ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊາຍຜູ້ບໍ່ຢ້ານກົວ

ຊາຍຜູ້ບໍ່ຢ້ານກົວ

ບົດ 74

ຊາຍ​ຜູ້​ບໍ່​ຢ້ານ​ກົວ

ເບິ່ງ​ຜູ້​ຄົນ​ຫົວຂວັນ​ເຍາະ​ເຍີ້ຍ​ຊາຍ​ຫນຸ່ມ​ຄົນ​ນີ້. ເຈົ້າ​ຮູ້​ວ່າ​ເຂົາ​ຄື​ຜູ້​ໃດ? ຊາຍ​ຜູ້​ນີ້​ຄື​ເຢເຣມີ. ເຂົາ​ເປັນ​ຜູ້​ທຳນວາຍ​ຄົນ​ສຳຄັນ​ຂອງ​ພະເຈົ້າ.

ບໍ່​ເຫິງ​ຫຼັງ​ຈາກ​ກະສັດ​ໂຢເຊຍເຊ​ເລີ່ມ​ຕົ້ນ​ທຳລາຍ​ຮູບ​ພະ​ທັງ​ຫຼາຍ​ອອກ​ໄປ​ຈາກ​ແຜ່ນດິນ ພະ​ເຢໂຫວາ​ສັ່ງ​ໃຫ້​ເຢເຣມີ​ເປັນ​ຜູ້​ທຳນວາຍ. ຢ່າງ​ໃດ​ກໍ່​ດີ ເຢເຣມີ​ຄິດ​ວ່າ​ເຂົາ​ຍັງ​ຫນຸ່ມ​ນ້ອຍ​ເກີນ​ໄປ​ທີ່​ຈະ​ເປັນ​ຜູ້​ທຳນວາຍ. ແຕ່​ພະ​ເຢໂຫວາ​ບອກ​ວ່າ​ພະອົງ​ຈະ​ຊ່ວຍ​ເຂົາ.

ເຢເຣມີ​ບອກ​ໃຫ້​ຊົນ​ຍິດສະລາເອນ​ເລີກ​ເຮັດ​ສິ່ງ​ທີ່​ຊົ່ວ. ເຂົາ​ກ່າວ​ວ່າ: ‘ບັນດາ​ພະ​ທີ່​ຊົນຊາດ​ທັງ​ຫຼາຍ​ນະມັດສະການ​ເປັນ​ພະ​ປອມ’ ແຕ່​ຊົນ​ຍິດສະລາເອນ​ຈຳນວນ​ຫຼາຍ​ພໍ​ໃຈ​ນະມັດສະການ​ຮູບ​ພະ​ຕ່າງໆແທນ​ທີ່​ຈະ​ນະມັດສະການ​ພະ​ເຢໂຫວາ​ຜູ້​ເປັນ​ພະເຈົ້າ​ທ່ຽງ​ແທ້. ເມື່ອ​ເຢເຣມີ​ບອກ​ເຂົາ​ວ່າ​ພະ​ເຢໂຫວາ​ຈະ​ລົງໂທດ​ພວກ​ເຂົາ​ເພາະ​ການ​ຊົ່ວ​ຂອງ​ເຂົາ ພວກ​ເຂົາ​ກໍ່​ຫົວຂວັນ​ເຍາະ​ເຍີ້ຍ​ເຂົາ.

ຫຼາຍ​ປີ​ຜ່ານ​ໄປ. ໂຢເຊຍເຊ​ຕາຍ ແລະ​ສາມ​ເດືອນ​ຕໍ່​ມາ​ເຢໂຫຢາກີມ​ບຸດ​ຂອງ​ເພິ່ນ​ກໍ່​ຖືກ​ແຕ່ງ​ຕັ້ງ​ເປັນ​ກະສັດ. ເຢເຣມີ​ຍັງ​ບອກ​ຜູ້​ຄົນ​ວ່າ: ‘ເຢຣຶຊາເລມ​ຈະ​ຖືກ​ທຳລາຍ​ຫາກ​ພວກ​ທ່ານ​ບໍ່​ປ່ຽນ​ແນວ​ທາງ​ອັນ​ຊົ່ວ​ເສຍ.’ ພວກ​ປະໂລຫິດ​ຄວ້າ​ຈັບ​ຕົວ​ເຢເຣມີ​ແລະ​ຮ້ອງ​ສຽງ​ດັງ​ວ່າ: ‘ເຈົ້າ​ຄວນ​ຖືກ​ຂ້າ​ເພາະ​ເວົ້າ​ຄວາມ​ເຫຼົ່າ​ນີ້.’ ຄັນ​ແລ້ວ​ຈຶ່ງ​ໄປ​ບອກ​ພວກ​ເຈົ້ານາຍ​ແຫ່ງ​ຍິດສະລາເອນ​ວ່າ: ‘ເຢເຣມີ​ຄວນ​ຈະ​ຖືກ​ຂ້າ ເພາະ​ວ່າ​ເຂົາ​ກ່າວ​ຕໍ່​ສູ້​ນະຄອນ​ຂອງ​ພວກ​ເຮົາ.’

ເຢເຣມີ​ຈະ​ເຮັດ​ແນວ​ໃດ​ໃນ​ຂະນະ​ນີ້? ເຂົາ​ບໍ່​ຢ້ານ​ເລີຍ! ເຂົາ​ບອກ​ຄົນ​ທັງ​ປວງ​ວ່າ: ‘ພະ​ເຢໂຫວາ​ໃຊ້​ຂ້າພະເຈົ້າ​ມາ​ບອກ​ຂໍ້​ຄວາມ​ເຫຼົ່າ​ນີ້​ແກ່​ພວກ​ທ່ານ. ຫາກ​ທ່ານ​ບໍ່​ປ່ຽນ​ແນວ​ທາງ​ດຳເນີນ​ຊີວິດ​ອັນ​ຊົ່ວ​ຊ້າ​ຂອງ​ທ່ານ ພະ​ເຢໂຫວາ​ຈະ​ທຳລາຍ​ນະຄອນ​ເຢຣຶຊາເລມ. ແຕ່​ຈົ່ງ​ຮູ້​ຈັກ​ແນ່​ໃນ​ຂໍ້​ນີ້​ວ່າ: ຖ້າ​ທ່ານ​ຂ້າ​ຂ້າພະເຈົ້າ ທ່ານ​ຈະ​ຂ້າ​ຄົນ​ທີ່​ບໍ່​ໄດ້​ເຮັດ​ຄວາມ​ຜິດ​ປະການ​ໃດ.’

ພວກ​ເຈົ້ານາຍ​ປ່ອຍ​ເຢເຣມີ​ໃຫ້​ມີ​ຊີວິດ​ຕໍ່​ໄປ ແຕ່​ຊົນ​ຍິດສະລາເອນ​ບໍ່​ໄດ້​ປ່ຽນ​ແນວ​ທາງ​ອັນ​ຊົ່ວ​ຂອງ​ເຂົາ. ຕໍ່​ມາ​ເນບຶກາດເນດຊາເຣ ກະສັດ​ບາບີໂລນ ມາ​ຕໍ່​ສູ້​ເຢຣຶຊາເລມ. ໃນ​ທີ່​ສຸດ​ຊົນ​ຍິດສະລາເອນ​ຕົກ​ເປັນ​ທາດ​ຂອງ​ເນບຶກາດເນດຊາເຣ. ແລ້ວ​ທ່ານ​ກວາດ​ເອົາ​ຫຼາຍໆພັນ​ຄົນ​ໄປ​ປະເທດ​ບາບີໂລນ. ຈົ່ງ​ຄິດ​ເບິ່ງ​ວ່າ​ຖ້າ​ມີ​ຄົນ​ແປກ​ໜ້າ​ມາ​ເອົາ​ຕົວ​ເຈົ້າ​ອອກ​ຈາກ​ບ້ານ​ໄປ​ຍັງ​ປະເທດ​ທີ່​ບໍ່​ເຄີຍ​ຮູ້​ຈັກ​ກ່ອນ ເຈົ້າ​ຈະ​ຮູ້ສຶກ​ຢ່າງ​ໃດ!

ເຢເຣມີ 1:​1-8; 10:​1-5; 26:​1-16; 2 ກະສັດ 24:​1-17.