ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ນະຄອນເຢຣຶຊາເລມຖືກທຳລາຍ

ນະຄອນເຢຣຶຊາເລມຖືກທຳລາຍ

ບົດ 76

ນະຄອນ​ເຢຣຶຊາເລມ​ຖືກ​ທຳລາຍ

ເປັນ​ເວລາ 10 ກວ່າ​ປີ​ຕັ້ງ​ແຕ່​ກະສັດ​ເນບຶກາດເນດຊາເຣ​ນຳ​ຊົນ​ຍິດສະລາເອນ​ຜູ້​ທີ່​ມີ​ການ​ສຶກສາ​ດີ​ທີ່​ສຸດ​ໄປ​ນະຄອນ​ບາບີໂລນ. ບັດ​ນີ້​ຈົ່ງ​ເບິ່ງ​ມີ​ຫຍັງ​ເກີດ​ຂຶ້ນ! ເຢຣຶຊາເລມ​ພວມ​ຖືກ​ເຜົາ. ແລະ​ຊົນ​ຍິດສະລາເອນ​ຜູ້​ທີ່​ບໍ່​ຖືກ​ຂ້າ​ຕາຍ​ກໍ່​ຖືກ​ພາ​ໄປ​ເປັນ​ຊະເລີຍ​ທີ່​ນະຄອນ​ບາບີໂລນ.

ຢ່າ​ລືມ​ວ່າ ນີ້​ຄື​ສິ່ງ​ທີ່​ຜູ້​ທຳນວາຍ​ຂອງ​ພະ​ເຢໂຫວາ​ໄດ້​ເຕືອນ​ລ່ວງ​ໜ້າ​ວ່າ​ຈະ​ເກີດ​ຂຶ້ນ​ຖ້າ​ຜູ້​ຄົນ​ບໍ່​ປ່ຽນ​ແນວ​ທາງ​ຊົ່ວ​ຂອງ​ເຂົາ. ແຕ່​ຊົນ​ຍິດສະລາເອນ​ບໍ່​ຍອມ​ເຊື່ອ​ຟັງ​ພວກ​ຜູ້​ທຳນວາຍ. ເຂົາ​ຍັງ​ຄົງ​ນະມັດສະການ​ພະ​ປອມ​ຕ່າງໆຕໍ່​ໄປ​ແທນ​ພະ​ເຢໂຫວາ. ສົມຄວນ​ແລ້ວ​ທີ່​ຜູ້​ຄົນ​ໄດ້​ຖືກ​ລົງໂທດ. ເຮົາ​ຮູ້​ເລື່ອງ​ນີ້​ເພາະ​ເອເຊກຽນ​ຜູ້​ທຳນວາຍ​ຂອງ​ພະເຈົ້າ​ບອກ​ເຖິງ​ສິ່ງ​ຊົ່ວ​ຕ່າງໆທີ່​ຊົນ​ຍິດສະລາເອນ​ໄດ້​ເຮັດ​ນັ້ນ.

ເຈົ້າ​ຮູ້​ບໍ​ວ່າ​ເອເຊກຽນ​ຄື​ໃຜ? ເຂົາ​ເປັນ​ຜູ້​ນຶ່ງ​ໃນ​ພວກ​ຊາຍ​ຫນຸ່ມ​ທີ່​ກະສັດ​ເນບຶກາດເນດຊາເຣ​ນຳ​ໄປ​ບາບີໂລນ 10 ກວ່າ​ປີ​ກ່ອນ​ການ​ເຜົາ​ທຳລາຍ​ອັນ​ໃຫຍ່​ເກີດ​ຂຶ້ນ​ກັບ​ເຢຣຶຊາເລມ. ດານຽນ​ແລະ​ສະຫາຍ​ສາມ​ຄົນ​ຂອງ​ເພິ່ນ ຊາດຣາກ ເມຊາກ​ແລະ​ອາເບດເນໂຄ​ຖືກ​ນຳ​ໄປ​ບາບີໂລນ​ໃນ​ຄາວ​ດຽວ​ກັນ.

ລະຫວ່າງ​ທີ່​ເອເຊກຽນ​ຍັງ​ຢູ່​ບາບີໂລນ​ນັ້ນ ພະ​ເຢໂຫວາ​ສະແດງ​ໃຫ້​ເຂົາ​ເຫັນ​ເຖິງ​ສິ່ງ​ທີ່​ພວມ​ເກີດ​ຂຶ້ນ​ນະ​ວິຫານ​ທີ່​ເຢຣຶຊາເລມ. ພະ​ເຢໂຫວາ​ກະທຳ​ເຊັ່ນ​ນີ້​ໂດຍ​ການ​ອັດສະຈັນ. ແທ້​ຈິງ​ແລ້ວ​ເອເຊກຽນ​ຍັງ​ຢູ່​ທີ່​ບາບີໂລນ ແຕ່​ພະ​ເຢໂຫວາ​ໄດ້​ສຳແດງ​ໃຫ້​ເຂົາ​ເຫັນ​ທຸກ​ສິ່ງ​ທີ່​ພວມ​ເກີດ​ຂຶ້ນ​ນະ​ວິຫານ. ແລະ​ສິ່ງ​ທີ່​ເອເຊກຽນ​ເຫັນ​ນັ້ນ​ກໍ່​ໜ້າ​ຕົກຕະລຶງ!

ພະ​ເຢໂຫວາ​ບອກ​ເອເຊກຽນ​ວ່າ: ‘ຈົ່ງ​ເບິ່ງ​ສິ່ງ​ໜ້າ​ກຽດ​ໜ້າ​ຊັງ​ທີ່​ຜູ້​ຄົນ​ພວມ​ເຮັດ​ທີ່​ວິຫານ​ນີ້ ຈົ່ງ​ເບິ່ງ​ທີ່​ຝາ​ກຳແພງ​ຊຶ່ງ​ເຕັມ​ໄປ​ດ້ວຍ​ຮູບ​ງູ​ແລະ​ສັດ​ຕ່າງໆ. ແລະ​ຈົ່ງ​ເບິ່ງ​ຊົນ​ຍິດສະລາເອນ​ພວມ​ນະມັດສະການ​ສັດ​ເຫຼົ່າ​ນັ້ນ!’ ເອເຊກຽນ​ກໍ່​ເຫັນ​ສິ່ງ​ເຫຼົ່າ​ນີ້​ແລະ​ເຂົາ​ໄດ້​ບັນທຶກ​ສິ່ງ​ທີ່​ບັງເກີດ​ຂຶ້ນ​ໄວ້.

ພະ​ເຢໂຫວາ​ຖາມ​ເອເຊກຽນ​ວ່າ: ‘ເຈົ້າ​ເຫັນ​ສິ່ງ​ທີ່​ພວກ​ຜູ້​ນຳ​ແຫ່ງ​ຍິດສະລາເອນ​ເຮັດ​ໃນ​ທີ່​ລັບ​ລີ້​ບໍ?’ ແມ່ນ​ແລ້ວ ເຂົາ​ເຫັນ​ສິ່ງ​ນີ້​ດ້ວຍ. ມີ​ພວກ​ຜູ້​ຊາຍ 70 ຄົນ ພວກ​ເຂົາ​ທັງ​ໝົດ​ນະມັດສະການ​ພະ​ປອມ​ຕ່າງໆ. ເຂົາ​ເວົ້າ​ກັນ​ວ່າ: ‘ພະ​ເຢໂຫວາ​ບໍ່​ເຫັນ​ພວກ​ເຮົາ. ພະອົງ​ໄດ້​ໜີ​ຈາກ​ແຜ່ນດິນ​ໄປ​ແລ້ວ.’

ແລ້ວ​ພະ​ເຢໂຫວາ​ສຳແດງ​ໃຫ້​ເອເຊກຽນ​ເຫັນ​ຜູ້​ຍິງ​ບາງ​ຄົນ​ຢູ່​ທີ່​ປະຕູ​ດ້ານ​ເໜືອ​ແຫ່ງ​ວິຫານ. ພວກ​ເຂົາ​ນັ່ງ​ນະມັດສະການ​ພະ​ທາມມຶເຊ​ພະ​ປອມ​ຢູ່​ທີ່​ນັ້ນ. ແລະ​ເບິ່ງ​ຜູ້​ຊາຍ​ເຫຼົ່າ​ນັ້ນ​ຢູ່​ທີ່​ທາງ​ເຂົ້າ​ວິຫານ​ຂອງ​ພະ​ເຢໂຫວາ! ມີ​ປະມານ 25 ຄົນ. ເອເຊກຽນ​ເຫັນ​ພວກ​ເຂົາ. ພວກ​ເຂົາ​ພວມ​ໂນ້ມ​ຕົວ​ໄປ​ທາງ​ທິດ​ຕາເວັນ​ອອກ​ນະມັດສະການ​ດວງ​ອາທິດ!

ພະ​ເຢໂຫວາ​ກ່າວ​ວ່າ: ‘ຄົນ​ເຫຼົ່າ​ນີ້​ບໍ່​ນັບຖື​ເຮົາ​ເລີຍ ພວກ​ເຂົາ​ບໍ່​ພຽງ​ແຕ່​ເຮັດ​ສິ່ງ​ຊົ່ວ​ເທົ່າ​ນັ້ນ​ແຕ່​ມາ​ເຮັດ​ສິ່ງ​ເຫຼົ່າ​ນັ້ນ​ທີ່​ວິຫານ​ຂອງ​ເຮົາ!’ ພະ​ເຢໂຫວາ​ສັນຍາ​ວ່າ: ‘ພວກ​ເຂົາ​ຈະ​ຮູ້​ເຖິງ​ພະລັງ​ແຫ່ງ​ຄວາມ​ຄຽດ​ຂອງ​ເຮົາ. ແລະ​ເຮົາ​ຈະ​ບໍ່​ສົງສານ​ເຂົາ​ເລີຍ​ເມື່ອ​ເຂົາ​ຖືກ​ທຳລາຍ.’

ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ສຳແດງ​ໃຫ້​ເອເຊກຽນ​ເຫັນ​ສິ່ງ​ເຫຼົ່າ​ນີ້ ປະມານ​ພຽງ​ແຕ່​ສາມ​ປີ​ເທົ່າ​ນັ້ນ​ຊົນ​ຍິດສະລາເອນ​ໄດ້​ກະບົດ​ຕໍ່​ກະສັດ​ເນບຶກາດເນດຊາເຣ. ທ່ານ​ຈຶ່ງ​ຍົກ​ກອງທັບ​ໄປ​ຕໍ່​ສູ້​ພວກ​ເຂົາ. ຫຼັງ​ຈາກ​ປີ​ເຄິ່ງ​ຊາວ​ບາບີໂລນ​ກໍ່​ພັງ​ກຳແພງ​ນະຄອນ​ເຢຣຶຊາເລມ​ແລະ​ຈູດ​ເມືອງ​ຈົນ​ຮາບ​ເຖິງ​ດິນ. ຜູ້​ຄົນ​ສ່ວນ​ຫຼາຍ​ຖືກ​ຂ້າ ຫຼື​ຖືກ​ນຳ​ເອົາ​ໄປ​ເປັນ​ຊະເລີຍ​ທີ່​ນະຄອນ​ບາບີໂລນ.

ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຍອມ​ໃຫ້​ການ​ທຳລາຍ​ອັນ​ໜ້າ​ຢ້ານ​ນີ້​ເກີດ​ຂຶ້ນ​ແກ່​ຊົນ​ຍິດສະລາເອນ? ແມ່ນ​ແລ້ວ ເພາະ​ວ່າ​ເຂົາ​ບໍ່​ຍອມ​ຟັງ​ພະ​ເຢໂຫວາ ແລະ​ບໍ່​ເຊື່ອ​ຟັງ​ກົດໝາຍ​ຂອງ​ພະອົງ. ທັງ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ສິ່ງ​ສຳຄັນ​ຫຼາຍ​ປານ​ໃດ​ສຳລັບ​ພວກ​ເຮົາ​ທີ່​ຈະ​ເຮັດ​ຕາມ​ສິ່ງ​ທີ່​ພະເຈົ້າ​ບອກ​ໄວ້​ນັ້ນ​ສະເໝີ.

ທຳອິດ​ມີ​ບາງ​ຄົນ​ໄດ້​ຮັບ​ອະນຸຍາດ​ໃຫ້​ຢູ່​ໃນ​ແຜ່ນດິນ​ຍິດສະລາເອນ. ກະສັດ​ເນບຶກາດເນດຊາເຣ​ຕັ້ງ​ເຄດາເລຍ​ຊາວ​ຍິວ​ເປັນ​ຜູ້​ຄຸ້ມຄອງ​ດູ​ແລ​ຄົນ​ເຫຼົ່າ​ນີ້. ແຕ່​ແລ້ວ​ຊົນ​ຍິດສະລາເອນ​ບາງ​ຄົນ​ຄາຕະກຳ​ເຄດາເລຍ. ຕອນ​ນີ້​ຜູ້​ຄົນ​ຢ້ານ​ວ່າ​ຊາວ​ບາບີໂລນ​ຈະ​ມາ​ທຳລາຍ​ພວກ​ເຂົາ​ໃຫ້​ໝົດ​ສ້ຽງ​ເພາະ​ເຫດ​ສິ່ງ​ຊົ່ວ​ນີ້​ໄດ້​ເກີດ​ຂຶ້ນ. ພວກ​ເຂົາ​ຈຶ່ງ​ບັງຄັບ​ເຢເຣມີ​ໃຫ້​ຫຼົບ​ໜີ​ໄປ​ທີ່​ອີຢີບ​ກັບ​ພວກ​ເຂົາ.

ດ້ວຍ​ເຫດ​ນີ້​ແຫຼະ​ແຜ່ນດິນ​ຍິດສະລາເອນ​ຈຶ່ງ​ຖືກ​ປະ​ລະ​ໄວ້​ບໍ່​ມີ​ຄົນ​ອາໄສ​ຢູ່​ເລີຍ. ເປັນ​ເວລາ 70 ປີ​ບໍ່​ມີ​ຜູ້​ໃດ​ອາໄສ​ຢູ່​ໃນ​ແຜ່ນດິນ​ນັ້ນ. ແຜ່ນດິນ​ທັງ​ໝົດ​ກໍ່​ເປັນ​ທີ່​ວ່າງ​ເປົ່າ. ແຕ່​ພະ​ເຢໂຫວາ​ສັນຍາ​ວ່າ​ພະອົງ​ຈະ​ນຳ​ເອົາ​ຜູ້​ຄົນ​ຂອງ​ພະອົງ​ກັບ​ຄືນ​ສູ່​ແຜ່ນດິນ​ຫຼັງ​ຈາກ 70 ປີ. ໃນ​ລະຫວ່າງ​ນັ້ນ​ມີ​ອັນ​ໃດ​ເກີດ​ຂຶ້ນ​ແກ່​ຜູ້​ຄົນ​ຂອງ​ພະເຈົ້າ​ໃນ​ບາບີໂລນ ແຜ່ນດິນ​ຊຶ່ງ​ພວກ​ເຂົາ​ຖືກ​ນຳ​ເອົາ​ຕົວ​ໄປ​ນັ້ນ? ໃຫ້​ເຮົາ​ເບິ່ງ​ນຳ​ກັນ​ຕໍ່​ໄປ.

2 ກະສັດ 25:​1-26; ເຢເຣມີ 29:10; ເອເຊກຽນ 1:​1-3; 8:​1-18.