ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຄເດໂອນແລະຜູ້ຊາຍ 300 ຄົນຂອງເຂົາ

ເຄເດໂອນແລະຜູ້ຊາຍ 300 ຄົນຂອງເຂົາ

ບົດ 52

ເຄເດໂອນ​ແລະ​ຜູ້​ຊາຍ 300 ຄົນ​ຂອງ​ເຂົາ

ເຈົ້າ​ເຫັນ​ບໍ​ວ່າ​ມີ​ຫຍັງ​ພວມ​ເກີດ​ຂຶ້ນ​ທີ່​ນີ້? ຄົນ​ເຫຼົ່າ​ນີ້​ເປັນ​ນັກ​ຮົບ​ຂອງ​ຊາດ​ຍິດສະລາເອນ. ເຂົາ​ພວມ​ກົ້ມ​ລົງ​ດື່ມ​ນ້ຳ. ຊາຍ​ທີ່​ຢືນ​ໃກ້ໆນັ້ນ​ຄື​ຜູ້​ຕັດສິນ​ເຄເດໂອນ. ເຂົາ​ຄອຍ​ເບິ່ງ​ທ່າ​ທີ​ພວກ​ເຂົາ​ເມື່ອ​ດື່ມ​ນ້ຳ.

ຈົ່ງ​ເບິ່ງ​ໃຫ້​ດີ​ວ່າ​ວິທີ​ທີ່​ເຂົາ​ດື່ມ​ນ້ຳ​ນັ້ນ​ຕ່າງ​ກັນ. ມີ​ບາງ​ຄົນ​ທີ່​ກົ້ມ​ໜ້າ​ລົງ​ໄປ​ເຖິງ​ນ້ຳ. ແຕ່​ວ່າ​ຄົນ​ນຶ່ງ​ໃຊ້​ມື​ກອບ​ເອົາ​ນ້ຳ​ຂຶ້ນ​ມາ​ດື່ມ​ເພື່ອ​ເຂົາ​ຈະ​ສາມາດ​ເບິ່ງ​ເຫດການ​ທີ່​ເປັນ​ໄປ​ຮອບໆຕົວ​ເຂົາ​ໄດ້. ນີ້​ເປັນ​ສິ່ງ​ສຳຄັນ​ເພາະ​ພະ​ເຢໂຫວາ​ສັ່ງ​ແກ່​ເຄເດໂອນ​ໃຫ້​ເລືອກ​ເອົາ​ສະເພາະ​ຄົນ​ທີ່​ຄອຍ​ລະວັງ​ເບິ່ງ​ຂະນະ​ທີ່​ພວກ​ເຂົາ​ດື່ມ​ນ້ຳ. ນອກ​ນັ້ນ​ພະເຈົ້າ​ສັ່ງ​ວ່າ​ຄວນ​ສົ່ງ​ກັບ​ບ້ານ. ໃຫ້​ເຮົາ​ເບິ່ງ​ວ່າ​ເພາະ​ເຫດ​ໃດ.

ຊົນ​ຍິດສະລາເອນ​ຕົກ​ຢູ່​ໃນ​ຄວາມ​ຫຍຸ້ງຍາກ​ອີກ. ເນື່ອງ​ຈາກ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ. ຊາວ​ຊົນ​ເມືອງ​ມາດຢານ​ມີ​ອຳນາດ​ເໜືອ​ພວກ​ເຂົາ​ແລະ​ເຮັດ​ຄວາມ​ເສຍຫາຍ​ແກ່​ພວກ​ເຂົາ. ດັ່ງ​ນັ້ນ​ຊົນ​ຍິດສະລາເອນ​ຮ້ອງ​ທຸກ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະ​ເຢໂຫວາ​ແລະ​ພະ​ເຢໂຫວາ​ຟັງ​ສຽງ​ຂໍຮ້ອງ​ຂອງ​ເຂົາ.

ພະ​ເຢໂຫວາ​ຕັດ​ແກ່​ເຄເດໂອນ​ໃຫ້​ຈັດ​ກອງທັບ​ຂຶ້ນ ດັ່ງ​ນັ້ນ​ເຄເດໂອນ​ລວບລວມ​ນັກ​ຮົບ​ໄດ້ 32,000 ຄົນ. ແຕ່​ຝ່າຍ​ກອງທັບ​ທີ່​ມາ​ຕໍ່​ສູ້​ຊົນ​ຍິດສະລາເອນ​ມີ​ເຖິງ 135,000 ຄົນ. ແລະ​ຢ່າງ​ໃດ​ກໍ່​ດີ​ພະ​ເຢໂຫວາ​ບອກ​ເຄເດໂອນ​ວ່າ: ‘ເຈົ້າ​ມີ​ກຳລັງ​ຄົນ​ຫຼາຍ​ເກີນ​ໄປ.’ ເຫດ​ໃດ​ພະ​ເຢໂຫວາ​ຕັດ​ຢ່າງ​ນັ້ນ?

ເພາະ​ວ່າ​ຖ້າ​ຊົນ​ຍິດສະລາເອນ​ໄດ້​ຊະນະ​ໃນ​ສົງຄາມ​ນັ້ນ ເຂົາ​ອາດ​ຄິດ​ວ່າ​ເຂົາ​ໄດ້​ຊະນະ​ໂດຍ​ກຳລັງ​ຂອງ​ຕົນ​ເອງ. ເຂົາ​ອາດ​ຄິດ​ວ່າ​ບໍ່​ຈຳເປັນ​ຕ້ອງ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະ​ເຢໂຫວາ​ທີ່​ຈະ​ເອົາ​ຊະນະ​ໄດ້. ດັ່ງ​ນັ້ນ​ພະ​ເຢໂຫວາ​ຈຶ່ງ​ຕັດ​ແກ່​ເຄເດໂອນ​ວ່າ: ‘ຈົ່ງ​ສົ່ງ​ຄົນ​ທັງ​ປວງ​ຜູ້​ມີ​ຄວາມ​ຢ້ານ​ນັ້ນ​ກັບ​ບ້ານ​ກ່ອນ.’ ເມື່ອ​ເຄເດໂອນ​ບອກ​ດັ່ງ​ກ່າວ​ນີ້​ແລ້ວ ກຳລັງ​ຄົນ​ສູ້​ຮົບ​ຂອງ​ທ່ານ 22,000 ຄົນ​ກໍ​ກັບ​ບ້ານ. ນັ້ນ​ສະແດງ​ວ່າ​ທ່ານ​ມີ​ກຳລັງ​ເຫຼືອ​ຢູ່ 10,000 ຄົນ​ທີ່​ຈະ​ສູ້​ຮົບ​ກັບ​ທະຫານ 135,000 ຄົນ.

ແຕ່​ກະລຸນາ​ຟັງ​ຕໍ່! ພະ​ເຢໂຫວາ​ຕັດ​ວ່າ: ‘ເຈົ້າ​ຍັງ​ມີ​ກຳລັງ​ຄົນ​ຫຼາຍ​ເກີນ​ໄປ.’ ດັ່ງ​ນັ້ນ​ພະອົງ​ບອກ​ເຄເດໂອນ​ວ່າ​ຈົ່ງ​ເອົາ​ທະຫານ​ມາ​ດື່ມ​ນ້ຳ​ທີ່​ແມ່ນ້ຳ​ນີ້​ແລະ​ແລ້ວ​ກໍ່​ໃຫ້​ສົ່ງ​ບັນດາ​ຄົນ​ທີ່​ກົ້ມ​ໜ້າ​ລົງ​ດື່ມ​ນ້ຳ​ນັ້ນ​ໃຫ້​ກັບ​ບ້ານ​ໝົດ. ພະ​ເຢໂຫວາ​ສັນຍາ​ວ່າ: ‘ເຮົາ​ຈະ​ໃຫ້​ເຈົ້າ​ຊະນະ​ກັບ 300 ຄົນ​ຜູ້​ທີ່​ຄອຍ​ລະວັງ​ໃນ​ຂະນະ​ທີ່​ເຂົາ​ດື່ມ​ນ້ຳ.’

ພໍ​ເຖິງ​ເວລາ​ທີ່​ຈະ​ຕໍ່​ສູ້. ເຄເດໂອນ​ຈັດ​ໃຫ້​ທະຫານ 300 ຄົນ​ແຍກ​ອອກ​ເປັນ​ສາມ​ກອງ. ເຂົາ​ໃຫ້​ແຕ່​ລະ​ຄົນ​ຖື​ແກ​ເຂົາ​ສັດ​ອັນ​ນຶ່ງ ແລະ​ໂຖ​ໃບ​ນຶ່ງ​ກັບ​ມີ​ໂຄມ​ໄຟ​ຢູ່​ຂ້າງ​ໃນ. ເມື່ອ​ເວລາ​ປະມານ​ທ່ຽງ​ຄືນ ເຂົາ​ທັງ​ປວງ​ກໍ່​ມາ​ຮ່ວມ​ກັນ​ຢູ່​ລ້ອມ​ຮອບ​ຄ້າຍ​ທະຫານ​ຂອງ​ສັດຕູ. ແລ້ວ​ພວກ​ເຂົາ​ທຸກ​ຄົນ​ເປົ່າ​ແກ​ເຂົາ​ສັດ​ແລະ​ທຸບ​ໂຖ​ຂອງ​ເຂົາ​ໃຫ້​ແຕກ​ພ້ອມ​ກັນ ແລະ​ຮ້ອງ​ສຽງ​ດັງ​ວ່າ: ‘ດາບ​ຂອງ​ພະ​ເຢໂຫວາ​ແລະ​ຂອງ​ເຄເດໂອນ!’ ເມື່ອ​ພວກ​ທະຫານ​ສັດຕູ​ຕື່ນ​ຂຶ້ນ ເຂົາ​ງົງ​ທັງ​ຕື່ນ​ຕົກໃຈ​ແລະ​ຢ້ານ. ເຂົາ​ເລີ່ມ​ແລ່ນ​ໜີ​ແລະ​ຊົນ​ຍິດສະລາເອນ​ກໍ່​ໄດ້​ຊະນະ​ໃນ​ການ​ສູ້​ຮົບ.

ພວກຜູ້ຕັດສີນ ບົດ 6 ເຖິງ 8.