ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສົນທະນາກັບຍິງທີ່ນ້ຳສ້າງ

ສົນທະນາກັບຍິງທີ່ນ້ຳສ້າງ

ບົດ 90

ສົນທະນາ​ກັບ​ຍິງ​ທີ່​ນ້ຳ​ສ້າງ

ພະ​ເຍຊູ​ຢຸດ​ພັກ​ຂ້າງ​ນ້ຳ​ສ້າງ​ໃນ​ແຂວງ​ສະມາລີ. ພວກ​ສາວົກ​ຂອງ​ພະອົງ​ເຂົ້າ​ໄປ​ໃນ​ເມືອງ​ເພື່ອ​ຊື້​ອາຫານ. ພະ​ເຍຊູ​ພວມ​ເວົ້າ​ກັບ​ຍິງ​ທີ່​ມາ​ຕັກ​ນ້ຳ. ພະອົງ​ກ່າວ​ແກ່​ນາງ​ວ່າ: ‘ຂໍ​ນ້ຳ​ໃຫ້​ເຮົາ​ດື່ມ​ແດ່.’

ຄຳ​ນີ້​ເຮັດ​ໃຫ້​ຍິງ​ນັ້ນ​ປະຫຼາດ​ໃຈ​ຫຼາຍ. ເຈົ້າ​ຮູ້​ບໍ​ວ່າ​ເປັນ​ຫຍັງ? ເພາະ​ວ່າ​ພະ​ເຍຊູ​ເປັນ​ຊາວ​ຍິວ ແລະ​ນາງ​ເປັນ​ຊາວ​ສະມາລີ. ແລະ​ຊາວ​ຍິວ​ສ່ວນ​ຫຼາຍ​ບໍ່​ມັກ​ຊາວ​ສະມາລີ. ຊາວ​ຍິວ​ເຖິງ​ກັບ​ບໍ່​ເວົ້າ​ກັບ​ພວກ​ເຂົາ! ແຕ່​ພະ​ເຍຊູ​ຮັກ​ປະຊາຊົນ​ທຸກ​ຈຳພວກ. ດັ່ງ​ນັ້ນ​ພະອົງ​ຈຶ່ງ​ກ່າວ​ວ່າ: ‘ຖ້າ​ເຈົ້າ​ໄດ້​ຮູ້​ຈັກ​ຜູ້​ທີ່​ຂໍ​ນ້ຳ​ຈາກ​ເຈົ້າ​ວ່າ​ເປັນ​ຜູ້​ໃດ​ແລ້ວ ເຈົ້າ​ຄົງ​ຈະ​ຂໍ​ແຕ່​ທ່ານ​ຜູ້​ນັ້ນ​ແລະ​ທ່ານ​ຈະ​ໃຫ້​ນ້ຳ​ອັນ​ກໍ່​ໃຫ້​ເກີດ​ຊີວິດ​ແກ່​ເຈົ້າ.’

ຜູ້​ຍິງ​ນັ້ນ​ເວົ້າ​ວ່າ: ‘ທ່ານ​ເຈົ້າ​ຂ້າ ນ້ຳ​ສ້າງ​ນີ້​ເລິກ​ແລະ​ທ່ານ​ບໍ່​ມີ​ແມ່ນ​ແຕ່​ຖັງ​ຕັກ​ນ້ຳ. ນ້ຳ​ອັນ​ກໍ່​ໃຫ້​ເກີດ​ຊີວິດ​ນັ້ນ​ທ່ານ​ຈະ​ໄດ້​ມາ​ຈາກ​ໃສ?’

ພະ​ເຍຊູ​ອະທິບາຍ​ວ່າ: ‘ຫາກ​ເຈົ້າ​ດື່ມ​ນ້ຳ​ຈາກ​ນ້ຳ​ສ້າງ​ນີ້​ເຈົ້າ​ຈະ​ກະຫາຍ​ອີກ. ແຕ່​ນ້ຳ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ສາມາດ​ເຮັດ​ໃຫ້​ຄົນ​ນັ້ນ​ມີ​ຊີວິດ​ຕະຫຼອດ​ໄປ​ເປັນ​ນິດ​ໄດ້.’

ຜູ້​ຍິງ​ນັ້ນ​ເວົ້າ​ວ່າ: ‘ທ່ານ​ເຈົ້າ​ຂ້າ ຂໍ​ໃຫ້​ນ້ຳ​ນີ້​ແກ່​ຂ້າພະເຈົ້າ​ເຖີດ! ເພື່ອ​ຂ້າພະເຈົ້າ​ຈະ​ບໍ່​ຫິວ​ນ້ຳ​ອີກ​ເລີຍ. ແລະ​ຈະ​ບໍ່​ຕ້ອງ​ມາ​ຕັກ​ນ້ຳ​ທີ່​ນີ້​ອີກ​ຕໍ່​ໄປ.’

ຍິງ​ຄົນ​ນັ້ນ​ຄິດ​ວ່າ​ພະ​ເຍຊູ​ພວມ​ເວົ້າ​ໝາຍ​ເຖິງ​ນ້ຳ​ແທ້ໆ. ແຕ່​ພະອົງ​ເວົ້າ​ໝາຍ​ເຖິງ​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ​ແລະ​ລາຊະອານາຈັກ​ຂອງ​ພະອົງ. ຄວາມ​ຈິງ​ນີ້​ເປັນ​ເໝືອນ​ກັບ​ນ້ຳ​ອັນ​ກໍ່​ໃຫ້​ເກີດ​ຊີວິດ ແລະ​ຈະ​ສາມາດ​ກໍ່​ໃຫ້​ຄົນ​ເຮົາ​ມີ​ຊີວິດ​ຕະຫຼອດ​ໄປ​ໄດ້.

ຕອນ​ນີ້​ພະ​ເຍຊູ​ບອກ​ກັບ​ຍິງ​ນັ້ນ​ວ່າ: ‘ຈົ່ງ​ໄປ​ເອີ້ນ​ຜົວ​ຂອງ​ເຈົ້າ​ແລ້ວ​ກັບ​ມາ.’

ນາງ​ຕອບ​ວ່າ: ‘ຂ້າພະເຈົ້າ​ບໍ່​ມີ​ຜົວ’

ພະ​ເຍຊູ​ກ່າວ​ວ່າ: ‘ເຈົ້າ​ເວົ້າ​ຖືກ​ແລ້ວ ແຕ່​ເຈົ້າ​ເຄີຍ​ມີ​ຜົວ​ຫ້າ​ຄົນ​ແລ້ວ ແລະ​ຊາຍ​ທີ່​ເຈົ້າ​ພວມ​ຢູ່​ດ້ວຍ​ດຽວ​ນີ້​ບໍ່​ແມ່ນ​ຜົວ​ຂອງ​ເຈົ້າ.’

ຍິງ​ນັ້ນ​ປະຫຼາດ​ໃຈ ເພາະ​ວ່າ​ທັງ​ໝົດ​ນີ້​ເປັນ​ຄວາມ​ຈິງ. ພະ​ເຍຊູ​ຮູ້​ສິ່ງ​ເຫຼົ່າ​ນີ້​ໄດ້​ຢ່າງ​ໃດ? ຈິງ​ແທ້ ກໍ່​ເພາະ​ພະ​ເຍຊູ​ເປັນ​ຜູ້​ທີ່​ພະເຈົ້າ​ໄດ້​ສັນຍາ​ວ່າ​ຈະ​ສົ່ງ​ມາ ແລະ​ພະເຈົ້າ​ໄດ້​ແຈ້ງ​ເລື່ອງ​ນີ້​ໃຫ້​ພະອົງ​ຊາບ. ໃນ​ຂະນະ​ດຽວ​ກັນ​ນີ້​ພວກ​ສາວົກ​ຂອງ​ພະ​ເຍຊູ​ກັບ​ມາ ແລະ​ພວກ​ເຂົາ​ແປກ​ໃຈ​ທີ່​ພະ​ເຍຊູ​ພວມ​ເວົ້າ​ກັບ​ຍິງ​ຊາວ​ສະມາລີ.

ພວກ​ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເລື່ອງ​ທັງ​ໝົດ​ນີ້? ເລື່ອງ​ນີ້​ສະແດງ​ໃຫ້​ຮູ້​ວ່າ​ພະ​ເຍຊູ​ມີ​ຄວາມ​ເມດຕາ​ຕໍ່​ຜູ້​ຄົນ​ທຸກ​ເຊື້ອ​ຊາດ. ແລະ​ເຮົາ​ຄວນ​ຈະ​ເຮັດ​ຢ່າງ​ນັ້ນ​ດ້ວຍ. ເຮົາ​ບໍ່​ຄວນ​ຄິດ​ວ່າ​ບາງ​ຄົນ​ເປັນ​ຄົນ​ບໍ່​ດີ​ພຽງ​ແຕ່​ເພາະ​ວ່າ​ເຊື້ອ​ຊາດ​ຂອງ​ເຂົາ​ບໍ່​ຄື​ກັນ​ກັບ​ເຮົາ. ພະ​ເຍຊູ​ຕ້ອງການ​ໃຫ້​ທຸກ​ຄົນ​ຮູ້​ຄວາມ​ຈິງ​ຊຶ່ງ​ຈະ​ນຳ​ໄປ​ສູ່​ຊີວິດ​ຕະຫຼອດ​ໄປ. ເຮົາ​ຄວນ​ຈະ​ມີ​ຄວາມ​ປາຖະໜາ​ທີ່​ຈະ​ຊ່ວຍ​ຜູ້​ຄົນ​ໃຫ້​ຮູ້​ຈັກ​ຄວາມ​ຈິງ​ດ້ວຍ.

ໂຍຮັນ 4:​5-43; 17:⁠3.