ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄວາມຫຍຸ້ງຍາກໃນເຊື້ອວົງຂອງດາວິດ

ຄວາມຫຍຸ້ງຍາກໃນເຊື້ອວົງຂອງດາວິດ

ບົດ 62

ຄວາມ​ຫຍຸ້ງຍາກ​ໃນ​ເຊື້ອ​ວົງ​ຂອງ​ດາວິດ

ຫຼັງ​ຈາກ ດາວິດ​ເລີ່ມ​ຕົ້ນ​ປົກຄອງ​ໃນ​ນະຄອນ​ເຢຣຶຊາເລມ ພະ​ເຢໂຫວາ​ໃຫ້​ກອງທັບ​ຂອງ​ເພິ່ນ​ຊະນະ​ເໜືອ​ສັດຕູ​ຫຼາຍ​ເທື່ອ. ພະ​ເຢໂຫວາ​ໄດ້​ສັນຍາ​ທີ່​ຈະ​ໃຫ້​ແຜ່ນດິນ​ການາອານ​ແກ່​ຊົນຊາດ​ຍິດສະລາເອນ. ແລະ​ບັດ​ນີ້​ດ້ວຍ​ຄວາມ​ຊ່ວຍເຫຼືອ​ຂອງ​ພະ​ເຢໂຫວາ ແຜ່ນດິນ​ທັງ​ໝົດ​ທີ່​ໄດ້​ສັນຍາ​ໄວ້​ໃນ​ທີ່​ສຸດ​ກໍ່​ຕົກ​ມາ​ເປັນ​ຂອງ​ພວກ​ເຂົາ.

ດາວິດ​ເປັນ​ຜູ້​ປົກຄອງ​ທີ່​ດີ. ທ່ານ​ຮັກ​ພະ​ເຢໂຫວາ. ດັ່ງ​ນັ້ນ​ສິ່ງ​ທຳອິດ​ທີ່​ເພິ່ນ​ເຮັດ​ຫຼັງ​ຈາກ​ຍຶດ​ເອົາ​ນະຄອນ​ເຢຣຶຊາເລມ​ໄດ້​ນັ້ນ​ຄື​ນຳ​ເອົາ​ຫີບ​ແຫ່ງ​ຄຳ​ສັນຍາ​ໄມຕີ​ຂອງ​ພະ​ເຢໂຫວາ​ມາ​ໄວ້​ທີ່​ນັ້ນ. ແລະ​ເພິ່ນ​ຕ້ອງການ​ຈະ​ສ້າງ​ວິຫານ​ຂຶ້ນ​ເພື່ອ​ຈະ​ເອົາ​ຫີບ​ແຫ່ງ​ຄຳ​ສັນຍາ​ມາ​ໄວ້​ທີ່​ນັ້ນ.

ເມື່ອ​ດາວິດ​ມີ​ອາຍຸ​ຫຼາຍ​ຂຶ້ນ ທ່ານ​ໄດ້​ເຮັດ​ຜິດ​ຮ້າຍແຮງ. ດາວິດ​ຮູ້​ວ່າ​ການ​ຍຶດ​ເອົາ​ຂອງ​ທີ່​ເປັນ​ຂອງ​ຄົນ​ອື່ນ​ນັ້ນ​ເປັນ​ການ​ຜິດ. ແຕ່​ວ່າ​ເວລາ​ແລງ​ມື້​ນຶ່ງ ເມື່ອ​ຍ່າງ​ຢູ່​ເທິງ​ຫຼັງຄາ​ລາຊະວັງ ເພິ່ນ​ມອງ​ລົງ​ໄປ ເຫັນ​ຜູ້​ຍິງ​ຄົນ​ນຶ່ງ​ງາມ​ຫຼາຍ. ນາງ​ຊື່​ບາດເຊບາ​ແລະ​ສາມີ​ເປັນ​ທະຫານ​ຄົນ​ນຶ່ງ​ຂອງ​ດາວິດ​ຊື່​ອຶລີ.

ດາວິດ​ຕ້ອງການ​ນາງ​ບາດເຊບາ​ຫຼາຍ​ທີ່​ສຸດ​ເຖິງ​ກັບ​ໃຫ້​ນຳ​ຕົວ​ນາງ​ມາ​ທີ່​ວັງ. ຜົວ​ຂອງ​ນາງ​ອອກ​ໄປ​ເຮັດ​ການ​ສູ້​ຮົບ. ດາວິດ​ໄດ້​ຮ່ວມ​ນອນ​ກັບ​ນາງ​ແລະ​ຕໍ່​ມາ​ນາງ​ຮູ້​ຕົວ​ວ່າ​ຕົນ​ພວມ​ຈະ​ມີ​ລູກ. ດາວິດ​ມີ​ຄວາມ​ກັງວົນ​ຫຼາຍ​ຈຶ່ງ​ສັ່ງ​ໂຢອາບ​ແມ່ທັບ​ຂອງ​ທ່ານ​ໃຫ້​ສົ່ງ​ອຶລີ​ໄປ​ສູ້​ຮົບ​ທີ່​ແນວ​ໜ້າ​ເພື່ອ​ເຂົາ​ຈະ​ຖືກ​ຂ້າ. ເມື່ອ​ອຶລີ​ຕາຍ​ແລ້ວ ດາວິດ​ແຕ່ງ​ດອງ​ກັບ​ບາດເຊບາ.

ພະ​ເຢໂຫວາ​ເຄືອງ​ໃຈ​ດາວິດ​ຫຼາຍ. ດັ່ງ​ນັ້ນ​ພະອົງ​ຈຶ່ງ​ສົ່ງ​ນາທານ​ຜູ້​ຮັບໃຊ້​ຂອງ​ພະອົງ​ໄປ​ບອກ​ເຖິງ​ຄວາມ​ຜິດ​ບາບ​ຂອງ​ທ່ານ. ເຈົ້າ​ເຫັນ​ນາທານ​ພວມ​ເວົ້າ​ກັບ​ດາວິດ. ດາວິດ​ເສຍໃຈ​ຫຼາຍ​ໃນ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ ແລະ​ດ້ວຍ​ເຫດ​ນັ້ນ​ພະ​ເຢໂຫວາ​ບໍ່​ໄດ້​ຂ້າ​ເພິ່ນ. ແຕ່​ພະ​ເຢໂຫວາ​ຕັດ​ວ່າ: ‘ເພາະ​ເຫດ​ເຈົ້າ​ໄດ້​ເຮັດ​ສິ່ງ​ຊົ່ວ​ເຫຼົ່າ​ນີ້ ເຈົ້າ​ຈະ​ມີ​ຄວາມ​ລຳບາກ​ຫຼາຍ​ປະການ​ໃນ​ເຊື້ອ​ວົງ​ຂອງ​ເຈົ້າ.’ ແລະ​ດາວິດ​ກໍ່​ໄດ້​ຮັບ​ຄວາມ​ລຳບາກ​ເດືອດຮ້ອນ​ອີ່ຫຼີ!

ທຳອິດ​ບຸດ​ຂອງ​ບາດເຊບາ​ຕາຍ. ຕໍ່​ມາ​ລາຊະບຸດ​ຫົວປີ​ຂອງ​ດາວິດ​ອາມນອນ​ຈັດ​ໃຫ້​ຕາມາເຣ​ນ້ອງ​ສາວ​ຂອງ​ຕົນ​ຢູ່​ກັບ​ຕົນ​ແຕ່​ລຳພັງ​ແລ້ວ​ຂົ່ມຂືນ​ນາງ. ເລື່ອງ​ນີ້​ເຮັດ​ໃຫ້​ອາບຊາໂລມ​ລາຊະບຸດ​ຂອງ​ດາວິດ​ຄຽດ​ເຄືອງ​ໃຈ​ຫຼາຍ​ຈົນ​ເຖິງ​ຂ້າ​ອາມນອນ. ຕໍ່​ມາ​ອາບຊາໂລມ​ສາມາດ​ເຮັດ​ໃຫ້​ປະຊາຊົນ​ພໍ​ໃຈ​ຮັກ​ແພງ​ຕົນ​ແລ້ວ​ກໍ່​ຕັ້ງ​ຕົວ​ເອງ​ເປັນ​ກະສັດ. ໃນ​ທີ່​ສຸດ ດາວິດ​ເອົາ​ຊະນະ​ໃນ​ການ​ສູ້​ຮົບ​ກັບ​ອາບຊາໂລມ​ຜູ້​ຊຶ່ງ​ຖືກ​ຂ້າ. ແມ່ນ​ແລ້ວ ດາວິດ​ໄດ້​ຮັບ​ຄວາມ​ຫຍຸ້ງຍາກ​ມາກ​ຫຼາຍ.

ໃນ​ລະຫວ່າງ​ເຫດການ​ທັງ​ໝົດ​ນີ້ ບາດເຊບາ​ໃຫ້​ກຳເນີດ​ບຸດ​ຊາຍ​ຄົນ​ນຶ່ງ​ຊື່​ຊາໂລໂມນ. ເມື່ອ​ດາວິດ​ເຖົ້າ​ແລ້ວ​ແລະ​ເຈັບ​ປ່ວຍ​ລົງ ອາໂດເນຍ​ລາຊະບຸດ​ຂອງ​ເພິ່ນ​ກໍ່​ພະຍາຍາມ​ຕັ້ງ​ຕົວ​ເອງ​ເປັນ​ກະສັດ. ດັ່ງ​ນັ້ນ​ດາວິດ​ຈຶ່ງ​ໃຊ້​ປະໂລຫິດ​ຈາດອກ​ເທ​ນ້ຳມັນ​ລົງ​ເທິງ​ຫົວ​ຂອງ​ຊາໂລໂມນ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ຊາໂລໂມນ​ຈະ​ໄດ້​ເປັນ​ກະສັດ. ຕໍ່​ມາ​ບໍ່​ດົນ​ດາວິດ​ກໍ່​ຕາຍ​ເມື່ອ​ມີ​ອາຍຸ 70 ປີ. ທ່ານ​ໄດ້​ປົກຄອງ​ເປັນ​ເວລາ 40 ປີ ແຕ່​ບັດ​ນີ້​ຊາໂລໂມນ​ເປັນ​ກະສັດ​ແຫ່ງ​ຊາດ​ຍິດສະລາເອນ.

2 ຊາເມິອນ 11:​1-27; 12:​1-18; 1 ກະສັດ 1:​1-48.