ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະເຍຊູສະເດັດກັບສະຫວັນ

ພະເຍຊູສະເດັດກັບສະຫວັນ

ບົດ 104

ພະ​ເຍຊູ​ສະເດັດ​ກັບ​ສະຫວັນ

ຂະນະ​ທີ່​ເວລາ​ຜ່ານ​ໄປ ພະ​ເຍຊູ​ປາກົດ​ຕົວ​ແກ່​ເຫຼົ່າ​ສາວົກ​ຂອງ​ພະອົງ​ຫຼາຍ​ເທື່ອ. ເທື່ອ​ນຶ່ງ​ມີ​ສາວົກ​ປະມານ 500 ຄົນ​ເຫັນ​ພະອົງ. ເມື່ອ​ພະອົງ​ປາກົດ​ແກ່​ເຂົາ ພະ​ເຍຊູ​ເວົ້າ​ກັບ​ພວກ​ເຂົາ​ເຖິງ​ເລື່ອງ​ອັນ​ໃດ​ເຈົ້າ​ຮູ້​ບໍ? ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ. ພະ​ເຢໂຫວາ​ພະເຈົ້າ​ສົ່ງ​ພະ​ເຍຊູ​ມາ​ແຜ່ນດິນ​ໂລກ​ເພື່ອ​ໃຫ້​ສັ່ງ​ສອນ​ເລື່ອງ​ລາຊະອານາຈັກ. ແລະ​ພະອົງ​ເຮັດ​ຢ່າງ​ນີ້​ເລື້ອຍ​ໄປ​ແມ່ນ​ແຕ່​ຫຼັງ​ຈາກ​ພະອົງ​ໄດ້​ຖືກ​ປຸກ​ໃຫ້​ເປັນ​ຂຶ້ນ​ຈາກ​ຕາຍ.

ເຈົ້າ​ຈື່​ໄດ້​ບໍ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ຄື​ຫຍັງ? ແມ່ນ​ແລ້ວ ລາຊະອານາຈັກ​ຄື​ລັດຖະບານ​ແທ້​ຈິງ​ຂອງ​ພະເຈົ້າ​ທາງ​ພາກ​ສະຫວັນ ແລະ​ພະ​ເຍຊູ​ເປັນ​ຜູ້​ຊຶ່ງ​ພະເຈົ້າ​ໄດ້​ເລືອກ​ໃຫ້​ເປັນ​ກະສັດ. ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ມາ​ແລ້ວ ພະ​ເຍຊູ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ຈະ​ເປັນ​ກະສັດ​ທີ່​ດີ​ຍອດ​ຢ້ຽມ​ອີ່ຫຼີ ເພາະ​ໄດ້​ລ້ຽງ​ອາຫານ​ຄົນ​ທີ່​ຫິວ ປິ່ນປົວ​ຄົນ​ເຈັບ​ປ່ວຍ​ໃຫ້​ຫາຍ​ດີ ແລະ​ປຸກ​ຄົນ​ຕາຍ​ແລ້ວ​ໃຫ້​ມີ​ຊີວິດ​ອີກ!

ດັ່ງ​ນັ້ນ​ເມື່ອ​ພະ​ເຍຊູ​ປົກຄອງ​ເປັນ​ກະສັດ​ທາງ​ພາກ​ສະຫວັນ​ເປັນ​ເວລາ​ພັນ​ປີ ສະພາບ​ທາງ​ແຜ່ນດິນ​ໂລກ​ຈະ​ເປັນ​ຢ່າງ​ໃດ? ແມ່ນ​ແລ້ວ ແຜ່ນດິນ​ໂລກ​ທັງ​ໝົດ​ຈະ​ຖືກ​ປັບ​ປຸງ​ໃຫ້​ເປັນ​ອຸດທະຍານ​ທີ່​ສວຍ​ງາມ. ການ​ສົງຄາມ​ຫຼື​ອາດຊະຍາກຳ ຄວາມ​ເຈັບ​ປ່ວຍ​ຫຼື​ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ. ເຮົາ​ຮູ້​ເລື່ອງ​ນີ້​ເປັນ​ຄວາມ​ຈິງ​ເພາະ​ວ່າ​ພະເຈົ້າ​ໄດ້​ສ້າງ​ແຜ່ນດິນ​ໂລກ​ໃຫ້​ເປັນ​ອຸດທະຍານ​ເພື່ອ​ໃຫ້​ມະນຸດ​ມີ​ຄວາມ​ສຸກ. ດ້ວຍ​ເຫດ​ນີ້​ໃນ​ຕອນ​ເລີ່ມ​ຕົ້ນ​ພະອົງ​ຈຶ່ງ​ສ້າງ​ສວນ​ເອເດນ​ຂຶ້ນ. ແລະ​ພະ​ເຍຊູ​ຈະ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ສິ່ງ​ຊຶ່ງ​ພະເຈົ້າ​ປະສົງ​ນັ້ນ​ຈະ​ບັນລຸ​ຜົນ​ສຳເລັດ​ໃນ​ທີ່​ສຸດ.

ບັດ​ນີ້​ເຖິງ​ເວລາ​ກຳນົດ​ທີ່​ພະ​ເຍຊູ​ຈະ​ຕ້ອງ​ສະເດັດ​ກັບ​ໄປ​ສະຫວັນ. ພະ​ເຍຊູ​ໄດ້​ສຳແດງ​ຕົວ​ພະອົງ​ເອງ​ແກ່​ພວກ​ສາວົກ​ຂອງ​ພະອົງ​ໃນ​ລະຫວ່າງ 40 ມື້. ດັ່ງ​ນັ້ນ​ພວກ​ເຂົາ​ຈຶ່ງ​ແນ່​ໃຈ​ວ່າ​ພະອົງ​ມີ​ຊີວິດ​ອີກ​ແທ້ໆ. ແຕ່​ກ່ອນ​ທີ່​ພະອົງ​ລາ​ຈາກ​ໄປ ພະອົງ​ບອກ​ພວກ​ສາວົກ​ຂອງ​ພະອົງ​ວ່າ: ‘ຈົ່ງ​ລໍ​ຖ້າ​ຢູ່​ທີ່​ນະຄອນ​ເຢຣຶຊາເລມ​ຈົນ​ກວ່າ​ທ່ານ​ທັງ​ຫຼາຍ​ຈະ​ໄດ້​ຮັບ​ພະ​ວິນຍານ​ບໍລິສຸດ.’ ພະ​ວິນຍານ​ບໍລິສຸດ​ຄື​ພະລັງ​ງານ​ຂອງ​ພະເຈົ້າ ຄ້າຍ​ກັນ​ກັບ​ລົມ​ພັດ ຊຶ່ງ​ຈະ​ຊ່ວຍ​ເຫຼົ່າ​ສາວົກ​ຂອງ​ພະອົງ​ໃຫ້​ປະຕິບັດ​ຕາມ​ທີ່​ພະເຈົ້າ​ປະສົງ. ໃນ​ທີ່​ສຸດ​ພະ​ເຍຊູ​ຕັດ​ວ່າ: ‘ທ່ານ​ທັງ​ຫຼາຍ​ຈະ​ຕ້ອງ​ເທສະໜາ​ປະກາດ​ກ່ຽວ​ກັບ​ເຮົາ​ຈົນ​ເຖິງ​ທີ່​ສຸດ​ປາຍ​ແຜ່ນດິນ​ໂລກ.’

ຫຼັງ​ຈາກ​ພະ​ເຍຊູ​ຕັດ​ຄຳ​ນີ້​ແລ້ວ ສິ່ງ​ໜ້າ​ງຶດງໍ້​ເກີດ​ຂຶ້ນ. ພະອົງ​ເລີ່ມ​ສະເດັດ​ໄປ​ສະຫວັນ ດັ່ງ​ທີ່​ເຈົ້າ​ເຫັນ​ນະ​ທີ່​ນີ້. ຄັນ​ແລ້ວ​ມີ​ເມກ​ບັງ​ພະອົງ​ໄວ້​ຈາກ​ສາຍ​ຕາ ແລະ​ເຫຼົ່າ​ສາວົກ​ບໍ່​ເຫັນ​ພະ​ເຍຊູ​ອີກ. ພະ​ເຍຊູ​ສະເດັດ​ໄປ​ສະຫວັນ​ແລະ​ພະອົງ​ເລີ່ມ​ປົກຄອງ​ເໜືອ​ສາວົກ​ຂອງ​ພະອົງ​ທີ່​ແຜ່ນດິນ​ໂລກ.

1 ໂກລິນໂທ 15:​3-8; ຄຳປາກົດ 21:3, 4; ກິດຈະການ 1:​1-11.