ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຜູ້ຍິງທີ່ກ້າຫານສອງຄົນ

ຜູ້ຍິງທີ່ກ້າຫານສອງຄົນ

ບົດ 50

ຜູ້​ຍິງ​ທີ່​ກ້າຫານ​ສອງ​ຄົນ

ເມື່ອ​ຊົນ​ຍິດສະລາເອນ​ຕົກ​ເຂົ້າ​ສູ່​ຄວາມ​ເດືອດຮ້ອນ ເຂົາ​ຮ້ອງ​ຫາ​ພະ​ເຢໂຫວາ. ພະ​ເຢໂຫວາ​ຕອບ​ເຂົາ​ໂດຍ​ໃຫ້​ມີ​ຜູ້​ນຳ​ທີ່​ກ້າຫານ​ຊ່ວຍເຫຼືອ​ເຂົາ. ພະ​ຄຳພີ​ເອີ້ນ​ຜູ້​ນຳ​ເຫຼົ່າ​ນີ້​ວ່າ​ຜູ້​ຕັດສິນ. ໂຢຊວຍ​ເປັນ​ຜູ້​ຕັດສິນ​ຄົນ​ທຳອິດ ແລະ​ຜູ້​ຕັດສິນ​ບາງ​ຄົນ​ພາຍ​ຫຼັງ​ເຂົາ​ຊື່​ວ່າ​ໂອດນຽນ ເອຫຶດ​ແລະ​ຊາມຄາເຣ. ແຕ່​ສອງ​ຄົນ​ຜູ້​ທີ່​ຊ່ວຍ​ຊົນ​ຍິດສະລາເອນ​ນັ້ນ​ເປັນ​ຜູ້​ຍິງ ຊື່​ເດໂບລາ​ແລະ​ຢາເອນ.

ເດໂບລາ​ເປັນ​ຜູ້​ພະຍາກອນ ພະ⁠ເຢໂຫວາ​ແຈ້ງ​ຄວາມ​ໃຫ້​ນາງ​ຮູ້​ຂ່າວ​ກ່ຽວ⁠ກັບ​ອະນາຄົດ ແລະ​ນາງ​ຈຶ່ງ​ບອກ​ຜູ້​ຄົນ​ເຖິງ​ເລື່ອງ​ທີ່​ພະ​ເຢໂຫວາ​ຕັດ. ເດໂບລາ​ເປັນ​ຜູ້​ຕັດສິນ​ດ້ວຍ. ນາງ​ນັ່ງ​ໃຕ້​ຕົ້ນ​ຕານ​ຕົ້ນ​ນຶ່ງ​ຢູ່​ຊົນນະບົດ​ທີ່​ເນີນ​ພູເຂົາ ແລະ​ຜູ້​ຄົນ​ມາ​ຫາ​ນາງ​ເພື່ອ​ຂໍ​ຄວາມ​ຊ່ວຍເຫຼືອ​ກ່ຽວ​ກັບ​ບັນຫາ​ຂອງ​ຕົນ.

ເວລາ​ນີ້​ຢາບີນ​ເປັນ​ກະສັດ​ແຫ່ງ​ການາ⁠ອານ. ເຂົາ​ມີ​ລົດ​ຮົບ​ມ້າ 900 ຄັນ. ກອງທັບ​ເຂົາ​ມີ​ອຳນາດ​ຫຼາຍ​ຈົນ​ເຖິງ​ຊົນ​ຍິດສະລາເອນ​ຫຼາຍ​ຄົນ​ໄດ້​ຖືກ​ບັງຄັບ⁠ໃຫ້​ເປັນ​ຄົນ​ໃຊ້​ຂອງ​ຢາບີນ. ແມ່ທັບ​ຂອງ⁠ກະສັດ​ຢາບີນ​ຊື່​ຊີເຊຣາ.

ມື້​ນຶ່ງ ເດໂບລາ​ໃຊ້​ຄົນ​ໄປ​ເອີ້ນ​ບາຣາກ​ຜູ້​ຕັດສິນ ແລະ​ບອກ​ເຂົາ​ວ່າ: ‘ພະ​ເຢໂຫວາ​ຕັດ​ດັ່ງ​ນີ້​ວ່າ: “ຈົ່ງ​ໄປ​ເກນ​ເອົາ 10,000 ຄົນ​ແລ້ວ​ນຳ​ພວກ​ເຂົາ​ໄປ​ພູເຂົາ​ທາໂບເຣ. ເຮົາ​ຈະ​ນຳ​ຊີເຊຣາ​ໃຫ້​ມາ​ຫາ​ເຈົ້າ​ທີ່​ນັ້ນ. ແລະ​ເຮົາ​ຈະ​ໃຫ້​ເຈົ້າ​ມີ​ໄຊ​ຊະນະ​ເໜືອ​ເຂົາ​ແລະ​ກອງທັບ​ຂອງ​ເຂົາ.” ’

ບາຣາກ​ບອກ​ເດໂບລາ​ວ່າ: ‘ເຮົາ​ຈະ​ໄປ​ຖ້າ​ເຈົ້າ​ຈະ​ໄປ​ດ້ວຍ​ກັນ​ກັບ​ເຮົາ.’ ເດໂບລາ​ກໍ່​ໄປ​ດ້ວຍ ແຕ່​ນາງ​ກ່າວ​ແກ່​ບາຣາກ​ວ່າ: ‘ເຈົ້າ​ຈະ​ບໍ່​ໄດ້​ຮັບ​ກຽດ​ສຳລັບ​ໄຊ​ຊະນະ​ນັ້ນ ເພາະ​ວ່າ​ພະ​ເຢໂຫວາ​ຈະ​ມອບ​ຊີເຊຣາ​ໄວ້​ໃນ​ມື​ຂອງ​ຜູ້​ຍິງ​ຄົນ​ນຶ່ງ.’ ແລະ​ນີ້​ຄື​ສິ່ງ​ທີ່​ເກີດ​ຂຶ້ນ​ຈິງ.

ບາຣາກ​ລົງ​ຈາກ​ພູເຂົາ​ທາໂບເຣ​ເພື່ອ​ໄປ​ພົບ​ກັບ​ກອງທັບ​ຂອງ​ຊີເຊຣາ. ທັນໃດ​ນັ້ນ​ພະ​ເຢໂຫວາ​ບັນດານ​ໃຫ້​ເກີດ​ນ້ຳ​ຖ້ວມ ແລະ​ພວກ​ທະຫານ​ຝ່າຍ​ສັດຕູ​ຈຳນວນ​ຫຼາຍ​ຖືກ​ຈົມ​ນ້ຳ​ຕາຍ. ແຕ່​ຊີເຊຣາ​ກໍ່​ລົງ​ຈາກ​ລົດ​ຮົບ​ມ້າ​ຂອງ​ຕົນ​ແລະ​ແລ່ນ​ໜີ​ໄປ.

ບໍ່​ດົນ​ຫຼັງ​ຈາກ​ນັ້ນ​ຊີເຊຣາ​ກໍ່​ມາ​ເຖິງ​ກະໂຈມ​ຂອງ​ຢາເອນ. ນາງ​ເຊີນ​ເຂົາ​ເຂົ້າ​ມາ ແລະ​ໃຫ້​ດື່ມ​ນ້ຳ​ນົມ. ຈຶ່ງ​ເຮັດ​ໃຫ້​ເຂົາ​ງ້ວງ​ນອນ ບໍ່​ດົນ​ກໍ່​ນອນ​ຫຼັບ​ສະນິດ. ແລ້ວ​ຢາເອນ​ຈຶ່ງ​ເອົາ​ຫຼັກ​ແຫຼມ​ທີ່​ຕອກ​ຂຶງ​ກະໂຈມ​ນັ້ນ​ຕອກ​ເຂົ້າ​ໄປ​ໃນ​ຫົວ​ຂອງ​ຊາຍ​ຊົ່ວ​ຄົນ​ນີ້. ຕໍ່​ມາ​ເມື່ອ​ບາຣາກ​ມາ​ເຖິງ ນາງ​ຈຶ່ງ​ຊີ້​ໃຫ້​ເຂົາ​ເບິ່ງ​ຊີເຊຣາ​ນອນ​ຕາຍ​ຢູ່! ດັ່ງ​ນັ້ນ​ເຈົ້າ​ເຫັນ​ບໍ່​ວ່າ​ສິ່ງ​ທີ່​ເດໂບລາ​ບອກ​ໄວ້​ນັ້ນ​ໄດ້​ເກີດ​ຂຶ້ນ​ຈິງ.

ໃນ​ທີ່​ສຸດ​ກະສັດ​ຢາບີນ​ກໍ່​ຖືກ​ຂ້າ​ດ້ວຍ ແລະ​ຊົນ​ຍິດສະລາເອນ​ມີ​ຄວາມ​ສະຫງົບ​ສຸກ​ອີກ​ຊ່ວງ​ເວລາ​ນຶ່ງ.

ພວກຜູ້ຕັດສີນ 2:​14-22; 4:​1-24; 5:​1-31.