ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະເຍຊູປິ່ນປົວຄົນປ່ວຍໃຫ້ຫາຍດີ

ພະເຍຊູປິ່ນປົວຄົນປ່ວຍໃຫ້ຫາຍດີ

ບົດ 96

ພະ​ເຍຊູ​ປິ່ນປົວ​ຄົນ​ປ່ວຍ​ໃຫ້​ຫາຍ​ດີ

ຂະນະ​ທີ່​ພະ​ເຍຊູ​ເດີນ​ທາງ​ທົ່ວ​ປະເທດ ພະອົງ​ປິ່ນປົວ​ຄົນ​ເຈັບ​ປ່ວຍ​ໃຫ້​ຫາຍ​ດີ. ຂ່າວ​ເລື່ອງ​ການ​ອັດສະຈັນ​ກໍ່​ລື​ໄປ​ເຖິງ​ຫມູ່​ບ້ານ​ແລະ​ເມືອງ​ທີ່​ຢູ່​ຮອບໆນັ້ນ. ດັ່ງ​ນັ້ນ​ຜູ້​ຄົນ​ໄດ້​ພາ​ຄົນ​ພິການ ຕາ​ບອດ ຫູ​ໜວກ​ແລະ​ຄົນ​ທີ່​ມີ​ພະຍາດ​ອື່ນໆອີກ​ມາກ​ຫຼາຍ​ມາ​ຫາ​ພະອົງ. ແລະ​ພະອົງ​ກໍ່​ປິ່ນປົວ​ເຂົາ​ໃຫ້​ຫາຍ​ດີ​ໝົດ​ທຸກ​ຄົນ.

ສາມ​ປີກ​ວ່າ​ລ່ວງ​ໄປ ຕັ້ງ​ແຕ່​ໂຍຮັນ​ໃຫ້​ພະ​ເຍຊູ​ຮັບ​ບັບເຕມາ. ແລະ​ພະ​ເຍຊູ​ບອກ​ພວກ​ອັກຄະສາວົກ​ຂອງ​ພະອົງ​ວ່າ​ອີກ​ບໍ່​ດົນ​ພະອົງ​ຈະ​ຂຶ້ນ​ໄປ​ເຢຣຶຊາເລມ ເປັນ​ທີ່​ພະອົງ​ຈະ​ຖືກ​ຂ້າ​ແລ້ວ​ກໍ່​ຈະ​ກັບ​ເປັນ​ຂຶ້ນ​ຈາກ​ຕາຍ. ກ່ອນ​ໜ້າ​ນັ້ນ​ພະ​ເຍຊູ​ຍັງ​ປິ່ນປົວ​ຄົນ​ປ່ວຍ​ໃຫ້​ຫາຍ​ດີ​ຕໍ່​ໄປ.

ມື້​ນຶ່ງ​ພະ​ເຍຊູ​ພວມ​ສັ່ງ​ສອນ​ໃນ​ວັນ​ຊະບາໂຕ. ວັນ​ຊະບາໂຕ​ເປັນ​ມື້​ຢຸດ​ພັກ​ສຳລັບ​ຄົນ​ຍິວ. ຜູ້​ຍິງ​ທີ່​ເຈົ້າ​ເຫັນ​ທີ່​ນີ້​ເຄີຍ​ປ່ວຍ​ໜັກ. ນາງ​ເປັນ​ໂລຄາ​ພະຍາດ​ຫຼັງ​ກົ່ງ​ຍືດ​ຕົວ​ບໍ່​ໄດ້​ເປັນ​ເວລາ 18 ປີ. ພະ​ເຍຊູ​ວາງ​ມື​ຂອງ​ພະອົງ​ເທິງ​ນາງ ແລ້ວ​ນາງ​ກໍ່​ເລີ່ມ​ຍືດ​ຕົວ​ຂຶ້ນ​ຢືນ​ຊື່​ໄດ້. ນາງ​ຫາຍ​ດີ​ແລ້ວ!

ເຫດ​ນີ້​ເຮັດ​ໃຫ້​ຫົວໜ້າ​ສາສະໜາ​ຄຽດ​ເຄືອງ. ຄົນ​ນຶ່ງ​ໃນ​ພວກ​ເຂົາ​ຮ້ອງ​ສຽງ​ດັງ​ອອກ​ໄປ​ຫາ​ຝູງ​ຊົນ​ວ່າ: ‘ມີ​ຢູ່​ຫົກ​ມື້​ທີ່​ເຮົາ​ຄວນ​ເຮັດ​ງານ ມື້​ເຫຼົ່າ​ນັ້ນ​ຈົ່ງ​ມາ​ໃຫ້​ປິ່ນປົວ​ໂລຄາ​ພະຍາດ​ເຖີດ ບໍ່​ແມ່ນ​ໃນ​ວັນ​ຊະບາໂຕ!’

ແຕ່​ພະ​ເຍຊູ​ຕອບ​ວ່າ: ‘ໂອ້​ຄົນ​ໃຈ​ໂຫດ. ມີ​ຜູ້​ໃດ​ໃນ​ພວກ​ທ່ານ​ບໍ່​ແກ້​ລາ​ແຫ່ງ​ຕົນ​ອອກ​ຈູງ​ໄປ​ກິນ​ນ້ຳ​ໃນ​ວັນ​ຊະບາໂຕ. ຍິງ​ຜູ້​ໜ້າ​ສົງສານ​ນີ້​ປ່ວຍ​ເປັນ​ເວລາ 18 ປີ ບໍ່​ຄວນ​ຫຼື​ທີ່​ຈະ​ໄດ້​ຮັບ​ການ​ປິ່ນປົວ​ໃຫ້​ຫາຍ​ດີ​ໃນ​ວັນ​ຊະບາໂຕ?’ ຄຳຕອບ​ຂອງ​ພະ​ເຍຊູ​ເຮັດ​ໃຫ້​ຄົນ​ໃຈ​ໂຫດ​ເຫຼົ່າ​ນີ້​ອັບອາຍ.

ຕໍ່​ມາ​ພະ​ເຍຊູ​ແລະ​ພວກ​ອັກຄະສາວົກ​ຂອງ​ພະອົງ​ເດີນ​ທາງ​ຈະ​ໄປ​ເຢຣຶຊາເລມ. ເມື່ອ​ຍັງ​ຢູ່​ນອກ​ເມືອງ​ເຢລິໂກ​ພໍ​ດີ ຄົນ​ຂໍ​ທານ​ຕາ​ບອດ​ສອງ​ຄົນ​ໄດ້​ຍິນ​ວ່າ​ພະ​ເຍຊູ​ພວມ​ເດີນ​ຜ່ານ​ໄປ. ເຂົາ​ຈຶ່ງ​ຮ້ອງ​ດ້ວຍ​ສຽງ​ດັງ​ວ່າ: ‘ພະ​ເຍຊູ​ເຈົ້າ​ຂ້າ ຂໍ​ຊ່ວຍ​ພວກ​ຂ້າພະເຈົ້າ​ເຖີດ!’

ພະ​ເຍຊູ​ຈຶ່ງ​ເອີ້ນ​ເຂົາ​ມາ​ແລະ​ຖາມ​ວ່າ: ‘ເຈົ້າ​ຕ້ອງການ​ໃຫ້​ເຮົາ​ເຮັດ​ສິ່ງ​ໃດ​ສຳລັບ​ຫມູ່​ເຈົ້າ?’ ເຂົາ​ທູນ​ວ່າ: ‘ພະອົງ​ເຈົ້າ​ຂ້າ ຂໍ​ໂຜດ​ໃຫ້​ຕາ​ຂອງ​ຫມູ່​ຂ້າພະເຈົ້າ​ເປີດ​ເຖີດ.’ ພະ​ເຍຊູ​ຈຶ່ງ​ແຕະ​ຕ້ອງ​ຕາ​ເຂົາ ແລະ​ທັນໃດ​ນັ້ນ​ເຂົາ​ກໍ່​ເຫັນ​ໄດ້! ເຈົ້າ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ເຮັດ​ການ​ອັດສະຈັນ​ອັນ​ໜ້າ​ພິດສະຫວົງ​ທັງ​ໝົດ​ເຫຼົ່າ​ນີ້? ເພາະ​ພະອົງ​ຮັກ​ຜູ້​ຄົນ​ແລະ​ຢາກ​ໃຫ້​ພວກ​ເຂົາ​ມີ​ຄວາມ​ເຊື່ອ​ໃນ​ພະອົງ. ແລະ​ສະນັ້ນ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ເມື່ອ​ພະອົງ​ປົກຄອງ​ເປັນ​ກະສັດ​ບໍ່​ມີ​ຜູ້​ໃດ​ເທິງ​ແຜ່ນດິນ​ໂລກ​ຈະ​ເຈັບ​ປ່ວຍ​ອີກ.

ມັດທາຍ 15:30, 31; ລຶກາ 13:​10-17; ມັດທາຍ 20:​29-34.