ການເປັນຊະເລີຍໃນບາບີໂລນຈົນເຖິງການສ້າງກຳແພງນະຄອນເຢຣຶຊາເລມຂຶ້ນໃໝ່
ພາກ 5
ການເປັນຊະເລີຍໃນບາບີໂລນຈົນເຖິງການສ້າງກຳແພງນະຄອນເຢຣຶຊາເລມຂຶ້ນໃໝ່
ລະຫວ່າງທີ່ເປັນຊະເລີຍໃນບາບີໂລນ ຊົນຍິດສະລາເອນໄດ້ຜ່ານການທົດລອງຫຼາຍຢ່າງໃນເລື່ອງຄວາມເຊື່ອຂອງເຂົາ. ຊາດຣາກ ເມຊາກແລະອາເບດເນໂຄຖືກໂຍນເຂົ້າໄປໃນເຕົາໄຟອັນຮ້ອນກ້າ ແຕ່ພະເຈົ້າໄດ້ນຳເຂົາອອກມາທັງຍັງມີຊີວິດຢູ່. ຕໍ່ມາ ຫຼັງຈາກບາບີໂລນເສຍໄຊຊະນະໃຫ້ແກ່ຊາວແມດແລະຊາວເປເຣເຊ ດານຽນຖືກໂຍນເຂົ້າໄປຫລຸມສິງໂຕ ແຕ່ພະເຈົ້າໄດ້ປ້ອງກັນເພິ່ນຄືກັນໂດຍປິດປາກສິງໂຕ.
ໃນທີ່ສຸດ ກະສັດຊີຣຶເຊຊາວເປເຣເຊໄດ້ປົດປ່ອຍຊົນຍິດສະລາເອນ. ພວກເຂົາໄດ້ກັບໄປສູ່ບ້ານເກີດເມືອງນອນຂອງຕົນ ຫຼັງຈາກທີ່ພວກເຂົາຖືກຈັບໄປເປັນຊະເລີຍໃນບາບີໂລນເປັນເວລາ 70 ປີພໍດີ. ສິ່ງທຳອິດຢ່າງນຶ່ງທີ່ເຂົາໄດ້ເຮັດເມື່ອເຂົາກັບມາເຖິງເຢຣຶຊາເລມນັ້ນກໍ່ຄືໄດ້ເລີ່ມສ້າງວິຫານຂອງພະເຢໂຫວາ. ຢ່າງໃດກໍ່ດີ ອີກບໍ່ດົນພວກສັດຕູເຮັດໃຫ້ພວກເຂົາຕ້ອງເລີກລົ້ມຈາກງານສ້າງນີ້. ໃນທີ່ສຸດຫຼັງຈາກກັບເມືອເຢຣຶຊາເລມ 22 ປີແລ້ວການກໍ່ສ້າງວິຫານກໍ່ສຳເລັດ.
ຖັດໄປ ເຮົາຮຽນເຖິງເລື່ອງທີ່ເອເຊດຣາເຊເດີນທາງກັບມາເຢຣຶຊາເລມເພື່ອຕົກແຕ່ງວິຫານໃຫ້ງາມ. ຕອນນີ້ເປັນເວລາປະມານ 47 ປີຫຼັງຈາກທີ່ວິຫານໄດ້ຮັບການສ້າງເສັດຮຽບຮ້ອຍແລ້ວ. ຕໍ່ມາຄື 13 ປີພາຍຫຼັງການເດີນທາງຂອງເອເຊດຣາເຊ ເນເຫມີໄດ້ຊ່ວຍກໍ່ສ້າງກຳແພງນະຄອນເຢຣຶຊາເລມທີ່ຫັກພັງນັ້ນໃຫ້ຂຶ້ນໃໝ່. ປະຫວັດສາດທີ່ກ່າວເຖິງໃນພາກທີຫ້ານີ້ລວມເວລາໄດ້ 152 ປີມາເຖິງຕອນນີ້.