​ໂປດ​ສັນຍາ​ຕໍ່​ຂ້ອຍ​ວ່າ​ເຈົ້າ​ຈະ​ສະແດງ​ຄວາມ​ກະລຸນາ​ຕໍ່​ຂ້ອຍ​ເຊັ່ນ​ກັນ. ຂໍ​ຊ່ວຍ​ຊີວິດ​ພໍ່​ແມ່​ແລະ​ອ້າຍ​ນ້ອງ​ຊາຍ​ຍິງ​ຂອງ​ຂ້ອຍ​ດ້ວຍ​ເຖີດ.’

ຄົນ​ສອດແນມ​ສັນຍາ​ວ່າ​ເຂົາ​ຈະ​ຊ່ວຍ ແຕ່​ລາຫາບ​ຈຳຕ້ອງ​ເຮັດ​ບາງ​ຢ່າງ. ຄົນ​ສອດແນມ​ກ່າວ​ວ່າ: ‘ຈົ່ງ​ເອົາ​ເຊືອກ​ສີ​ແດງ​ເສັ້ນ​ນີ້​ຜູກ​ໄວ້​ທີ່​ປ່ອງ​ຢ້ຽມ​ຂອງ​ເຈົ້າ ແລະ​ຈົ່ງ​ລວບລວມ​ຍາດ​ພີ່​ນ້ອງ​ທັງ​ໝົດ​ເຂົ້າ​ມາ​ຢູ່​ໃນ​ເຮືອນ​ດ້ວຍ​ກັນ​ກັບ​ເຈົ້າ. ແລະ​ເມື່ອ​ພວກ​ເຮົາ​ກັບ​ມາ​ຍຶດ​ເອົາ​ເມືອງ​ເຢລິໂກ ເຮົາ​ຈະ​ເຫັນ​ເຊືອກ​ເສັ້ນ​ນີ້​ຢູ່​ທີ່​ປ່ອງ​ຢ້ຽມ​ຂອງ​ເຈົ້າ​ແລະ​ຈະ​ບໍ່​ຂ້າ​ຄົນ​ນຶ່ງ​ຄົນ​ໃດ​ໃນ​ເຮືອນ​ຂອງ​ເຈົ້າ.’ ເມື່ອ​ຄົນ​ສອດແນມ​ກັບ​ໄປ​ຫາ​ໂຢຊວຍ ເຂົາ​ຈຶ່ງ​ເລົ່າ​ໃຫ້​ທ່ານ​ຟັງ​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນ​ນັ້ນ.

ໂຢຊວຍ 2:​1-24; ເຫບເລິ 11:⁠31.