ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ການຄືນມາຈາກຕາຍຂອງພະເຍຊູຈົນເຖິງໂປໂລຖືກຂັງຄຸກ

ການຄືນມາຈາກຕາຍຂອງພະເຍຊູຈົນເຖິງໂປໂລຖືກຂັງຄຸກ

ພາກ 7

ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ພະ​ເຍຊູ​ຈົນ​ເຖິງ​ໂປໂລ​ຖືກ​ຂັງ​ຄຸກ

ໃນ​ມື້​ທີ​ສາມ​ຫຼັງ​ຈາກ​ການ​ສິ້ນ​ຊີວິດ​ຂອງ​ພະອົງ​ແລ້ວ ພະ​ເຍຊູ​ຖືກ​ປຸກ​ໃຫ້​ຂຶ້ນ​ຈາກ​ຕາຍ​ອີກ. ໃນ​ມື້​ນັ້ນ​ພະອົງ​ໄດ້​ປາກົດ​ຕົວ​ແກ່​ເຫຼົ່າ​ສາວົກ​ຂອງ​ພະອົງ​ເຖິງ​ຫ້າ​ເທື່ອ. ພະ​ເຍຊູ​ປາກົດ​ຕົວ​ແກ່​ພວກ​ເຂົາ​ເລື້ອຍ​ໄປ​ໃນ​ລະຫວ່າງ 40 ມື້. ຄັນ​ແລ້ວ​ຂະນະ​ທີ່​ພວກ​ສາວົກ​ບາງ​ຄົນ​ເຝົ້າ​ເບິ່ງ​ຢູ່​ນັ້ນ ພະ​ເຍຊູ​ກໍ່​ສະເດັດ​ຂຶ້ນ​ໄປ​ສະຫວັນ. ສິບ​ມື້​ຕໍ່​ມາ ພະເຈົ້າ​ໄດ້​ເທ​ພະ​ວິນຍານ​ບໍລິສຸດ​ລົງ​ເໜືອ​ເຫຼົ່າ​ສາວົກ​ຂອງ​ພະ​ເຍຊູ​ທີ່​ລໍ​ຖ້າ​ຢູ່​ໃນ​ນະຄອນ​ເຢຣຶຊາເລມ.

ຕໍ່​ມາ ພວກ​ສັດຕູ​ຂອງ​ພະເຈົ້າ​ໄດ້​ຈັບ​ພວກ​ອັກຄະສາວົກ​ໄປ​ກັກ​ຂັງ​ໄວ້​ໃນ​ຄຸກ ແຕ່​ທູດ​ສະຫວັນ​ອົງ​ນຶ່ງ​ໄດ້​ປ່ອຍ​ເຂົາ. ສາວົກ​ເອຕຽນ​ຖືກ​ພວກ​ຜູ້​ຄັດ​ຄ້ານ​ຄວ່າງ​ກ້ອນ​ຫີນ​ໃສ່​ຈົນ​ຕາຍ. ແຕ່​ເຮົາ​ຈະ​ຮຽນ​ຮູ້​ເຖິງ​ວິທີ​ທີ່​ພະ​ເຍຊູ​ເລືອກ​ເອົາ​ຜູ້​ນຶ່ງ​ໃນ​ພວກ​ສັດຕູ​ເຫຼົ່າ​ນີ້​ມາ​ເປັນ​ຜູ້​ຮັບໃຊ້​ພິເສດ​ຂອງ​ພະອົງ ແລະ​ເພິ່ນ​ໄດ້​ກາຍ​ມາ​ເປັນ​ອັກຄະສາວົກ​ໂປໂລ. ຈາກ​ນັ້ນ​ສາມ​ປີ​ເຄິ່ງ​ຫຼັງ​ຈາກ​ຄວາມ​ຕາຍ​ຂອງ​ພະ​ເຍຊູ ພະເຈົ້າ​ສົ່ງ​ອັກຄະສາວົກ​ເປໂຕ​ໄປ​ເທສະໜາ​ປະກາດ​ແກ່​ຄົນ​ຊຶ່ງ​ບໍ່​ແມ່ນ​ຊາດ​ຍິວ​ຄື​ໂຄເນເລຍ​ແລະ​ຄອບຄົວ​ຂອງ​ທ່ານ.

ປະມານ 13 ປີ​ຕໍ່​ມາ​ໂປໂລ​ອອກ​ເດີນ​ທາງ​ເລີ່ມ​ຕົ້ນ​ການ​ເທສະໜາ​ປະກາດ​ຮອບ​ທຳອິດ​ຂອງ​ເພິ່ນ. ຕີໂມເຕ​ໄດ້​ເຂົ້າ​ຮ່ວມ​ສົມທົບ​ກັບ​ໂປໂລ​ໃນ​ການ​ເດີນ​ທາງ​ຮອບ​ທີ​ສອງ​ຂອງ​ເພິ່ນ. ເຮົາ​ຈະ​ໄດ້​ຮຽນ​ຮູ້​ເຖິງ​ວິທີ​ທີ່​ໂປໂລ​ແລະ​ເພື່ອນ​ຮ່ວມ​ເດີນ​ທາງ​ຂອງ​ເພິ່ນ​ໄດ້​ມີ​ປະສົບການ​ອັນ​ໜ້າ​ຕື່ນ​ເຕັ້ນ​ຫຼາຍ​ຢ່າງ​ໃນ​ງານ​ຮັບໃຊ້​ພະເຈົ້າ. ໃນ​ທີ່​ສຸດ​ໂປໂລ​ຖືກ​ຂັງ​ຄຸກ​ໃນ​ນະຄອນ​ໂລມ. ສອງ​ປີ​ຕໍ່​ມາ​ເພິ່ນ​ຖືກ​ປ່ອຍ​ໃຫ້​ເປັນ​ອິດສະຫຼະ ແຕ່​ແລ້ວ​ກໍ່​ຖືກ​ຂັງ​ຄຸກ​ອີກ​ແລະ​ຖືກ​ຂ້າ. ເຫດການ​ຕ່າງໆໃນ​ພາກ 7 ນີ້​ເກີດ​ຂຶ້ນ​ລະຫວ່າງ​ເວລາ​ປະມານ 32 ປີ.