ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໂຢຊາຟາດວາງໃຈໃນພະເຢໂຫວາ

ໂຢຊາຟາດວາງໃຈໃນພະເຢໂຫວາ

ບົດ 67

ໂຢຊາຟາດ​ວາງໃຈ​ໃນ​ພະ​ເຢໂຫວາ

ເຈົ້າ​ຮູ້​ບໍ​ວ່າ​ຊາຍ​ເຫຼົ່າ​ນີ້​ຄື​ຜູ້​ໃດ​ແລະ​ພວກ​ເຂົາ​ພວມ​ເຮັດ​ຫຍັງ? ພວກ​ເຂົາ​ພວມ​ອອກ​ໄປ​ສູ້​ຮົບ​ແລະ​ພວກ​ຜູ້​ຊາຍ​ທີ່​ຢູ່​ແຖວ​ໜ້າ​ພວມ​ຮ້ອງ​ເພງ. ແຕ່​ເຈົ້າ​ອາດ​ຈະ​ຖາມ​ວ່າ: ‘ເປັນ​ຫຍັງ​ພວກ​ນັກ​ຮ້ອງ​ບໍ່​ມີ​ດາບ​ຫຼື​ຫອກ​ເພື່ອ​ໃຊ້​ໃນ​ການ​ສູ້​ຮົບ?’ ຈົ່ງ​ໃຫ້​ເຮົາ​ເບິ່ງ.

ໂຢຊາຟາດ​ເປັນ​ກະສັດ​ຂອງ​ສອງ​ກະກູນ​ແຫ່ງ​ລາຊະອານາຈັກ​ຍິດສະລາເອນ. ທ່ານ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ດຽວ​ກັນ​ກັບ​ກະສັດ​ອາກາບ​ແລະ​ເຢຊາເບນ​ແຫ່ງ​ອານາຈັກ 10 ກະກູນ​ຝ່າຍ​ເໜືອ. ແຕ່​ກະສັດ​ໂຢຊາຟາດ​ເປັນ​ກະສັດ​ທີ່​ດີ ແລະ​ກະສັດ​ອາຊາ​ພໍ່​ຂອງ​ທ່ານ​ເປັນ​ກະສັດ​ທີ່​ດີ​ດ້ວຍ. ດັ່ງ​ນັ້ນ​ຜູ້​ຄົນ​ແຫ່ງ​ອານາຈັກ​ພາກ​ໃຕ້ 2 ກະກູນ​ມີ​ຄວາມ​ສຸກ​ຢູ່​ດີ​ກິນ​ດີ​ເປັນ​ເວລາ​ຫຼາຍ​ປີ.

ແຕ່​ໃນ​ຂະນະ​ນີ້​ມີ​ບາງ​ຢ່າງ​ເກີດ​ຂຶ້ນ​ທີ່​ເຮັດ​ໃຫ້​ຜູ້​ຄົນ​ມີ​ຄວາມ​ຢ້ານ. ຜູ້​ສົ່ງ​ຂ່າວ​ມາ​ລາຍງານ​ແກ່​ໂຢຊາຟາດ​ວ່າ: ‘ກອງທັບ​ໃຫຍ່​ຈາກ​ປະເທດ​ໂມອາບ ອາມໂມນ ແລະ​ພວກ​ຄົນ​ຢູ່​ພູ​ເຊອີເຣ​ພວມ​ມາ​ສູ້​ຮົບ​ກັບ​ທ່ານ.’ ຊົນ​ຍິດສະລາເອນ​ຫຼວງ​ຫຼາຍ​ທ້ອນ​ໂຮມ​ກັນ​ຢູ່​ທີ່​ເຢຣຶຊາເລມ​ສະແຫວງ​ຫາ​ພະ​ເຢໂຫວາ​ເພື່ອ​ຂໍ​ຄວາມ​ຊ່ວຍເຫຼືອ. ພວກ​ເຂົາ​ໄປ​ທີ່​ວິຫານ ແລະ​ໂຢຊາຟາດ​ກໍ່​ອະທິດຖານ​ຢູ່​ທີ່​ນັ້ນ: ‘ໂອ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ຂ້າພະເຈົ້າ ພວກ​ຂ້າພະເຈົ້າ​ບໍ່​ຮູ້​ຈັກ​ຈະ​ຕ້ອງ​ເຮັດ​ປະການ​ໃດ. ພວກ​ຂ້າພະເຈົ້າ​ບໍ່​ມີ​ແຮງ​ທີ່​ຈະ​ຕໍ່​ສູ້​ກອງທັບ​ອັນ​ໃຫຍ່​ນີ້. ພວກ​ຂ້າພະເຈົ້າ​ສະແຫວງ​ຫາ​ຄວາມ​ຊ່ວຍເຫຼືອ​ຈາກ​ພະອົງ.’

ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ນັ້ນ ພະອົງ​ໃຫ້​ຄົນ​ນຶ່ງ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ພະອົງ​ບອກ​ຜູ້​ຄົນ​ວ່າ: ‘ການ​ສູ້​ຮົບ​ບໍ່​ແມ່ນ​ຂອງ​ພວກ​ເຈົ້າ ແຕ່​ເປັນ​ຂອງ​ພະເຈົ້າ ພວກ​ເຈົ້າ​ຈະ​ບໍ່​ຕ້ອງ​ສູ້​ຮົບ ຈົ່ງ​ໄປ​ແລະ​ຢືນ​ຢູ່​ທີ່​ນັ້ນ​ແລະ​ເຫັນ​ຄວາມ​ພົ້ນ​ແຕ່​ພະ​ເຢໂຫວາ.’

ດັ່ງ​ນັ້ນ​ຕອນ​ເຊົ້າ​ມື້​ຕໍ່​ມາ​ໂຢຊາຟາດ​ບອກ​ຜູ້​ຄົນ​ວ່າ: ‘ຈົ່ງ​ວາງໃຈ​ໃນ​ພະ​ເຢໂຫວາ!’ ຈາກ​ນັ້ນ​ທ່ານ​ໃຫ້​ພວກ​ນັກ​ຮ້ອງ​ເພງ​ລຽນ​ແຖວ​ຢູ່​ຕໍ່​ໜ້າ​ພວກ​ທະຫານ​ຂອງ​ທ່ານ ແລະ​ພວກ​ເຂົາ​ເດີນ​ຂະບວນ​ອອກ​ໄປ​ພ້ອມ​ທັງ​ຮ້ອງ​ເພງ​ສັນລະເສີນ​ແດ່​ພະ​ເຢໂຫວາ. ເຈົ້າ​ຮູ້​ບໍ​ວ່າ​ມີ​ສິ່ງ​ໃດ​ໄດ້​ເກີດ​ຂຶ້ນ​ເມື່ອ​ພວກ​ເຂົາ​ເຂົ້າ​ໄປ​ໃກ້​ບ່ອນ​ການ​ເລວເສິກ? ພະ​ເຢໂຫວາ​ໄດ້​ບັນດານ​ໃຫ້​ພວກ​ທະຫານ​ໂຈມຕີ​ຂ້າ​ຟັນ​ກັນ​ໃນ​ທ່າມກາງ​ພວກ​ເຂົາ​ເອງ. ແລະ​ເມື່ອ​ພວກ​ຍິດສະລາເອນ​ມາ​ເຖິງ ທະຫານ​ທຸກໆຄົນ​ກໍ່​ຕາຍ​ໄປ​ແລ້ວ!

ການ​ທີ່​ໂຢຊາຟາດ​ວາງໃຈ​ໃນ​ພະ​ເຢໂຫວາ​ນັບ​ວ່າ​ສະຫຼາດ​ແມ່ນ​ບໍ? ພວກ​ເຮົາ​ກໍ່​ຈະ​ເປັນ​ຄົນ​ສະຫຼາດ​ຖ້າ​ເຮົາ​ວາງໃຈ​ໃນ​ພະ​ເຢໂຫວາ​ດ້ວຍ.

1 ກະສັດ 22:​41-53; 2 ຂ່າວຄາວ 20:​1-30.