ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວິທີທີ່ພະເຍຊູສັ່ງສອນ

ວິທີທີ່ພະເຍຊູສັ່ງສອນ

ບົດ 95

ວິທີ​ທີ່​ພະ​ເຍຊູ​ສັ່ງ​ສອນ

ມື້​ນຶ່ງ​ພະ​ເຍຊູ​ບອກ​ຊາຍ​ຄົນ​ນຶ່ງ​ວ່າ​ເຂົາ​ຄວນ​ຮັກ​ເພື່ອນ​ບ້ານ​ຂອງ​ຕົນ. ຊາຍ​ຄົນ​ນັ້ນ​ທູນ​ຖາມ​ພະອົງ​ວ່າ: ‘ແມ່ນ​ໃຜ​ເປັນ​ເພື່ອນ​ບ້ານ​ຂອງ​ຂ້າພະເຈົ້າ?’ ເອົາ​ລະ ພະ​ເຍຊູ​ຊາບ​ສິ່ງ​ທີ່​ຊາຍ​ຄົນ​ນີ້​ພວມ​ຄິດ ເຂົາ​ຄິດ​ວ່າ​ເພື່ອນ​ບ້ານ​ຄື​ຄົນ​ທີ່​ມີ​ສາສະໜາ​ແລະ​ເຊື້ອ​ຊາດ​ແບບ​ດຽວ​ກັນ​ກັບ​ເຂົາ​ເອງ​ທໍ່​ນັ້ນ. ດັ່ງ​ນັ້ນ​ໃຫ້​ເຮົາ​ເບິ່ງ​ວ່າ​ພະ​ເຍຊູ​ຈະ​ບອກ​ຫຍັງ​ໃຫ້​ເຂົາ​ຟັງ.

ບາງ​ຄັ້ງ​ພະ​ເຍຊູ​ສັ່ງ​ສອນ​ໂດຍ​ວິທີ​ເລົ່າ​ເລື່ອງ. ນີ້​ແຫຼະ​ຄື​ສິ່ງ​ທີ່​ພະອົງ​ເຮັດ​ໃນ​ຂະນະ​ນີ້. ພະອົງ​ເລົ່າ​ເລື່ອງ​ກ່ຽວ​ກັບ​ຊາວ​ຍິວ​ຜູ້​ນຶ່ງ​ແລະ​ຊາວ​ສະມາລີ​ຜູ້​ນຶ່ງ. ເຮົາ​ໄດ້​ຮຽນ​ຮູ້​ແລ້ວ​ວ່າ​ຊາວ​ຍິວ​ສ່ວນ​ຫຼາຍ​ບໍ່​ມັກ​ຊາວ​ສະມາລີ. ເອົາ​ລະ ເລື່ອງ​ທີ່​ພະ​ເຍຊູ​ເລົ່າ​ຄື​ດັ່ງ​ນີ້:

ມື້​ນຶ່ງ​ຊາວ​ຍິວ​ຄົນ​ນຶ່ງ​ພວມ​ເດີນ​ທາງ​ຕາມ​ແຄມ​ພູເຂົາ​ລົງ​ໄປ​ຍັງ​ເມືອງ​ເຢລິໂກ. ແຕ່​ຖືກ​ພວກ​ນັກ​ປຸ້ນ​ປຸ້ນ​ເຂົາ. ນັກ​ປຸ້ນ​ເຫຼົ່າ​ນີ້​ໄດ້​ຍາດ​ຊີງ​ເອົາ​ເງິນ​ໄປ​ແລະ​ໄດ້​ທຸບ​ຕີ​ເຂົາ​ຈົນ​ເກືອບ​ຈະ​ຕາຍ.

ຕໍ່​ມາ​ປະໂລຫິດ​ຊາວ​ຍິວ​ຜູ້​ນຶ່ງ​ຍ່າງ​ມາ​ຕາມ​ທາງ​ນັ້ນ. ເຂົາ​ແລ​ເຫັນ​ຊາຍ​ທີ່​ຖືກ​ຕີ​ນັ້ນ. ເຈົ້າ​ຮູ້​ບໍ​ວ່າ​ເຂົາ​ໄດ້​ເຮັດ​ແນວ​ໃດ? ເຂົາ​ຂ້າມ​ຖະໜົນ​ໄປ​ອີກ​ຂ້າງ​ນຶ່ງ​ແລະ​ເດີນ​ຕໍ່​ໄປ. ຄັນ​ແລ້ວ​ກໍ່​ມີ​ນັກ​ເຄັ່ງ​ສາສະໜາ​ອີກ​ຜູ້​ນຶ່ງ​ເດີນ​ຕາມ​ມາ. ເຂົາ​ເປັນ​ຊາວ​ເລວີ​ຄົນ​ນຶ່ງ. ເຂົາ​ໄດ້​ຢຸດ​ຫຼື​ບໍ? ບໍ່​ເລີຍ ເຂົາ​ບໍ່​ໄດ້​ຢຸດ​ຊ່ວຍ​ຊາຍ​ຄົນ​ທີ່​ຖືກ​ທຸບ​ຕີ​ນັ້ນ​ຄື​ກັນ. ເຈົ້າ​ຈະ​ເບິ່ງ​ເຫັນ​ປະໂລຫິດ​ແລະ​ຊາວ​ເລວີ​ນັ້ນ​ໄດ້​ແຕ່​ໄກ​ຂະນະ​ທີ່​ພວມ​ເດີນ​ໄປ​ນັ້ນ.

ແຕ່​ເບິ່ງ​ທີ່​ນີ້​ມີ​ໃຜ​ຜູ້​ນຶ່ງ​ຢູ່​ກັບ​ຊາຍ​ທີ່​ຖືກ​ຕີ. ເພິ່ນ​ຄື​ຊາວ​ສະມາລີ. ແລະ​ເພິ່ນ​ພວມ​ຊ່ວຍເຫຼືອ​ຊາວ​ຍິວ​ຜູ້​ນີ້. ເພິ່ນ​ເອົາ​ຢາ​ໃສ່​ແຜ​ໃຫ້. ຫຼັງ​ຈາກ​ນັ້ນ ເພິ່ນ​ພາ​ຊາວ​ຍິວ​ໄປ​ສະຖານ​ທີ່​ຊຶ່ງ​ເຂົາ​ຈະ​ພັກ​ຜ່ອນ​ຢູ່​ໄດ້​ຈົນ​ຫາຍ​ດີ.

ຫຼັງ​ຈາກ​ເລົ່າ​ເລື່ອງ​ຈົບ​ແລ້ວ ພະ​ເຍຊູ​ຕັດ​ແກ່​ຊາຍ​ຜູ້​ຊຶ່ງ​ຖາມ​ພະອົງ​ນັ້ນ​ວ່າ: ‘ທ່ານ​ຄິດ​ວ່າ​ໃນ​ສາມ​ຄົນ​ນັ້ນ​ຄົນ​ໃດ​ໄດ້​ປະຕິບັດ​ເໝືອນ​ເປັນ​ເພື່ອນ​ບ້ານ​ຂອງ​ຊາຍ​ຜູ້​ຖືກ​ຕີ? ປະໂລຫິດ ຄົນ​ເລວີ​ຫຼື​ຊາວ​ສະມາລີ?’

ຊາຍ​ຄົນ​ນັ້ນ​ຕອບ​ວ່າ: ‘ຊາຍ​ຊາວ​ສະມາລີ. ເຂົາ​ໄດ້​ສະແດງ​ຄວາມ​ເມດຕາ​ແກ່​ຊາຍ​ຜູ້​ຖືກ​ທຸບ​ຕີ.’

ພະ​ເຍຊູ​ຕັດ​ວ່າ: ‘ທ່ານ​ເວົ້າ​ຖືກ. ດັ່ງ​ນັ້ນ​ຈົ່ງ​ໄປ​ເຮັດ​ກັບ​ຄົນ​ອື່ນໆຢ່າງ​ດຽວ​ກັນ​ທີ່​ເພິ່ນ​ໄດ້​ເຮັດ​ນີ້​ເຖີດ.’

ເຈົ້າ​ມັກ​ວິທີ​ທີ່​ພະ​ເຍຊູ​ສັ່ງ​ສອນ​ບໍ? ເຮົາ​ສາມາດ​ຮຽນ​ຮູ້​ສິ່ງ​ສຳຄັນ​ຫຼາຍໆຢ່າງ​ໄດ້​ຖ້າ​ເຮົາ​ຮັບ​ຟັງ​ສິ່ງ​ທີ່​ພະ​ເຍຊູ​ບອກ​ໄວ້​ໃນ​ຄຳພີ​ໄບເບິນ ແມ່ນ​ບໍ?

ລຶກາ 10:​25-37.