ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເດັກຫນຸ່ມສີ່ຄົນທີ່ນະຄອນບາບີໂລນ

ເດັກຫນຸ່ມສີ່ຄົນທີ່ນະຄອນບາບີໂລນ

ບົດ 75

ເດັກ​ຫນຸ່ມ​ສີ່​ຄົນ​ທີ່​ນະຄອນ​ບາບີໂລນ

ກະສັດ​ເນບຶກາດເນດຊາເຣ​ກວາດ​ເອົາ​ພວກ​ຍິດສະລາເອນ​ຜູ້​ໄດ້​ຮັບ​ການ​ສຶກສາ​ຢ່າງ​ດີ​ທີ່​ສຸດ​ທັງ​ໝົດ​ໄປ​ບາບີໂລນ. ພາຍ​ຫຼັງ​ກະສັດ​ກໍ່​ຄັດ​ເລືອກ​ເອົາ​ພວກ​ຊາຍ​ຫນຸ່ມ​ຮູບ​ງາມ​ແລະ​ໜ້າ​ຕາ​ສະຫຼາດ​ຄົມຄາຍ​ທີ່​ສຸດ​ຈາກ​ທ່າມກາງ​ພວກ​ເຂົາ. ເດັກ​ຫນຸ່ມ​ສີ່​ຄົນ​ທີ່​ເຈົ້າ​ເຫັນ​ຢູ່​ທີ່​ນີ້​ກໍ່​ຢູ່​ໃນ​ຈຳພວກ​ນັ້ນ. ຜູ້​ນຶ່ງ​ຄື​ດານຽນ ອີກ​ສາມ​ຄົນ​ນັ້ນ​ຊາວ​ບາບີໂລນ​ໃຫ້​ຊື່​ວ່າ​ຊາດຣາກ ເມຊາກ ແລະ​ອາເບດເນໂຄ.

ເນບຶກາດເນດຊາເຣ​ວາງ​ແຜນ​ທີ່​ຈະ​ອົບຮົມ​ຊາຍ​ຫນຸ່ມ​ເຫຼົ່າ​ນີ້​ໃຫ້​ຮັບໃຊ້​ໃນ​ລາຊະວັງ​ຂອງ​ທ່ານ. ຫຼັງ​ຈາກ​ການ​ຝຶກ​ອົບຮົມ​ສາມ​ປີ​ທ່ານ​ຈະ​ເລືອກ​ເອົາ​ສະເພາະ​ຄົນ​ສະຫຼາດ​ທີ່​ສຸດ​ໃຫ້​ຊ່ວຍ​ທ່ານ​ໃນ​ການ​ແກ້ໄຂ​ບັນຫາ​ຕ່າງໆ. ກະສັດ​ປະສົງ​ໃຫ້​ຊາຍ​ຫນຸ່ມ​ເຫຼົ່າ​ນີ້​ມີ​ສຸຂະພາບ​ດີ​ແລະ​ແຂງແຮງ​ຂະນະ​ທີ່​ພວກ​ເຂົາ​ຮັບ​ການ​ຝຶກ​ຫັດ. ດັ່ງ​ນັ້ນ​ກະສັດ​ຈຶ່ງ​ສັ່ງ​ໃຫ້​ຜູ້​ຮັບໃຊ້​ຂອງ​ທ່ານ​ໃຫ້​ຈັດ​ອາຫານ​ຢ່າງ​ດີ​ແລະ​ເຫຼົ້າ​ອະງຸ່ນ​ໃຫ້​ຊາຍ​ຫນຸ່ມ​ທຸກ​ຄົນ​ຄື​ກັນ​ກັບ​ທີ່​ທ່ານ​ແລະ​ຄອບຄົວ​ຂອງ​ທ່ານ​ໄດ້​ຮັບ.

ເບິ່ງ​ດານຽນ​ຊາຍ​ຫນຸ່ມ​ຄົນ​ນັ້ນ​ເດີ. ເຈົ້າ​ຮູ້​ບໍ​ວ່າ​ເຂົາ​ບອກ​ຫຍັງ​ກັບ​ອາດເປນາດ​ຫົວໜ້າ​ຜູ້​ຮັບໃຊ້​ຂອງ​ເນບຶກາດເນດຊາເຣ? ດານຽນ​ບອກ​ທ່ານ​ວ່າ​ເຂົາ​ບໍ່​ຕ້ອງການ​ຈະ​ກິນ​ອາຫານ​ຢ່າງ​ດີ​ຈາກ​ໂຕ໊ະ​ຂອງ​ກະສັດ ເລື່ອງ​ນີ້​ເຮັດ​ໃຫ້​ອາດເປນາດ​ໜັກໃຈ. ທ່ານ​ກ່າວ​ວ່າ: ‘ກະສັດ​ໄດ້​ກຳນົດ​ສິ່ງ​ທີ່​ເຈົ້າ​ຈະ​ກິນ​ແລະ​ດື່ມ ແລະ​ຖ້າ​ສຸຂະພາບ​ຂອງ​ເຈົ້າ​ບໍ່​ດີ​ເທົ່າ​ກັບ​ຊາຍ​ຫນຸ່ມ​ຄົນ​ອື່ນໆ ທ່ານ​ອາດ​ຈະ​ຂ້າ​ເຮົາ.’

ດັ່ງ​ນັ້ນ​ດານຽນ​ຈຶ່ງ​ໄປ​ຫາ​ຜູ້​ປົກຄອງ​ຜູ້​ທີ່​ອາດເປນາດ​ມອບ​ໜ້າທີ່​ໃຫ້​ດູ​ແລ​ຕົນ​ແລະ​ສະຫາຍ​ສາມ​ຄົນ. ເຂົາ​ບອກ​ວ່າ: ‘ຂໍ​ທົດລອງ​ເບິ່ງ​ພວກ​ເຮົາ​ລະຫວ່າງ 10 ວັນ. ຂໍ​ຈັດ​ໃຫ້​ແຕ່​ຜັກ​ແລະ​ນ້ຳ​ໃຫ້​ພວກ​ເຮົາ​ກິນ​ແລະ​ດື່ມ. ແລ້ວ​ເອົາ​ພວກ​ເຮົາ​ໄປ​ທຽບ​ກັບ​ຊາຍ​ຫນຸ່ມ​ອື່ນໆຊຶ່ງ​ກິນ​ອາຫານ​ຂອງ​ກະສັດ ແລະ​ຂໍ​ເບິ່ງ​ວ່າ​ໃຜ​ຈະ​ມີ​ຮູບ​ຮ່າງ​ໜ້າ​ຕາ​ດີ​ກວ່າ​ກັນ.’

ຜູ້​ປົກຄອງ​ເຫັນ​ດີ​ເຮັດ​ຕາມ​ຂໍ້​ສະເໜີ. ເມື່ອ​ຄົບ​ກຳນົດ 10 ວັນ ປາກົດ​ວ່າ​ດານຽນ​ແລະ​ສະຫາຍ​ສາມ​ຄົນ​ມີ​ສຸຂະພາບ​ໜ້າ​ຕາ​ດີ​ກວ່າ​ຊາຍ​ຫນຸ່ມ​ອື່ນໆ. ດັ່ງ​ນັ້ນ​ຜູ້​ປົກຄອງ​ຈຶ່ງ​ອະນຸຍາດ​ໃຫ້​ເຂົາ​ກິນ​ຜັກ​ຕໍ່​ໄປ ແທນ​ອາຫານ​ທີ່​ກະສັດ​ຈັດ​ໃຫ້.

ເມື່ອ​ຄົບ​ກຳນົດ​ສາມ​ປີ​ແລ້ວ ຊາຍ​ຫນຸ່ມ​ທຸກ​ຄົນ​ຖືກ​ພາ​ເຂົ້າ​ໄປ​ເຝົ້າ​ເນບຶກາດເນດຊາເຣ. ຫຼັງ​ຈາກ​ໄດ້​ສົນທະນາ​ກັບ​ພວກ​ເຂົາ​ທຸກ​ຄົນ ກະສັດ​ເຫັນ​ວ່າ​ດານຽນ​ແລະ​ສະຫາຍ​ສາມ​ຄົນ​ຂອງ​ເຂົາ​ເປັນ​ຜູ້​ສະຫຼາດ​ທີ່​ສຸດ. ກະສັດ​ຈຶ່ງ​ໃຫ້​ພວກ​ເຂົາ​ຢູ່​ຊ່ວຍ​ທ່ານ​ໃນ​ລາຊະວັງ. ເມື່ອ​ໃດ​ກໍ່​ຕາມ ທີ່​ກະສັດ​ຊັກ​ຖາມ​ດານຽນ ຊາດຣາກ ເມຊາກ​ແລະ​ອາເບດເນໂຄ​ເຖິງ​ຂໍ້​ສົງໄສ​ຫຼື​ບັນຫາ​ຫຍຸ້ງຍາກ​ຕ່າງໆກໍ່​ປາກົດ​ວ່າ​ພວກ​ເຂົາ​ຮູ້​ດີ​ກວ່າ​ພວກ​ໝໍ​ທວາຍ​ຫຼື​ໝໍມໍ​ຂອງ​ທ່ານ​ຕັ້ງ 10 ເທື່ອ.

ດານຽນ 1:​1-21.