ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະເຈົ້າເລືອກດາວິດ

ພະເຈົ້າເລືອກດາວິດ

ບົດ 57

ພະເຈົ້າ​ເລືອກ​ດາວິດ

ເຈົ້າ​ສາມາດ​ເຫັນ​ໄດ້​ບໍ​ວ່າ​ມີ​ສິ່ງ​ໃດ​ເກີດ​ຂຶ້ນ? ເດັກ​ຫນຸ່ມ​ຄົນ​ນີ້​ໄດ້​ຊ່ວຍ​ຊີວິດ​ລູກ​ແກະ​ນ້ອຍ​ນີ້​ໄວ້​ຈາກ​ໝີ. ໝີ​ໄດ້​ມາ​ຄາບ​ເອົາ​ລູກ​ແກະ​ແລະ​ຈະ​ເອົາ​ໄປ​ກິນ. ແຕ່​ເພິ່ນ​ແລ່ນ​ໄລ່​ຕາມ​ມັນ​ແລະ​ຊ່ວຍ​ລູກ​ແກະ​ໃຫ້​ພົ້ນ​ຈາກ​ປາກ​ຂອງ​ໝີ. ແລະ​ເມື່ອ​ໝີ​ລຸກ​ຂຶ້ນ​ຕໍ່​ສູ້​ເພິ່ນ​ກໍ່​ຄວ້າ​ເອົາ​ຕົວ​ໝີ​ໄວ້​ແລ້ວ​ຟາດ​ມັນ​ລົງ​ຕາຍ!

ອີກ​ຄາວ​ນຶ່ງ​ເຂົາ​ຊ່ວຍ​ແກະ​ຕົວ​ນຶ່ງ​ໃຫ້​ພົ້ນ​ຈາກ​ສິງ. ເພິ່ນ​ເປັນ​ຊາຍ​ຫນຸ່ມ​ທີ່​ມີ​ຄວາມ​ກ້າຫານ​ແທ້​ແມ່ນ​ບໍ? ເຈົ້າ​ຮູ້​ບໍ​ວ່າ​ເຂົາ​ຄື​ຜູ້​ໃດ?

ຊາຍ​ຫນຸ່ມ​ຄົນ​ນີ້​ຄື​ດາວິດ. ເພິ່ນ​ອາໄສ​ໃນ​ເມືອງ​ເບດເລເຫມ. ປູ່​ຂອງ​ເຂົາ​ຊື່​ໂອເບດ ລູກ​ຊາຍ​ຂອງ​ລຶດ​ແລະ​ໂບອາດ. ເຈົ້າ​ຈື່​ພວກ​ເຂົາ​ໄດ້​ບໍ? ແລະ​ພໍ່​ຂອງ​ດາວິດ​ຊື່​ອີຊາຍ. ດາວິດ​ລ້ຽງ​ຝູງ​ແກະ​ຂອງ​ພໍ່. ດາວິດ​ເກີດ 10 ປີ​ພາຍ​ຫຼັງ​ທີ່​ພະ​ເຢໂຫວາ​ຕັ້ງ​ຊາອຶເລ​ເປັນ​ກະສັດ.

ເວລາ​ມາ​ເຖິງ​ເມື່ອ​ພະ​ເຢໂຫວາ​ຕັດ​ແກ່​ຊາເມິອນ​ວ່າ: ‘ຈົ່ງ​ເອົາ​ນ້ຳມັນ​ພິເສດ​ແລະ​ໄປ​ເຮືອນ​ອີຊາຍ​ໃນ​ເບດເລເຫມ. ເຮົາ​ໄດ້​ເລືອກ​ເອົາ​ລູກ​ຊາຍ​ຄົນ​ນຶ່ງ​ຂອງ​ລາວ​ເພື່ອ​ຈະ​ຕັ້ງ​ໃຫ້​ເປັນ​ກະສັດ.’ ເມື່ອ​ຊາເມິອນ​ເຫັນ​ລູກ​ກົກ​ຂອງ​ອີຊາຍ​ຊື່​ເອລີອາບ ເຂົາ​ຈຶ່ງ​ກ່າວ​ກັບ​ຕົວ​ເອງ​ວ່າ: ‘ຄົນ​ນີ້​ເປັນ​ຄົນ​ທີ່​ພະ​ເຢໂຫວາ​ເລືອກ​ແນ່​ແທ້.’ ແຕ່​ພະ​ເຢໂຫວາ​ບອກ​ເຂົາ​ວ່າ: ‘ຢ່າ​ເບິ່ງ​ຮູບ​ຮ່າງ​ໜ້າ​ຕາ​ງາມ​ຫຼື​ຮ່າງ​ສູງ​ຂອງ​ເຂົາ. ເຮົາ​ບໍ່​ໄດ້​ເລືອກ​ເຂົາ​ໃຫ້​ເປັນ​ກະສັດ.’

ດັ່ງ​ນັ້ນ​ອີຊາຍ​ຈຶ່ງ​ເອີ້ນ​ລູກ​ຊາຍ​ຄົນ​ທີ່​ຊື່​ອາບີນາດາບ​ແລ້ວ​ພາ​ມາ​ຫາ​ຊາເມິອນ. ແຕ່​ຊາເມິອນ​ກ່າວ​ວ່າ: ‘ບໍ່ ພະ​ເຢໂຫວາ​ບໍ່​ໄດ້​ເລືອກ​ຄົນ​ນີ້​ເຊັ່ນ​ດຽວ​ກັນ.’ ຖັດ​ໄປ ອີຊາຍ​ພາ​ລູກ​ຊາຍ​ຊື່​ຊາມມາ​ເຂົ້າ​ມາ. ຊາເມິອນ​ເວົ້າ​ວ່າ: ‘ບໍ່ ພະ​ເຢໂຫວາ​ບໍ່​ເລືອກ​ເຂົາ.’ ອີຊາຍ​ໄດ້​ພາ​ລູກ​ຊາຍ​ເຈັດ​ຄົນ​ຂອງ​ຕົນ​ມາ​ຫາ​ຊາເມິອນ ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ເລືອກ​ເອົາ​ຜູ້​ໃດ​ເລີຍ. ຊາເມິອນ​ຖາມ​ວ່າ: ‘ລູກ​ຊາຍ​ທັງ​ໝົດ​ຂອງ​ທ່ານ​ມີ​ທໍ່​ນີ້​ບໍ?’

ອີຊາຍ​ກ່າວ​ວ່າ: ‘ຍັງ​ມີ​ອີກ​ຜູ້​ນ້ອຍ​ສຸດ. ແຕ່​ເພິ່ນ​ພວມ​ລ້ຽງ​ແກະ​ຢູ່​ຂ້າງ​ນອກ.’ ເມື່ອ​ດາວິດ​ຖືກ​ນຳ​ເຂົ້າ​ມາ ຊາເມິອນ​ເຫັນ​ວ່າ​ເຂົາ​ເປັນ​ຄົນ​ຫນຸ່ມ​ມີ​ຮູບ​ຮ່າງ​ໜ້າ​ຕາ​ງາມ​ດີ. ພະ​ເຢໂຫວາ​ຕັດ​ວ່າ: ‘ຄົນ​ນີ້​ແຫຼະ ຈົ່ງ​ເຈີມ​ເຂົາ​ດ້ວຍ​ນ້ຳມັນ​ເຖີດ.’ ແລະ​ນີ້​ຄື​ສິ່ງ​ທີ່​ຊາເມິອນ​ເຮັດ. ເມື່ອ​ເຖິງ​ເວລາ​ດາວິດ​ກໍ່​ຈະ​ເປັນ​ກະສັດ​ແຫ່ງ​ຊາດ​ຍິດສະລາເອນ.

1 ຊາເມິອນ 17:34, 35; 16:​1-13.