ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຂົ້າໄປໃນຫ້ອງທີ່ໃສ່ກອນໄວ້

ເຂົ້າໄປໃນຫ້ອງທີ່ໃສ່ກອນໄວ້

ບົດ 103

ເຂົ້າ​ໄປ​ໃນ​ຫ້ອງ​ທີ່​ໃສ່​ກອນ​ໄວ້

ຫຼັງ​ຈາກ​ເປໂຕ​ແລະ​ໂຍຮັນ​ໄປ​ຈາກ​ອຸມົງ ມາລີ​ຍັງ​ຢູ່​ທີ່​ນັ້ນ​ແຕ່​ຜູ້​ດຽວ. ນາງ​ເລີ່ມ​ຮ້ອງໄຫ້. ຄັນ​ແລ້ວ​ກໍ່​ກົ້ມ​ຕົວ​ເບິ່ງ​ຂ້າງ​ໃນ​ອຸມົງ ດັ່ງ​ທີ່​ເຮົາ​ໄດ້​ເຫັນ​ໃນ​ຮູບ​ກ່ອນ​ນີ້. ນາງ​ເຫັນ​ທູດ​ສະຫວັນ​ສອງ​ອົງ​ຢູ່​ໃນ​ອຸມົງ! ທູດ​ສະຫວັນ​ຖາມ​ນາງ​ວ່າ: ‘ເປັນ​ຫຍັງ​ເຈົ້າ​ຮ້ອງໄຫ້?’

ມາລີ​ຕອບ​ວ່າ: ‘ເຂົາ​ເອົາ​ອົງ​ພະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າພະເຈົ້າ​ໄປ ແລະ​ຂ້າພະເຈົ້າ​ບໍ່​ຮູ້​ວ່າ​ເຂົາ​ເອົາ​ພະອົງ​ໄປ​ໄວ້​ໃສ.’ ຄັນ​ແລ້ວ​ມາລີ​ຫັນ​ກັບ​ແລະ​ເຫັນ​ຊາຍ​ຄົນ​ນຶ່ງ. ຊາຍ​ຜູ້​ນັ້ນ​ຖາມ​ນາງ​ວ່າ: ‘ເຈົ້າ​ຊອກ​ຫາ​ຜູ້​ໃດ?’

ມາລີ​ຄິດ​ວ່າ​ຊາຍ​ຄົນ​ນັ້ນ​ເປັນ​ຄົນ​ເຮັດ​ສວນ ແລະ​ເຂົາ​ອາດ​ເປັນ​ຜູ້​ທີ່​ເອົາ​ສົບ​ຂອງ​ພະ​ເຍຊູ​ໄປ. ດັ່ງ​ນັ້ນ​ມາລີ​ເວົ້າ​ວ່າ: ‘ຖ້າ​ທ່ານ​ໄດ້​ເອົາ​ສົບ​ຂອງ​ພະອົງ​ໄປ ຂໍ​ບອກ​ຂ້າພະເຈົ້າ​ໃຫ້​ຮູ້​ວ່າ​ທ່ານ​ເອົາ​ພະອົງ​ໄປ​ໄວ້​ໃສ.’ ແຕ່​ແທ້​ຈິງ​ແລ້ວ ຊາຍ​ຜູ້​ນີ້​ຄື​ພະ​ເຍຊູ. ພະອົງ​ແປງ​ຮ່າງ​ກາຍ​ທີ່​ມາລີ​ບໍ່​ຮູ້​ຈັກ. ແຕ່​ເມື່ອ​ພະອົງ​ເອີ້ນ​ຊື່​ຂອງ​ນາງ ມາລີ​ກໍ່​ຮູ້​ວ່າ​ຊາຍ​ຜູ້​ນີ້​ຄື​ພະ​ເຍຊູ. ນາງ​ຈຶ່ງ​ຟ້າວ​ແລ່ນ​ໄປ​ບອກ​ພວກ​ສາວົກ​ວ່າ: ‘ຂ້າພະເຈົ້າ​ໄດ້​ເຫັນ​ອົງ​ພະ​ຜູ້​ເປັນ​ເຈົ້າ!’

ຕໍ່​ມາ​ໃນ​ມື້​ນັ້ນ​ເອງ​ຂະນະ​ທີ່​ສາວົກ​ສອງ​ຄົນ​ພວມ​ຍ່າງ​ໄປ​ຫມູ່​ບ້ານ​ເອມາອຶດ ມີ​ຊາຍ​ຄົນ​ນຶ່ງ​ຮ່ວມ​ເດີນ​ທາງ​ໄປ​ກັບ​ເຂົາ. ສາວົກ​ສອງ​ຄົນ​ນັ້ນ​ເສົ້າໃຈ​ຫຼາຍ ເພາະ​ພະ​ເຍຊູ​ຖືກ​ຂ້າ. ແຕ່​ລະຫວ່າງ​ທີ່​ຍ່າງ​ໄປ​ດ້ວຍ​ກັນ ຊາຍ​ຄົນ​ນັ້ນ​ອະທິບາຍ​ຫຼາຍ​ສິ່ງ​ຈາກ​ພະ​ຄຳພີ​ຊຶ່ງ​ເຮັດ​ໃຫ້​ເຂົາ​ຮູ້ສຶກ​ດີ​ຂຶ້ນ. ໃນ​ທີ່​ສຸດ​ເມື່ອ​ເຂົາ​ຢຸດ​ກິນ​ອາຫານ​ດ້ວຍ​ກັນ ສາວົກ​ທັງ​ສອງ​ກໍ່​ນຶກ​ຂຶ້ນ​ໄດ້​ວ່າ​ຊາຍ​ຜູ້​ນີ້​ຄື​ພະ​ເຍຊູ. ແລ້ວ​ພະ​ເຍຊູ​ຫາຍ​ຕົວ​ໄປ ແລະ​ສາວົກ​ສອງ​ຄົນ​ນັ້ນ​ຮີບ​ກັບ​ເຢຣຶຊາເລມ​ທັນທີ​ເພື່ອ​ບອກ​ໃຫ້​ພວກ​ອັກຄະສາວົກ​ຮູ້​ກ່ຽວ​ກັບ​ພະອົງ.

ໃນ​ລະຫວ່າງ​ນັ້ນ ພະ​ເຍຊູ​ໄດ້​ປາກົດ​ແກ່​ເປໂຕ​ດ້ວຍ. ຄົນ​ອື່ນໆເມື່ອ​ໄດ້​ຍິນ​ດັ່ງ​ນີ້​ຮູ້ສຶກ​ຕື່ນ​ເຕັ້ນ. ແລ້ວ​ສາວົກ​ສອງ​ຄົນ​ນັ້ນ​ກໍ່​ເຂົ້າ​ໄປ​ເຢຣຶຊາເລມ​ແລະ​ພົບ​ກັບ​ພວກ​ອັກຄະສາວົກ. ເຂົາ​ເລົ່າ​ໃຫ້​ຟັງ​ວ່າ​ພະ​ເຍຊູ​ໄດ້​ປາກົດ​ຕົວ​ແກ່​ເຂົາ​ຕາມ​ທາງ​ດ້ວຍ. ແລະ​ພໍ​ດີ​ຂະນະ​ທີ່​ພວມ​ເລົ່າ​ຢູ່​ນັ້ນ ເຈົ້າ​ຮູ້​ບໍ​ວ່າ​ມີ​ສິ່ງ​ໜ້າ​ອັດສະຈັນ​ເກີດ​ຂຶ້ນ?

ເບິ່ງ​ທີ່​ຮູບ​ນີ້​ເດີ. ພະ​ເຍຊູ​ເຂົ້າ​ມາ​ປາກົດ​ຕົວ​ໃນ​ຫ້ອງ​ແມ່ນ​ວ່າ​ທີ່​ປະຕູ​ໃສ່​ກອນ​ໄວ້​ແລ້ວ. ເຫຼົ່າ​ສາວົກ​ຕ່າງ​ກໍ່​ເບີກບານ​ຍິນດີ​ແທ້ໆ! ເປັນ​ມື້​ທີ່​ໜ້າ​ຕື່ນ​ເຕັ້ນ​ອີ່ຫຼີ​ອີ່ຫຼໍ​ແມ່ນ​ບໍ? ພະ​ເຍຊູ​ມາ​ປາກົດ​ຕົວ​ແກ່​ເຫຼົ່າ​ສາວົກ​ຂອງ​ພະອົງ​ໄດ້​ຈັກ​ເທື່ອ​ແລ້ວ? ເຈົ້າ​ນັບ​ໄດ້​ຫ້າ​ເທື່ອ​ແມ່ນ​ບໍ?

ອັກຄະສາວົກ​ໂທມາ​ບໍ່​ໄດ້​ຢູ່​ກັບ​ພວກ​ເຂົາ​ເມື່ອ​ພະ​ເຍຊູ​ມາ​ປາກົດ. ດັ່ງ​ນັ້ນ​ພວກ​ສາວົກ​ຈຶ່ງ​ບອກ​ໂທມາ​ວ່າ: ‘ເຮົາ​ໄດ້​ເຫັນ​ອົງ​ພະ​ຜູ້​ເປັນ​ເຈົ້າ!’ ແຕ່​ໂທມາ​ເວົ້າ​ວ່າ​ເຂົາ​ຈະ​ຕ້ອງ​ໄດ້​ເຫັນ​ພະ​ເຍຊູ​ດ້ວຍ​ຕົນ​ເອງ​ກ່ອນ​ເຂົາ​ຈະ​ເຊື່ອ. ເອົາ​ລະ ແປດ​ມື້​ຕໍ່​ມາ​ພວກ​ສາວົກ​ຊຸມນຸມ​ກັນ​ອີກ​ໃນ​ຫ້ອງ​ຊຶ່ງ​ໃສ່​ກອນ​ໄວ້ ແລະ​ເທື່ອ​ນີ້​ໂທມາ​ຢູ່​ດ້ວຍ. ພະ​ເຍຊູ​ປາກົດ​ຕົວ​ໃນ​ຫ້ອງ​ຊຸມນຸມ​ນັ້ນ. ດຽວ​ນີ້​ໂທມາ​ເຊື່ອ.

ໂຍຮັນ 20:​11-29; ລຶກາ 24:​13-43.