ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຂະນະທີ່ເດີນທາງໄປເມືອງດາມາເຊ

ຂະນະທີ່ເດີນທາງໄປເມືອງດາມາເຊ

ບົດ 108

ຂະນະ​ທີ່​ເດີນ​ທາງ​ໄປ​ເມືອງ​ດາມາເຊ

ເຈົ້າ​ຮູ້​ບໍ ວ່າ​ຜູ້​ທີ່​ນອນ​ຢູ່​ເທິງ​ພື້ນ​ດິນ​ນັ້ນ​ແມ່ນ​ໃຜ? ຜູ້​ນັ້ນ​ຄື​ໂຊໂລ. ເຈົ້າ​ຄົງ​ຈື່​ໄດ້​ວ່າ​ເຂົາ​ຄື​ຜູ້​ນັ້ນ​ແຫຼະ​ທີ່​ເຝົ້າ​ເສື້ອ​ຊັ້ນ​ນອກ​ໃຫ້​ພວກ​ຄົນ​ທີ່​ຄວ່າງ​ກ້ອນ​ຫີນ​ໃສ່​ເອຕຽນ. ເບິ່ງ​ແສງ​ສະຫວ່າງ​ອັນ​ກ້າ​ນັ້ນ​ເດີ! ມີ​ຫຍັງ​ພວມ​ເກີດ​ຂຶ້ນ?

ຫຼັງ​ຈາກ​ທີ່​ເອຕຽນ​ຖືກ​ຂ້າ ໂຊໂລ​ນຳ​ໜ້າ​ໃນ​ການ​ຊອກ​ຫາ​ຈັບ​ຕົວ​ສາວົກ​ຂອງ​ພະ​ເຍຊູ​ເພື່ອ​ທຳ​ຮ້າຍ​ເຂົາ. ໂຊໂລ​ເຂົ້າ​ໄປ​ຕາມ​ບ້ານ​ແລະ​ຈັບ​ຄວ້າ​ເອົາ​ຕົວ​ເຂົາ​ອອກ​ມາ​ແລ້ວ​ເອົາ​ເຂົາ​ໄປ​ຂັງ​ຄຸກ. ສາວົກ​ຫຼາຍ​ຄົນ​ກໍ່​ໜີ​ໄປ​ເມືອງ​ອື່ນໆແລ້ວ​ເລີ່ມ​ປະກາດ “ຂ່າວ​ດີ” ທີ່​ນັ້ນ. ແຕ່​ໂຊໂລ​ກໍ່​ໄປ​ຍັງ​ເມືອງ​ອື່ນ​ອີກ​ເພື່ອ​ຊອກ​ຫາ​ສາວົກ​ຂອງ​ພະ​ເຍຊູ. ຕອນ​ນີ້​ໂຊໂລ​ພວມ​ເດີນ​ທາງ​ຈະ​ໄປ​ເມືອງ​ດາມາເຊ. ແຕ່​ຂະນະ​ທີ່​ຢູ່​ກາງ​ທາງ ມີ​ສິ່ງ​ທີ່​ໜ້າ​ງຶດງໍ້​ເກີດ​ຂຶ້ນ​ດັ່ງ​ນີ້:

ມີ​ແສງ​ສະຫວ່າງ​ສ່ອງ​ມາ​ຈາກ​ຟ້າ​ໂດຍ​ກະທັນຫັນ​ລ້ອມ​ຮອບ​ໂຊໂລ​ໄວ້. ເຂົາ​ຈຶ່ງ​ລົ້ມ​ລົງ​ເຖິງ​ພື້ນ​ດິນ ດັ່ງ​ເຮົາ​ເຫັນ​ຢູ່​ທີ່​ນີ້. ແລ້ວ​ມີ​ສຽງ​ຕັດ​ວ່າ: ‘ໂຊໂລ ໂຊໂລ​ເອີຍ! ເປັນ​ຫຍັງ​ເຈົ້າ​ເຮັດ​ຮ້າຍ​ເຮົາ?’ ພວກ​ທີ່​ມາ​ກັບ​ໂຊໂລ​ເຫັນ​ແສງ​ສະຫວ່າງ​ແລະ​ໄດ້​ຍິນ​ສຽງ​ເວົ້າ ແຕ່​ເຂົາ​ບໍ່​ເຂົ້າ​ໃຈ​ຄຳ​ເວົ້າ​ນັ້ນ.

ໂຊໂລ​ທູນ​ຖາມ​ວ່າ: ‘ທ່ານ​ເຈົ້າ​ຂ້າ ທ່ານ​ເປັນ​ຜູ້​ໃດ?’

ສຽງ​ນັ້ນ​ຕັດ​ວ່າ: ‘ເຮົາ​ຄື​ເຍຊູ ຜູ້​ຊຶ່ງ​ເຈົ້າ​ເຮັດ​ຮ້າຍ​ນັ້ນ.’ ພະ​ເຍຊູ​ຕັດ​ດັ່ງ​ນີ້​ເພາະ​ວ່າ​ເມື່ອ​ໂຊໂລ​ເຮັດ​ຮ້າຍ​ຕໍ່​ພວກ​ສາວົກ​ຂອງ​ພະ​ເຍຊູ ພະ​ເຍຊູ​ຮູ້ສຶກ​ຄື​ກັບ​ພະອົງ​ເອງ​ຖືກ​ທຳ​ຮ້າຍ.

ຂະນະ​ນີ້​ໂຊໂລ​ຖາມ​ວ່າ: ‘ພະອົງ​ເຈົ້າ​ຂ້າ ຂ້າພະເຈົ້າ​ຈະ​ເຮັດ​ປະການ​ໃດ?’

ພະ​ເຍຊູ​ຕັດ​ວ່າ: ‘ຈົ່ງ​ລຸກ​ຂຶ້ນ​ແລະ​ເຂົ້າ​ໄປ​ໃນ​ເມືອງ​ດາມາເຊ ທີ່​ນັ້ນ​ຈະ​ມີ​ຄົນ​ບອກ​ເຈົ້າ​ວ່າ​ເຈົ້າ​ຈຳຕ້ອງ​ເຮັດ​ປະການ​ໃດ.’ ຄັນ​ໂຊໂລ​ລຸກ​ຂຶ້ນ​ແລະ​ມືນ​ຕາ ເຂົາ​ບໍ່​ສາມາດ​ເຫັນ​ສິ່ງ​ໃດ​ອີກ​ເລີຍ. ເຂົາ​ຕາ​ບອດ! ພວກ​ທີ່​ໄປ​ດ້ວຍ​ຈຶ່ງ​ຈູງ​ມື​ພາ​ເພິ່ນ​ເຂົ້າ​ໄປ​ໃນ​ເມືອງ​ດາມາເຊ.

ຕອນ​ນີ້​ພະ​ເຍຊູ​ບອກ​ສາວົກ​ຄົນ​ນຶ່ງ​ຂອງ​ພະອົງ​ໃນ​ເມືອງ​ດາມາເຊ​ວ່າ: ‘ອານາເນຍ​ເອີຍ ຈົ່ງ​ລຸກ​ຂຶ້ນ. ໄປ​ຖະໜົນ​ທີ່​ເອີ້ນ​ວ່າ​ຖະໜົນ​ຊື່ ໄປ​ທີ່​ເຮືອນ​ຂອງ​ຢູດາ​ແລ້ວ​ຖາມ​ຫາ​ຊາຍ​ຄົນ​ນຶ່ງ​ຊື່​ໂຊໂລ. ເຮົາ​ໄດ້​ເລືອກ​ເຂົາ​ໄວ້​ໃຫ້​ເປັນ​ຜູ້​ຮັບໃຊ້​ພິເສດ​ຂອງ​ເຮົາ.’

ອານາເນຍ​ເຊື່ອ​ຟັງ. ເມື່ອ​ເຂົາ​ພົບ​ກັບ​ໂຊໂລ ເຂົາ​ວາງ​ມື​ເທິງ​ເພິ່ນ​ແລະ​ກ່າວ​ວ່າ: ‘ອົງ​ພະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ຂ້າພະເຈົ້າ​ມາ​ເພື່ອ​ທ່ານ​ຈະ​ໄດ້​ເຫັນ​ຮຸ່ງ​ອີກ​ແລະ​ຈະ​ໄດ້​ເຕັມ​ໄປ​ດ້ວຍ​ພະ​ວິນຍານ​ບໍລິສຸດ!’ ໃນ​ທັນໃດ​ນັ້ນ​ມີ​ບາງ​ຢ່າງ​ຊຶ່ງ​ຄ້າຍ​ກັບ​ເກດ​ຕົກ​ຈາກ​ຕາ​ໂຊໂລ ແລະ​ເຂົາ​ຈຶ່ງ​ສາມາດ​ເຫັນ​ໄດ້​ອີກ.

ໂຊໂລ​ຖືກ​ໃຊ້​ດ້ວຍ​ວິທີ​ໜ້າ​ພິດສະຫວົງ​ໃຫ້​ປະກາດ​ແກ່​ຊົນ​ຫຼາຍ​ຊາດ. ເພິ່ນ​ກາຍ​ມາ​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ​ອັກຄະສາວົກ​ໂປໂລ ຜູ້​ທີ່​ເຮົາ​ຈະ​ໄດ້​ຮຽນ​ຮູ້​ອີກ​ຫຼາຍ​ສິ່ງ​ເຖິງ​ເພິ່ນ. ແຕ່​ທຳອິດ​ໃຫ້​ເຮົາ​ເບິ່ງ​ວ່າ​ພະເຈົ້າ​ສົ່ງ​ເປໂຕ​ໄປ​ເຮັດ​ສິ່ງ​ໃດ.

ກິດຈະການ 8:​1-4; 9:​1-20; 22:​6-16; 26:​8-20.