ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະອົງຮັກເດັກນ້ອຍ

ພະອົງຮັກເດັກນ້ອຍ

ບົດ 94

ພະອົງ​ຮັກ​ເດັກ​ນ້ອຍ

ເບິ່ງ​ພະ​ເຍຊູ​ເອົາ​ແຂນ​ໂອບ​ເດັກ​ນ້ອຍ​ຊາຍ​ຄົນ​ນີ້​ແດ່. ເຈົ້າ​ເຫັນ​ໄດ້​ວ່າ​ພະອົງ​ເບິ່ງ​ແຍງ​ພວກ​ເດັກ​ນ້ອຍ​ຢ່າງ​ແທ້​ຈິງ. ຄົນ​ທີ່​ພວມ​ຈ້ອງ​ຕາ​ເບິ່ງ​ນັ້ນ​ແມ່ນ​ພວກ​ອັກຄະສາວົກ. ພະ​ເຍຊູ​ເວົ້າ​ຫຍັງ​ກັບ​ເຂົາ? ໃຫ້​ເຮົາ​ຄົ້ນ​ເບິ່ງ.

ພະ​ເຍຊູ​ແລະ​ພວກ​ອັກຄະສາວົກ​ຂອງ​ພະອົງ​ຫາ​ກໍ່​ກັບ​ມາ​ຈາກ​ການ​ເດີນ​ທາງ​ໄກ. ພວກ​ອັກຄະສາວົກ​ໄດ້​ໂຕ້​ຖຽງ​ກັນ​ລະຫວ່າງ​ທີ່​ເດີນ​ມາ​ຕາມ​ທາງ. ເມື່ອ​ມາ​ເຖິງ​ແລ້ວ​ພະ​ເຍຊູ​ຖາມ​ເຂົາ​ວ່າ: ‘ເມື່ອ​ມາ​ຕາມ​ທາງ​ນັ້ນ​ທ່ານ​ທັງ​ຫຼາຍ​ໄດ້​ຖຽງ​ກັນ​ດ້ວຍ​ຂໍ້​ຄວາມ​ໃດ?’ ແທ້​ຈິງ​ພະ​ເຍຊູ​ຮູ້​ເລື່ອງ​ທີ່​ເຂົາ​ໂຕ້​ຖຽງ​ກັນ​ແລ້ວ. ແຕ່​ພະອົງ​ລອງ​ຖາມ​ເບິ່ງ​ຫາກ​ວ່າ​ເຂົາ​ຈະ​ບອກ​ພະອົງ​ຫຼື​ບໍ.

ພວກ​ອັກຄະສາວົກ​ບໍ່​ຕອບ ເພາະ​ຂະນະ​ທີ່​ເດີນ​ມາ​ຕາມ​ທາງ​ນັ້ນ​ເຂົາ​ໄດ້​ໂຕ້​ຖຽງ​ກັນ​ວ່າ ຜູ້​ໃດ​ໃນ​ພວກ​ເຂົາ​ຈະ​ເປັນ​ໃຫຍ່​ທີ່​ສຸດ. ອັກຄະສາວົກ​ບາງ​ຄົນ​ຢາກ​ຈະ​ເປັນ​ຄົນ​ສຳຄັນ​ຍິ່ງ​ກວ່າ​ຄົນ​ອື່ນໆ. ພະ​ເຍຊູ​ຈະ​ບອກ​ເຂົາ​ຢ່າງ​ໃດ​ທີ່​ວ່າ ການ​ທີ່​ຢາກ​ເປັນ​ໃຫຍ່​ທີ່​ສຸດ​ນັ້ນ​ບໍ່​ຖືກ?

ພະອົງ​ຮຽກ​ເດັກ​ນ້ອຍ​ຊາຍ​ຄົນ​ນີ້​ມາ​ໃຫ້​ຢືນ​ຢູ່​ຕໍ່​ໜ້າ​ພວກ​ເຂົາ. ແລ້ວ​ພະອົງ​ຕັດ​ກັບ​ສາວົກ​ຂອງ​ພະອົງ​ວ່າ: ‘ເຮົາ​ຢາກ​ໃຫ້​ພວກ​ທ່ານ​ຮູ້​ແນ່ນອນ​ເຖິງ​ຂໍ້​ນີ້. ທ່ານ​ຈະ​ເຂົ້າ​ໃນ​ລາຊະອານາຈັກ​ຂອງ​ພະເຈົ້າ​ບໍ່​ໄດ້​ນອກ​ຈາກ​ທ່ານ​ປ່ຽນ​ໃຈ​ເປັນ​ຄື​ເດັກ​ນ້ອຍ. ຜູ້​ທີ່​ເປັນ​ໃຫຍ່​ທີ່​ສຸດ​ໃນ​ລາຊະອານາຈັກ​ຂອງ​ພະເຈົ້າ​ຄື​ຜູ້​ທີ່​ກາຍ​ເປັນ​ຄື​ເດັກ​ນ້ອຍ​ຄົນ​ນີ້.’ ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ກ່າວ​ເຊັ່ນ​ນີ້ ເຈົ້າ​ຮູ້​ບໍ?

ເອົາ​ລະ ເດັກ​ນ້ອຍໆຈະ​ບໍ່​ກັງວົນ​ເຖິງ​ການ​ເປັນ​ໃຫຍ່​ຫຼື​ສຳຄັນ​ກວ່າ​ຄົນ​ອື່ນ. ດັ່ງ​ນັ້ນ​ພວກ​ອັກຄະສາວົກ​ຄວນ​ຮຽນ​ເປັນ​ຄື​ເດັກ​ນ້ອຍ​ໃນ​ແງ່​ຄິດ​ນີ້​ແລະ​ບໍ່​ຖຽງ​ກັນ​ໃນ​ເລື່ອງ​ການ​ເປັນ​ໃຫຍ່ ຫຼື​ເປັນ​ຄົນ​ສຳຄັນ.

ໃນ​ໂອກາດ​ອື່ນໆດ້ວຍ​ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ເບິ່ງ​ແຍງ​ພວກ​ເດັກ​ນ້ອຍ​ຫຼາຍ​ທໍ່​ໃດ. ບໍ່​ກີ່​ເດືອນ​ຕໍ່​ມາ​ບາງ​ຄົນ​ໄດ້​ພາ​ເດັກ​ນ້ອຍ​ມາ​ຫາ​ພະ​ເຍຊູ. ພວກ​ອັກຄະສາວົກ​ພະຍາຍາມ​ຄອຍ​ເບິ່ງ​ໃຫ້​ເດັກ​ນ້ອຍ​ຢູ່​ຫ່າງໆ. ແຕ່​ພະ​ເຍຊູ​ບອກ​ວ່າ: ‘ຈົ່ງ​ໃຫ້​ພວກ​ເດັກ​ນ້ອຍ​ມາ​ຫາ​ເຮົາ​ເຖີດ ແລະ​ຢ່າ​ຫ້າມ​ພວກ​ເຂົາ ເພາະ​ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ຂອງ​ຄົນ​ຢ່າງ​ພວກ​ເຂົາ.’ ແລ້ວ​ພະ​ເຍຊູ​ກໍ່​ກອດ​ເດັກ​ນ້ອຍ​ໄວ້​ໃນ​ອ້ອມ​ແຂນ​ຂອງ​ພະອົງ​ແລະ​ອວຍ​ພອນ​ໃຫ້​ເຂົາ. ເຮົາ​ດີໃຈ​ບໍ່​ແມ່ນ​ບໍ​ທີ່​ຮູ້​ວ່າ​ພະ​ເຍຊູ​ຮັກ​ພວກ​ເດັກ​ນ້ອຍ.

ມັດທາຍ 18:​1-4; 19:​13-15; ມາລະໂກ 9:​33-37; 10:​13-16.