ພະເຍຊູຂະນະຢູ່ໃນສວນ
ບົດ 100
ພະເຍຊູຂະນະຢູ່ໃນສວນ
ພາຍຫຼັງອອກໄປຈາກຫ້ອງເບື້ອງເທິງ ພະເຍຊູແລະອັກຄະສາວົກຂອງພະອົງກໍ່ອອກໄປຍັງສວນເຄດເຊມາເນ. ພວກເຂົາເຄີຍມາທີ່ນີ້ຫຼາຍເທື່ອ. ຂະນະນີ້ພະເຍຊູບອກໃຫ້ເຂົາເຝົ້າລະວັງຢູ່ແລະໃຫ້ອະທິດຖານ. ແລ້ວພະອົງກໍ່ຍ່າງອອກໄປຫ່າງໜ້ອຍນຶ່ງຊົບໜ້າລົງທີ່ພື້ນດິນອະທິດຖານ.
ຕໍ່ມາພະເຍຊູກັບມາບ່ອນທີ່ພວກອັກຄະສາວົກຂອງພະອົງຢູ່. ເຈົ້າຄິດວ່າເຂົາພວມເຮັດຫຍັງ? ເຂົານອນຫຼັບ! ພະເຍຊູບອກເຂົາຕັ້ງສາມເທື່ອທີ່ວ່າເຂົາຄວນຄອຍລະວັງ ແຕ່ລະເທື່ອທີ່ພະອົງກັບມາພະອົງເຫັນເຂົານອນຫຼັບ. ເມື່ອກັບມາເທື່ອສຸດທ້າຍພະເຍຊູຕັດວ່າ: ‘ພວກທ່ານນອນຫຼັບໄດ້ຢ່າງໃດໃນເວລາເຊັ່ນນີ້? ເວລາຊຶ່ງເຮົາຈະຖືກມອບໄວ້ໃນມືສັດຕູມາເຖິງແລ້ວ.’
ໃນຂະນະນັ້ນເອງກໍ່ໄດ້ຍິນສຽງຂອງຝູງຊົນເປັນອັນມາກ. ເບິ່ງເນີ! ຄົນເຫຼົ່ານັ້ນຖືດາບຖືຕະບອງມາ! ແລະບາງຄົນຖືໂຄມໄຟເພື່ອໃຫ້ແສງສະຫວ່າງແກ່ເຂົາ. ເມື່ອເຂົ້າມາໃກ້ ມີຄົນນຶ່ງກ້າວອອກຈາກຝູງຊົນແລະຍ່າງຊື່ມາຫາພະເຍຊູ. ເຂົາຈູບພະອົງດັ່ງທີ່ເຈົ້າເຫັນທີ່ນີ້. ຊາຍຜູ້ນັ້ນຄືຢູດາອີດສະກາລີໂອດ! ເປັນຫຍັງເຂົາຈຶ່ງຈູບພະເຍຊູ?
ພະເຍຊູຖາມວ່າ: ‘ຢູດາ ເຈົ້າທໍລະຍົດເຮົາດ້ວຍການຈູບຫຼື?’ ແມ່ນແລ້ວ ການຈູບເປັນສັນຍານໃຫ້ພວກທີ່ມາກັບຢູດາຮູ້ວ່ານີ້ແມ່ນພະເຍຊູຜູ້ທີ່ເຂົາຕ້ອງການ. ດັ່ງນັ້ນພວກສັດຕູຂອງພະເຍຊູຈຶ່ງກ້າວເຂົ້າມາຈັບພະອົງ. ແຕ່ເປໂຕບໍ່ຍອມໃຫ້ເຂົາຈັບພະເຍຊູໂດຍບໍ່ໄດ້ຕໍ່ສູ້. ເປໂຕຈຶ່ງຊັກດາບທີ່ມີຢູ່ນັ້ນອອກມາຟັນຊາຍຜູ້ທີ່ຢູ່ໃກ້ຕົນ. ດາບຫວິດຫົວຊາຍຄົນນັ້ນໄປຖືກຫູເບື້ອງຂວາຂອງເຂົາຂາດ. ແຕ່ພະເຍຊູບາຍຫູຂອງຊາຍຄົນນັ້ນແລະເຮັດໃຫ້ຫາຍດີ.
ພະເຍຊູບອກເປໂຕວ່າ: ‘ຈົ່ງເອົາດາບໃສ່ຝັກໄວ້ເຖີດ ເຈົ້າຄິດວ່າເຮົາຈະຂໍພະບິດາຂອງເຮົາໃຫ້ສົ່ງທູດສະຫວັນຫຼາຍພັນອົງມາຊ່ວຍເຮົາບໍ່ໄດ້ຫຼື?’ ແມ່ນແລ້ວ ພະອົງຈະເຮັດໄດ້! ແຕ່ພະເຍຊູບໍ່ໄດ້ຂໍພະເຈົ້າໃຫ້ສົ່ງທູດສະຫວັນອົງໃດເລີຍ ເພາະພະອົງຊາບວ່າເວລານັ້ນມາເຖິງແລ້ວທີ່ເຫຼົ່າສັດຕູຂອງພະອົງຈະມາເອົາພະອົງໄປ. ສະນັ້ນພະອົງຈຶ່ງຍອມໃຫ້ເຂົາພາພະອົງໄປ. ໃຫ້ເຮົາເບິ່ງວ່າບັດນີ້ຈະມີຫຍັງເກີດຂຶ້ນກັບພະເຍຊູ.
ມັດທາຍ 26:36-56; ລຶກາ 22:39-53; ໂຍຮັນ 18:1-12.