ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ທູດສະຫວັນມາຢາມມາລີ

ທູດສະຫວັນມາຢາມມາລີ

ບົດ 84

ທູດ​ສະຫວັນ​ມາ​ຢາມ​ມາລີ

ສະຕີ​ງາມ​ຄົນ​ນີ້​ຄື​ມາລີ. ນາງ​ເປັນ​ຄົນ​ຍິດສະລາເອນ​ອາໄສ​ຢູ່​ໃນ​ເມືອງ​ນາຊາເລດ. ພະເຈົ້າ​ຊາບ​ວ່າ​ນາງ​ເປັນ​ຄົນ​ທີ່​ມີ​ຄຸນສົມບັດ​ດີ​ຫຼາຍ. ດ້ວຍ​ເຫດ​ນັ້ນ​ພະອົງ​ໄດ້​ສົ່ງ​ຄາບລິເອນ​ທູດ​ສະຫວັນ​ຂອງ​ພະອົງ​ມາ​ເວົ້າ​ກັບ​ນາງ. ເຈົ້າ​ຮູ້​ບໍ​ວ່າ​ຄາບລິເອນ​ເວົ້າ​ຫຍັງ​ກັບ​ມາລີ? ໃຫ້​ເຮົາ​ເບິ່ງ​ດ້ວຍ​ກັນ.

ຄາບລິເອນ​ເວົ້າ​ແກ່​ເຂົາ​ວ່າ: ‘ຈົ່ງ​ຈຳເລີນ​ເຖີດ ເຈົ້າ​ຜູ້​ເປັນ​ທີ່​ໂຜດປານ​ອັນ​ໃຫຍ່ ພະ​ເຢໂຫວາ​ສະຖິດ​ຢູ່​ກັບ​ເຈົ້າ.’ ມາລີ​ບໍ່​ເຄີຍ​ໄດ້​ເຫັນ​ຄົນ​ຜູ້​ນີ້​ມາ​ກ່ອນ. ນາງ​ຮູ້ສຶກ​ໜັກໃຈ​ເພາະ​ນາງ​ບໍ່​ຮູ້​ວ່າ​ທ່ານ​ຜູ້​ນັ້ນ​ໝາຍ​ຄວາມ​ວ່າ​ຢ່າງ​ໃດ. ແຕ່​ທັນໃດ​ນັ້ນ​ຄາບລິເອນ​ກໍ່​ໃຫ້​ຄວາມ​ກັງວົນ​ຂອງ​ນາງ​ຜ່ອນຄາຍ​ລົງ.

ທ່ານ​ກ່າວ​ວ່າ: ‘ມາລີ​ເອີຍ ຢ່າ​ຊູ່​ຢ້ານ ພະ​ເຢໂຫວາ​ຊອບ​ໃຈ​ກັບ​ເຈົ້າ​ຫຼາຍ. ເຫດ​ນັ້ນ​ພະອົງ​ຈະ​ກະທຳ​ສິ່ງ​ໜ້າ​ພິດສະຫວົງ​ສຳລັບ​ເຈົ້າ. ເຈົ້າ​ຈະ​ມີ​ບຸດ. ແລະ​ເຈົ້າ​ຈະ​ໃຫ້​ຊື່​ບຸດ​ນັ້ນ​ວ່າ​ເຍຊູ.’

ຄາບລິເອນ​ອະທິບາຍ​ຕໍ່​ໄປ​ວ່າ: ‘ບຸດ​ຄົນ​ນີ້​ຈະ​ເປັນ​ໃຫຍ່ ແລະ​ທ່ານ​ຈະ​ເປັນ​ທີ່​ເອີ້ນ​ວ່າ ບຸດ​ຂອງ​ພະເຈົ້າ​ອົງ​ສູງ​ສຸດ. ພະ​ເຢໂຫວາ​ຈະ​ຕັ້ງ​ພະອົງ​ເປັນ​ກະສັດ​ຄື​ດາວິດ. ແຕ່​ພະ​ເຍຊູ​ຈະ​ໄດ້​ເປັນ​ກະສັດ​ຕະຫຼອດ​ໄປ​ເປັນ​ນິດ ແລະ​ລາຊະອານາຈັກ​ຂອງ​ພະອົງ​ຈະ​ບໍ່​ມີ​ມື້​ສິ້ນ​ສຸດ!’

ມາລີ​ຖາມ​ວ່າ: ‘ທັງ​ໝົດ​ນີ້​ຈະ​ເປັນ​ໄດ້​ຢ່າງ​ໃດ? ເພາະ​ຂ້າພະເຈົ້າ​ຍັງ​ບໍ່​ທັນ​ແຕ່ງ​ດອງ. ຂ້າພະເຈົ້າ​ຍັງ​ບໍ່​ໄດ້​ຮ່ວມ​ຮູ້​ກັບ​ຜູ້​ຊາຍ ດັ່ງ​ນັ້ນ​ຂ້າພະເຈົ້າ​ຈະ​ມີ​ບຸດ​ໄດ້​ຢ່າງ​ໃດ?’

ຄາບລິເອນ​ຕອບ​ວ່າ: ‘ລິດເດດ​ອຳນາດ​ຂອງ​ພະເຈົ້າ​ຈະ​ລົງ​ມາ​ເທິງ​ເຈົ້າ. ດັ່ງ​ນັ້ນ​ບຸດ​ນັ້ນ​ຈະ​ເປັນ​ທີ່​ເອີ້ນ​ວ່າ​ບຸດ​ຂອງ​ພະເຈົ້າ.’ ຄັນ​ແລ້ວ​ທ່ານ​ບອກ​ນາງ​ວ່າ: ‘ຈົ່ງ​ລະລຶກ​ເຖິງ​ເອລີຊາເບດ​ຍາດ​ພີ່​ນ້ອງ​ຂອງ​ເຈົ້າ. ຄົນ​ທັງ​ຫຼາຍ​ເວົ້າ​ກັນ​ວ່າ​ນາງ​ເຖົ້າ​ເກີນ​ໄປ​ທີ່​ຈະ​ມີ​ລູກ​ໄດ້ ແຕ່​ບັດ​ນີ້ ໃນ​ອີກ​ບໍ່​ດົນ​ນາງ​ກໍ່​ຈະ​ໄດ້​ບຸດ​ຊາຍ. ດັ່ງ​ນັ້ນ​ເຈົ້າ​ຈົ່ງ​ຮູ້​ວ່າ ບໍ່​ມີ​ສິ່ງ​ໃດ​ທີ່​ພະເຈົ້າ​ຈະ​ກະທຳ​ບໍ່​ໄດ້.’

ທັນໃດ​ນັ້ນ​ມາລີ​ກ່າວ​ວ່າ: ‘ຂ້າພະເຈົ້າ​ເປັນ​ຍິງ​ທາດ​ຂອງ​ພະ​ເຢໂຫວາ! ຂໍ​ໃຫ້​ບັງເກີດ​ແກ່​ຂ້າພະເຈົ້າ​ຕາມ​ຖ້ອຍ​ຄຳ​ຂອງ​ທ່ານ​ເຖີດ!’ ແລ້ວ​ທູດ​ສະຫວັນ​ກໍ່​ຈາກ​ໄປ.

ມາລີ​ຈຶ່ງ​ຮີບ​ໄປ​ຢາມ​ເອລີຊາເບດ. ເມື່ອ​ເອລີຊາເບດ​ໄດ້​ຍິນ​ສຽງ​ເວົ້າ​ຂອງ​ມາລີ​ລູກ​ອ່ອນ​ໃນ​ທ້ອງ​ຂອງ​ເອລີຊາເບດ​ດີ້ນ​ດ້ວຍ​ຄວາມ​ຍິນດີ. ເອລີຊາເບດ​ເຕັມ​ໄປ​ດ້ວຍ​ພະ​ວິນຍານ​ຂອງ​ພະເຈົ້າ​ຈຶ່ງ​ກ່າວ​ແກ່​ມາລີ​ວ່າ: ‘ນາງ​ເປັນ​ຜູ້​ໄດ້​ຮັບ​ພະ​ພອນ​ພິເສດ​ໃນ​ທ່າມກາງ​ສະຕີ​ທັງ​ຫຼາຍ.’ ມາລີ​ພັກ​ຢູ່​ກັບ​ເອລີຊາເບດ​ປະມານ​ສາມ​ເດືອນ ແລະ​ແລ້ວ​ຈຶ່ງ​ເມືອ​ບ້ານ​ທີ່​ເມືອງ​ນາຊາເລດ.

ມາລີ​ຈວນ​ຈະ​ແຕ່ງ​ດອງ​ກັບ​ຊາຍ​ທີ່​ຊື່​ໂຍເຊບ. ແຕ່​ເມື່ອ​ໂຍເຊບ​ຮູ້​ວ່າ​ມາລີ​ຈະ​ມີ​ບຸດ ເຂົາ​ກໍ່​ຄິດ​ວ່າ​ບໍ່​ຄວນ​ຈະ​ແຕ່ງ​ດອງ​ກັບ​ນາງ. ຄັນ​ແລ້ວ​ທູດ​ສະຫວັນ​ຂອງ​ພະເຈົ້າ​ກ່າວ​ແກ່​ເຂົາ​ວ່າ: ‘ຢ່າ​ຊູ່​ຢ້ານ​ຈະ​ເອົາ​ນາງ​ມາລີ​ມາ​ເປັນ​ເມຍ​ຂອງ​ເຈົ້າ. ເພາະ​ວ່າ​ພະເຈົ້າ​ເປັນ​ຜູ້​ທີ່​ໃຫ້​ນາງ​ມີ​ບຸດ​ຊາຍ.’ ດັ່ງ​ນັ້ນ​ມາລີ​ແລະ​ໂຍເຊບ​ກໍ່​ໄດ້​ແຕ່ງ​ດອງ ແລະ​ເຂົາ​ທັງ​ສອງ​ລໍ​ຖ້າ​ການ​ປະສູດ​ຂອງ​ພະ​ເຍຊູ.

ລຶກາ 1:​26-56; ມັດທາຍ 1:​18-25.