ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ກະສັດທີ່ດີອົງສຸດທ້າຍຂອງຍິດສະລາເອນ

ກະສັດທີ່ດີອົງສຸດທ້າຍຂອງຍິດສະລາເອນ

ບົດ 73

ກະສັດ​ທີ່​ດີ​ອົງ​ສຸດ​ທ້າຍ​ຂອງ​ຍິດສະລາເອນ

ໂຢເຊຍເຊ​ມີ​ອາຍຸ​ພຽງ​ແຕ່​ແປດ​ປີ​ເທົ່າ​ນັ້ນ​ເມື່ອ​ເພິ່ນ​ໄດ້​ຖືກ​ແຕ່ງ​ຕັ້ງ​ເປັນ​ກະສັດ​ແຫ່ງ​ສອງ​ກະກູນ​ພາກ​ໃຕ້​ຂອງ​ຍິດສະລາເອນ. ນີ້​ນັບ​ວ່າ​ອາຍຸ​ນ້ອຍ​ເກີນ​ໄປ​ທີ່​ຄົນ​ໃດ​ຄົນ​ນຶ່ງ​ຈະ​ເປັນ​ກະສັດ. ດັ່ງ​ນັ້ນ​ຕອນ​ທຳອິດ​ມີ​ບາງ​ຄົນ​ທີ່​ມີ​ອາຍຸ​ສູງ​ຊ່ວຍ​ເພິ່ນ​ໃນ​ການ​ປົກຄອງ​ຊົນຊາດ​ນັ້ນ.

ເມື່ອ​ໂຢເຊຍເຊ​ເປັນ​ກະສັດ​ໄດ້​ເຈັດ​ປີ​ເພິ່ນ​ເລີ່ມ​ສະແຫວງ​ຫາ​ພະ​ເຢໂຫວາ. ເພິ່ນ​ຕິດ​ຕາມ​ຕົວຢ່າງ​ຂອງ​ກະສັດ​ທີ່​ດີ​ຢ່າງ​ກະສັດ​ດາວິດ ໂຢຊາຟາດ ແລະ​ເອເຊເກຍເຊ​ເປັນ​ຕົ້ນ. ເມື່ອ​ເພິ່ນ​ຍັງ​ເປັນ​ຄົນ​ຫນຸ່ມ​ນ້ອຍ​ຢູ່ ໂຢເຊຍເຊ​ໄດ້​ເຮັດ​ກິດຈະການ​ຢ່າງ​ນຶ່ງ​ທີ່​ນັບ​ວ່າ​ຕ້ອງ​ມີ​ໃຈ​ກ້າຫານ.

ຊົນ​ຍິດສະລາເອນ​ສ່ວນ​ຫຼາຍ​ໄດ້⁠ປະພຶດ​ຊົ່ວ​ເປັນ​ເວລາ​ດົນ​ແລ້ວ. ພວກ​ເຂົາ​ນະມັດສະການ​ພະ​ປອມ. ພວກ​ເຂົາ​ຂາບ​ລົງ​ຕໍ່​ໜ້າ​ຮູບ​ພະ​ຕ່າງໆ. ດັ່ງ​ນັ້ນ​ໂຢເຊຍເຊ​ອອກ​ໄປ​ກັບ​ພວກ​ຂ້າລາຊະການ​ຂອງ​ເພິ່ນ​ແລະ​ເລີ່ມ​ກຳຈັດ​ການ​ນະມັດສະການ​ປອມ​ອອກ​ຈາກ​ແຜ່ນດິນ. ງານ​ນີ້​ເປັນ​ງານ​ໃຫຍ່​ເພາະ​ວ່າ​ຜູ້​ຄົນ​ຫຼວງ​ຫຼາຍ​ນະມັດສະການ​ພະ​ປອມ. ເຈົ້າ​ຈະ​ເຫັນ​ໂຢເຊຍເຊ​ແລະ​ຂ້າລາຊະການ​ຂອງ​ເພິ່ນ​ທີ່​ນີ້​ພວມ​ທຸບ​ຮູບ​ພະ​ໃຫ້​ແຕກ​ເປັນ​ປ່ຽງໆ.

ຫຼັງ​ຈາກ​ນັ້ນ ໂຢເຊຍເຊ​ຈັດ​ຂ້າລາຊະການ​ສາມ​ຄົນ​ໃຫ້​ຄວບຄຸມ​ການ​ສ້ອມ​ແປງ​ວິຫານ​ຂອງ​ພະ​ເຢໂຫວາ. ມີ​ການ​ຮິບ​ໂຮມ​ເງິນ​ຈາກ​ຜູ້​ຄົນ​ແລະ​ມອບ​ໃຫ້​ຄົນ​ເຫຼົ່າ​ນີ້​ຈ່າຍ​ຄ່າ​ງານ​ທີ່​ຈະ​ຕ້ອງ​ເຮັດ. ຂະນະ​ທີ່​ພວກ​ເຂົາ​ພວມ​ເຮັດ​ງານ​ຢູ່​ທີ່​ວິຫານ ຫີນເກຍ​ປະໂລຫິດ​ຜູ້​ໃຫຍ່​ພົບ​ສິ່ງ​ສຳຄັນ​ທີ່​ສຸດ​ສິ່ງ​ນຶ່ງ. ນັ້ນ​ຄື​ໜັງສື​ກົດໝາຍ​ທີ່​ພະ​ເຢໂຫວາ​ໃຫ້​ໂມເຊ​ຂຽນ​ໄວ້​ເປັນ​ເວລາ​ດົນ​ແລ້ວ. ໜັງສື​ນີ້​ຫາຍ​ໄປ​ເປັນ​ເວລາ​ຫຼາຍ​ປີ​ແລ້ວ.

ເຂົາ​ໄດ້​ນຳ​ໜັງສື​ນັ້ນ​ໄປ​ໃຫ້​ໂຢເຊຍເຊ ແລະ​ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ອ່ານ. ຂະນະ​ທີ່​ຟັງ​ຢູ່ ໂຢເຊຍເຊ​ກໍ່​ເຫັນ​ວ່າ​ຜູ້​ຄົນ​ບໍ່​ໄດ້​ຮັກສາ​ກົດໝາຍ​ຂອງ​ພະ​ເຢໂຫວາ. ເພິ່ນ​ຮູ້ສຶກ​ເສົ້າໃຈ​ຫຼາຍ​ກ່ຽວ​ກັບ​ເລື່ອງ​ນີ້ ຈົນ​ເຖິງ​ຈີກ​ເສື້ອ​ຂອງ​ຕົນ ຕາມ​ທີ່​ເຈົ້າ​ເຫັນ​ທີ່​ນີ້. ເພິ່ນ​ກ່າວ​ວ່າ: ‘ພະ​ເຢໂຫວາ​ຄຽດ​ໃຫ້​ພວກ​ເຮົາ​ຍ້ອນ​ວ່າ​ບັນພະບຸລຸດ​ຂອງ​ເຮົາ​ບໍ່​ໄດ້​ຖື​ຮັກສາ​ກົດໝາຍ​ທີ່​ໄດ້​ຂຽນ​ໄວ້​ໃນ​ໜັງສື​ນີ້.’

ໂຢເຊຍເຊ​ສັ່ງ​ໃຫ້​ຫີນເກຍ​ປະໂລຫິດ​ຜູ້​ໃຫຍ່​ສືບ​ເບິ່ງ​ວ່າ​ພະ​ເຢໂຫວາ​ຈະ​ກະທຳ​ປະການ​ໃດ⁠ກັບ​ເຂົາ. ຫີນເກຍ​ຈຶ່ງ​ໄປ​ຖາມ​ຫຶເລດາ​ຜູ້​ທຳນວາຍ​ຍິງ​ຄົນ​ນຶ່ງ. ນາງ​ມອບ​ຂ່າວ​ຈາກ​ພະ​ເຢໂຫວາ​ໃຫ້​ທ່ານ​ເອົາ​ກັບ​ໄປ​ໃຫ້​ໂຢເຊຍເຊ​ວ່າ: ‘ເຢຣຶຊາເລມ​ແລະ​ຜູ້​ຄົນ​ທັງ​ໝົດ​ຈະ​ຖືກ​ລົງໂທດ ເພາະ​ເຫດ​ທີ່​ເຂົາ​ນະມັດສະການ​ພະ​ປອມ​ແລະ​ແຜ່ນດິນ​ກໍ່​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວ. ແຕ່​ເພາະ​ເຈົ້າ​ໂຢເຊຍເຊ​ໄດ້​ເຮັດ​ຄວາມ​ດີ ການ​ລົງໂທດ​ນີ້​ຈະ​ບໍ່​ເກີດ​ຂຶ້ນ​ຈົນ​ກະທັ່ງ​ຫຼັງ​ຈາກ​ການ​ຕາຍ​ຂອງ​ເຈົ້າ.’

2 ຂ່າວຄາວ 34:​1-28.