ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຖືກປ່ອຍອອກຈາກຄຸກ

ຖືກປ່ອຍອອກຈາກຄຸກ

ບົດ 106

ຖືກ​ປ່ອຍ​ອອກ​ຈາກ​ຄຸກ

ເບິ່ງ​ທູດ​ສະຫວັນ​ພວມ​ເປີດ​ປະຕູ​ຄຸກ​ທີ່​ນີ້​ເດີ. ຄົນ​ທີ່​ທູດ​ສະຫວັນ​ປ່ອຍ​ນັ້ນ​ຄື​ພວກ​ອັກຄະສາວົກ​ຂອງ​ພະ​ເຍຊູ. ໃຫ້​ເຮົາ​ຄົ້ນ​ເບິ່ງ​ວ່າ​ເປັນ​ຫຍັງ​ເຂົາ​ຈຶ່ງ​ຖືກ​ຂັງ​ໃນ​ຄຸກ.

ນັບ​ວ່າ​ເປັນ​ເວລາ​ອັນ​ສັ້ນ​ຕັ້ງ​ແຕ່​ມີ​ການ​ຫຼັ່ງ​ພະ​ວິນຍານ​ບໍລິສຸດ​ລົງ​ມາ​ເໜືອ​ສາວົກ​ຂອງ​ພະ​ເຍຊູ. ແລະ​ນີ້​ຄື​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ: ເປໂຕ​ແລະ​ໂຍຮັນ​ພວມ​ເຂົ້າ​ໄປ​ໃນ​ວິຫານ​ບ່າຍ​ມື້​ນຶ່ງ​ໃນ​ນະຄອນ​ເຢຣຶຊາເລມ. ທີ່​ນັ້ນ ໃກ້ໆປະຕູ​ມີ​ຊາຍ​ຄົນ​ນຶ່ງ​ຜູ້​ເປັນ​ເປ້ຍ​ມາ​ຕັ້ງ​ແຕ່​ເກີດ. ມີ​ຄົນ​ຫາມ​ເຂົາ​ມາ​ທີ່​ນີ້​ທຸກ​ວັນ​ເພື່ອ​ເຂົາ​ຈະ​ໄດ້​ຂໍ​ທານ​ຈາກ​ຜູ້​ທີ່​ເຂົ້າ​ໄປ​ໃນ​ວິຫານ. ເມື່ອ​ເຂົາ​ເຫັນ​ເປໂຕ​ແລະ​ໂຍຮັນ ເຂົາ​ກໍ່​ຂໍ​ທານ. ພວກ​ອັກຄະສາວົກ​ຈະ​ເຮັດ​ຢ່າງ​ໃດ?

ເຂົາ​ຢຸດ​ແລະ​ຈ້ອງ​ເບິ່ງ​ຊາຍ​ຜູ້​ໜ້າ​ສົງສານ​ນັ້ນ. ເປໂຕ​ກ່າວ​ວ່າ: ‘ເຮົາ​ບໍ່​ມີ​ເງິນ ແຕ່​ເຮົາ​ຈະ​ໃຫ້​ເຈົ້າ​ສິ່ງ​ທີ່​ເຮົາ​ມີ​ຢູ່. ໃນ​ນາມ​ພະ​ເຍຊູ ຈົ່ງ​ລຸກ​ຂຶ້ນ​ແລະ​ຍ່າງ​ໄປ​ເຖີດ!’ ແລ້ວ​ເປໂຕ​ກໍ່​ຈັບ​ມື​ຂວາ​ຂອງ​ຊາຍ​ຄົນ​ນັ້ນ​ພະ​ຍຸງ​ຂຶ້ນ ເຂົາ​ຈຶ່ງ​ກະໂດດ​ຂຶ້ນ​ທັນທີ​ແລ້ວ​ຍ່າງ​ໄປ. ເມື່ອ​ຜູ້​ຄົນ​ເຫັນ​ເຫດການ​ນີ້ ພວກ​ເຂົາ​ກໍ່​ຮູ້ສຶກ​ງຶດງໍ້​ແລະ​ຍິນດີ​ຍິ່ງ​ໃນ​ການ​ອັດສະຈັນ​ອັນ​ໜ້າ​ພິດສະຫວົງ​ນີ້.

ເປໂຕ​ກ່າວ​ວ່າ: ‘ເຮົາ​ໄດ້​ເຮັດ​ການ​ອັດສະຈັນ​ນີ້​ໂດຍ​ລິດ​ອຳນາດ​ຂອງ​ພະເຈົ້າ ຜູ້​ທີ່​ໄດ້​ປຸກ​ພະ​ເຍຊູ​ໃຫ້​ເປັນ​ຂຶ້ນ​ຈາກ​ຕາຍ.’ ຂະນະ​ທີ່​ເປໂຕ​ແລະ​ໂຍຮັນ​ພວມ​ເວົ້າ​ຢູ່ ພວກ​ຫົວໜ້າ​ສາສະໜາ​ບາງ​ຄົນ​ກໍ່​ມາ​ເຖິງ. ພວກ​ເຂົາ​ຂັດ​ເຄືອງ​ເພາະ​ເປໂຕ​ແລະ​ໂຍຮັນ​ພວມ​ບອກ​ຜູ້​ຄົນ​ກ່ຽວ​ກັບ​ການ​ເປັນ​ຂຶ້ນ​ມາ​ຈາກ​ຕາຍ​ຂອງ​ພະ​ເຍຊູ. ດັ່ງ​ນັ້ນ​ພວກ​ເຂົາ​ຈຶ່ງ​ຈັບ​ເຂົາ​ທັງ​ສອງ​ແລະ​ຂັງ​ເຂົາ​ໄວ້​ໃນ​ຄຸກ.

ມື້​ຕໍ່​ມາ​ພວກ​ຫົວໜ້າ​ສາສະໜາ​ມີ​ການ​ປະຊຸມ​ໃຫຍ່. ພວກ​ເຂົາ​ນຳ​ເປໂຕ​ແລະ​ໂຍຮັນ​ພ້ອມ​ກັບ​ຊາຍ​ທີ່​ເຂົາ​ປິ່ນປົວ​ໃຫ້​ຫາຍ​ນັ້ນ​ເຂົ້າ​ມາ. ພວກ​ຫົວໜ້າ​ສາສະໜາ​ຖາມ​ວ່າ: ‘ທ່ານ​ໄດ້​ເຮັດ​ການ​ອັດສະຈັນ​ນີ້​ໂດຍ​ອຳນາດ​ຂອງ​ຜູ້​ໃດ?’

ເປໂຕ​ບອກ​ວ່າ​ໂດຍ​ລິດ​ອຳນາດ​ຂອງ​ພະເຈົ້າ ຜູ້​ປຸກ​ພະ​ເຍຊູ​ໃຫ້​ເປັນ​ຂຶ້ນ​ຈາກ​ຕາຍ. ພວກ​ປະໂລຫິດ​ບໍ່​ຮູ້​ຈະ​ເຮັດ​ຢ່າງ​ໃດ ເພາະ​ພວກ​ເຂົາ​ປະຕິເສດ​ບໍ່​ໄດ້​ທີ່​ວ່າ​ການ​ອັດສະຈັນ​ອັນ​ໜ້າ​ພິດສະຫວົງ​ໄດ້​ເກີດ​ຂຶ້ນ​ແທ້ໆ. ດັ່ງ​ນັ້ນ​ເຂົາ​ຈຶ່ງ​ເຕືອນ​ພວກ​ອັກຄະສາວົກ​ບໍ່​ໃຫ້​ເວົ້າ​ເຖິງ​ພະ​ເຍຊູ​ອີກ ແລ້ວ​ປ່ອຍ​ເຂົາ​ໄປ.

ຂະນະ​ທີ່​ວັນ​ເວລາ​ຜ່ານ​ໄປ​ພວກ​ອັກຄະສາວົກ​ກໍ່​ປະກາດ​ຕໍ່​ໄປ​ກ່ຽວ​ກັບ​ພະ​ເຍຊູ​ແລະ​ປິ່ນປົວ​ຄົນ​ເຈັບ​ປ່ວຍ​ໃຫ້​ຫາຍ​ດີ. ຂ່າວ​ກ່ຽວ​ກັບ​ການ​ອັດສະຈັນ​ເຫຼົ່າ​ນີ້​ແຜ່​ອອກ​ໄປ. ແມ່ນ​ແຕ່​ຝູງ​ຊົນ​ຈາກ​ເມືອງ​ອ້ອມ​ແອ້ມ​ນະຄອນ​ເຢຣຶຊາເລມ​ກໍ່​ເອົາ​ຄົນ​ເຈັບ​ປ່ວຍ​ມາ​ໃຫ້​ພວກ​ອັກຄະສາວົກ​ປິ່ນປົວ. ເຫດ​ນີ້​ເອງ​ທີ່​ເຮັດ​ໃຫ້​ພວກ​ຫົວໜ້າ​ສາສະໜາ​ອິດສາ ສະນັ້ນ​ຈຶ່ງ​ຈັບ​ພວກ​ອັກຄະສາວົກ​ໄປ​ຄຸມ​ຂັງ​ໄວ້​ໃນ​ຄຸກ. ແຕ່​ເຂົາ​ຢູ່​ທີ່​ນັ້ນ​ບໍ່​ດົນ.

ໃນ​ເວລາ​ກາງຄືນ​ທູດ​ສະຫວັນ​ຂອງ​ພະ​ເຢໂຫວາ​ເປີດ​ປະຕູ​ຄຸກ ຕາມ​ທີ່​ເຈົ້າ​ເຫັນ​ທີ່​ນີ້. ທູດ​ສະຫວັນ​ບອກ​ເຂົາ​ວ່າ: ‘ຈົ່ງ​ໄປ​ຢືນ​ໃນ​ວິຫານ​ແລະ​ປະກາດ​ໃຫ້​ຜູ້​ຄົນ​ຕໍ່​ໄປ.’ ເຊົ້າ​ມື້​ຕໍ່​ມາ ພວກ​ຫົວໜ້າ​ສາສະໜາ​ສົ່ງ​ຄົນ​ໄປ​ນຳ​ເອົາ​ພວກ​ອັກຄະສາວົກ​ອອກ​ມາ ແຕ່​ປາກົດ​ວ່າ​ເຂົາ​ຫາຍ​ໄປ. ຕໍ່​ມາ​ຄົນ​ຂອງ​ພວກ​ເຂົາ​ໄດ້​ເຫັນ​ອັກຄະສາວົກ​ພວມ​ສັ່ງ​ສອນ​ໃນ​ວິຫານ​ແລະ​ນຳ​ຕົວ​ເຂົາ​ໄປ​ທີ່​ສານ​ແຊນເຮດດຣິນ.

ພວກ​ຫົວໜ້າ​ສາສະໜາ​ກ່າວ​ວ່າ: ‘ເຮົາ​ໄດ້​ອອກ​ຄຳ​ສັ່ງ​ເດັດ​ຂາດ​ແກ່​ເຈົ້າ​ບໍ່​ໃຫ້​ສອນ​ກ່ຽວ​ກັບ​ພະ​ເຍຊູ​ຕໍ່​ໄປ ແຕ່​ເຈົ້າ​ໄດ້​ເຮັດ​ໃຫ້​ນະຄອນ​ເຢຣຶຊາເລມ​ເຕັມ​ໄປ​ດ້ວຍ​ຄຳ​ສັ່ງ​ສອນ​ຂອງ​ພວກ​ເຈົ້າ.’ ພວກ​ອັກຄະສາວົກ​ຕອບ​ວ່າ: ‘ພວກ​ຂ້າພະເຈົ້າ​ຈຳຕ້ອງ​ເຊື່ອ​ຟັງ​ພະເຈົ້າ​ຖານະ​ເປັນ​ຜູ້​ຄອບຄອງ​ຍິ່ງ​ກວ່າ​ມະນຸດ.’ ດັ່ງ​ນັ້ນ​ເຂົາ​ຈຶ່ງ​ສັ່ງ​ສອນ​ເລື່ອງ ‘ຂ່າວ​ດີ’ ຕໍ່​ໄປ. ນັ້ນ​ເປັນ​ຕົວຢ່າງ​ອັນ​ດີ​ງາມ​ທີ່​ເຮົາ​ຄວນ​ປະຕິບັດ​ຕາມ​ແມ່ນ​ບໍ?

ກິດຈະການ ບົດ 3 ເຖິງ 5.