ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ດານຽນຢູ່ໃນຫລຸມສິງໂຕ

ດານຽນຢູ່ໃນຫລຸມສິງໂຕ

ບົດ 79

ດານຽນ​ຢູ່​ໃນ​ຫລຸມ​ສິງໂຕ

ໂອ້ ໂອ້! ເບິ່ງ​ຄື​ວ່າ​ດານຽນ​ຕົກ​ຢູ່​ໃນ​ຄວາມ​ລຳບາກ​ຫຼາຍ​ແທ້ໆ. ແຕ່​ສິງໂຕ​ບໍ່​ໄດ້​ເຮັດ​ອັນຕະລາຍ​ແກ່​ທ່ານ​ເລີຍ! ເຈົ້າ​ຮູ້​ບໍ​ວ່າ​ເປັນ​ຫຍັງ? ໃຜ​ເອົາ​ດານຽນ​ຖິ້ມ​ໄວ້​ໃຫ້​ຢູ່​ກັບ​ສິງໂຕ​ເຫຼົ່າ​ນີ້? ໃຫ້​ເຮົາ​ອ່ານ​ຕໍ່​ໄປ.

ຕອນ​ນີ້​ກະສັດ​ແຫ່ງ​ບາບີໂລນ​ຊື່​ວ່າ​ດາຣີອຶເຊ. ທ່ານ​ພໍ​ໃຈ​ໃນ​ດານຽນ​ຫຼາຍ​ເພາະ​ວ່າ​ດານຽນ​ເປັນ​ຜູ້​ມີ​ໃຈ​ເມດຕາ​ແລະ​ສະຫຼາດ. ດາຣີອຶເຊ​ເລືອກ​ດານຽນ​ໃຫ້​ເປັນ​ຜູ້​ປົກຄອງ​ຕຳແໜ່ງ​ສູງ​ຜູ້​ນຶ່ງ​ໃນ​ອານາຈັກ​ຂອງ​ທ່ານ. ເລື່ອງ​ນີ້​ເຮັດ​ໃຫ້​ຄົນ​ອື່ນ​ອິດສາ​ດານຽນ​ສະນັ້ນ​ພວກ​ເຂົາ​ຈຶ່ງ​ເຮັດ​ດັ່ງ​ນີ້.

ພວກ​ເຂົາ​ເຂົ້າ​ໄປ​ເຝົ້າ​ດາຣີອຶເຊ​ແລະ​ທູນ​ວ່າ: ‘ໂອ້​ກະສັດ ພວກ​ຂ້າພະເຈົ້າ​ໄດ້​ເຫັນ​ພ້ອມ​ກັນ​ວ່າ​ພະ​ລາຊາ​ຄວນ​ຈະ​ອອກ​ກົດໝາຍ​ວ່າ ໃນ​ສາມ​ສິບ​ວັນ​ນີ້​ບໍ່​ໃຫ້​ຜູ້​ໃດ​ຜູ້​ນຶ່ງ​ອະທິດຖານ​ຕໍ່​ພະເຈົ້າ​ອົງ​ໃດໆຫຼື​ມະນຸດ​ຄົນ​ໃດ​ເວັ້ນ​ແຕ່​ຕໍ່​ພະອົງ. ຖ້າ​ຜູ້​ນຶ່ງ​ຜູ້​ໃດ​ບໍ່​ຟັງ​ຄວນ​ໂຍນ​ຜູ້​ນັ້ນ​ເຂົ້າ​ໄປ​ໃນ​ຫລຸມ​ສິງໂຕ.’ ດາຣີອຶເຊ​ບໍ່​ຮູ້​ເຫດຜົນ​ທີ່​ຄົນ​ພວກ​ນີ້​ຕ້ອງການ​ອອກ​ກົດໝາຍ​ເຊັ່ນ​ນີ້. ແຕ່​ທ່ານ​ກໍ່​ຄິດ​ວ່າ​ເປັນ​ຄວາມ​ຄິດ​ທີ່​ດີ ດັ່ງ​ນັ້ນ​ທ່ານ​ຈຶ່ງ​ໄດ້​ອອກ​ກົດໝາຍ​ໃຫ້​ຂຽນ​ເປັນ​ລາຍລັກ​ອັກສອນ​ໄວ້. ດຽວ​ນີ້​ກົດໝາຍ​ກໍ່​ປ່ຽນ​ບໍ່​ໄດ້​ແລ້ວ.

ເມື່ອ​ດານຽນ​ຮູ້​ເລື່ອງ​ກ່ຽວ​ກັບ​ກົດໝາຍ​ນັ້ນ ເພິ່ນ​ເມືອ​ເຮືອນ​ແລະ​ອະທິດຖານ ຕາມ​ທີ່​ເພິ່ນ​ເຮັດ​ສະເໝີ​ມາ. ຄົນ​ຊົ່ວ⁠ເຫຼົ່າ​ນັ້ນ​ຮູ້​ວ່າ​ດານຽນ​ຈະ​ບໍ່​ຢຸດ​ຈາກ​ການ​ອະທິດຖານ​ຕໍ່​ພະ​ເຢໂຫວາ. ພວກ​ເຂົາ​ດີໃຈ​ເພາະ​ເບິ່ງ​ຄື​ວ່າ​ແຜນການ​ທີ່​ຈະ​ກຳຈັດ​ດານຽນ​ນັ້ນ​ຈະ​ເກີດ​ຜົນ​ຕາມ​ຄວາມ​ມຸ່ງ​ໝາຍ.

ເມື່ອ​ກະສັດ​ດາຣີອຶເຊ​ຮູ້​ເຖິງ​ເຫດຜົນ​ທີ່​ຄົນ​ເຫຼົ່າ​ນີ້​ຕ້ອງການ​ໃຫ້​ອອກ​ກົດໝາຍ​ນີ້ ທ່ານ​ເສຍໃຈ​ຫຼາຍ. ແຕ່​ທ່ານ​ປ່ຽນ​ກົດໝາຍ​ບໍ່​ໄດ້ ດັ່ງ​ນັ້ນ​ທ່ານ​ຈຶ່ງ​ຕ້ອງ​ສັ່ງ​ໃຫ້​ເອົາ​ດານຽນ​ຖິ້ມ​ລົງ​ໃນ​ຫລຸມ​ສິງໂຕ. ແຕ່​ກະສັດ​ບອກ​ດານຽນ​ວ່າ: ‘ເຮົາ​ຫວັງ​ວ່າ​ພະເຈົ້າ​ຂອງ​ເຈົ້າ ຜູ້​ທີ່​ເຈົ້າ​ຮັບໃຊ້ ຈະ​ຊ່ວຍ​ເຈົ້າ​ໃຫ້​ລອດ.’

ດາຣີອຶເຊ​ຮູ້ສຶກ​ວ່າ​ມີ​ອາລົມ​ບໍ່​ດີ​ແລະ​ທ່ານ​ນອນ​ບໍ່​ຫຼັບ​ໃນ​ຄືນ​ນັ້ນ. ຕື່ນ​ເຊົ້າ​ມື້​ໜ້າ​ທ່ານ​ແລ່ນ​ໄປ​ທີ່​ຫລຸມ​ສິງໂຕ. ເຈົ້າ​ສາມາດ​ເຫັນ​ທ່ານ​ໄດ້​ທີ່​ນັ້ນ. ທ່ານ​ຮ້ອງ​ເອີ້ນ​ວ່າ: ‘ໂອ້ ດານຽນ ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່! ພະເຈົ້າ​ຜູ້​ທີ່​ເຈົ້າ​ຮັບໃຊ້​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ສິງໂຕ​ໄດ້​ບໍ?’

ດານຽນ​ຂານ​ຕອບ​ວ່າ: ‘ພະເຈົ້າ​ຜູ້​ຊຶ່ງ​ຂ້າພະເຈົ້າ​ຮັບໃຊ້​ໄດ້​ສົ່ງ​ທູດ​ສະຫວັນ​ຂອງ​ພະອົງ ແລະ​ໄດ້​ປິດ​ປາກ​ຂອງ​ສິງໂຕ​ໄວ້​ເພື່ອ​ມັນ​ຈະ​ບໍ່​ເຮັດ​ອັນຕະລາຍ​ແກ່​ຂ້າພະເຈົ້າ.’

ກະສັດ​ຮູ້ສຶກ​ຍິນດີ​ຍິ່ງ. ທ່ານ​ຈຶ່ງ​ສັ່ງ​ໃຫ້​ຍົກ​ດານຽນ​ອອກ​ຈາກ​ຫລຸມ. ແລ້ວ​ທ່ານ​ໄດ້​ສັ່ງ​ໃຫ້​ເອົາ​ຄົນ​ພວກ​ໃຈ​ໂຫດ​ນັ້ນ​ຜູ້​ທີ່​ຢາກ​ກຳຈັດ​ດານຽນ​ນັ້ນ​ໂຍນ​ຖິ້ມ​ໄປ​ໃຫ້​ສິງໂຕ. ແມ່ນ​ວ່າ​ພວກ​ເຂົາ​ຍັງ​ບໍ່​ທັນ​ຕົກ​ລົງ​ພື້ນ​ຂອງ​ຫລຸມ​ນັ້ນ ສິງໂຕ​ເຫຼົ່າ​ນັ້ນ​ກໍ່​ກະໂດດ​ຄວ້າ​ໃສ່​ພວກ​ເຂົາ​ແລະ​ຂົບ​ກະດູກ​ທັງ​ໝົດ​ຂອງ​ເຂົາ​ໃຫ້​ຫັກ​ເປັນ​ທ່ອນໆ.

ແລ້ວ​ກະສັດ​ດາຣີອຶເຊ​ຈຶ່ງ​ຂຽນ​ຄຳ​ປະກາດ ເຖິງ​ພົນລະເມືອງ​ທຸກ​ຄົນ​ໃນ​ອານາຈັກ​ຂອງ​ທ່ານ​ວ່າ: ‘ເຮົາ​ສັ່ງ​ໃຫ້​ທຸກໆຄົນ​ໃຫ້​ຄວາມ​ເຄົາລົບ​ຕໍ່​ພະເຈົ້າ​ຂອງ​ດານຽນ. ພະອົງ​ໄດ້​ກະທຳ​ການ​ອັດສະຈັນ​ອັນ​ໃຫຍ່​ຫຼວງ. ພະອົງ​ໄດ້​ຊ່ວຍ​ດານຽນ​ໃຫ້​ພົ້ນ​ຈາກ​ປາກ​ສິງໂຕ.’

ດານຽນ 6:​1-28.