ດວງອາທິດຢຸດຢູ່ກັບທີ່
ບົດ 49
ດວງອາທິດຢຸດຢູ່ກັບທີ່
ເບິ່ງໂຢຊວຍແດ່. ເຂົາພວມເວົ້າວ່າ: ‘ດວງອາທິດ ຈົ່ງຢຸດເຖີດ!’ ແລະດວງອາທິດກໍ່ຢຸດຢູ່ກັບທີ່ອີ່ຫຼີ. ດວງອາທິດຢຸດຢູ່ກາງທ້ອງຟ້າຕະຫຼອດມື້ນຶ່ງເຕັມໆ. ພະເຢໂຫວາກະທຳໃຫ້ເຫດການນີ້ເກີດຂຶ້ນ! ແຕ່ໃຫ້ເຮົາເບິ່ງຕໍ່ໄປວ່າເຫດໃດໂຢຊວຍຕ້ອງການໃຫ້ດວງອາທິດສ່ອງແສງຕໍ່ໄປ.
ເມື່ອກະສັດຊົ່ວຫ້າອົງໃນແຜ່ນດິນການາອານເລີ່ມຕໍ່ສູ້ກັບຊາວຄາບາໂອນ ຊາວຄາບາໂອນສົ່ງຄົນໄປຂໍໂຢຊວຍໃຫ້ມາຊ່ວຍ. ເຂົາຂໍຮ້ອງວ່າ: ‘ຈົ່ງຮີບມາຊ່ວຍພວກເຮົາໄວໆເຖີດ! ຂໍຊ່ວຍຊີວິດພວກເຮົາ! ພວກກະສັດໃນແດນພູເຂົາໄດ້ຍົກມາເພື່ອຕໍ່ສູ້ພວກຜູ້ຮັບໃຊ້ຂອງທ່ານ.’
ທັນໃດນັ້ນໂຢຊວຍແລະພວກຜູ້ຊາຍນັກຮົບຂອງທ່ານກໍ່ໄປຊ່ວຍ. ເຂົາຍ່າງຕະຫຼອດຄືນ. ເມື່ອມາເຖິງເມືອງຄາບາໂອນແລ້ວ ພວກທະຫານຂອງກະສັດທັງຫ້າອົງກໍ່ຕົກໃຈຢ້ານແລະກໍ່ເລີ່ມແລ່ນໜີໄປ. ແລ້ວພະເຢໂຫວາໄດ້ບັນດານໃຫ້ໝາກເຫັບກ້ອນໃຫຍ່ຕົກລົງມາຈາກທ້ອງຟ້າ ແລະພວກທະຫານທີ່ຕາຍເນື່ອງຈາກໝາກເຫັບຕົກລົງທັບມີຫຼາຍກວ່ານັກຮົບຂອງໂຢຊວຍໄດ້ຂ້າ.
ໂຢຊວຍເຫັນວ່າໃນບໍ່ຊ້າດວງອາທິດຈະຕົກ. ທ້ອງຟ້າກໍ່ຈະມືດ ແລະພວກທະຫານເປັນອັນມາກຂອງກະສັດຫ້າອົງກໍ່ຈະແລ່ນໜີໄປໄດ້. ດັ່ງນັ້ນໂຢຊວຍຈຶ່ງອະທິດຖານຂໍຕໍ່ພະເຢໂຫວາແລະກ່າວວ່າ: ‘ໂອ້ດວງອາທິດ ຈົ່ງຢຸດຢູ່ເຖີດ!’ ແລະລະຫວ່າງທີ່ດວງອາທິດພວມສ່ອງແສງຕໍ່ໄປນັ້ນ ຊົນຍິດສະລາເອນສາມາດເອົາຊະນະການສູ້ຮົບໄດ້ຢ່າງສຳເລັດ.
ຍັງມີກະສັດຊົ່ວອີກຫຼາຍອົງໃນແຜ່ນດິນການາອານຜູ້ທີ່ກຽດຊັງຜູ້ຄົນຂອງພະເຈົ້າ. ໂຢຊວຍແລະກອງທັບຂອງເຂົາຕ້ອງໃຊ້ເວລາປະມານ 6 ປີເພື່ອກຳຮາບພວກກະສັດ 31 ອົງໃນແຜ່ນດິນນັ້ນ. ເມື່ອຕີແພ້ສັດຕູສຳເລັດແລ້ວ ໂຢຊວຍຈຶ່ງຈັດການແບ່ງປັນສ່ວນແຜ່ນດິນການາອານອອກໃຫ້ແຕ່ລະກະກູນເຫຼົ່ານັ້ນທີ່ຍັງຕ້ອງໄດ້ຮັບດິນແດນຂອງຕົນ.
ຫຼາຍປີຜ່ານໄປ ແລະໃນທີ່ສຸດໂຢຊວຍຕາຍເມື່ອອາຍຸໄດ້ 110 ປີ. ປະຊາຊົນເຊື່ອຟັງພະເຢໂຫວາໃນເມື່ອໂຢຊວຍແລະສະຫາຍຂອງເຂົາຍັງມີຊີວິດຢູ່. ແຕ່ຄັນຄົນດີເຫຼົ່ານີ້ຕາຍໄປແລ້ວ ຜູ້ຄົນກໍ່ເລີ່ມເຮັດສິ່ງທີ່ຊົ່ວຕ່າງໆແລະກໍ່ຕົກເຂົ້າໃນຄວາມລຳບາກ. ນີ້ແຫຼະຄືຄາວທີ່ພວກເຂົາຕ້ອງການຄວາມຊ່ວຍເຫຼືອຈາກພະເຈົ້າຢ່າງແທ້ຈິງ.
ໂຢຊວຍ 10:6-15; 12:7-24; 14:1-5; ພວກຜູ້ຕັດສີນ 2:8-13.