ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເດັກນ້ອຍຍິງຄົນນຶ່ງຊ່ວຍບຸລຸດຜູ້ມີອຳນາດ

ເດັກນ້ອຍຍິງຄົນນຶ່ງຊ່ວຍບຸລຸດຜູ້ມີອຳນາດ

ບົດ 69

ເດັກ​ນ້ອຍ​ຍິງ​ຄົນ​ນຶ່ງ​ຊ່ວຍ​ບຸລຸດ​ຜູ້​ມີ​ອຳນາດ

ເຈົ້າ​ຮູ້​ບໍ​ວ່າ​ເດັກ​ນ້ອຍ​ຍິງ​ຄົນ​ນີ້​ພວມ​ເວົ້າ​ຫຍັງ? ລາວ​ພວມ​ເວົ້າ​ກັບ​ສຸພາບ​ສະຕີ​ເຖິງ​ເລື່ອງ​ເອລີເຊ​ຜູ້​ທຳນວາຍ​ຂອງ​ພະ​ເຢໂຫວາ ແລະ​ສິ່ງ​ໜ້າ​ພິດສະຫວົງ​ຫຼາຍ​ຢ່າງ​ທີ່​ພະ​ເຢໂຫວາ​ຊ່ວຍ​ທ່ານ​ເຮັດ. ສຸພາບ​ສະຕີ​ບໍ່​ຮູ້​ຈັກ​ກ່ຽວ​ກັບ​ພະ​ເຢໂຫວາ​ເພາະ​ວ່າ​ນາງ​ບໍ່​ແມ່ນ​ຊົນ​ຍິດສະລາເອນ. ໃຫ້​ເຮົາ​ເບິ່ງ​ວ່າ​ເປັນ​ຫຍັງ​ເດັກ​ນ້ອຍ​ຍິງ​ຄົນ​ນີ້​ຈຶ່ງ​ຢູ່​ໃນ​ເຮືອນ​ຂອງ​ນາງ.

ສຸພາບ​ສະຕີ​ນັ້ນ​ເປັນ​ຄົນ​ຊາດ​ຊີລີ. ຜົວ​ຂອງ​ນາງ​ຄື​ນາອາມານ ຫົວໜ້າ​ກອງທັບ​ຊາດ​ຊີລີ. ພວກ​ຊີລີ​ໄດ້​ຈັບ​ເດັກ​ນ້ອຍ​ຍິງ​ຊົນ​ຍິດສະລາເອນ​ຄົນ​ນີ້ ແລະ​ລາວ​ຖືກ​ນຳ​ມາ​ໃຫ້​ເມຍ​ຂອງ​ນາອາມານ​ເພື່ອ​ເປັນ​ຜູ້​ຮັບໃຊ້​ຂອງ​ນາງ.

ນາອາມານ​ປ່ວຍ​ເປັນ​ພະຍາດ​ທີ່​ເອີ້ນ​ວ່າ​ຂີ້ທູດ. ພະຍາດ​ແນວ​ນີ້​ອາດ​ເຮັດ​ໃຫ້​ເນື້ອ​ໜັງ​ຫລຸດ​ອອກ​ໄດ້. ເດັກ​ນ້ອຍ​ຍິງ​ຄົນ​ນີ້​ຈຶ່ງ​ບອກ​ເມຍ​ຂອງ​ນາອາມານ​ວ່າ: ‘ຂ້າພະເຈົ້າ​ຢາກ​ໃຫ້​ນາຍ​ຂອງ​ຂ້າພະເຈົ້າ​ໄປ​ຫາ​ຜູ້​ທຳນວາຍ​ຂອງ​ພະ​ເຢໂຫວາ​ໃນ​ປະເທດ​ຍິດສະລາເອນ ຜູ້​ທຳນວາຍ​ຈະ​ຊ່ວຍ​ທ່ານ​ໃຫ້​ຫາຍ​ດີ​ຈາກ​ພະຍາດ​ຂີ້ທູດ.’ ຕໍ່​ມາ​ມີ​ການ​ເລົ່າ​ເລື່ອງ​ນີ້​ໃຫ້​ຜົວ​ຂອງ​ສຸພາບ​ສະຕີ​ຟັງ.

ນາອາມານ​ຕ້ອງການ​ຫຼາຍ​ທີ່​ສຸດ​ທີ່​ຈະ​ຫາຍ​ພະຍາດ​ນັ້ນ; ດັ່ງ​ນັ້ນ​ທ່ານ​ຕັດສິນ​ໃຈ​ໄປ​ປະເທດ​ຍິດສະລາເອນ. ເມື່ອ​ໄປ​ເຖິງ ທ່ານ​ໄປ​ເຮືອນ​ຂອງ​ເອລີເຊ. ເອລີເຊ​ໃຫ້​ຜູ້​ຮັບໃຊ້​ຂອງ​ທ່ານ​ໄປ​ບອກ​ນາອາມານ​ໃຫ້​ໄປ​ອາບ​ນ້ຳ​ທີ່​ແມ່ນ້ຳ​ຢູລະເດນ​ເຈັດ​ເທື່ອ. ນີ້​ເຮັດ​ໃຫ້​ນາອາມານ​ຄຽດ​ຮ້າຍ​ຫຼາຍ ແລະ​ທ່ານ​ກ່າວ​ວ່າ: ‘ແມ່ນ້ຳ​ຢູ່​ບ້ານ​ກໍ່​ດີ​ກວ່າ​ແມ່ນ້ຳ​ທັງ​ຫຼາຍ​ຂອງ​ຍິດສະລາເອນ!’ ຫຼັງ​ຈາກ​ເວົ້າ​ຄວາມ​ນີ້​ແລ້ວ ນາອາມານ​ກໍ່​ໄປ.

ແຕ່​ຄົນ​ນຶ່ງ​ໃນ​ພວກ​ຜູ້​ຮັບໃຊ້​ບອກ​ທ່ານ​ວ່າ: ‘ອາດຍາ​ພໍ່​ເອີຍ ຖ້າ​ຜູ້​ທຳນວາຍ​ນັ້ນ​ໄດ້​ສັ່ງ​ທ່ານ​ໃຫ້​ເຮັດ​ການ​ອັນ​ໃຫຍ່​ຢ່າງ​ໃດ​ຢ່າງ​ນຶ່ງ ທ່ານ​ຈະ​ເຮັດ​ບໍ່​ແມ່ນ​ບໍ? ນີ້​ພຽງ​ແຕ່​ອາບ​ນ້ຳ​ຕາມ​ເພິ່ນ​ໄດ້​ບອກ ເຫດ​ໃດ​ທ່ານ​ຈຶ່ງ​ບໍ່​ເຮັດ.’ ນາອາມານ​ຍອມ​ຟັງ​ຄວາມ​ຂອງ​ຜູ້​ຮັບໃຊ້​ຂອງ​ຕົນ​ແລ້ວ​ໄປ​ຈຸ່ມ​ຕົວ​ໃນ​ແມ່ນ້ຳ​ຢູລະເດນ​ເຈັດ​ເທື່ອ. ເມື່ອ​ນາອາມານ​ເຮັດ​ເຊັ່ນ​ນັ້ນ​ແລ້ວ ເນື້ອ​ໜັງ​ຂອງ​ທ່ານ​ກໍ່​ກັບ​ຫນຸ່ມ​ແໜ້ນ​ແລະ​ຫາຍ​ດີ​ເປັນ​ປົກກະຕິ.

ນາອາມານ​ມີ​ຄວາມ​ສຸກ​ໃຈ​ຫຼາຍ. ທ່ານ​ກັບ​ມາ​ຫາ​ເອລີເຊ​ແລະ​ບອກ​ວ່າ: ‘ບັດ​ນີ້​ເຮົາ​ຮູ້​ແນ່​ວ່າ​ພະເຈົ້າ​ໃນ​ປະເທດ​ຍິດສະລາເອນ​ເປັນ​ພະເຈົ້າ​ທ່ຽງ​ແທ້​ອົງ​ດຽວ​ເທົ່າ​ນັ້ນ​ທົ່ວ​ແຜ່ນດິນ​ໂລກ. ດັ່ງ​ນັ້ນ​ຂໍ​ເຊີນ​ຮັບ​ເອົາ​ຂອງ​ປະທານ​ນີ້​ຈາກ​ຂ້າພະເຈົ້າ​ເຖີດ.’ ແຕ່​ເອລີເຊ​ຕອບ​ວ່າ: ‘ບໍ່ ຂ້າພະເຈົ້າ​ຈະ​ບໍ່​ຮັບ.’ ເອລີເຊ​ຮູ້​ວ່າ​ທີ່​ຈະ​ຮັບ​ຂອງ​ຂວັນ​ຈະ​ເປັນ​ການ​ຜິດ​ສຳລັບ​ທ່ານ ເພາະ​ວ່າ​ພະ​ເຢໂຫວາ​ຕ່າງ​ຫາກ​ເປັນ​ຜູ້​ຮັກສາ​ນາອາມານ​ໃຫ້​ຫາຍ. ແຕ່​ເຄຫາຊີ​ຜູ້​ຮັບໃຊ້​ຂອງ​ເອລີເຊ​ຢາກ​ໄດ້​ຂອງ​ຂວັນ​ສຳລັບ​ເຂົາ​ເອງ.

ສະນັ້ນ​ເຄຫາຊີ​ໄດ້​ເຮັດ​ດັ່ງ​ນີ້. ຫຼັງ​ຈາກ​ນາອາມານ​ໄປ​ແລ້ວ ເຄຫາຊີ​ແລ່ນ​ໄປ​ຈົນ​ທັນ​ເຂົາ. ເຄຫາຊີ​ກ່າວ​ວ່າ: ‘ເອລີເຊ​ໃຊ້​ຂ້າພະເຈົ້າ​ມາ​ບອກ​ວ່າ​ເຂົາ​ຕ້ອງການ​ຂອງ​ຂວັນ​ບາງ​ຢ່າງ​ສຳລັບ​ເພື່ອນ​ຜູ້​ທີ່​ຫາ​ກໍ່​ມາ​ຢາມ.’ ແນ່ນອນ ນີ້​ເປັນ​ການ​ຕົວະ. ແຕ່​ນາອາມານ​ບໍ່​ຮູ້​ວ່າ​ນັ້ນ​ເປັນ​ການ​ຕົວະ; ດັ່ງ​ນັ້ນ​ທ່ານ​ໃຫ້​ບາງ​ຢ່າງ​ແກ່​ເຄຫາຊີ.

ເມື່ອ​ເຄຫາຊີ​ກັບ​ມາ​ບ້ານ ເອລີເຊ​ຮູ້​ສິ່ງ​ທີ່​ເຂົາ​ໄດ້​ເຮັດ. ພະ​ເຢໂຫວາ​ໄດ້​ບອກ​ທ່ານ​ໃຫ້​ຮູ້. ດັ່ງ​ນັ້ນ​ທ່ານ​ຈຶ່ງ​ກ່າວ​ວ່າ: ‘ເພາະ​ເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ນີ້ ຂີ້ທູດ​ຂອງ​ນາອາມານ​ຈະ​ຕິດ​ທີ່​ຕົວ​ເຈົ້າ.’ ແລະ​ກໍ່​ໄດ້​ເປັນ​ຢ່າງ​ນັ້ນ​ທັນທີ.

ເຮົາ​ສາມາດ​ຮຽນ​ຮູ້​ສິ່ງ​ໃດ​ຈາກ​ເລື່ອງ​ທັງ​ໝົດ​ນີ້? ທຳອິດ ເຮົາ​ຄວນ​ຈະ​ເປັນ​ເໝືອນ​ກັບ​ເດັກ​ນ້ອຍ​ຍິງ​ຄົນ​ນັ້ນ​ແລະ​ເວົ້າ​ເຖິງ​ພະ​ເຢໂຫວາ. ການ​ເຮັດ​ດັ່ງ​ນັ້ນ​ສາມາດ​ໃຫ້​ເກີດ​ປະໂຫຍດ​ຫຼາຍ. ທີ​ສອງ ເຮົາ​ບໍ່​ຄວນ​ເປັນ​ຄົນ​ຈອງຫອງ​ຢ່າງ​ນາອາມານ​ໃນ​ຕອນ​ທຳອິດ ແຕ່​ເຮົາ​ຄວນ​ເຊື່ອ​ຟັງ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ. ແລະ​ທີ​ສາມ ເຮົາ​ບໍ່​ຄວນ​ຕົວະ​ຢ່າງ​ເຄຫາຊີ. ເຮົາ​ສາມາດ​ຮຽນ​ຮູ້​ຫຼາຍ​ສິ່ງ​ໄດ້​ຈາກ​ການ​ອ່ານ​ພະ​ຄຳພີ ບໍ່​ແມ່ນ​ບໍ?

2 ກະສັດ 5:​1-27.