ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະເຍຊູລ້ຽງຜູ້ຄົນຈຳນວນຫຼາຍ

ພະເຍຊູລ້ຽງຜູ້ຄົນຈຳນວນຫຼາຍ

ບົດ 93

ພະ​ເຍຊູ​ລ້ຽງ​ຜູ້​ຄົນ​ຈຳນວນ​ຫຼາຍ

ມີ​ສິ່ງ​ຮ້າຍກາດ​ໄດ້​ເກີດ​ຂຶ້ນ. ໂຍຮັນ​ຜູ້​ໃຫ້​ຮັບ​ບັບເຕມາ​ຫາ​ກໍ່​ຖືກ​ຂ້າ​ຕາຍ. ເຫໂລເດຍ​ເມຍ​ຂອງ​ກະສັດ​ກຽດ​ຊັງ​ໂຍຮັນ. ແລະ​ນາງ​ສາມາດ​ຍຸຍົງ​ໃຫ້​ກະສັດ​ຕັດ​ຫົວ​ໂຍຮັນ.

ເມື່ອ​ພະ​ເຍຊູ​ໄດ້​ຍິນ​ກ່ຽວ​ກັບ​ເລື່ອງ​ນີ້​ພະອົງ​ຮູ້ສຶກ​ເສົ້າໃຈ​ຫຼາຍ. ພະອົງ​ໄປ​ທີ່​ສະຫງົບ​ແຕ່​ລຳພັງ. ແຕ່​ຝູງ​ຄົນ​ກໍ່​ຕາມ​ພະອົງ​ໄປ. ເມື່ອ​ພະ​ເຍຊູ​ເຫັນ​ຝູງ​ຄົນ​ເປັນ​ອັນ​ມາກ ພະອົງ​ຮູ້ສຶກ​ສົງສານ​ເຂົາ. ດັ່ງ​ນັ້ນ​ພະອົງ​ຕັດ​ກັບ​ເຂົາ​ເຖິງ​ລາຊະອານາຈັກ​ຂອງ​ພະເຈົ້າ ແລະ​ພະອົງ​ໄດ້​ປິ່ນປົວ​ພວກ​ຄົນ​ປ່ວຍ​ໃຫ້​ຫາຍ​ດີ.

ແລງ​ມື້​ນັ້ນ​ພວກ​ສາວົກ​ຂອງ​ພະອົງ​ມາ​ຫາ​ພະອົງ​ກ່າວ​ວ່າ: ‘ທີ່​ນີ້​ເປັນ​ປ່າ​ແລະ​ເວລາ​ແລງ​ແລ້ວ ຂໍ​ບອກ​ໃຫ້​ຜູ້​ຄົນ​ໄປ​ເຖີດ​ເພື່ອ​ເຂົາ​ຈະ​ໄດ້​ຊື້​ອາຫານ​ກິນ​ໃນ​ຫມູ່​ບ້ານ​ໃກ້ໆ.’

ພະ​ເຍຊູ​ຕອບ​ວ່າ: ‘ເຂົາ​ບໍ່​ຕ້ອງ​ໄປ ພວກ​ທ່ານ​ຈົ່ງ​ໃຫ້​ເຂົາ​ກິນ​ເຖີດ’ ພະ​ເຍຊູ​ຫັນ​ໄປ​ຖາມ​ຟີລິບ​ວ່າ: ‘ເຮົາ​ຈະ​ຊື້​ອາຫານ​ແຕ່​ທີ່​ໃດ​ໃຫ້​ຄົນ​ທັງ​ຫຼາຍ​ນີ້​ກິນ?’

ຟີລິບ​ຕອບ​ວ່າ: ‘ຄົງ​ຈະ​ຕ້ອງ​ໃຊ້​ເງິນ​ຫຼາຍ​ຊື້​ອາຫານ​ພໍ​ເພື່ອ​ທຸກໆຄົນ​ຈະ​ໄດ້​ກິນ​ແຕ່​ຄົນ​ລະ​ເລັກ​ລະ​ນ້ອຍ.’ ອັນດະເລອາ​ທູນ​ພະອົງ​ວ່າ: ‘ເດັກ​ຊາຍ​ຄົນ​ນີ້​ຜູ້​ຖື​ອາຫານ​ຂອງ​ເຮົາ​ມາ ມີ​ເຂົ້າຈີ່​ຫ້າ​ກ້ອນ​ແລະ​ປາ​ສອງ​ຕົວ ແຕ່​ອາຫານ​ຈະ​ບໍ່​ພຽງ​ພໍ​ສຳລັບ​ຝູງ​ຄົນ​ເຫຼົ່າ​ນີ້.’

ພະ​ເຍຊູ​ຕັດ​ວ່າ: ‘ຈົ່ງ​ບອກ​ໃຫ້​ຝູງ​ຊົນ​ນັ່ງ​ລົງ​ທີ່​ຫຍ້າ​ນັ້ນ​ເຖີດ.’ ແລ້ວ​ພະອົງ​ກໍ່​ໂມທະນາ​ພະ​ຄຸນ​ພະເຈົ້າ​ສຳລັບ​ອາຫານ ແລະ​ເລີ່ມ​ຫັກ​ເຂົ້າຈີ່​ແລະ​ປາ​ເປັນ​ຊິ້ນໆ. ຕໍ່​ຈາກ​ນັ້ນ​ພວກ​ສາວົກ​ກໍ່​ແຈກ​ໃຫ້​ທຸກ​ຄົນ. ມີ​ຜູ້​ຊາຍ 5,000 ຄົນ ແລະ​ຜູ້​ຍິງ​ກັບ​ເດັກ​ນ້ອຍ​ອີກ​ຫຼາຍ​ພັນ​ຄົນ. ເຂົາ​ທຸກ​ຄົນ​ຕ່າງ​ກໍ່​ກິນ​ຈົນ​ອີ່ມ. ແລະ​ພວກ​ສາວົກ​ເກັບ​ອາຫານ​ທີ່​ຍັງ​ເຫຼືອ​ໄດ້​ເຖິງ 12 ກະບຸງ​ເຕັມ!

ບັດ​ນີ້​ພະ​ເຍຊູ​ໃຫ້​ພວກ​ສາວົກ​ລົງ​ເຮືອ​ຂ້າມ​ທະເລ​ຄາລິເລ​ໄປ. ລະຫວ່າງ​ຄ່ຳ​ຄືນ​ນັ້ນ​ເກີດ​ມີ​ລົມ​ພາຍຸ​ໃຫຍ່ ແລະ​ຄື້ນ​ທະເລ​ຊັດ​ເຊ​ເຮືອ​ໄປໆມາໆ. ພວກ​ສາວົກ​ຕົກໃຈ​ຢ້ານ​ຍິ່ງ​ໜັກ. ຄັນ​ແລ້ວ ໃນ​ກາງຄືນ​ນັ້ນ ເຂົາ​ເຫັນ​ຄົນ​ຜູ້​ນຶ່ງ​ຍ່າງ​ຂ້າມ​ນ້ຳ​ຍ່າງ​ຊື່​ມາ​ຫາ​ເຂົາ. ເຂົາ​ຮ້ອງ​ອອກ​ມາ​ດ້ວຍ​ຄວາມ​ຢ້ານ ເພາະ​ບໍ່​ຮູ້​ວ່າ​ສິ່ງ​ທີ່​ພວກ​ເຂົາ​ເຫັນ​ນັ້ນ​ຄື​ອັນ​ໃດ​ແນ່?

ພະ​ເຍຊູ​ກ່າວ​ວ່າ: ‘ເປັນ​ເຮົາ​ເອງ! ຢ່າ​ຢ້ານ​ເລີຍ.’ ເຂົາ​ຍັງ​ບໍ່​ຄ່ອຍ​ເຊື່ອ. ດັ່ງ​ນັ້ນ​ເປໂຕ​ຈຶ່ງ​ທູນ​ວ່າ: ‘ພະອົງ​ເຈົ້າ​ຂ້າ ຖ້າ​ເປັນ​ພະອົງ​ແທ້ໆ ຂໍ​ໃຫ້​ຂ້າພະເຈົ້າ​ຍ່າງ​ຂ້າມ​ນ້ຳ​ໄປ​ຫາ​ພະອົງ.’ ພະ​ເຍຊູ​ຕອບ​ວ່າ: ‘ມາ​ເຖີດ!’ ແລະ​ເປໂຕ​ລົງ​ຈາກ​ເຮືອ​ຍ່າງ​ເທິງ​ນ້ຳ! ແລ້ວ​ເປໂຕ​ຮູ້ສຶກ​ຢ້ານ​ແລະ​ຈຶ່ງ​ເລີ່ມ​ຈົມ​ລົງ ແຕ່​ພະ​ເຍຊູ​ໄດ້​ຊ່ວຍ​ເຂົາ​ໄວ້.

ຕໍ່​ມາ ພະ​ເຍຊູ​ລ້ຽງ​ອາຫານ​ຜູ້​ຄົນ​ອີກ​ຫຼາຍ​ພັນ​ຄົນ. ເທື່ອ​ນີ້​ພະອົງ​ໄດ້​ລ້ຽງ​ອາຫານ​ດ້ວຍ​ເຂົ້າຈີ່​ເຈັດ​ກ້ອນ​ແລະ​ປາ​ນ້ອຍໆສອງ​ສາມ​ຕົວ. ແລະ​ມີ​ອາຫານ​ຫຼາຍ​ພໍ​ສຳລັບ​ທຸກ​ຄົນ. ວິທີ​ທີ່​ພະ​ເຍຊູ​ເອົາໃຈໃສ່​ຜູ້​ຄົນ​ເຊັ່ນ​ນີ້​ນັບ​ວ່າ​ເປັນ​ການ​ດີ​ເລີດ​ບໍ່​ແມ່ນ​ບໍ? ເມື່ອ​ພະອົງ​ປົກຄອງ​ເປັນ​ກະສັດ​ຂອງ​ພະເຈົ້າ​ພວກ​ເຮົາ​ຈະ​ບໍ່​ຕ້ອງ​ເປັນ​ຫ່ວງ​ກັບ​ສິ່ງ​ໃດໆເລີຍ!

ມັດທາຍ 14:​1-32; 15:​29-38; ໂຍຮັນ 6:​1-21.