ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊາໂລໂມນສ້າງວິຫານ

ຊາໂລໂມນສ້າງວິຫານ

ບົດ 64

ຊາໂລໂມນ​ສ້າງ​ວິຫານ

ກ່ອນ​ກະສັດ​ດາວິດ​ຕາຍ ທ່ານ​ມອບ​ແຜນຜັງ​ຈາກ​ພະເຈົ້າ​ໄວ້​ກັບ​ຊາໂລໂມນ ເພື່ອ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ. ໃນ​ປີ​ທີ​ສີ່​ແຫ່ງ​ການ​ປົກຄອງ​ຂອງ​ທ່ານ ຊາໂລໂມນ​ເລີ່ມ​ຕົ້ນ​ສ້າງ​ວິຫານ​ແລະ​ການ​ສ້າງ​ໃຊ້​ເວລາ​ເຈັດ​ປີ​ເຄິ່ງ​ຈຶ່ງ​ສຳເລັດ. ມີ​ຫຼາຍ​ສິບ​ພັນ​ຄົນ​ມີ​ສ່ວນ​ສ້າງ​ວິຫານ​ນັ້ນ ແລະ​ການ​ສ້າງ​ນີ້​ຕ້ອງ​ໃຊ້​ເງິນ​ຈຳນວນ​ຫຼວງ​ຫຼາຍ. ທັງ​ນີ້​ກໍ່​ເພາະ​ວ່າ​ໃຊ້​ຄຳ​ແລະ​ເງິນ​ໃນ​ການ​ສ້າງ​ນີ້​ຢ່າງ​ມາກ​ຫຼາຍ.

ວິຫານ​ມີ​ຫ້ອງ​ສຳຄັນ​ສອງ​ຫ້ອງ ເຊັ່ນ​ດຽວ​ກັນ​ກັບ​ກະໂຈມ​ຫຼື​ຈຳ​ໜັກ​ອາໄສ. ແຕ່​ຂະໜາດ​ຫ້ອງ​ເຫຼົ່າ​ນີ້​ໃຫຍ່​ກວ່າ​ສອງ​ເທົ່າ​ຂອງ​ຫ້ອງ​ໃນ​ກະໂຈມ. ຊາໂລໂມນ​ໄດ້​ສັ່ງ​ໃຫ້​ເອົາ​ຫີບ​ແຫ່ງ​ຄຳ​ສັນຍາ​ໃສ່​ໄວ້​ໃນ​ຫ້ອງ​ຊັ້ນ​ໃນ​ແຫ່ງ​ວິຫານ ແລະ​ສ່ວນ​ຂອງ​ໃຊ້​ອື່ນໆນັ້ນ​ທີ່​ເຄີຍ​ເກັບ​ໄວ້​ໃນ​ກະໂຈມ​ກໍ່​ໄດ້​ມ້ຽນ​ໄວ້​ໃນ​ອີກ​ຫ້ອງ​ນຶ່ງ.

ເມື່ອ​ສ້າງ​ວິຫານ​ສຳເລັດ​ແລ້ວ ຈຶ່ງ​ມີ​ການ​ສະຫຼອງ​ໃຫຍ່. ຊາໂລໂມນ​ຄູ້​ເຂົ່າ​ລົງ​ຕໍ່​ໜ້າ​ວິຫານ​ແລະ​ອະທິດຖານ ດັງ​ທີ່​ເຈົ້າ​ເຫັນ​ໃນ​ຮູບ. ຊາໂລໂມນ​ກ່າວ​ແກ່​ພະ​ເຢໂຫວາ​ວ່າ: ‘ແມ່ນ​ວ່າ​ຟ້າ​ທັງ​ສິ້ນ​ກໍ່​ບໍ່​ກວ້າງ​ພໍ​ທີ່​ຈະ​ຮັບ​ພະອົງ​ໄດ້ ເຊັ່ນ​ນັ້ນ​ແລ້ວ​ວິຫານ​ຫຼັງ​ນີ້​ກໍ່​ນ້ອຍ​ໂພດ​ອີ່ຫຼີ​ທີ່​ຈະ​ຮັບ​ພະອົງ​ໄດ້. ແຕ່​ໂອ້​ພະເຈົ້າ​ຂອງ​ຂ້າພະເຈົ້າ ຂໍ​ເຊີນ​ສະດັບ​ຟັງ​ຜູ້​ຄົນ​ຂອງ​ພະອົງ​ເມື່ອ​ພວກ​ເຂົາ​ອະທິດຖານ​ມາ​ທາງ​ສະຖານ​ທີ່​ນີ້.’

ເມື່ອ​ຊາໂລໂມນ​ອະທິດຖານ​ຈົບ​ແລ້ວ ໄຟ​ລົງ​ມາ​ຈາກ​ສະຫວັນ. ໄຟ​ໄດ້​ເຜົາ​ສັດ​ທີ່​ເອົາ​ມາ​ຖວາຍ​ບູຊາ​ນັ້ນ. ແລະ​ແສງ​ອັນ​ກ້າ​ຈາກ​ພະ​ເຢໂຫວາ​ສ່ອງ​ທົ່ວ​ວິຫານ. ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ສະດັບ​ຟັງ ແລະ​ທີ່​ວ່າ​ພະອົງ​ພໍ​ໃຈ​ຍິນດີ​ກັບ​ວິຫານ​ແລະ​ການ​ອະທິດຖານ​ຂອງ​ຊາໂລໂມນ. ແທນ​ທີ່​ຈະ​ໃຊ້​ກະໂຈມ​ຕໍ່​ໄປ​ບັດ​ນີ້​ວິຫານ​ຈຶ່ງ​ກາຍ​ເປັນ​ສະຖານ​ທີ່​ຜູ້​ຄົນ​ຈະ​ມາ​ນະມັດສະການ.

ຊາໂລໂມນ​ປົກຄອງ​ໃນ​ວິທີ​ທາງ​ອັນ​ສະຫຼາດ​ເປັນ​ເວລາ​ດົນ​ນານ ແລະ​ຜູ້​ຄົນ​ກໍ່​ມີ​ຄວາມ​ສຸກ. ແຕ່​ຊາໂລໂມນ​ແຕ່ງ​ດອງ​ກັບ​ຍິງ​ຈາກ​ປະເທດ​ອື່ນໆຫຼາຍ​ຄົນ​ຜູ້​ທີ່​ບໍ່​ນະມັດສະການ​ພະ​ເຢໂຫວາ. ເຈົ້າ​ເຫັນ​ຜູ້​ຍິງ​ຄົນ​ນຶ່ງ​ພວມ​ນະມັດສະການ​ຕໍ່​ໜ້າ​ຮູບ​ພະ​ນັ້ນ​ບໍ? ໃນ​ທີ່​ສຸດ​ເມຍ​ທັງ​ຫຼາຍ​ຂອງ​ທ່ານ​ກໍ່​ຊັກຊວນ​ຊາໂລໂມນ​ໄປ​ນະມັດສະການ​ພະເຈົ້າ​ອື່ນໆດ້ວຍ. ເຈົ້າ​ຮູ້​ບໍ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ​ເມື່ອ​ຊາໂລໂມນ​ເຮັດ​ຢ່າງ​ນີ້? ທ່ານ​ບໍ່​ໄດ້​ປະຕິບັດ​ກັບ​ຜູ້​ຄົນ​ດ້ວຍ​ຄວາມ​ເມດຕາ​ຕໍ່​ໄປ. ທ່ານ​ກາຍ​ເປັນ​ຄົນ​ໂຫດ​ຮ້າຍ ແລະ​ຜູ້​ຄົນ​ກໍ່​ບໍ່​ມີ​ຄວາມ​ສຸກ​ອີກ​ເລີຍ.

ດ້ວຍ​ເຫດ​ນີ້​ພະ​ເຢໂຫວາ​ຈຶ່ງ​ມີ​ຄວາມ​ໂກດ​ເຄືອງ​ຕໍ່​ຊາໂລໂມນ ແລະ​ພະອົງ​ຕັດ​ແກ່​ທ່ານ​ວ່າ: ‘ເຮົາ​ຈະ​ຍຶດ​ເອົາ​ລາຊະອານາຈັກ​ຈາກ​ເຈົ້າ​ແລະ​ຈະ​ຍົກ​ໃຫ້​ແກ່​ຊາຍ​ອີກ​ຄົນ​ນຶ່ງ. ເຮົາ​ຈະ​ບໍ່​ກະທຳ​ການ​ນີ້​ໃນ​ຊ່ວງ​ຊີວິດ​ຂອງ​ເຈົ້າ ແຕ່​ຈະ​ເກີດ​ຂຶ້ນ​ໃນ​ລະຫວ່າງ​ການ​ປົກຄອງ​ຂອງ​ບຸດ​ຊາຍ​ຂອງ​ເຈົ້າ. ແຕ່​ເຮົາ​ຈະ​ບໍ່​ຍຶດ​ເອົາ​ຜູ້​ຄົນ​ທັງ​ໝົດ​ໄປ​ຈາກ​ລາຊະອານາຈັກ​ແຫ່ງ​ບຸດ​ຊາຍ​ຂອງ​ເຈົ້າ.’ ໃຫ້​ເຮົາ​ເບິ່ງ​ວ່າ​ເຫດການ​ນີ້​ເກີດ​ຂຶ້ນ​ຢ່າງ​ໃດ.

1 ຂ່າວຄາວ 28:​9-21; 29:​1-9; 1 ກະສັດ 5:​1-18; 2 ຂ່າວຄາວ 6:​12-42; 7:​1-5; 1 ກະສັດ 11:​9-13.