ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເດັກຊາຍຜູ້ຊຶ່ງເຜີຫຼັບໄປ

ເດັກຊາຍຜູ້ຊຶ່ງເຜີຫຼັບໄປ

ບົດ 111

ເດັກ​ຊາຍ​ຜູ້​ຊຶ່ງ​ເຜີ​ຫຼັບ​ໄປ

ໂອ້! ໂອ້! ມີ​ຫຍັງ​ເກີດ​ຂຶ້ນ​ທີ່​ນີ້? ເດັກ​ຊາຍ​ຜູ້​ຊຶ່ງ​ນອນ​ຢູ່​ກັບ​ພື້ນ​ດິນ​ນັ້ນ​ບາດເຈັບ​ສາຫັດ​ບໍ? ເບິ່ງ​ພຸ້ນ! ຊາຍ​ຊຶ່ງ​ພວມ​ອອກ​ມາ​ຈາກ​ເຮືອນ​ນັ້ນ​ຄື​ໂປໂລ! ເຈົ້າ​ເຫັນ​ຕີໂມເຕ​ດ້ວຍ​ບໍ? ເດັກ​ຊາຍ​ນັ້ນ​ໄດ້​ພັດ​ຕົກ​ຈາກ​ປ່ອງ​ຢ້ຽມ​ບໍ?

ຈ້າວ ນັ້ນ​ຄື​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ. ໂປໂລ​ພວມ​ໃຫ້​ຄຳ​ບັນຍາຍ​ແກ່​ພວກ​ສາວົກ​ທີ່​ນີ້​ໃນ​ເມືອງ​ໂທອາດ. ເພິ່ນ​ຮູ້​ວ່າ​ຈະ​ບໍ່​ເຫັນ​ໜ້າ​ພວກ​ເຂົາ​ອີກ​ເປັນ​ເວລາ​ດົນ​ນານ​ເພາະ​ເພິ່ນ​ຈະ​ຕ້ອງ​ຈາກ​ໄປ​ທາງ​ເຮືອ​ວັນ​ຖັດ​ໄປ. ດັ່ງ​ນັ້ນ​ເພິ່ນ​ຈຶ່ງ​ໃຫ້​ຄຳ​ບັນຍາຍ​ຕໍ່​ໄປ​ຈົນ​ເຖິງ​ທ່ຽງ​ຄືນ.

ເອົາ​ລະ ເດັກ​ຊາຍ​ຄົນ​ນີ້​ຊື່​ເອິຕີກ​ນັ່ງ​ຢູ່​ທີ່​ປ່ອງ​ຢ້ຽມ​ແລະ​ເຜີ​ຫຼັບ​ໄປ. ເຂົາ​ພັດ​ຕົກ​ລົງ​ມາ​ຈາກ​ປ່ອງ​ຢ້ຽມ​ຊັ້ນ​ທີ​ສາມ​ເຖິງ​ພື້ນ​ດິນ! ດັ່ງ​ນັ້ນ​ເຈົ້າ​ຄົງ​ນຶກ​ໄດ້​ວ່າ​ເປັນ​ຫຍັງ​ຄົນ​ເຫຼົ່າ​ນີ້​ຈຶ່ງ​ເບິ່ງ​ເປັນ​ທຸກ​ກັງວົນ​ຫຼາຍ​ແທ້. ເມື່ອ​ພວກ​ຜູ້​ຊາຍ​ຍົກ​ເດັກ​ຫນຸ່ມ​ຂຶ້ນ​ມາ ກໍ່​ເຫັນ​ວ່າ​ເປັນ​ໄປ​ດັ່ງ​ທີ່​ພວກ​ເຂົາ​ຢ້ານ​ຢູ່. ເດັກ​ຫນຸ່ມ​ນັ້ນ​ຕາຍ​ແລ້ວ.

ເມື່ອ​ໂປໂລ​ເຫັນ​ວ່າ​ເດັກ​ຊາຍ​ນັ້ນ​ຕາຍ​ແລ້ວ ເພິ່ນ​ກໍ່​ນອນ​ທັບ​ເທິງ​ຕົວ​ຂອງ​ເຂົາ​ແລະ​ກອດ​ຕົວ​ເດັກ​ນັ້ນ​ໄວ້. ແລ້ວ​ເພິ່ນ​ກ່າວ​ວ່າ: ‘ຢ່າ​ເປັນ​ທຸກ​ເລີຍ. ເຂົາ​ບໍ່​ເປັນ​ຫຍັງ​ດອກ!’ ແລະ​ກໍ່​ເປັນ​ດັ່ງ​ນັ້ນ​ແທ້ໆ! ນັ້ນ​ເປັນ​ການ​ອັດສະຈັນ! ໂປໂລ​ເຮັດ​ໃຫ້​ເຂົາ​ກັບ​ມີ​ຊີວິດ​ອີກ! ຝູງ​ຊົນ​ຕ່າງ​ກໍ່​ຊື່ນ​ໃຈ​ຍິນດີ​ຍິ່ງ.

ທຸກ​ຄົນ​ຂຶ້ນ​ໄປ​ຊັ້ນ​ເທິງ​ອີກ​ແລະ​ກິນ​ເຂົ້າ. ໂປໂລ​ເວົ້າ​ຕໍ່​ໄປ​ຈົນ​ເຖິງ​ແຈ້ງ. ແຕ່​ເຈົ້າ​ຈະ​ແນ່​ໃຈ​ໄດ້​ວ່າ​ເອິຕີກ​ຈະ​ບໍ່​ງ້ວງ​ນອນ​ຫຼັບ​ໄປ​ອີກ! ແລ້ວ​ໂປໂລ ຕີໂມເຕ​ແລະ​ພວກ​ທີ່​ເດີນ​ທາງ​ດ້ວຍ​ກັນ​ໄປ​ລົງ​ເຮືອ. ເຈົ້າ​ຮູ້​ບໍ​ວ່າ​ພວກ​ເຂົາ​ຈະ​ໄປ​ໃສ?

ໂປໂລ​ຈວນ​ຈະ​ສຳເລັດ​ການ​ປະກາດ​ຮອບ​ທີ​ສາມ​ຂອງ​ເພິ່ນ ແລະ​ພວມ​ຈະ​ເດີນ​ທາງ​ກັບ​ບ້ານ. ໃນ​ການ​ເດີນ​ທາງ​ຮອບ​ນີ້​ໂປໂລ​ພັກ​ໃນ​ເມືອງ​ເອເຟດ​ເປັນ​ເວລາ​ສາມ​ປີ. ດັ່ງ​ນັ້ນ​ການ​ເດີນ​ທາງ​ຮອບ​ນີ້​ຈຶ່ງ​ນັບ​ວ່າ​ດົນ​ກວ່າ​ຮອບ​ທີ​ສອງ​ຂອງ​ເພິ່ນ.

ຫຼັງ​ຈາກ​ອອກ​ຈາກ​ເມືອງ​ໂທອາດ ເຮືອ​ກໍ່​ໄປ​ແວ່​ທີ່​ເມືອງ​ມີເລດ​ຊົ່ວ​ຂະນະ​ນຶ່ງ. ເພາະ​ເມືອງ​ເອເຟດ​ຢູ່​ຫ່າງ​ພຽງ​ບໍ່​ກີ່​ກິໂລແມັດ ໂປໂລ​ຈຶ່ງ​ໄດ້​ເຊີນ​ພວກ​ຜູ້​ປົກຄອງ​ໃນ​ປະຊາຄົມ​ໃຫ້​ມາ​ຍັງ​ເມືອງ​ມີເລດ ເພື່ອ​ເພິ່ນ​ຈະ​ໄດ້​ສົນທະນາ​ກັບ​ເຂົາ​ເປັນ​ເທື່ອ​ສຸດ​ທ້າຍ. ເມື່ອ​ເຖິງ​ເວລາ​ເຮືອ​ຈະ​ອອກ ພວກ​ເຂົາ​ເສົ້າໃຈ​ຫຼາຍ​ທີ່​ໂປໂລ​ຈະ​ຈາກ​ໄປ!

ໃນ​ທີ່​ສຸດ​ເຮືອ​ກໍ່​ກັບ​ມາ​ເຖິງ​ເມືອງ​ເຊຊາເຣ. ຂະນະ​ທີ່​ໂປໂລ​ຢູ່​ທີ່​ນີ້​ເພິ່ນ​ພັກ​ຢູ່​ເຮືອນ​ຂອງ​ສາວົກ​ຜູ້​ທີ່​ຊື່​ຟີລິບ ຜູ້​ທຳນວາຍ​ອາ​ກາ​ບຶ​ເຕືອນ​ໂປໂລ​ໃຫ້​ຮູ້​ວ່າ ເພິ່ນ​ຈະ​ຖືກ​ຂັງ​ຄຸກ​ເມື່ອ​ໄປ​ເຖິງ​ເຢຣຶຊາເລມ. ແລະ​ເຫດການ​ນີ້​ກໍ່​ເກີດ​ຂຶ້ນ​ແທ້ໆ. ແລ້ວ​ຫຼັງ​ຈາກ​ທີ່​ໂປໂລ​ຖືກ​ຂັງ​ຄຸກ​ໃນ​ເມືອງ​ເຊຊາເຣ​ເປັນ​ເວລາ​ສອງ​ປີ ໂປໂລ​ຖືກ​ສົ່ງ​ໄປ​ນະຄອນ​ໂລມ​ເພື່ອ​ແກ້​ຄະ​ດີ​ຕໍ່​ໜ້າ​ເຊຊາ​ຜູ້​ປົກຄອງ​ໂລມ. ຈົ່ງ​ໃຫ້​ເຮົາ​ເບິ່ງ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ​ລະຫວ່າງ​ການ​ເດີນ​ທາງ​ໄປ​ນະຄອນ​ໂລມ.

ກິດຈະການ ບົດ 19 ເຖິງ 26.