ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊາຍທີ່ແຂງແຮງທີ່ສຸດ

ຊາຍທີ່ແຂງແຮງທີ່ສຸດ

ບົດ 54

ຊາຍ​ທີ່​ແຂງແຮງ​ທີ່​ສຸດ

ເຈົ້າ​ຮູ້​ຈັກ​ຊື່​ຊາຍ​ທີ່​ແຂງແຮງ​ທີ່​ສຸດ​ຜູ້​ເຄີຍ​ມີ​ຊີວິດ​ຢູ່​ບໍ? ເຂົາ​ເປັນ​ຜູ້​ຕັດສິນ​ຄົນ​ນຶ່ງ​ຊື່​ຊາມຊອນ. ພະ​ເຢໂຫວາ​ເປັນ​ຜູ້​ໃຫ້​ຊາມຊອນ​ມີ​ກຳລັງ. ແມ່ນ​ແຕ່​ກ່ອນ​ທີ່​ຊາມຊອນ​ເກີດ​ມາ ພະ​ເຢໂຫວາ​ບອກ​ແມ່​ຂອງ​ເຂົາ​ວ່າ: ‘ໃນ​ບໍ່​ຊ້າ​ເຈົ້າ​ຈະ​ມີ​ລູກ​ຊາຍ​ຄົນ​ນຶ່ງ. ເຂົາ​ຈະ​ເປັນ​ຜູ້​ນຳ​ຊົນ​ຍິດສະລາເອນ​ໃຫ້​ພົ້ນ​ຈາກ​ຊາດ​ຟີລີດຕີນ.’

ຊົນ​ຟີລີດຕີນ​ເປັນ​ຄົນ​ຊົ່ວ​ຜູ້​ຊຶ່ງ​ຢູ່​ໃນ​ການາອານ. ເຂົາ​ມີ​ພົນ​ສູ້​ຮົບ​ຈຳນວນ​ຫຼາຍ ແລະ​ເຂົາ​ເຮັດ​ອັນຕະລາຍ​ແກ່​ຊົນ​ຍິດສະລາເອນ​ແທ້ໆ. ຄັ້ງ​ນຶ່ງ ເມື່ອ​ຊາມຊອນ​ພວມ​ເດີນ​ທາງ​ຈະ​ໄປ​ບ່ອນ​ຊຶ່ງ​ຊົນ​ຟີລີດຕີນ​ຢູ່​ນັ້ນ ມີ​ສິງ​ໃຫຍ່​ຕົວ​ນຶ່ງ​ທີ່​ຮ້ອງ​ແຜດ​ສຽງ​ກົງ​ມາ​ຫາ​ເຂົາ. ແຕ່​ຊາມຊອນ​ຂ້າ​ສິງ​ດ້ວຍ​ມື​ເປົ່າ​ທໍ່​ນັ້ນ. ເຂົາ​ຂ້າ​ພວກ​ຟີລີດຕີນ​ທີ່​ຊົ່ວ​ຫຼາຍ​ຮ້ອຍ​ຄົນ​ດ້ວຍ.

ຕໍ່​ມາ​ຊາມຊອນ​ຫຼົງ​ຮັກ​ຍິງ​ຄົນ​ນຶ່ງ​ຊື່​ເດລີລາ. ຜູ້​ນຳ​ຟີລີດຕີນ​ສັນຍາ​ວ່າ​ແຕ່​ລະ​ຄົນ​ຈະ​ໃຫ້​ເງິນ​ແກ່​ເດລີລາ 1,100 ແຜ່ນ​ຖ້າ​ນາງ​ຈະ​ບອກ​ເຂົາ​ໄດ້​ວ່າ ແມ່ນ​ຫຍັງ​ເຮັດ​ໃຫ້​ຊາມຊອນ​ແຂງແຮງ​ຢ່າງ​ນັ້ນ. ເດລີລາ​ຕ້ອງການ​ເງິນ​ທັງ​ໝົດ​ນັ້ນ. ນາງ​ບໍ່​ແມ່ນ​ເພື່ອນ​ແທ້​ຂອງ​ຊາມຊອນ ຫຼື​ແຫ່ງ​ຜູ້​ຄົນ​ຂອງ​ພະເຈົ້າ. ດັ່ງ​ນັ້ນ​ນາງ​ຈຶ່ງ​ຖາມ​ຊາມຊອນ​ບໍ່​ຢຸດ​ເຖິງ​ວ່າ​ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ຊາມຊອນ​ແຂງແຮງ​ເຊັ່ນ​ນັ້ນ.

ໃນ​ທີ່​ສຸດ ເດລີລາ​ສາມາດ​ເຮັດ​ໃຫ້​ຊາມຊອນ​ບອກ​ຄວາມ​ລັບ​ກ່ຽວ​ກັບ​ກຳລັງ​ຂອງ​ເຂົາ. ເຂົາ​ບອກ​ວ່າ: ‘ຜົມ​ຂອງ​ຂ້ອຍ​ບໍ່​ເຄີຍ​ຖືກ​ຕັດ​ຕັ້ງ​ແຕ່​ເວລາ​ເກີດ​ມາ ພະເຈົ້າ​ເລືອກ​ຂ້ອຍ​ເປັນ​ຜູ້​ຮັບໃຊ້​ພິເສດ​ຄົນ​ນຶ່ງ​ຂອງ​ພະອົງ​ທີ່​ເອີ້ນ​ວ່າ​ນາຊາເລເອນ. ຖ້າ​ຕັດ​ຜົມ​ຂອງ​ຂ້ອຍ ຂ້ອຍ​ຈະ​ໝົດ​ກຳລັງ.’

ເມື່ອ​ເດລີລາ​ຮູ້​ເລື່ອງ​ນີ້​ນາງ​ຈຶ່ງ​ໃຫ້​ຊາມຊອນ​ນອນ​ຫຼັບ​ເທິງ​ຕັກ​ຂອງ​ນາງ. ແລ້ວ​ນາງ​ເອີ້ນ​ຊາຍ​ຄົນ​ນຶ່ງ​ເຂົ້າ​ມາ​ໃຫ້​ຕັດ​ຜົມ​ຂອງ​ເຂົາ ຄັນ​ຊາມຊອນ​ຕື່ນ​ຂຶ້ນ​ກຳລັງ​ຂອງ​ເຂົາ​ກໍ່​ເສື່ອມ​ໄປ​ໝົດ. ຊົນ​ຟີລີດຕີນ​ຈຶ່ງ​ເຂົ້າ​ມາ​ແລະ​ຈັບ​ເອົາ​ຕົວ​ໄປ. ເຂົາ​ຄວັດ​ຕາ​ທັງ​ສອງ​ຂ້າງ​ອອກ ແລະ​ເຮັດ​ໃຫ້​ຊາມຊອນ​ເປັນ​ທາດ​ຂອງ​ພວກ​ເຂົາ.

ມື້​ນຶ່ງ ຊົນ​ຟີລີດຕີນ​ມີ​ການ​ກິນ​ລ້ຽງ​ໃຫຍ່​ເພື່ອ​ນະມັດສະການ​ພະ​ດາຄອນ​ຂອງ​ເຂົາ ແລະ​ເຂົາ​ນຳ​ເອົາ​ຊາມຊອນ​ອອກ​ມາ​ຈາກ​ຄຸກ​ເພື່ອ​ເອົາ​ມາ​ຫຼິ້ນ​ເປັນ​ຕົວ​ຕະຫຼົກ. ໃນ​ລະຫວ່າງ​ນັ້ນ ຜົມ​ຂອງ​ຊາມຊອນ​ໄດ້​ງອກ​ຂຶ້ນ​ອີກ. ຊາມຊອນ​ບອກ​ເດັກ​ນ້ອຍ​ຜູ້​ຊາຍ​ທີ່​ຈູງ​ມື​ຕົນ​ວ່າ: ‘ຂໍ​ໃຫ້​ຂ້ອຍ​ຈັບ​ເສົາ​ທີ່​ຄ້ຳ​ຕຶກ​ເຖີດ.’ ຄັນ​ແລ້ວ​ຊາມຊອນ​ກໍ່​ອະທິດຖານ​ພະ​ເຢໂຫວາ​ຂໍ​ກຳລັງ ແລະ​ເອົາ​ມື​ຍຶດ​ເສົາ​ທັງ​ສອງ​ໄວ້. ເຂົາ​ຮ້ອງ​ວ່າ: ‘ຂໍ​ໃຫ້​ຂ້າພະເຈົ້າ​ຕາຍ​ກັບ​ຄົນ​ຟີລີດຕີນ​ເຖີດ.’ ໃນ​ງານ​ກິນ​ລ້ຽງ​ນັ້ນ​ມີ​ຊາວ​ຟີລີດຕີນ 3,000 ຄົນ ແລະ​ຂະນະ​ທີ່​ຊາມຊອນ​ກົ້ມ​ຕົວ​ລົງ​ຊຸກ​ເສົາ​ເຕັມ​ແຮງ​ຕຶກ​ນັ້ນ​ກໍ່​ພັງ​ທະລາຍ​ລົງ​ແລະ​ຂ້າ​ຄົນ​ຊົ່ວ​ເຫຼົ່າ​ນີ້​ທັງ​ໝົດ.

ພວກຜູ້ຕັດສີນ ບົດ 13 ເຖິງ 16.