ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະເຍຊູສັ່ງສອນເທິງພູເຂົາ

ພະເຍຊູສັ່ງສອນເທິງພູເຂົາ

ບົດ 91

ພະ​ເຍຊູ​ສັ່ງ​ສອນ​ເທິງ​ພູເຂົາ

ເບິ່ງ​ພະ​ເຍຊູ​ນັ່ງ​ທີ່​ນີ້​ແດ່. ພະອົງ​ພວມ​ສັ່ງ​ສອນ​ຄົນ​ທັງ​ໝົດ​ເຫຼົ່າ​ນີ້​ເທິງ​ພູເຂົາ​ໃນ​ແຂວງ​ຄາລີເລ. ຄົນ​ເຫຼົ່າ​ນັ້ນ​ທີ່​ນັ່ງ​ໃກ້​ພະອົງ​ແມ່ນ​ພວກ​ສາວົກ​ຂອງ​ພະອົງ. ພະອົງ​ໄດ້​ເລືອກ​ເອົາ 12 ຄົນ​ໃນ​ພວກ​ເຂົາ​ໃຫ້​ເປັນ​ອັກຄະສາວົກ. ພວກ​ອັກຄະສາວົກ​ເປັນ​ສາວົກ​ພິເສດ​ຂອງ​ພະ​ເຍຊູ. ເຈົ້າ​ຮູ້​ຊື່​ຂອງ​ເຂົາ​ບໍ?

ມີຊີ​ໂມນ​ເປໂຕ​ແລະ​ອັນດະເລອາ​ນ້ອງ​ຊາຍ​ຂອງ​ເຂົາ. ແລ້ວ​ມີ​ຍາໂກໂບ​ແລະ​ໂຍຮັນ​ຜູ້​ທີ່​ເປັນ​ອ້າຍ​ນ້ອງ​ກັນ​ດ້ວຍ. ອັກຄະສາວົກ​ອີກ​ຄົນ​ນຶ່ງ​ຊື່​ວ່າ​ຍາໂກໂບ ແລະ​ອີກ​ຄົນ​ນຶ່ງ​ມີ​ຊື່​ວ່າ​ຊີໂມນ. ອັກຄະສາວົກ​ສອງ​ຄົນ​ມີ​ຊື່​ຢູດາ. ຜູ້​ນຶ່ງ​ຊື່​ຢູດາ​ອີດສະກາລີໂອດ ແລະ​ຢູດາ​ອີກ​ຄົນ​ນຶ່ງ​ມີ​ຊື່​ອີກ​ວ່າ​ຕາເດ. ແລ້ວ​ກໍ່​ມີ​ຟີລິບ​ແລະ​ນະທານາເອນ (ຊຶ່ງ​ມີ​ຊື່​ວ່າ​ບາເທເລມີ) ມັດທາຍ​ແລະ​ໂທມາ.

ພາຍ​ຫຼັງ​ທີ່​ກັບ​ມາ​ຈາກ​ສະມາລີ ພະ​ເຍຊູ​ເລີ່ມ​ປະກາດ​ເປັນ​ເທື່ອ​ທຳອິດ​ວ່າ: ‘ລາຊະອານາຈັກ​ຝ່າຍ​ສະຫວັນ​ມາ​ໃກ້​ແລ້ວ.’ ເຈົ້າ​ຮູ້​ບໍ​ວ່າ​ລາຊະອານາຈັກ​ນັ້ນ​ຄື​ຫຍັງ? ນັ້ນ​ຄື​ລັດຖະບານ​ອັນ​ແທ້​ຈິງ​ຂອງ​ພະເຈົ້າ. ພະ​ເຍຊູ​ເປັນ​ກະສັດ​ແຫ່ງ​ລັດຖະບານ​ນັ້ນ. ພະອົງ​ຈະ​ປົກຄອງ​ຈາກ​ສະຫວັນ​ແລະ​ຈະ​ນຳ​ສັນຕິສຸກ​ມາ​ສູ່​ແຜ່ນດິນ​ໂລກ. ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ທັງ​ສິ້ນ​ເປັນ​ອຸດທະຍານ​ອັນ​ສວຍ​ງາມ.

ທີ່​ນີ້​ພະ​ເຍຊູ​ພວມ​ສັ່ງ​ສອນ​ຜູ້​ຄົນ​ກ່ຽວ​ກັບ​ລາຊະອານາຈັກ​ນັ້ນ. ພະອົງ​ອະທິບາຍ​ວ່າ: ‘ທ່ານ​ທັງ​ຫຼາຍ​ຄວນ​ອະທິດຖານ​ຕາມ​ຢ່າງ​ນີ້ ພະ​ບິດາ​ຂອງ​ຂ້າພະເຈົ້າ​ທັງ​ຫຼາຍ​ຜູ້​ຢູ່​ໃນ​ສະຫວັນ. ຂໍ​ໃຫ້​ນາມ​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື ຂໍ​ໃຫ້​ລາຊະອານາຈັກ​ຂອງ​ພະອົງ​ມາ​ຕັ້ງ​ຢູ່. ນ້ຳ​ພະໄທ​ຂອງ​ພະອົງ​ສຳເລັດ​ໃນ​ສະຫວັນ​ຢ່າງ​ໃດ ຂໍ​ໃຫ້​ສຳເລັດ​ທີ່​ແຜ່ນດິນ​ໂລກ​ຢ່າງ​ນັ້ນ.’ ມີ​ຫຼາຍ​ຄົນ​ເອີ້ນ​ຄຳ​ອະທິດຖານ​ນີ້​ວ່າ: ‘ຄຳ​ອະທິດຖານ​ຂອງ​ອົງ​ພະ​ຜູ້​ເປັນ​ເຈົ້າ’ ເຈົ້າ​ຈະ​ກ່າວ​ຄຳ​ອະທິດຖານ​ນີ້​ທັງ​ໝົດ​ໄດ້​ບໍ?

ພະ​ເຍຊູ​ພວມ​ສັ່ງ​ສອນ​ຜູ້​ຄົນ​ເຖິງ​ວິທີ​ທີ່​ເຂົາ​ຄວນ​ປະຕິບັດ​ຕໍ່​ກັນ​ແລະ​ກັນ​ດ້ວຍ. ພະອົງ​ບອກ​ວ່າ: ‘ທ່ານ​ທັງ​ຫຼາຍ​ຢາກ​ໃຫ້​ຄົນ​ອື່ນ​ເຮັດ​ສິ່ງ​ໃດ​ແກ່​ທ່ານ ທ່ານ​ຈົ່ງ​ເຮັດ​ສິ່ງ​ນັ້ນ​ແກ່​ເຂົາ.’ ເຈົ້າ​ພໍ​ໃຈ​ບໍ່​ແມ່ນ​ບໍ​ເມື່ອ​ຄົນ​ອື່ນ​ເຮັດ​ກັບ​ເຈົ້າ​ຢ່າງ​ກະລຸນາ? ດັ່ງ​ນັ້ນ​ພະ​ເຍຊູ​ຈຶ່ງ​ບອກ​ວ່າ ເຮົາ​ຄວນ​ເຮັດ​ກັບ​ຄົນ​ອື່ນ​ດ້ວຍ​ໃຈ​ກະລຸນາ. ອຸດທະຍານ​ເທິງ​ແຜ່ນດິນ​ໂລກ​ຈະ​ເປັນ​ທີ່​ໜ້າ​ຢູ່​ຫຼາຍ​ປານ​ໃດ​ເມື່ອ​ທຸກ​ຄົນ​ເຮັດ​ຈັ່ງ​ຊີ້?

ມັດທາຍ ບົດ 5 ເຖິງ 7; 10:​1-4.