ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ມາເຣໂດເກແລະເອເຊເທເຣ

ມາເຣໂດເກແລະເອເຊເທເຣ

ບົດ 82

ມາເຣໂດເກ​ແລະ​ເອເຊເທເຣ

ໃຫ້​ເຮົາ​ເບິ່ງ​ຍ້ອນ​ຫຼັງ​ສອງ​ສາມ​ປີ ກ່ອນ​ເອເຊດຣາເຊ​ໄປ​ເຢຣຶຊາເລມ. ມາເຣໂດເກ​ແລະ​ເອເຊເທເຣ​ເປັນ​ຊົນ​ຍິດສະລາເອນ​ສຳຄັນ​ທີ່​ສຸດ​ໃນ​ອານາຈັກ​ແຫ່ງ​ເປເຣເຊ. ເອເຊເທເຣ​ເປັນ​ມະເຫສີ ແລະ​ມາເຣໂດເກ​ຊຶ່ງ​ເປັນ​ລູກ​ອ້າຍ​ລູກ​ນ້ອງ​ກັບ​ນາງ​ເປັນ​ຜູ້​ມີ​ອຳນາດ​ສູງ​ຮອງ​ກະສັດ. ໃຫ້​ເຮົາ​ເບິ່ງ​ວ່າ​ເຫດການ​ເປັນ​ມາ​ຢ່າງ​ໃດ.

ພໍ່​ແມ່​ຂອງ​ເອເຊເທເຣ​ຕາຍ​ໄປ​ເມື່ອ​ນາງ​ຍັງ​ເປັນ​ນ້ອຍ​ຫຼາຍ​ຢູ່ ແລະ​ມາເຣໂດເກ​ໄດ້​ລ້ຽງ​ນາງ. ອາຊຶເອຣຶເຊ​ເປັນ​ກະສັດ​ແຫ່ງ​ເປເຣເຊ ມີ​ລາຊະວັງ​ຢູ່​ໃນ​ເມືອງ​ຊຶເຊ​ມະຫາ​ນະຄອນ ແລະ​ມາເຣໂດເກ​ເປັນ​ມະຫາດເລັກ​ຄົນ​ນຶ່ງ. ເອົາ​ລະ ມື້​ນຶ່ງ​ນາງ​ວາເຊຕີ​ມະເຫສີ​ຂັດຂືນ​ຄຳ​ສັ່ງ​ຂອງ​ກະສັດ ດັ່ງ​ນັ້ນ​ກະສັດ​ຈຶ່ງ​ເລືອກ​ເອົາ​ມະເຫສີ​ຄົນ​ໃໝ່​ເພື່ອ​ຕັ້ງ​ໃຫ້​ເປັນ​ລາຊີນີ. ເຈົ້າ​ຮູ້​ຈັກ​ສະຕີ​ຜູ້​ທີ່​ກະສັດ​ເລືອກ​ນັ້ນ​ບໍ? ແມ່ນ​ແລ້ວ ຄື​ເອເຊເທເຣ​ຍິງ​ສາວ​ຮູບ​ງາມ​ຜູ້​ນັ້ນ​ເອງ.

ເຈົ້າ​ເຫັນ​ຊາຍ​ຜູ້​ຫົວສູງ​ຄົນ​ນີ້​ບໍ​ທີ່​ຜູ້​ຄົນ​ກົ້ມ​ຕົວ​ລົງ​ຄຳນັບ? ຜູ້​ນີ້​ຄື​ຫາມານ. ເຂົາ​ເປັນ​ຄົນ​ສຳຄັນ​ຫຼາຍ​ຜູ້​ນຶ່ງ​ໃນ​ເປເຣເຊ. ຫາມານ​ຕ້ອງການ​ໃຫ້​ມາເຣໂດເກ​ຜູ້​ທີ່​ເຈົ້າ​ເຫັນ​ນັ່ງ​ຢູ່​ທີ່​ນີ້​ກົ້ມ​ຕົວ​ຄຳນັບ​ດ້ວຍ ແຕ່​ມາເຣໂດເກ​ບໍ່​ເຮັດ. ເພິ່ນ​ເຫັນ​ວ່າ​ບໍ່​ສົມຄວນ​ທີ່​ຈະ​ກົ້ມ​ຕົວ​ລົງ​ຄຳນັບ​ຄົນ​ບໍ່​ດີ​ເຊັ່ນ​ນີ້. ນີ້​ເປັນ​ເຫດ​ເຮັດ​ໃຫ້​ຫາມານ​ຮູ້ສຶກ​ໂກດ​ແຄ້ນ​ຫຼາຍ​ແລະ​ເຂົາ​ຈຶ່ງ​ເຮັດ​ດັ່ງ​ຕໍ່​ໄປ​ນີ້.

ຫາມານ​ຕົວະ​ໃຫ້​ກະສັດ​ຟັງ​ກ່ຽວ​ກັບ​ຊົນ​ຍິດສະລາເອນ​ວ່າ: ‘ພວກ​ເຂົາ​ເປັນ​ຄົນ​ຊົ່ວ​ຊ້າ​ບໍ່​ປະຕິບັດ​ຕາມ​ກົດໝາຍ​ຂອງ​ທ່ານ. ພວກ​ເຂົາ​ຄວນ​ຈະ​ຕາຍ.’ ອາຊຶເອຣຶເຊ​ບໍ່​ຊາບ​ວ່າ​ມະເຫສີ​ຂອງ​ທ່ານ​ເປັນ​ຊົນ​ຍິດສະລາເອນ. ດັ່ງ​ນັ້ນ​ກະສັດ​ຈຶ່ງ​ຟັງ​ຄວາມ​ຫາມານ ແລະ​ໄດ້​ໃຫ້​ອອກ​ກົດໝາຍ​ວ່າ ເມື່ອ​ເຖິງ​ມື້​ກຳນົດ​ແລ້ວ​ຊົນ​ຍິດສະລາເອນ​ຈະ​ຕ້ອງ​ຖືກ​ຂ້າ​ຕາຍ​ທັງ​ໝົດ.

ເມື່ອ​ມາເຣໂດເກ​ຊາບ​ຂ່າວ​ກ່ຽວ​ກັບ​ກົດໝາຍ​ນັ້ນ ເພິ່ນ​ກໍ່​ມີ​ຄວາມ​ທຸກ​ໃຈ​ຍິ່ງ. ເພິ່ນ​ສົ່ງ​ຂ່າວ​ໄປ​ເຖິງ​ເອເຊເທເຣ​ວ່າ: ‘ເອເຊເທເຣ​ຕ້ອງ​ທູນ​ກະສັດ ແລະ​ຂໍ​ທ່ານ​ຊ່ວຍ​ຊີວິດ​ພວກ​ເຮົາ​ໄວ້.’ ໃນ​ປະເທດ​ເປເຣເຊ​ການ​ເຂົ້າ​ເຝົ້າ​ກະສັດ​ໂດຍ​ບໍ່​ໄດ້​ຮັບ​ຄຳ​ເຊີນ​ກໍ່​ເປັນ​ການ​ຜິດ​ກົດໝາຍ. ແຕ່​ເອເຊເທເຣ​ເຂົ້າ​ໄປ​ເຝົ້າ​ໂດຍ​ບໍ່​ໄດ້​ຮັບ​ຄຳ​ເຊີນ. ກະສັດ​ຍື່ນ​ໄມ້​ເທົ້າ​ຄຳ​ຂອງ​ທ່ານ​ໃຫ້​ເອເຊເທເຣ ຊຶ່ງ​ໝາຍ​ຄວາມ​ວ່າ​ພະ​ນາງ​ຈະ​ບໍ່​ຖືກ​ຂ້າ. ເອເຊເທເຣ​ເຊີນ​ກະສັດ​ແລະ​ຫາມານ​ໄປ​ໃນ​ການ​ລ້ຽງ. ໃນ​ການ​ລ້ຽງ​ນັ້ນ​ກະສັດ​ຕັດ​ຖາມ​ເຖິງ​ສິ່ງ​ໃດ​ທີ່​ພະ​ນາງ​ປະສົງ​ຈາກ​ທ່ານ. ເອເຊເທເຣ​ທູນ​ວ່າ​ຫາກ​ກະສັດ​ແລະ​ຫາມານ​ຈະ​ກັບ​ມາ​ການ​ລ້ຽງ​ອີກ​ເທື່ອ​ນຶ່ງ​ໃນ​ມື້​ອື່ນ​ຈຶ່ງ​ຈະ​ທູນ​ໃຫ້​ຊາບ.

ນະ ການ​ລ້ຽງ​ນັ້ນ​ເອເຊເທເຣ​ທູນ​ກະສັດ​ວ່າ: ‘ຜູ້​ຄົນ​ຂອງ​ຂ້າພະເຈົ້າ​ແລະ​ຂ້າພະເຈົ້າ​ຈະ​ຕ້ອງ​ຖືກ​ຂ້າ.’ ກະສັດ​ຂຸ່ນ​ເຄືອງ. ທ່ານ​ຈຶ່ງ​ຖາມ​ວ່າ: ‘ຜູ້​ໃດ​ກ້າ​ທີ່​ຈະ​ເຮັດ​ຢ່າງ​ນັ້ນ?’

ເອເຊເທເຣ​ທູນ​ວ່າ: ‘ຊາຍ​ທີ່​ເປັນ​ສັດຕູ​ກໍ່​ຄື​ຫາມານ​ຄົນ​ຊົ່ວ​ຮ້າຍ​ຜູ້​ນີ້.’

ຂະນະ​ນີ້​ກະສັດ​ຄຽດ​ແຄ້ນ​ແທ້ໆ. ທ່ານ​ສັ່ງ​ໃຫ້​ເອົາ​ຫາມານ​ໄປ​ຂ້າ. ຫຼັງ​ຈາກ​ນັ້ນ ກະສັດ​ຕັ້ງ​ມາເຣໂດເກ​ຂຶ້ນ​ໃຫ້​ມີ​ອຳນາດ​ສູງ​ເປັນ​ຜູ້​ທີ​ສອງ​ຮອງ​ຈາກ​ທ່ານ. ຄັນ​ແລ້ວ​ມາເຣໂດເກ​ຈຶ່ງ​ຄອຍ​ດູ​ແລ​ໃຫ້​ອອກ​ກົດໝາຍ​ໃໝ່​ເພື່ອ​ອະນຸຍາດ​ໃຫ້​ຊົນ​ຍິດສະລາເອນ​ຕໍ່​ສູ້​ເອົາ​ຊີວິດ​ລອດ​ໃນ​ມື້​ຊຶ່ງ​ກຳນົດ​ໄວ້​ວ່າ​ເຂົາ​ຈະ​ຕ້ອງ​ຖືກ​ຂ້າ. ເພາະ​ຂະນະ​ນີ້​ມາເຣໂດເກ​ເປັນ​ຄົນ​ສຳຄັນ ຜູ້​ຄົນ​ຈຳນວນ​ຫຼາຍ​ຕ່າງ​ກໍ່​ຊ່ວຍ​ຊົນ​ຍິດສະລາເອນ ແລະ​ພວກ​ເຂົາ​ກໍ່​ໄດ້​ພົ້ນ​ຈາກ​ສັດຕູ.

ປະຫວັດ​ເອເຊເທເຣ​ໃນ​ຄຳພີ​ໄບເບິນ.