ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະເຍຊູຊຳລະວິຫານ

ພະເຍຊູຊຳລະວິຫານ

ບົດ 89

ພະ​ເຍຊູ​ຊຳລະ​ວິຫານ

ທີ່​ນີ້​ພະ​ເຍຊູ​ມີ​ທ່າ​ທີ​ໂກດ​ເຄືອງ​ຫຼາຍ​ແທ້​ແມ່ນ​ບໍ? ເຈົ້າ​ຮູ້​ບໍ​ເປັນ​ຫຍັງ​ພະອົງ​ຈຶ່ງ​ໂກດ​ເຄືອງ​ແທ້ໆ? ເພາະ​ພວກ​ເຫຼົ່າ​ນີ້​ໃນ​ບໍລິເວນ​ວິຫານ​ຂອງ​ພະເຈົ້າ​ນະ​ເຢຣຶຊາເລມ​ເປັນ​ຄົນ​ໂລບ​ອີ່ຫຼີ. ເຂົາ​ພະຍາຍາມ​ທີ່​ຈະ​ຫາ​ເງິນ​ຈາກ​ຜູ້​ຄົນ​ທີ່​ມາ​ນະມັດສະການ​ພະເຈົ້າ​ທີ່​ນີ້.

ເຈົ້າ​ເຫັນ​ບັນດາ​ລູກ​ງົວ​ເຖິກ​ນ້ອຍ ແກະ​ແລະ​ນົກ​ເຂົາ​ເຫຼົ່າ​ນັ້ນ​ບໍ? ເອົາ​ລະ ຄົນ​ພວກ​ນັ້ນ​ພວມ​ຂາຍ​ຝູງ​ສັດ​ເຫຼົ່າ​ນີ້​ນະ​ບໍລິເວນ​ວິຫານ​ນີ້​ເອງ. ເຈົ້າ​ຮູ້​ບໍ​ວ່າ​ເປັນ​ຫຍັງ? ເພາະ​ວ່າ​ຊົນ​ຍິດສະລາເອນ​ຈຳເປັນ​ຕ້ອງ​ໃຊ້​ສັດ​ແລະ​ນົກ​ເພື່ອ​ຖວາຍ​ບູຊາ​ແກ່​ພະເຈົ້າ.

ກົດໝາຍ​ຂອງ​ພະເຈົ້າ​ກ່າວ​ວ່າ​ເມື່ອ​ຊົນ​ຍິດສະລາເອນ​ຄົນ​ໃດ​ໄດ້​ເຮັດ​ຜິດ ເຂົາ​ຄວນ​ນຳ​ເຄື່ອງ​ບູຊາ​ມາ​ຖວາຍ​ແກ່​ພະເຈົ້າ. ແລະ​ມີ​ຄາວ​ອື່ນໆອີກ​ດ້ວຍ​ທີ່​ຊົນ​ຍິດສະລາເອນ​ຕ້ອງ​ເຮັດ​ການ​ຖວາຍ. ແຕ່​ເຂົາ​ຈະ​ສາມາດ​ເອົາ​ນົກ​ແລະ​ສັດ​ເຫຼົ່າ​ນີ້​ຈາກ​ບ່ອນ​ໃດ​ມາ​ໃຊ້​ຖວາຍ​ບູຊາ​ແກ່​ພະເຈົ້າ.

ຊົນ​ຍິດສະລາເອນ​ບາງ​ຄົນ​ມີ​ນົກ​ແລະ​ສັດ​ເປັນ​ຂອງ​ຕົນ​ເອງ. ດັ່ງ​ນັ້ນ​ພວກ​ເຂົາ​ຈຶ່ງ​ສາມາດ​ຖວາຍ​ສັດ​ເຫຼົ່າ​ນີ້​ໄດ້. ແຕ່​ຊົນ​ຍິດສະລາເອນ​ຫຼາຍ​ຄົນ​ບໍ່​ມີ​ສັດ​ແລະ​ນົກ​ເປັນ​ຂອງ​ຕົນ​ເອງ. ແລະ​ຄົນ​ອື່ນໆທີ່​ອາໄສ​ຢູ່​ໄກ​ຈາກ​ເຢຣຶຊາເລມ​ບໍ່​ສາມາດ​ນຳ​ເອົາ​ສັດ​ຫຼື​ນົກ​ມາ​ຍັງ​ວິຫານ​ໄດ້. ດັ່ງ​ນັ້ນ​ຜູ້​ຄົນ​ໄດ້​ມາ​ທີ່​ນີ້​ເພື່ອ​ຊື້​ສັດ​ຫຼື​ນົກ​ທີ່​ເຂົາ​ຕ້ອງການ​ໃຊ້. ແຕ່​ວ່າ​ຄົນ​ພວກ​ນີ້​ຄິດ​ລາຄາ​ກັບ​ຜູ້​ຄົນ​ແພງ​ເກີນ​ໄປ. ພວກ​ເຂົາ​ສໍ້​ໂກງ​ຜູ້​ຄົນ. ນອກ​ຈາກ​ນັ້ນ ເຂົາ​ບໍ່​ຄວນ​ຈະ​ເຮັດ​ການ​ຊື້​ຂາຍ​ທີ່​ນີ້​ເລີຍ​ໃນ​ວິຫານ​ຂອງ​ພະເຈົ້າ.

ຂໍ້​ນີ້​ເອງ​ທີ່​ເຮັດ​ໃຫ້​ພະ​ເຍຊູ​ໂກດ. ດັ່ງ​ນັ້ນ​ພະອົງ​ຂ້ວມ​ໂຕ໊ະ​ແລກ​ເງິນ​ຂອງ​ພວກ​ເຂົາ​ແລະ​ເງິນ​ຫຼຽນ​ກະຈາຍ​ໄປ. ນອກ​ຈາກ​ນັ້ນ ພະອົງ​ຍັງ​ເອົາ​ເຊືອກ​ມາ​ເຮັດ​ໄມ້​ແສ້​ໃຊ້​ຂັບ​ໄລ່​ພວກ​ສັດ​ທັງ​ໝົດ​ອອກ​ຈາກ​ວິຫານ. ພະອົງ​ສັ່ງ​ຄົນ​ຂາຍ​ນົກ​ເຂົາ​ວ່າ: ‘ຈົ່ງ​ເອົາ​ນົກ​ເຫຼົ່າ​ນັ້ນ​ອອກ​ໄປ​ຈາກ​ທີ່​ນີ້! ຢ່າ​ເຮັດ​ໃຫ້​ລາຊະສຳນັກ​ແຫ່ງ​ພະ​ບິດາ​ຂອງ​ເຮົາ​ເປັນ​ສະຖານ​ທີ່​ຄ້າ​ຂາຍ.’

ສາວົກ​ບາງ​ຄົນ​ຂອງ​ພະ​ເຍຊູ​ຢູ່​ກັບ​ພະອົງ​ນະ​ວິຫານ​ໃນ​ເຢຣຶຊາເລມ. ເຂົາ​ປະຫຼາດ​ໃຈ​ທີ່​ເຫັນ​ພະ​ເຍຊູ​ເຮັດ​ຢ່າງ​ນັ້ນ. ຄັນ​ແລ້ວ​ພວກ​ເຂົາ​ຈຶ່ງ​ຈື່​ຂໍ້​ຄວາມ​ໃນ​ຄຳພີ ຊຶ່ງ​ກ່າວ​ເຖິງ​ພະ​ບຸດ​ຂອງ​ພະເຈົ້າ​ວ່າ: ‘ຄວາມ​ຮັກ​ທີ່​ມີ​ຕໍ່​ລາຊະສຳນັກ​ຂອງ​ພະເຈົ້າ​ຈະ​ຮ້ອນ​ຮຸ່ມ​ໃນ​ພະອົງ​ຄື​ໄຟ.’

ຂະນະ​ທີ່​ພະ​ເຍຊູ​ຮ່ວມ​ເທດສະການ​ປັດສະຄາ​ທີ່​ເມືອງ​ເຢຣຶຊາເລມ ພະອົງ​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ. ຫຼັງ​ຈາກ​ນັ້ນ ພະອົງ​ອອກ​ຈາກ​ແຂວງ​ຢູດາ​ແລະ​ເລີ່ມ​ເດີນ​ທາງ​ກັບ​ໄປ​ແຂວງ​ຄາລີເລ. ແຕ່​ຂະນະ​ທີ່​ເດີນ​ທາງ​ພະອົງ​ຜ່ານ​ແຂວງ​ສະມາລີ. ໃຫ້​ເຮົາ​ເບິ່ງ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ​ທີ່​ນັ້ນ.

ໂຍຮັນ 2:​13-25; 4:3 4.