ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊາອຶເລ—ກະສັດທຳອິດຂອງຍິດສະລາເອນ

ຊາອຶເລ—ກະສັດທຳອິດຂອງຍິດສະລາເອນ

ບົດ 56

ຊາອຶເລ—ກະສັດ​ທຳອິດ​ຂອງ​ຍິດສະລາເອນ

ຈົ່ງ​ເບິ່ງ​ຊາເມິອນ​ພວມ​ເທ​ນ້ຳມັນ​ລົງ​ເທິງ​ຫົວ​ຂອງ​ຊາຍ​ຄົນ​ນີ້. ພວກ​ເຂົາ​ເຄີຍ​ໃຊ້​ວິທີ​ນີ້​ເພື່ອ​ສະແດງ​ວ່າ​ເຂົາ​ເປັນ​ບຸກຄົນ​ຊຶ່ງ​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ກະສັດ. ພະ​ເຢໂຫວາ​ບອກ​ໃຫ້​ຊາເມິອນ​ເທ​ນ້ຳມັນ​ລົງ​ເທິງ​ຫົວ​ຂອງ​ຊາອຶເລ. ນີ້​ຄື​ນ້ຳມັນ​ພິເສດ​ມີ​ກິ່ນ​ຫອມ​ແທ້ໆ.

ຊາອຶເລ​ບໍ່​ໄດ້​ຄິດ​ວ່າ​ຕົນ​ເປັນ​ຄົນ​ດີ​ພໍ​ທີ່​ຈະ​ເປັນ​ກະສັດ. ລາວ​ບອກ​ກັບ​ຊາເມິອນ​ວ່າ: ‘ຂ້າພະເຈົ້າ​ຢູ່​ໃນ​ກະກູນ​ຂອງ​ເບນຍາມີນ ເປັນ​ກະກູນ​ນຶ່ງ​ທີ່​ນ້ອຍ​ທີ່​ສຸດ​ໃນ​ຍິດສະລາເອນ ເຫດ​ໃດ​ທ່ານ​ຈຶ່ງ​ບອກ​ວ່າ​ຂ້າພະເຈົ້າ​ຈະ​ເປັນ​ກະສັດ?’ ພະ​ເຢໂຫວາ​ພໍ​ໃຈ​ໃນ​ຊາອຶເລ​ເພາະ​ວ່າ​ລາວ​ບໍ່​ໄດ້​ເຮັດ​ທ່າ​ຖື​ຕົວ​ວ່າ​ເປັນ​ໃຫຍ່​ແລະ​ສຳຄັນ. ດ້ວຍ​ເຫດ​ນັ້ນ​ພະອົງ​ຈຶ່ງ​ເລືອກ​ລາວ​ໃຫ້​ເປັນ​ກະສັດ.

ແຕ່​ຊາອຶເລ​ບໍ່​ໄດ້​ເປັນ​ຄົນ​ຍາກ​ຈົນ​ຫຼື​ບໍ່​ເປັນ​ຄົນ​ເລັກ​ນ້ອຍ. ລາວ​ມາ​ຈາກ​ຄອບຄົວ​ທີ່​ຮັ່ງມີ ແລະ​ເປັນ​ຄົນ​ມີ​ຮູບ​ຮ່າງ​ສູງ​ໜ້າ​ຕາ​ຫຼໍ່​ຫຼາຍ. ລາວ​ສູງ​ກວ່າ​ຄົນ​ອື່ນໆໃນ​ຊາດ​ຍິດສະລາເອນ​ປະມານ​ນຶ່ງ​ຟຸດ! ຊາອຶເລ​ສາມາດ​ແລ່ນ​ໄວ​ອີ່ຫຼີ ແລະ​ເປັນ​ຄົນ​ແຂງແຮງ​ຫຼາຍ​ດ້ວຍ. ຜູ້​ຄົນ​ມີ​ຄວາມ​ດີໃຈ​ທີ່​ພະ​ເຢໂຫວາ​ໄດ້​ເລືອກ​ຊາອຶເລ​ເປັນ​ກະສັດ. ພວກ​ເຂົາ​ທຸກ​ຄົນ​ສົ່ງ​ສຽງ​ໂຫ່​ຮ້ອງ​ວ່າ: ‘ຂໍ​ໃຫ້​ກະສັດ​ມີ​ຊີວິດ​ຍືນ​ຍາວ​ເຖີດ!’

ພວກ​ສັດຕູ​ຂອງ​ຊາດ​ຍິດສະລາເອນ​ມີ​ກຳລັງ​ແຂງແຮງ​ຕາມ​ເຄີຍ. ເຂົາ​ຍັງ​ຄົງ​ກໍ່​ໃຫ້​ຊົນ​ຍິດສະລາເອນ​ໄດ້​ຮັບ​ຄວາມ​ລຳບາກ​ບໍ່​ແມ່ນ​ໜ້ອຍ. ບໍ່​ດົນ​ຫຼັງ​ຈາກ​ຊາອຶເລ​ຖືກ​ແຕ່ງ​ຕັ້ງ​ເປັນ​ກະສັດ ຊົນຊາດ​ອາມໂມນ​ຍົກ​ທັບ​ມາ​ຕໍ່​ສູ້​ພວກ​ເຂົາ. ແຕ່​ຊາອຶເລ​ກໍ່​ໄດ້​ລວບລວມ​ກອງທັບ​ໃຫຍ່ ແລະ​ລາວ​ມີ​ໄຊ​ຊະນະ​ເໜືອ​ຊາດ​ອາມໂມນ. ທັງ​ນີ້​ເປັນ​ເຫດ​ເຮັດ​ໃຫ້​ຜູ້​ຄົນ​ດີໃຈ​ທີ່​ຊາອຶເລ​ເປັນ​ກະສັດ.

ຂະນະ​ທີ່​ຫຼາຍ​ປີ​ຜ່ານ​ໄປ ຊາອຶເລ​ນຳ​ຊາດ​ຍິດສະລາເອນ​ໃຫ້​ມີ​ໄຊ​ຊະນະ​ເໜືອ​ພວກ​ສັດຕູ​ຫຼາຍ​ເທື່ອ. ຊາອຶເລ​ມີ​ບຸດ​ຊາຍ​ທີ່​ກ້າຫານ​ຄົນ​ນຶ່ງ​ດ້ວຍ​ຊື່​ໂຍນາທານ. ແລະ​ໂຍນາທານ​ຊ່ວຍ​ຊົນ​ຍິດສະລາເອນ​ມີ​ໄຊ​ຊະນະ​ຫຼາຍ​ໃນ​ການ​ສູ້​ຮົບ​ຫຼາຍ​ຄັ້ງ. ຊາດ​ຟີລີດຕີນ​ຍັງ​ເປັນ​ສັດຕູ​ທີ່​ຮ້າຍແຮງ​ທີ່​ສຸດ​ຂອງ​ຊາດ​ຍິດສະລາເອນ​ຢູ່. ມື້​ນຶ່ງ​ຊາດ​ຟີລີດຕີນ​ເປັນ​ຫຼາຍໆພັນ​ຄົນ​ຍົກ​ທັບ​ມາ​ຕໍ່​ສູ້​ຊາດ​ຍິດສະລາເອນ.

ຊາເມິອນ​ບອກ​ໃຫ້​ຊາອຶເລ​ລໍ​ຖ້າ​ຈົນ​ກວ່າ​ເພິ່ນ​ມາ​ເຖິງ​ແລ້ວ​ຈຶ່ງ​ຖວາຍ​ເຄື່ອງ​ບູຊາ ຫຼື​ຂອງ​ຖວາຍ​ແດ່​ພະ​ເຢໂຫວາ. ແຕ່​ຊາເມິອນ​ຊັກຊ້າ​ໃນ​ການ​ມາ​ເຖິງ. ຊາອຶເລ​ຢ້ານ​ວ່າ​ຊາດ​ຟີລີດຕີນ​ຈະ​ລົງ​ມື​ຕໍ່​ສູ້ ດັ່ງ​ນັ້ນ​ລາວ​ຈຶ່ງ​ຖວາຍ​ເຄື່ອງ​ບູຊາ​ກ່ອນ​ດ້ວຍ​ຕົນ​ເອງ. ໃນ​ທີ່​ສຸດ​ເມື່ອ​ຊາເມິອນ​ມາ​ເຖິງ​ເພິ່ນ​ຈຶ່ງ​ບອກ​ຊາອຶເລ​ວ່າ​ລາວ​ເປັນ​ຄົນ​ບໍ່​ເຊື່ອ​ຟັງ. ຊາເມິອນ​ກ່າວ​ດັ່ງ​ນີ້: ‘ພະ​ເຢໂຫວາ​ຈະ​ເລືອກ​ອີກ​ຜູ້​ນຶ່ງ​ເປັນ​ກະສັດ​ເໜືອ​ຍິດສະລາເອນ.’

ຕໍ່​ມາຊາ​ອຶ​ເລ​ບໍ່​ເຊື່ອ​ຟັງ​ອີກ. ດັ່ງ​ນັ້ນ​ຊາເມິອນ​ຈຶ່ງ​ບອກ​ລາວ​ວ່າ: ‘ການ​ເຊື່ອ​ຟັງ​ພະ​ເຢໂຫວາ​ກໍ່​ດີ​ກວ່າ​ການ​ເອົາ​ແກະ​ຢ່າງ​ດີ​ທີ່​ສຸດ​ມາ​ຖວາຍ​ແດ່​ພະອົງ. ເພາະ​ທ່ານ​ບໍ່​ໄດ້​ເຊື່ອ​ຟັງ​ພະ​ເຢໂຫວາ ພະ​ເຢໂຫວາ​ຈະ​ບໍ່​ໃຫ້​ທ່ານ​ເປັນ​ກະສັດ​ແຫ່ງ​ຍິດສະລາເອນ​ຕໍ່​ໄປ.’

ເຮົາ​ສາມາດ​ຮຽນ​ບົດຮຽນ​ທີ່​ດີ​ຈາກ​ເລື່ອງ​ນີ້​ໄດ້. ເລື່ອງ​ນີ້​ສະແດງ​ໃຫ້​ເຮົາ​ເຫັນ​ວ່າ​ການ​ເຊື່ອ​ຟັງ​ພະ​ເຢໂຫວາ​ສະເໝີ​ນັ້ນ​ມີ​ຄວາມ​ສຳຄັນ​ພຽງ​ໃດ. ນອກ​ນີ້​ຍັງ​ສະແດງ​ໃຫ້​ເຫັນ​ວ່າ​ຄົນ​ທີ່​ເຄີຍ​ເປັນ​ຄົນ​ດີ​ຢ່າງ​ຊາອຶເລ ສາມາດ​ປ່ຽນ​ແລະ​ເປັນ​ບໍ່​ດີ​ໄດ້. ເຮົາ​ບໍ່​ປາຖະໜາ​ຈະ​ກາຍ​ເປັນ​ຄົນ​ບໍ່​ດີ​ຈັກ​ເທື່ອ​ເລີຍ ແມ່ນ​ບໍ?

1 ຊາເມິອນ ບົດ 9 ເຖິງ 11; 13:​5-14; 14:​47-52; 15:​1-35; 2 ຊາເມິອນ 1:⁠23.