ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ກະສັດອົງທຳອິດຂອງຍິດສະລາເອນຈົນເຖິງການເປັນຊະເລີຍໃນບາບີໂລນ

ກະສັດອົງທຳອິດຂອງຍິດສະລາເອນຈົນເຖິງການເປັນຊະເລີຍໃນບາບີໂລນ

ພາກ 4

ກະສັດ​ອົງ​ທຳອິດ​ຂອງ​ຍິດສະລາເອນ​ຈົນ​ເຖິງ​ການ​ເປັນ​ຊະເລີຍ​ໃນ​ບາບີໂລນ

ຊາອຶເລ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ກະສັດ​ອົງ​ທຳອິດ​ຂອງ​ຊາດ​ຍິດສະລາເອນ. ແຕ່​ຕອນ​ຫຼັງ​ພະ​ເຢໂຫວາ​ທອດ​ຖິ້ມ​ຊາອຶເລ​ເສຍ ແລະ​ໄດ້​ເລືອກ​ເອົາ​ດາວິດ​ໃຫ້​ເປັນ​ກະສັດ​ແທນ​ເຂົາ. ເຮົາ​ຈະ​ໄດ້​ຮຽນ​ຮູ້​ຫຼາຍ​ສິ່ງ​ກ່ຽວ​ກັບ​ດາວິດ. ເມື່ອ​ຍັງ​ເປັນ​ເດັກ​ຫນຸ່ມ​ເພິ່ນ​ໄດ້​ຕໍ່​ສູ້​ກັບ​ໂຄລີອາດ. ຕໍ່​ມາ​ເພິ່ນ​ໄດ້​ປົບ​ໜີ​ໄປ​ຈາກ​ກະສັດ​ຊາອຶເລ​ຜູ້​ມີ​ໃຈ​ອິດສາ. ໃນ​ຕອນ​ນັ້ນ​ອາບີຄາລີ​ຍິງ​ທີ່​ມີ​ຮູບ​ຮ່າງ​ງາມ​ຍັບຢັ້ງ​ເພິ່ນ​ຈາກ​ການ​ເຮັດ​ສິ່ງ​ທີ່​ບໍ່​ສະຫຼາດ.

ຕໍ່​ໄປ​ເຮົາ​ຈະ​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງ​ກ່ຽວ​ກັບ​ຊາໂລໂມນ​ບຸດ​ຊາຍ​ຂອງ​ດາວິດ ຜູ້​ສືບ​ຕຳແໜ່ງ​ເປັນ​ກະສັດ​ແຫ່ງ​ຊາດ​ຍິດສະລາເອນ​ແທນ​ດາວິດ. ກະສັດ​ສາມ​ອົງ​ທຳອິດ​ຂອງ​ຊາດ​ຍິດສະລາເອນ​ແຕ່​ລະ​ອົງ​ໄດ້​ປົກຄອງ 40 ປີ. ຫຼັງ​ຈາກ​ການ​ຕາຍ​ຂອງ​ຊາໂລໂມນ ປະເທດ​ຍິດສະລາເອນ​ໄດ້​ຖືກ​ແບ່ງ​ແຍກ​ອອກ​ເປັນ​ສອງ​ອານາຈັກ ຄື​ອານາຈັກ​ຝ່າຍ​ເໜືອ​ແລະ​ອານາຈັກ​ຝ່າຍ​ໃຕ້.

ອານາຈັກ​ຝ່າຍ​ເໜືອ 10 ກະກູນ​ດຳລົງ​ຢູ່​ໄດ້ 257 ປີ ກ່ອນ​ທີ່​ຖືກ​ຊົນຊາດ​ອາຊີລີ​ໄດ້​ມາ​ທຳລາຍ. ຄັນ​ຕໍ່​ມາ​ອີກ 133 ປີ​ອານາຈັກ​ຝ່າຍ​ໃຕ້​ສອງ​ກະກູນ​ກໍ່​ໄດ້​ຖືກ​ທຳລາຍ​ຄື​ກັນ. ເທື່ອ​ນີ້​ຊົນ​ຍິດສະລາເອນ​ໄດ້​ຖືກ​ຈັບ​ເປັນ​ຊະເລີຍ​ໄປ​ຍັງ​ບາບີໂລນ. ດັ່ງ​ນັ້ນ​ປະຫວັດສາດ​ທີ່​ມີ​ການ​ກ່າວ​ເຖິງ​ໃນ​ພາກ​ສີ່​ນີ້​ລວມ​ເວລາ​ທັງ​ໝົດ 510 ປີ ຊຶ່ງ​ລະຫວ່າງ​ເວລາ​ນີ້​ມີ​ເຫດການ​ໜ້າ​ຕື່ນ​ເຕັ້ນ​ຫຼາຍ​ຢ່າງ​ຜ່ານ​ໄປ​ຕໍ່​ສາຍ​ຕາ​ຂອງ​ເຮົາ.

 

ໃນຕອນນີ້