ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ລາຍມືທີ່ຝາກັ້ນ

ລາຍມືທີ່ຝາກັ້ນ

ບົດ 78

ລາຍ​ມື​ທີ່​ຝາ​ກັ້ນ

ທີ່​ນີ້​ມີ​ຫຍັງ​ເກີດ​ຂຶ້ນ? ຜູ້​ຄົນ​ພວມ​ມີ​ການ​ກິນ​ລ້ຽງ​ໃຫຍ່. ກະສັດ​ແຫ່ງ​ນະຄອນ​ບາບີໂລນ​ໄດ້​ເຊີນ​ບັນດາ​ແຂກ​ສຳຄັນໆພັນ​ຄົນ​ມາ​ໃນ​ງານ​ລ້ຽງ. ພວກ​ເຂົາ​ເອົາ​ຈອກ​ຄຳ​ຈອກ​ເງິນ​ແລະ​ຖ້ວຍ​ຕ່າງໆທີ່​ເອົາ​ມາ​ຈາກ​ວິຫານ​ຂອງ​ພະ​ເຢໂຫວາ​ທີ່​ນະຄອນ​ເຢຣຶຊາເລມ​ມາ​ໃຊ້. ແຕ່​ວ່າ​ໃນ​ທັນໃດ​ນັ້ນ​ກໍ່​ມີ​ນິ້ວ​ມື​ຄົນ​ປາກົດ​ຂຶ້ນ​ໃນ​ອາກາດ​ແລະ​ເລີ່ມ​ຂຽນ​ເທິງ​ຝາ​ກັ້ນ. ທຸກ​ຄົນ​ຕ່າງ​ກໍ່​ຕົກໃຈ​ຢ້ານ.

ເບນຊາດຊາເຣ​ຫຼານ​ຊາຍ​ຂອງ​ເນບຶກາດເນດຊາເຣ​ເປັນ​ກະສັດ​ໃນ​ເວລາ​ນີ້. ທ່ານ​ຮ້ອງ​ສັ່ງ​ດ້ວຍ​ສຽງ​ອັນ​ດັງ​ໃຫ້​ນຳ​ເອົາ​ພວກ​ນັກ​ປາດ​ຂອງ​ທ່ານ​ເຂົ້າ​ມາ​ເຝົ້າ. ກະສັດ​ກ່າວ​ວ່າ: ‘ຜູ້​ໃດ​ຫາກ​ອ່ານ​ຂໍ້​ຄວາມ​ຂຽນ​ນີ້​ໄດ້​ແລະ​ແປ​ຄວາມ​ໝາຍ​ໃຫ້​ເຮົາ​ຟັງ ເຮົາ​ຈະ​ປະທານ​ຂອງ​ຂວັນ​ຫຼາຍ​ຢ່າງ​ແລະ​ຈະ​ຕັ້ງ​ໃຫ້​ເປັນ​ຜູ້​ປົກຄອງ​ສຳຄັນ​ຄົນ​ທີ​ສາມ​ໃນ​ລາຊະອານາຈັກ.’ ແຕ່​ບໍ່​ມີ​ນັກ​ປາດ​ຄົນ​ໃດ​ອ່ານ​ຂໍ້​ຄວາມ​ທີ່​ຂຽນ​ເທິງ​ຝາ​ກັ້ນ​ແລະ​ບອກ​ຄວາມ​ໝາຍ​ນັ້ນ​ໄດ້​ເລີຍ.

ແມ່​ຂອງ​ກະສັດ​ໄດ້​ຍິນ​ສຽງ​ອຶກກະທຶກ​ເຊັ່ນ​ນັ້ນ ຈຶ່ງ​ເຂົ້າ​ມາ​ໃນ​ຫ້ອງ​ໃຫຍ່​ທີ່​ມີ​ການ​ກິນ​ລ້ຽງ. ນາງ​ບອກ​ກະສັດ​ວ່າ: ‘ຂໍ​ຢ່າ​ວຸ່ນວາຍ​ຕົກໃຈ​ເລີຍ ໃນ​ອານາຈັກ​ຂອງ​ທ່ານ​ມີ​ຊາຍ​ຄົນ​ນຶ່ງ​ທີ່​ຮູ້​ຈັກ​ພະ​ຜູ້​ບໍລິສຸດ​ທັງ​ຫຼາຍ. ເມື່ອ​ເນບຶກາດເນດຊາເຣ​ປູ່​ຂອງ​ທ່ານ​ເປັນ​ກະສັດ​ໃນ​ສະໄໝ​ນັ້ນ ທ່ານ​ໄດ້​ຕັ້ງ​ຊາຍ​ຄົນ​ນີ້​ເປັນ​ຫົວໜ້າ​ນັກ​ປາດ​ທັງ​ຫຼາຍ​ຂອງ​ທ່ານ. ຊາຍ​ຄົນ​ນີ້​ຊື່​ດານຽນ. ສົ່ງ​ຄົນ​ໄປ​ນຳ​ເຂົາ​ມາ​ຫາ ແລ້ວ​ເຂົາ​ຈະ​ບອກ​ໃຫ້​ທ່ານ​ຮູ້​ຄວາມ​ໝາຍ​ແຫ່ງ​ຂໍ້​ຄວາມ​ທັງ​ຫຼາຍ​ນີ້.’

ດັ່ງ​ນັ້ນ​ດານຽນ​ຈຶ່ງ​ຖືກ​ນຳ​ເຂົ້າ​ມາ​ເຝົ້າ​ທັນທີ. ຫຼັງ​ຈາກ​ປະຕິເສດ​ຮັບ​ເອົາ​ຂອງ​ຂວັນ​ໃດໆ ດານຽນ​ກໍ່​ເລີ່ມ​ບອກ​ເຫດຜົນ​ທີ່​ຄັ້ງ​ນຶ່ງ​ພະ​ເຢໂຫວາ​ຈຶ່ງ​ໄດ້​ປົດ​ເນບຶກາດເນດຊາເຣ​ປູ່​ຂອງ​ເບນຊາດຊາເຣ​ຈາກ​ຕຳແໜ່ງ​ເປັນ​ກະສັດ. ດານຽນ​ທູນ​ວ່າ: ‘ທ່ານ​ໄດ້​ຍົກ​ຍໍ​ຕົວ​ຂຶ້ນ​ກັບ​ຄວາມ​ຈອງຫອງ ແລະ​ພະ​ເຢໂຫວາ​ຈຶ່ງ​ໄດ້​ລົງໂທດ​ທ່ານ.’

ດານຽນ​ກ່າວ​ແກ່​ເບນຊາດຊາເຣ​ວ່າ: ‘ແຕ່​ທ່ານ​ຮູ້​ສິ່ງ​ທັງ​ໝົດ​ທີ່​ໄດ້​ເກີດ​ຂຶ້ນ​ແກ່​ເນບຶກາດເນດຊາເຣ ແລະ​ທ່ານ​ກໍ່​ຍັງ​ຄົງ​ຈອງຫອງ​ອວດ​ຕົວ​ເໝືອນ​ກັບ​ເນບຶກາດເນດຊາເຣ. ທ່ານ​ໄດ້​ນຳ​ເອົາ​ຈອກ​ແລະ​ຖ້ວຍ​ທັງ​ຫຼາຍ​ມາ​ຈາກ​ວິຫານ​ຂອງ​ພະ​ເຢໂຫວາ​ມາ​ໃຊ້​ແລະ​ດື່ມ​ຈາກ​ຖ້ວຍ​ຈອກ​ເຫຼົ່າ​ນັ້ນ. ທ່ານ​ໄດ້​ສັນລະເສີນ​ພະ​ທີ່​ເຮັດ​ດ້ວຍ​ໄມ້​ແລະ​ຫີນ ແລະ​ທ່ານ​ບໍ່​ໄດ້​ໃຫ້​ກຽດ​ພະ​ຜູ້​ສ້າງ​ອົງ​ຍິ່ງ​ໃຫຍ່​ຂອງ​ເຮົາ. ດ້ວຍ​ເຫດ​ນີ້ ພະເຈົ້າ​ຈຶ່ງ​ສົ່ງ​ມື​ນັ້ນ​ມາ​ຂຽນ​ຖ້ອຍ​ຄຳ​ເຫຼົ່າ​ນີ້.’

ດານຽນ​ທູນ​ວ່າ: ‘ຂໍ້​ຄວາມ​ທີ່​ຂຽນ​ມີ​ດັ່ງ​ນີ້: ເມເນ ເມເນ ເທເກເລ​ແລະ​ເປເຣເຊ.’

‘ເມເນ ໝາຍ​ຄວາມ​ວ່າ​ພະເຈົ້າ​ນັບ​ວັນ​ແຫ່ງ​ອານາຈັກ​ຂອງ​ທ່ານ​ໄວ້​ແລ້ວ​ແລະ​ນຳ​ມາ​ເຖິງ​ທີ່​ສິ້ນ​ສຸດ​ແລ້ວ. ເທເກເລ ໝາຍ​ຄວາມ​ວ່າ​ທ່ານ​ຖືກ​ຊັ່ງ​ໃນ​ຊິງ​ແລະ​ພົບ​ວ່າ​ບໍ່​ດີ​ເລີຍ. ເປເຣເຊ ໝາຍ​ຄວາມ​ວ່າ​ອານາຈັກ​ຂອງ​ທ່ານ​ຖືກ​ມອບ​ໃຫ້​ແກ່​ຊາວ​ແມດ​ກັບ​ຊາວ​ເປເຣເຊ​ແລ້ວ.’

ຂະນະ​ທີ່​ດານຽນ​ຍັງ​ເວົ້າ​ຢູ່ ຊາວ​ແມດ​ກັບ​ຊາວ​ເປເຣເຊ​ກໍ່​ເລີ່ມ​ໂຈມຕີ​ນະຄອນ​ບາບີໂລນ. ພວກ​ເຂົາ​ຍຶດ​ເອົາ​ນະຄອນ​ບາບີໂລນ​ແລະ​ຂ້າ​ເບນຊາດຊາເຣ. ລາຍ​ມື​ທີ່​ຂຽນ​ເທິງ​ຝາ​ກັ້ນ​ກໍ່​ກາຍ​ມາ​ເປັນ​ຄວາມ​ຈິງ​ພາຍ​ໃນ​ຄືນ​ນັ້ນ​ແທ້! ແຕ່​ບັດ​ນີ້​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ແກ່​ຊົນ​ຍິດສະລາເອນ? ເຮົາ​ຈະ​ໄດ້​ຮຽນ​ຮູ້​ໃນ​ບໍ່​ຊ້າ ແຕ່​ໃຫ້​ເຮົາ​ເບິ່ງ​ກ່ອນ​ວ່າ​ມີ​ເຫດການ​ອັນ​ໃດ​ເກີດ​ຂຶ້ນ​ກັບ​ດານຽນ.

ດານຽນ 5:​1-31.