ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະເຈົ້າສັນຍາເລື່ອງອຸດທະຍານ

ພະເຈົ້າສັນຍາເລື່ອງອຸດທະຍານ

ບົດ 71

ພະເຈົ້າ​ສັນຍາ​ເລື່ອງ​ອຸດທະຍານ

ນີ້​ຄື​ພາບ​ກ່ຽວ​ກັບ​ສວນ​ອຸດທະຍານ​ທີ່​ພະເຈົ້າ​ອາດ​ໄດ້​ສຳແດງ​ໃຫ້​ເອຊາອີ​ຜູ້​ທຳນວາຍ​ຂອງ​ພະອົງ​ເຫັນ. ເອຊາອີ​ມີ​ຊີວິດ​ຢູ່​ບໍ່​ດົນ​ຫຼັງ​ຈາກ​ສະໄໝ​ຂອງ​ໂຍນາ.

ອຸດທະຍານ​ໝາຍ​ເຖິງ “ສວນ” ຫຼື “ສວນ​ທຳມະຊາດ.” ຮູບ​ນີ້​ເຮັດ​ໃຫ້​ເຈົ້າ​ຈື່​ບາງ​ຢ່າງ​ທີ່​ພວກ​ເຮົາ​ໄດ້​ເຫັນ​ແລ້ວ​ໃນ​ປຶ້ມ​ເຫຼັ້ມ​ນີ້​ບໍ? ພາບ​ນີ້​ເບິ່ງ​ແລ້ວ​ຄ້າຍ​ຄື​ກັນ​ກັບ​ສວນ​ອັນ​ສວຍ​ງາມ​ທີ່​ພະ​ເຢໂຫວາ​ສ້າງ​ໃຫ້​ອາດາມ​ແລະ​ເອວາ​ແມ່ນ​ບໍ? ແຕ່​ວ່າ​ແຜ່ນດິນ​ໂລກ​ທັງ​ໂລກ​ຈະ​ເປັນ​ອຸດທະຍານ​ບໍ?

ພະ​ເຢໂຫວາ​ບອກ​ຜູ້​ທຳນວາຍ​ເອຊາອີ​ໃຫ້​ຂຽນ​ເຖິງ​ອຸດທະຍານ​ໃໝ່​ທີ່​ຈະ​ມີ​ຂຶ້ນ​ສຳລັບ​ຜູ້​ຄົນ⁠ຂອງ​ພະເຈົ້າ. ພະອົງ​ຕັດ​ວ່າ: ‘ໝາ​ໃນ​ແລະ​ແກະ​ຈະ​ຢູ່​ນຳ​ກັນ​ດ້ວຍ​ຄວາມ​ສະຫງົບ​ສຸກ. ລູກ​ງົວ​ແລະ​ລູກ​ສິງ​ຈະ​ກິນ​ອາຫານ​ນຳ​ກັນ. ແລະ​ເດັກ​ນ້ອຍ​ຈະ​ລ້ຽງ​ສັດ​ເຫຼົ່າ​ນັ້ນ. ແມ່ນ​ແຕ່​ເດັກ​ອ່ອນ​ກໍ່​ຈະ​ບໍ່​ໄດ້​ຮັບ​ອັນຕະລາຍ​ຫາກ​ເຂົາ​ໄປ​ຫຼິ້ນ​ຢູ່​ໃກ້ໆງູ​ພິດ.’

ຫຼາຍ​ຄົນ​ຈະ​ເວົ້າ​ວ່າ: ‘ເລື່ອງ​ນີ້​ເປັນ​ໄປ​ບໍ່​ໄດ້. ຄວາມ​ຫຍຸ້ງຍາກ​ເຄີຍ​ມີ​ສະເໝີ​ເທິງ​ແຜ່ນດິນ​ໂລກ ແລະ​ຈະ​ມີ​ຕໍ່ໆໄປ.’ ແຕ່​ຈົ່ງ​ນຶກ​ເຖິງ​ເລື່ອງ​ນີ້: ພະເຈົ້າ​ຈັດ​ທີ່​ຢູ່​ແບບ​ໃດ​ໃຫ້​ອາດາມ​ແລະ​ເອວາ?

ພະເຈົ້າ​ໄດ້​ໃຫ້​ອາດາມ​ແລະ​ເອວາ​ຢູ່​ໃນ​ອຸດທະຍານ. ເຫດຜົນ​ທີ່​ເຂົາ​ໄດ້​ສູນ​ເສຍ​ທີ່​ຢູ່​ອັນ​ສວຍ​ງາມ​ຂອງ​ເຂົາ​ໄປ ທັງ​ແກ່​ເຖົ້າ​ແລະ​ຕາຍ​ໄປ​ກໍ່​ເພາະ​ວ່າ​ເຂົາ​ບໍ່​ເຊື່ອ​ຟັງ​ພະເຈົ້າ. ພະເຈົ້າ​ສັນຍາ​ວ່າ​ພະອົງ​ຈະ​ໃຫ້​ສິ່ງ​ທີ່​ອາດາມ​ແລະ​ເອວາ​ເຮັດ​ໃຫ້​ສູນ​ເສຍ​ໄປ​ນັ້ນ​ແກ່​ຜູ້​ຄົນ​ທີ່​ຮັກ​ພະອົງ.

ໃນ​ອຸດທະຍານ​ໃໝ່​ທີ່​ຈະ​ມີ​ມາ​ນັ້ນ ຈະ​ບໍ່​ມີ​ສິ່ງ​ໃດ​ເປັນ​ອັນຕະລາຍ​ຫຼື​ທຳລາຍ. ໃນ​ທີ່​ນັ້ນ​ຈະ​ມີ​ຄວາມ​ສະຫງົບ​ສົມບູນ. ທຸກໆຄົນ​ຈະ​ມີ​ສຸຂະພາບ​ດີ​ແລະ​ມີ​ຄວາມ​ສຸກ. ສະພາບ​ຈະ​ເປັນ​ຢ່າງ​ທີ່​ພະເຈົ້າ​ປະສົງ​ຈະ​ໃຫ້​ມີ​ຕອນ​ເລີ່ມ​ຕົ້ນ​ນັ້ນ. ແຕ່​ເຮົາ​ຈະ​ຮຽນ​ຮູ້​ກັນ​ໃນ​ຕອນ​ຫຼັງ​ເຖິງ​ວິທີ​ທີ່​ພະເຈົ້າ​ຈະ​ກະທຳ​ໃຫ້​ເປັນ​ເຊັ່ນ​ນີ້.

ເອຊາອີ 11:​6-9; ຄຳປາກົດ 21:3; 4.