ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຂຶ້ນເທິງເກາະເພາະເຮືອແຕກ

ຂຶ້ນເທິງເກາະເພາະເຮືອແຕກ

ບົດ 112

ຂຶ້ນ​ເທິງ​ເກາະ​ເພາະ​ເຮືອ​ແຕກ

ເບິ່ງ​ເດີ ເຮືອ​ລຳ​ນັ້ນ​ຕົກ​ຢູ່​ໃນ​ຄວາມ​ເດືອດຮ້ອນ! ມັນ​ພວມ​ແຕກ​ເປັນ​ຫຼາຍໆຊິ້ນ! ເຈົ້າ​ເຫັນ​ຄົນ​ຊຶ່ງ​ກະໂດດ​ລົງ​ນ້ຳ​ບໍ? ບາງ​ຄົນ​ກໍ່​ລອຍ​ໄປ​ເຖິງ​ຝັ່ງ​ແລ້ວ. ໂປໂລ​ຢູ່​ທີ່​ນັ້ນ​ແມ່ນ​ບໍ? ໃຫ້​ເຮົາ​ອ່ານ​ເບິ່ງ​ວ່າ​ມີ​ຫຍັງ​ໄດ້​ເກີດ​ຂຶ້ນ​ແກ່​ທ່ານ.

ເຈົ້າ​ຄົງ​ຈື່​ໄດ້​ວ່າ​ໂປໂລ​ຖືກ​ກັກ​ຂັງ​ໃນ​ຄຸກ​ທີ່​ເມືອງ​ເຊຊາເຣ​ເຖິງ​ສອງ​ປີ. ຄັນ​ແລ້ວ​ເພິ່ນ​ແລະ​ພວກ​ນັກ​ໂທດ​ອື່ນໆບາງ​ຄົນ​ຖືກ​ຈັດ​ໃຫ້​ລົງ​ເຮືອ ເພື່ອ​ໄປ​ຍັງ​ນະຄອນ​ໂລມ. ເມື່ອ​ເຮືອ​ຜ່ານ​ໄປ​ໃກ້​ເກາະ​ກະເລດ​ກໍ່​ຖືກ​ລົມ​ພາຍຸ​ກ້າ​ໜ້າ​ຕົກໃຈ​ພັດ​ພວກ​ເຂົາ. ລົມ​ພັດ​ແຮງ​ກ້າ​ແທ້ໆຈົນ​ກະ​ທັງ​ຄົນ​ຖື​ທ້າຍ​ບັງຄັບ​ເຮືອ​ສູ້​ບໍ່​ໄດ້. ພວກ​ເຂົາ​ບໍ່​ສາມາດ​ເຫັນ​ດວງ​ອາທິດ​ລະຫວ່າງ​ກາງເວັນ​ຫຼື​ດວງ​ດາວ​ໃນ​ເວລາ​ກາງຄືນ. ໃນ​ທີ່​ສຸດ​ຫຼັງ​ຈາກ​ຫຼາຍ​ມື້​ຜ່ານ​ໄປ ພວກ​ທີ່​ຢູ່​ໃນ​ເຮືອ​ຕ່າງ​ກໍ່​ໝົດ​ຫວັງ​ທີ່​ຈະ​ລອດ.

ຄັນ​ແລ້ວ​ໂປໂລ​ຢືນ​ຂຶ້ນ​ແລະ​ກ່າວ​ວ່າ: ‘ໃນ​ພວກ​ທ່ານ​ຈະ​ບໍ່​ມີ​ຜູ້​ໃດ​ເສຍ​ຊີວິດ; ເຮືອ​ເທົ່າ​ນັ້ນ​ຈະ​ເສຍ. ເພາະ​ວ່າ​ມື້​ຄືນ​ນີ້​ທູດ​ສະຫວັນ​ອົງ​ນຶ່ງ​ຂອງ​ພະເຈົ້າ​ມາ​ຫາ​ຂ້າພະເຈົ້າ​ແລະ​ບອກ​ວ່າ: “ໂປໂລ​ເອີຍ ຢ່າ​ຢ້ານ​ເລີຍ! ທ່ານ​ຈະ​ຕ້ອງ​ຢືນ​ຢູ່​ຕໍ່​ໜ້າ​ເຊຊາ​ຜູ້​ປົກຄອງ​ແຫ່ງ​ນະຄອນ​ໂລມ. ແລະ​ພະເຈົ້າ​ຈະ​ຊ່ວຍ​ຄົນ​ທັງ​ປວງ​ຊຶ່ງ​ຢູ່​ໃນ​ເຮືອ​ໃບ​ນຳ​ເຈົ້າ​ໃຫ້​ລອດ​ຊີວິດ.”

ປະມານ​ທ່ຽງ​ຄືນ​ໃນ​ມື້​ທີ 14 ຫຼັງ​ຈາກ​ລົມ​ພາຍຸ​ເລີ່ມ​ຕົ້ນ ພວກ​ກະລາສີ​ເຮືອ​ສັງເກດ​ເຫັນ​ວ່າ​ນ້ຳ​ບໍ່​ຄ່ອຍ​ເລິກ​ທໍ່​ໃດ! ເພາະ​ຄວາມ​ຢ້ານ​ທີ່​ວ່າ​ເຮືອ​ຈະ​ຊົນ​ກະ​ແທກ​ໂງ່ນ​ຫີນ​ໃນ​ເວລາ​ຄ່ຳ​ມືດ ພວກ​ເຂົາ​ຈຶ່ງ​ທອດ​ສະໝໍ​ເຮືອ​ລົງ. ເຊົ້າ​ມື້​ຕໍ່​ມາ​ພວກ​ເຂົາ​ເຫັນ​ອ່າວ​ແຫ່ງ​ນຶ່ງ. ພວກ​ເຂົາ​ຕັດສິນ​ໃຈ​ທີ່​ຈະ​ພະຍາຍາມ​ແລ່ນ​ເຮືອ​ຊື່​ໄປ​ເຖິງ​ຫາດ​ຊາຍ​ນັ້ນ.

ເອົາ​ລະ ເມື່ອ​ພວກ​ເຂົາ​ແລ່ນ​ເຂົ້າ​ໃກ້​ຈະ​ເຖິງ​ຝັ່ງ ເຮືອ​ກະທົບ​ຄຸງ​ຫາດ​ຊາຍ​ແລະ​ຕິດ​ແໜ້ນ. ເຮືອ​ຖືກ​ຄື້ນ​ຟອງ​ນ້ຳ​ທະເລ​ຊັດ​ເຂົ້າ​ມາ​ແລະ​ເລີ່ມ​ແຕກ​ເປັນ​ຫຼາຍໆຊິ້ນ. ນາຍ​ທະຫານ​ຜູ້​ຄຸມ​ສັ່ງ​ວ່າ: ‘ທຸກ​ຄົນ​ທີ່​ລອຍ​ເປັນ​ໃຫ້​ໂຕນ​ລົງ ແລະ​ລອຍ​ໄປ​ເຖິງ⁠ຝັ່ງ​ກ່ອນ. ສ່ວນ​ພວກ​ທີ່​ເຫຼືອ​ໃຫ້​ກະໂດດ​ຕາມ​ໄປ​ແລະ​ເກາະ​ເສດ​ໄມ້​ທີ່​ແຕກ​ອອກ​ຈາກ​ເຮືອ​ລອຍ​ໄປ.’ ພວກ​ເຂົາ​ໄດ້​ເຮັດ​ຕາມ. ໂດຍ​ວິທີ​ນີ້ 276 ຄົນ​ຊຶ່ງ​ຢູ່​ໃນ​ເຮືອ​ທຸກ​ຄົນ​ຈຶ່ງ​ຂຶ້ນ​ໄປ​ຝັ່ງ​ດ້ວຍ​ຄວາມ​ປອດໄພ ຕາມ​ທີ່​ທູດ​ສະຫວັນ​ໄດ້​ສັນຍາ​ໄວ້.

ເກາະ​ນີ້​ມີ​ຊື່​ວ່າ​ມາເລເຕ. ຄົນ​ຊາວ​ເກາະ​ນີ້​ມີ​ໃຈ​ກະລຸນາ​ຫຼາຍ. ພວກ​ເຂົາ​ໄດ້​ຊ່ວຍເຫຼືອ​ພວກ​ເຫຼົ່າ​ນັ້ນ​ທີ່​ມາ​ຈາກ​ເຮືອ. ເມື່ອ​ດິນ​ຟ້າ​ອາກາດ​ດີ​ຂຶ້ນ ໂປໂລ​ຖືກ​ລົງ​ເຮືອ​ອີກ​ລຳ​ນຶ່ງ​ແລ້ວ​ກໍ່​ຖືກ​ນຳ​ໄປ​ຍັງ​ນະຄອນ​ໂລມ.

ກິດຈະການ 27:​1-44; 28:​1-14.