ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ກຳແພງເມືອງເຢລິໂກ

ກຳແພງເມືອງເຢລິໂກ

ບົດ 46

ກຳແພງ​ເມືອງ​ເຢລິໂກ

ແມ່ນ​ຫຍັງ​ເຮັດ​ໃຫ້​ກຳແພງ​ເມືອງ​ເຢລິໂກ​ພັງ​ລົງ​ມາ? ເບິ່ງ​ແລ້ວ​ຄື​ກັບ​ວ່າ​ຖືກ​ລູກ​ລະ​ເບີດ​ໃຫຍ່. ແຕ່​ວ່າ​ໃນ​ສະໄໝ​ນັ້ນ​ເຂົາ​ຍັງ​ບໍ່​ທັນ​ມີ​ລູກ​ລະເບີດ ແມ່ນ​ແຕ່​ປືນ​ກໍ່​ຍັງ​ບໍ່​ມີ. ນີ້​ຄື​ການ​ອັດສະຈັນ​ຂອງ​ພະ​ເຢໂຫວາ​ອີກ​ຢ່າງ​ນຶ່ງ! ໃຫ້​ເຮົາ​ຮຽນ​ຮູ້​ຕໍ່​ໄປ​ວ່າ​ເຫດການ​ນັ້ນ​ເກີດ​ຂຶ້ນ​ຢ່າງ​ໃດ?

ຈົ່ງ​ຟັງ​ຂໍ້​ຄວາມ​ທີ່​ພະ​ເຢໂຫວາ​ຕັດ​ແກ່​ໂຢຊວຍ: ‘ໃຫ້​ເຈົ້າ​ແລະ​ພວກ​ນັກ​ເລວເສິກ​ຂອງ​ເຈົ້າ​ເດີນ​ກະບວນ​ຮອບ​ເມືອງ. ຈົ່ງ​ເດີນ​ກະບວນ​ຮອບ​ເມືອງ​ນັ້ນ​ຮອບ​ນຶ່ງ​ແຕ່​ລະ​ມື້​ສຳລັບ​ຫົກ​ມື້. ຈົ່ງ​ຫາມ​ຫີບ​ແຫ່ງ​ຄຳ​ສັນຍາ​ໄປ​ນຳ​ເຈົ້າ. ໃຫ້​ປະໂລຫິດ​ເຈັດ​ຄົນ​ຍ່າງ​ໄປ​ກ່ອນ​ໜ້າ​ແລະ​ເປົ່າ​ແກ​ເຂົາ​ແກະ​ຂອງ​ຕົນ.’

‘ໃນ​ມື້​ທີ​ເຈັດ​ເຈົ້າ​ຈະ​ຕ້ອງ​ເດີນ​ກະບວນ​ຮອບ​ເມືອງ​ເຈັດ ຮອບ. ຄັນ​ແລ້ວ​ຈົ່ງ​ເປົ່າ​ແກ​ເຂົາ​ແກະ​ດ້ວຍ​ສຽງ​ອັນ​ຍາວ ແລະ​ໃຫ້​ທຸກ​ຄົນ​ໂຫ່​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງໆ. ແລະ​ກຳແພງ​ເມືອງ​ກໍ່​ຈະ​ພັງ​ລົງ​ຮາບ​ແນ່ນອນ.’

ໂຢຊວຍ​ແລະ​ຜູ້​ຄົນ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ຕັດ​ໄວ້. ຂະນະ​ທີ່​ພວກ​ເຂົາ​ເດີນ​ກະບວນ​ໄປ​ນັ້ນ​ທຸກ​ຄົນ​ງຽບ. ບໍ່​ມີ​ໃຜ​ເວົ້າ​ແມ່ນ​ວ່າ​ຄຳ​ດຽວ. ສິ່ງ​ທີ່​ໄດ້​ຍິນ​ກໍ່​ຄື​ສຽງ​ແກ​ເຂົາ​ແກະ​ແລະ​ສຽງ​ບາດ​ຕີນ​ທີ່​ພວມ​ຍ່າງ. ພວກ​ສັດຕູ​ແຫ່ງ​ຜູ້​ຄົນ​ຂອງ​ພະເຈົ້າ​ໃນ​ເມືອງ​ເຢລິໂກ​ຄົງ​ຢ້ານ​ອີ່ຫຼີ. ເຈົ້າ​ເຫັນ​ເຊືອກ​ສີ​ແດງ​ທີ່​ແຂວນ​ລົງ​ຈາກ​ປ່ອງ​ຢ້ຽມ​ບໍ? ປ່ອງ​ຢ້ຽມ​ນັ້ນ​ເປັນ​ຂອງ​ຜູ້​ໃດ? ແນ່​ແລ້ວ ລາຫາບ​ໄດ້​ເຮັດ​ຕາມ​ທີ່​ຜູ້​ສອດແນມ​ສອງ​ຄົນ​ໄດ້​ບອກ​ໃຫ້​ນາງ​ເຮັດ. ຄອບຄົວ​ທັງ​ໝົດ​ຂອງ​ນາງ​ຢູ່​ຂ້າງ​ໃນ​ເຝົ້າ​ເບິ່ງ​ເຫດການ​ດ້ວຍ​ກັນ​ກັບ​ນາງ.

ໃນ​ທີ່​ສຸດ ໃນ​ມື້​ທີ​ເຈັດ ຫຼັງ​ຈາກ​ເດີນ​ກະບວນ​ຮອບ​ເມືອງ​ເຈັດ​ຮອບ​ແລ້ວ ສຽງ​ແກ​ເຂົາ​ແກະ​ກໍ່​ດັງ​ຂຶ້ນ ພວກ​ນັກ​ເລວເສິກ​ໂຫ່​ຮ້ອງ​ຂຶ້ນ ແລະ​ກຳແພງ​ເມືອງ​ກໍ່​ພັງ​ທະລາຍ​ລົງ. ແລ້ວ​ໂຢຊວຍ​ສັ່ງ​ວ່າ: ‘ຈົ່ງ​ຂ້າ​ທຸກ​ຄົນ​ໃນ​ເມືອງ​ແລະ​ຈູດ​ເມືອງ​ນັ້ນ. ຈົ່ງ​ຈູດ​ໝົດ​ທຸກໆສິ່ງ. ເກັບ​ສະເພາະ​ເງິນ ທອງຄຳ ທອງແດງ​ແລະ​ເຫຼັກ​ໄວ້ ແລະ​ເອົາ​ສິ່ງ​ເຫຼົ່າ​ນີ້​ມອບ​ໃຫ້​ແກ່​ຄັງ​ແຫ່ງ​ຈຳ​ໜັກ​ອາໄສ​ຂອງ​ພະ​ເຢໂຫວາ.’

ໂຢຊວຍ​ກ່າວ​ແກ່​ຄົນ​ສອດແນມ​ສອງ​ຄົນ​ວ່າ: ‘ຈົ່ງ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ລາຫາບ ແລະ​ພາ​ນາງ​ແລະ​ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ນາງ​ອອກ​ມາ.’ ລາຫາບ​ແລະ​ຄອບຄົວ​ຂອງ​ນາງ​ໄດ້​ຮັບ​ການ​ຊ່ວຍ​ຊີວິດ​ໃຫ້​ລອດ ຕາມ​ທີ່​ຄົນ​ສອດແນມ​ສອງ​ຄົນ​ໄດ້​ສັນຍາ​ໄວ້​ກັບ​ນາງ.

ໂຢຊວຍ 6:​1-25.