ຄຳສັນຍາຂອງເຢບເທ
ບົດ 53
ຄຳສັນຍາຂອງເຢບເທ
ເຈົ້າເຄີຍເຮັດຄຳສັນຍາເລື່ອງນຶ່ງເລື່ອງໃດບໍ ແລະພາຍຫຼັງຮູ້ສຶກວ່າຍາກທີ່ຈະຮັກສາຄຳສັນຍານັ້ນ? ຜູ້ຊາຍຄົນໃນຮູບນີ້ເປັນເຊັ່ນນັ້ນ ແລະດ້ວຍເຫດນັ້ນເຂົາຈຶ່ງຮູ້ສຶກເສົ້າເສຍໃຈຫຼາຍ. ຊາຍຄົນນີ້ເປັນຜູ້ຕັດສິນກ້າຫານຄົນນຶ່ງຂອງຊົນຍິດສະລາເອນມີຊື່ວ່າເຢບເທ.
ເຢບເທມີຊີວິດຢູ່ໃນສະໄໝເມື່ອຊົນຍິດສະລາເອນເລີກນະມັດສະການພະເຢໂຫວາ. ພວກເຂົາໄດ້ເຮັດສິ່ງທີ່ຊົ່ວອີກ. ດັ່ງນັ້ນພະເຢໂຫວາຈຶ່ງປ່ອຍໃຫ້ຊົນຊາດອາມໂມນເຮັດອັນຕະລາຍແກ່ພວກເຂົາ. ດ້ວຍເຫດນີ້ຈຶ່ງເຮັດໃຫ້ຊົນຍິດສະລາເອນຮ້ອງທຸກຕໍ່ພະເຢໂຫວາວ່າ: ‘ພວກຂ້າພະເຈົ້າໄດ້ເຮັດບາບຕໍ່ພະອົງ ຂໍຊ່ວຍພວກຂ້າພະເຈົ້າເຖີດ!’
ຜູ້ຄົນຮູ້ສຶກເສຍໃຈສຳລັບການຊົ່ວທີ່ຕົນໄດ້ເຮັດນັ້ນ. ພວກເຂົາສະແດງຄວາມເສຍໃຈໂດຍການກັບມານະມັດສະການພະເຢໂຫວາອີກ. ແລະດັ່ງນັ້ນພະເຢໂຫວາຊ່ວຍພວກເຂົາອີກ.
ຜູ້ຄົນໄດ້ເລືອກເຢບເທເພື່ອໄປຕໍ່ສູ້ກັບຊົນຊາດອາມໂມນທີ່ຊົ່ວ. ເຢບເທຕ້ອງການທີ່ຈະໃຫ້ພະເຢໂຫວາຊ່ວຍເຫຼືອເຂົາຫຼາຍທີ່ສຸດໃນການຕໍ່ສູ້. ດັ່ງນັ້ນເຂົາຈຶ່ງສັນຍາຕໍ່ພະເຢໂຫວາວ່າ: ‘ຖ້າວ່າພະອົງໃຫ້ຂ້າພະເຈົ້າມີໄຊຊະນະເໜືອຊາດອາມໂມນ ຄົນທຳອິດທີ່ອອກຈາກເຮືອນມາຕ້ອນຮັບຂ້າພະເຈົ້າ ເມື່ອມີໄຊຊະນະກັບມາ ຂ້າພະເຈົ້າຈະຖວາຍຜູ້ນັ້ນແດ່ພະອົງ.’
ພະເຢໂຫວາຮັບຟັງຄຳສັນຍາຂອງເຢບເທ ແລະພະອົງຊ່ວຍເຂົາໃຫ້ໄດ້ໄຊຊະນະ. ເມື່ອເຢບເທກັບເຖິງເຮືອນ ເຈົ້າຮູ້ບໍວ່າແມ່ນໃຜເປັນຄົນທຳອິດທີ່ອອກມາຕ້ອນຮັບເຂົາ? ຄົນນັ້ນຄືລູກສາວຄົນດຽວຂອງຕົນ. ເຢບເທຮ້ອງອອກມາວ່າ: ‘ໂອລູກສາວຂອງພໍ່! ລູກນຳເອົາຄວາມໂສກເສົ້າເສຍໃຈມາໃຫ້ພໍ່. ແຕ່ພໍ່ໄດ້ເຮັດຄຳສັນຍາຕໍ່ພະເຢໂຫວາແລ້ວ ແລະພໍ່ຈະເອົາຄືນບໍ່ໄດ້.’
ເມື່ອລູກສາວຂອງເຢບເທຮູ້ເລື່ອງກ່ຽວກັບຄຳສັນຍາຂອງພໍ່ ທຳອິດນາງກໍ່ຮູ້ສຶກເສຍໃຈດ້ວຍ. ເພາະນັ້ນໝາຍຄວາມວ່ານາງຈະຕ້ອງຈາກພໍ່ແລະເພື່ອນໆຂອງນາງໄປ. ແຕ່ນາງຈະຕ້ອງໃຊ້ຊີວິດທັງໝົດໃນການຮັບໃຊ້ພະເຈົ້ານະຈຳໜັກອາໄສທີ່ເມືອງຊີໂລ. ນາງຈຶ່ງບອກພໍ່ວ່າ: ‘ຫາກພໍ່ໄດ້ເຮັດຄຳສັນຍາຕໍ່ພະເຢໂຫວາແລ້ວ ພໍ່ຈຳຕ້ອງຮັກສາຄຳສັນຍານັ້ນ.’
ດັ່ງນັ້ນລູກສາວຂອງເຢບເທຈຶ່ງໄປເມືອງຊີໂລ ແລະນາງໃຊ້ຊີວິດທັງໝົດຂອງຕົນໃນການຮັບໃຊ້ພະເຢໂຫວານະຈຳໜັກອາໄສຂອງພະອົງ. ຜູ້ຍິງແຫ່ງຍິດສະລາເອນໄປຢາມນາງທີ່ນັ້ນ ປີລະສີ່ມື້ໃນທຸກປີ ແລະມີຄວາມມ່ວນຊື່ນດ້ວຍກັນ. ຜູ້ຄົນຮັກລູກສາວຂອງເຢບເທເພາະວ່ານາງເປັນຜູ້ຮັບໃຊ້ທີ່ດີຂອງພະເຢໂຫວາ.
ພວກຜູ້ຕັດສີນ 10:6-18; 11:1-40.